ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-05 21:31:47    
ຫວນ​ຄືນ​ປະ​ຫວັດ​ສາດ​ຢູ່​ຫໍ​ພິ​ພິ​ທະ​ພັນ​ຄານ​ສ໌​ຮອສ​ຕ໌ທີ່​ແບກ​ແລງ

cri Author: da


ຕອນ​ຄ່ຳ​ວັນ​ທີ8​ພຶດ​ສະພາ​ປີ1945, ຜູ້ຕາງ​ໜ້າ​ກອງ​ບັນຊາ​ການໃຫຍ່​ກອງ​ທັບ​ເຢຍລະມັນ​ໄດ້ລົງ​ນາມ​ໃນ​ເອກະ​ສານ​ຍອມ​ຈຳນົນ​ຢ່າງບໍ່ມີ​ເງື່ອນ​ໄຂທີ່​ຄານສ໌​ຮອສຕ໌ ຊານ​ເມືອງ​ແບກ​ແລງ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ສູ້ລົບຢູ່​ສະໜາມ​ລົບ​ເອີ​ລົບ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້ສິ້ນ​ສຸດ​ລົງ​ແລ້ວ. ​ໃນ​ເວລາ​ນັ້ນ, ສະຖານ​ທີ່​ລົງ​ນາມ​ໃນ​ເອກະ​ສານ​ຍອມ​ຈຳນົນ​ຂອງ​ກອງທັບ​ເຢຍລະ​ມັນ​ແມ່ນ​ຢູ່​ຫ້ອງ​​ອາຫານ​ຂອງໂຮງ​ຮຽນທະ​ຫານ​ເຢຍລະ​ມັນ​ແຫ່ງ​ໜຶ່ງ​ທີ່​ຄານ​ສ໌​ຮອສ​ຕ໌. ຫຼັງ​ຈາກ​ນັ້ນ60ປີ, ຫ້ອງ​ອາ​ຫານ​ທີ່​ເປັນ​ສັກຂີ​ພິຍານ​ປະຫວັດ​ສາດ​ຫຼັງ​ນີ້​ໄດ້​ກາຍ​ເປັນ​ຫໍພິ​ພິທະ​ພັນ​ຫຼັງ​ໜຶ່ງ, ຊື່ວ່າ​ຫໍ​ພິພິທະ​ພັນ​ຄານ​ສ໌ຮອສ​ຕ໌ແບກ​ແລງ. ​ເນື່ອງ​ໃນ​ໂອກາດ​ທີ່​ສົງຄາມ​ຕ້ານ​ຟັດ​ສິດ​ຂອງ​ໂລກ​ໄດ້​ຮັບ​​ໄຊ​ຊະນະ​ຄົບ​ຮອບ60​ປີ​ໃກ້​ຈະ​ວຽນມາ​ເຖິງ​ນີ້, ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງປະ​ເທດຈີນ​ປະຈຳ​ເຢຍລະ​ມັນ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ຫໍ​ພິພິທະ​ພັນ​ດັ່ງກ່າວ.

ຫໍພິ​ພິທະ​ພັນ​ຄານ​ສ໌ຮ​ອສ​ຕ໌ແບກ​ແລງ​ແມ່ນ​ຕຶກ​ນ້ອຍ​ຫຼັງຄາ​ແຫຼມ​ສອງຊັ້ນ, ​ສ້າງ​ຂຶ້ນ​ໃນ​ຊຸມ​ປີ30​ສະຕະວັດ​ທີ20, ປີ1994, ກອງ​ທະຫານ​ອະດີດ​ສະຫະ​ພາບ​ໂຊ​ວຽດປະຈຳ​ເຂດ​ຕາ​ເວັນ​ອອກ​ຂອງ​ເຢຍລະ​ມັນ​ໄດ້​ຖອນ​ອອກ​ຈາກ​ເຢຍລະ​ມັນ​ແລ້ວ, ທັງ​ສອງ​ປະ​ເທດ​ເຢຍລະ​ມັນ​ແລະ​ລັດ​ເຊຍ​ພ້ອມ​ກັນ​ຄຸ້ມ​ຄອງ​ຫໍພິພິ​ທະພັນ​ດັ່ງ​ກ່າວ. ດ້ວຍ​ເຫດ​ນີ້, ຫໍພິ​ພິທະ​ພັນ​ດັ່ງກ່າວ​ກໍ​ໄດ້​ກາຍ​ມາ​ເປັນ​ຫໍພິ​ພິທະ​ພັນ​ພຽງ​ແຫ່ງ​ດຽວ​ທີ່​ໃຫ້​ສອງ​ປະ​ເທດ​​ເຊິ່ງ​ເຄີຍ​ເປັນ​ສັດຕູ​ກັນ​ໃນ​ສົງ​ຄາມ​ພ້ອມ​ກັນ​ຄຸ້ມ​ຄອງ​ໃນ​ໂລກ​ປະຈຸ​ບັນ. ທ່ານ​ດອກ​ເຕີ​ປີ​ເຕີ ​ເຈນ ຫົວໜ້າ​ຫໍພິ​ພິທະ​ພັນ​ດັ່ງກ່າວ​ເວົ້າ​ວ່າ:

ພາຍ​ຫຼັງ​ສົງຄາມ​ເຢັນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ຄູ່​ຕໍ່​ສູ້​ໃນ​ເມື່ອ​ກ່ອນ​ໄດ້​ກາຍ​ເປັນ​ມາ​ເພື່ອນ​ມິດ​. ໃນ​ໄລຍະ​​ທີ່​ມືດ​ມົນ​ກວ່າ​ໝູ່​ໃນ​ປະຫວັດ​ສາດ​ຂອງ​ສອງ​ປະ​ເທດ--ອະ​ດີດ​ສະຫະ​ພາບ​ໂຊ​ວຽດກັບ​ເຢຍລະ​ມັນ​ລົບ​​ເລວ​ກັນ​ແຕ່​ປີ1941​ຫາ​ປີ1945, ຝ່າຍ​ສະຫະ​ພາບ​ໂຊ​ວຽດ​ມີຜູ້​ເສຍ​ຊີວິດ 25​ ລ້ານ​ຫາ30​ລ້ານ​ຄົນ, ​ຝ່າຍ​ເຢຍລະ​ມັນ​ມີ 6 ​ລ້ານ​ຫາ7​ລ້ານ​ຄົນ​ເສຍ​ຊີວິດ. ສອງ​ຝ່າຍ​ເລີ່​ມຮ່ວມ​ມື​ກັນ​, ຮ່ວມ​ກັນ​ສ້າງ​ຫໍພິ​ພິທະ​ພັນ​ແຫ່ງ​ນີ້​ເພື່ອ​ລະ​ລຶກສົງຄາມ​ດັ່ງກ່າວ.

ອີງ​ຕາມ​ໄລຍະ​ປະ​ຫວັດ​ສາດ, ​ເຂດ​ວາງສະ​ແດງ​ຢູ່ຊັ້ນ​ສອງ​ໄດ້​ແບ່ງ​ເປັນ​ເຂດ​ວາງສະ​ແດງ​ອອກ​ຕາມ​ຫົວ​ຂໍ້16​ແຫ່ງ, ​ແຕ່ລະ​ເຂດ​ວາງສະ​ແດງ​ອອກ​ລ້ວນ​ແຕ່​ໄດ້​ວາງສະ​ແດງ​ວັດຖຸ​ຕ່າງໆ​ເຊັ່ນ: ຮູບ​ພາບ, ຂໍ້​ມູນ​ປະຫວັດ​ສາດ​ແລະ​​ເອກະ​ສານ​ທີ່​ອຸດົມ​ສົມບູນ. ວັດຖຸ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ບັນທຶກ​ປະ​ຫວັດ​ສາດ​ທີ່​ແທ້​ຈິງ, ​ໂດຍ​ສະ​ເພາະ​ແມ່ນ​ໂທດ​ກຳ​ສົງຄາມ​ທີ່​ລະ​ເມີດ​ມະນຸດ​ສະທຳ​ຂອງ​ຟາດ​ສິດ​ແລະ​ນຳ​ເອົາ​ຄວາມ​ທຸກ​ທໍລະມານ​ແສນ​ສາ​ຫັດມາ​ໃຫ້ມວນ​ຊົນ​ຜູ້​ບໍ່​ມີ​ໂທດ​ຫຍັງ. ທ່ານ​ເຈນ​ໄດ້​​ຍົກ​ເອົາ​ເອກະ​ສານ​ສະບັບ​ໜຶ່ງ​​ເວົ້າຕໍ່​ນັກ​ຂ່າວ​ວ່າ, ມັນ​ໄດ້​ບັນທຶກ​ແຜນ​ການ​ຮຸກ​ຮານ​ສະບັບ​ໜຶ່ງ​ທີ່ສຳ​ນັກ​ກອງ​ບັນ​ຊາ​ການ​ໃຫຍ່​ຂອງ​ກອງທັບ​ເຢຍລະ​ມັນ​ວາງ​ອອກ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະພາ​ປີ1941. ທ່ານ​ເຈນ​ໄດ້​ອ່ານ​ເນື້ອ​ໃນຄົບ​ຖ້ວນ​ຂອງ​ເອກະ​ສານ​ວ່າ:

​ເອກະ​ສານ​ສະບັບ​ນີ້​ຂຽນ​ວ່າ: ​ພາຍ​ຫຼັງ​ສົງ​ຄາມ​ໄດ້​ດຳ​ເນີນ​ມາ​ເປັນ​​ປີ​ທີ3​ແລ້ວ, ມີ​ແຕ່​ຕົກ​ຢູ່​ໃນສະ​ພາບ​ທີ່​ອາ​ຫານ​ການ​ກິນ​ທັງ​ໝົດ​ຂອງ​ກອງ​ທະ​ຫານ​ເຢຍລະ​ມັນລ້ວນ​ແຕ່​ມາ​ຈາກ​ລັດ​ເຊຍ(ສ​ະຫະ​ພາບ​ໂຊ​ວຽດ)ນັ້ນ​ແລ້ວ, ສົງ​ຄາມ​ຈິ່ງ​ສາມາດ​ດຳ​ເນີນ​ຕໍ່​​ໄປ​ໄດ້. ​​ເປັນ​ທຳ​ມະ​ດາ​ແລ້ວ​ວ່າ, ຖ້າ​ພວກ​ເຮົາ​ປຸ້ນ​ເອົາ​​ເຄື່ອງ​ຂອງ​ປະຈຳ​ວັນ​ທັງ​ໝົດ​ຈາກ​ລັດ​ເຊຍ(​ສະຫະ​ພາບ​ໂຊ​ວຽດ), ລັດ​ເຊຍ(ສະ​ຫະ​ພາບ​ໂຊ​ວຽດ)ຈະ​ມີຫຼາຍ​ສິບ​ລ້ານ​ຄົນ​ອຶດ​ຕາຍ.

ຫ້ອງ​ໂຖ​ງຊັ້ນ​ໜຶ່ງ​ຂອງ​ຫໍພິ​ພິທະ​ພັນ​ແມ່ນ​ບ່ອນ​ທີ່​ກອງທັບ​ເຢຍລະ​ມັນ​ລົງ​ນາມ​ໃນ​ເອກະ​ສານ​ຍອມ​ຈຳນົນ​ແລະ​ຈັດ​ພິ​ທີ​ຍອມ​ຈຳນົນ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ​ນັ້ນ. ຕາມ​ເລົ່າລື​ກັນວ່າ, ​ເຄື່ອງ​ຂອງ​ໃນ​ຫ້ອງ​ໂຖ​ງແມ່ນ​ຮັກສາ​ໄວ້​ຄື​ເກົ່າ​ກັບ​ເມື່ອ​ຕອນ 60​ປີ​ກ່ອ່ນ. ຢູ່​ເທິງ​ໂຕະ​ທີ່​​​ໃກ້​ກັບຝາ​ໄດ້​ຕັ້ງ​ທຸງ​ຊາດ​ນ້ອຍ4​ຜືນ, ມັນ​ແມ່ນ​ທຸງ​ຊາດ​​ອັງກິດ, ສະຫະ​ພາບ​ໂຊ​ວຽດ, ອາ​ເມ​ລິ​ກາ​ແລະ​ຝຣັ່ງ, ຄາດ​ວ່າ​ຜູ້​ຕາງ​ໜ້າ​ຂອງ​ກອງ​ບັນຊາ​ການ​ກອງ​ທະຫານ​ເຢຍລະ​ມັນ​ແມ່ນ​ລົງ​ນາມ​ໃນ​ເອກະ​ສານ​ຍອມ​ຈຳນົນ​ຢູ່​ເທິງ​ໂຕະ​ນີ້.

​ໃນ​ຫໍພິ​ພິທະ​ພັນ, ນັກ​ຂ່າວ​ໄດ້​ພົບ​ພໍ້​ພໍ່​ເຖົ້າ​ຜູ້​ໜຶ່ງ​ທີ່​ຊື່ວ່າ​ໂດ​ເອີນ​​ເບີກ. ວັນ​ທີ8​ພຶດ​ສະພາ​ປີ1945, ກໍ​ແມ່ນ​ພໍ່​ເຖົ້າ​ຜູ້​ນີ້​ຮັບ​ພິດ​ຊອບ​ຂົນ​ສົ່ງ​​ເຄື່ອງ​ອັດສ​ຽງ​ເຂົ້າ​ຫ້ອງ​​ໂຖງທີ່​ຈັດ​ພິທີ​ຍອມ​ຈຳນົນ. ​ເມື່ອ​ເວົ້າ​ເຖິງ​ສະ​ພາບ​ກອງ​ທັບ​ເຢຍລະ​ມັນ​ລົງ​ນາມ​ໃນ​ເອກ​ສານ​ຍອມ​ຈຳນົນ​ເມື່ອ 60 ​ປີກ່ອນ, ພໍ່​ເຖົ້າ​ຜູ້​ນີ້​ກະ​ຕຸ້ນ​ໃຈ​ຫຼາຍ. ​ເພິ່ນ​ເວົ້າ​ວ່າ:

​ໃນ​ເວລາ​ນັ້ນ, ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມສຸກ​ທີ່​ສຸດ, ສົງຄາມ​ທີ່​ເປັນຕາ​ຢ້ານ​ບັ້ນ​ນີ້​ໄດ້​ສິ້ນ​ສຸດ​ລົງ​ໃນ​ທີ່​ສຸດ​​ແລ້ວ. ສົງ​ຄາມ​ສິ້ນ​ສຸດ​ລົງ​ກໍໝາຍ​ຄວາມ​ວ່າ​ຈະ​ບໍ່​ມີ​ການ​ຖິ້ມ​ລະ​ເບີດ​ແລະ​ຄົນ​ເສຍ​ຊີວິດ​ອີກ​ແລ້ວ, ນີ້​ແມ່ນ​ສຳຄັນ​ທີ່​ສຸດ.