ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-05 21:35:40    
ອີຣັກຜ່ານ​ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄາວ​ເລືອດ​ອີກ(ສຽງ)

cri Author: q

ຕາມ​ຂ່າວCRI,ວັນ​ທີ4​ພຶດສະພາ,ຊາວ​ອີຣັກ​ໄດ້​ຜ່ານ​ມື້ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄາວ​ເລືອດ​ອີກ​.​ໃນ​ມື້​ດຽວ​ກັນ,ຢູ່​ເອີ​ບິນ ​​ເທດສະບານ​ເຂດ​ເຄີ​ດປົກຄອງ​ຕົນ​ເອງ​ທີ່​​ໄກຈາກ​ແບກ​ແດດ​ໄປ​ທາງ​ທິດ​ເໜືອ​ປະມານ350​ກິ​ໂລ​ແມັດ,ຊາວ​ອີຣັກຜູ້​ໜຶ່ງ​ແກະ​ເບີດຕິດ​ຕົວ​ຢູ່​ນອກ​ບ່ອນ​ຮັບ​ສະ​ໝັກ​ຕຳ​ຫຼວດ​ແຫ່ງ​ໜຶ່ງ,​ຢ່າງ​ໜ້ອຍ​ເຮັດ​ໃຫ້60​ຄົນ​ຕາຍ,150ຄົນ​ບາດ​ເຈັບ.ນອກ​ນີ້,ການລະ​ເບີດ​ຍັງ​​ໄດ້​ທຳ​ລາຍ​ລົດຍົນ7​ຄັນ​ເປັນ​ຢ່າງ​ໜ້ອຍ,ສິ່ງ​ກໍ່ສ້າງ​ທີ່ຢູ່​ມໍ່​ບ່ອນ​ຮັບ​ສະ​ໝັກ​ຕຳ​ຫຼວດ​ກໍ​ຖືກ​ທຳລາຍ​ຢ່າງ​ໜັກ​ໜ່ວງ.​ນີ້​ແມ່ນ​ເຫດການ​ຫຼອນ​ໂຈມ​ຕີ​ທີ່​​ເໝັນ​ຄາວ​ເລືອດ​ກວ່າ​ໝູ່​ຢູ່​ ​ອີຣັກ​ແຕ່​ເດືອນ​ກຸມ​ພາ​ມາ​ນີ້.

ວັນ​ທີ4​ພຶດສະພາ,ກອງ​ທະຫານ​ອານ​ຊາ​ອານ​ຊຸນ​ນາ ​ເຊິ່ງ​ເປັນ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີຣັກ​ໄດ້ອອກ​ຖະ​ແຫຼ​ງການ​ໂດຍ​ຜ່ານ​ອິນ​ເຕີ​ເນັດ,ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ລາຍ​ນີ້.ອົງການ​ດັ່ງກ່າວ​ປະກາດ​ວ່າ,ການຫຼອນ​ໂຈມ​ຕີ​ຕົ້ນ​ຕໍ​ແມ່ນ​​ເພື່ອ​ແກ້​ແຄ້ນ​ຍ້ອນ​ວ່າ​ທະຫານ​ລາດ​ເຄີ​ດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາທີ່​ກວາດ​ລ້າງ​ກອງ​ປະກອບ​ອາວຸດ​ນິກາຍ​ຊຸນ​ນິດ​ທີ່ຕ້ານ​ອາ​ເມ​ລິ​ກາ​ຢູ່​ຟາ​ລູຈາ.ຖະ​ແຫຼ​ງການ​ຍັງ​ກ່າວ​ວ່າ,ກອງ​ທະຫານ​ອານ​ຊາ​ອານ​ຊຸນ​ນາຈະ​ກໍ່​ການຫຼອນ​ໂຈມ​ຕີ​ຫຼາຍ​ກວ່າ​ເກົ່າ​ຕໍ່​ຊາວ​ເຄີ​ດ​ໂດຍ​ສະ​ເພາະ​​ແມ່ນ​ພັກ​ປະຊາທິປະ​ໄຕ​ເຄີ​ດທີ່​ນຳ​ໂດຍ​ທ່ານ​ບາຣຊາ​ນີ.

ນອກ​ນີ້,​ໃນ​ມື້​ດຽວ​ກັນ,ປົດ​ກວດກາຂອງທະຫານ​ອີຣັກ​ແຫ່ງ​ໜຶ່ງ​ຢູ່​ແບກ​ແດດຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລົດ​ຍົນ​ລະ​ເບີດ​ແບບ​ສະ​ຫຼະຊີບ.ຢ່າງ​ໜ້ອຍ​ມີ​ທະຫານ​ອີຣັກ9ຄົນ​ຕາຍ,16ຄົນ​ບາດ​ເຈັບ.ຢູ່​ພາກ​ໃຕ້​ແບກ​ແດດ,ກອງລົດ​ລາດຕະ​ເວນ​ກອງ​ໜຶ່ງ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລົດ​ຍົນ​ລະ​ເບີດ,ມີ​ຊາວ​ອີຣັກ3ຄົນບາດ​ເຈັບ.

ແຕ່​ສະພາ​ຂ້າມ​ຜ່ານ​ອີຣັກຜ່ານ​ຮັບ​ຮອງ​ບັນຊີ​ລາຍ​ຊື່ສະມາຊິກ​ລັດຖະບານຊຸດ​ໃໝ່​ໃນ​ອາ​ທິດ​ທີ່​ແລ້ວ,ພວກ​ປະ​ກອບ​ອາ​ວຸດ​ຕ້ານ​ລັດຖະບານ​ອີຣັກ​ໄດ້​​ເປີດກະ​ແສ​ສູງ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຮອບ​ໃໝ່.​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ໃນ6​ມື້​ມາ​ນີ້​ໄດ້​ເຮັດ​ໃຫ້​ເກືອບ​200​ຄົນ​ຕາຍ,ກອງ​ທະຫານ​ຕຳຫຼວດ​ອີຣັກ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ຊາວ​ເຄີດ​ກາຍ​ເປັນ​ເປົ້າ​ໝາຍຕົ້ນຕໍ​ທີ່​ຖືກ​ຫຼອນ​ໂຈມ​ຕີ​.

ສື່​ມວນ​ຊົນ​ອາ​ລັບ​ເຫັນ​ວ່າ,ອົງການ​ປະກອບ​ອາວຸດ​ອີຣັກ ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ດັ່ງກ່າວ, ແມ່ນ​ເພື່ອ​ກີດຂວາງ​ຂະ​ບວນວິວັດ​ ​ການ​ເມືອງ​ຂອງ​ອີຣັກ,​ໂຈມ​ຕີ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ລັດຖະບານ​ຊຸດ​ໃໝ່​ທີ່​ນຳ​ໂດຍ​ທ່ານ​ຈາ​ຟາ​ລີ,ທຳລາຍ​ສະພາບ​​ແວດ​ລ້ອມ​ຄວາມ​ປອດ​ໄພ.

1  2