|
![](/images/spacer.gif) |
(GMT+08:00)
2005-05-06 21:09:52
|
![](/images/shim.gif) |
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນກັບຈີນ ຍີ່ປຸ່ນ ສ.ເກົາຫຼີຈັດຂຶ້ນຢູ່ຍີ່ປຸ່ນ
cri
Author: da
![]( /mmsource/images/2005/05/08/d1.jpg)
ຕາມຂ່າວCRI: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນກັບຈີນ ຍີ່ປຸ່ນ ສ.ເກົາຫຼີໄດ້ຈັດຂຶ້ນຢູ່ກຽວໂຕແຫ່ງຍີ່ປຸ່ນໃນວັນທີ 6 ພຶດສະພາ.ກອງປະຊຸມໄດ້ຫາລືກັນກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບຈີນ ຍີ່ປຸ່ນ ສ.ເກົາຫຼີ ແລະກອງປະຊຸມສຸດຍອດອາຊີຕາເວັນອອກເປັນຕົ້ນ.
![]( /mmsource/images/2005/05/08/d2.jpg)
ໃນກອງປະຊຸມ ທ່ານຫຼີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນໄດ້ກ່າວຄຳປາໄສຊີ້ອອກວ່າ,ໂດຍຜ່ານການຮ່ວມມື 10 ບວກ 3,ຜົນປະໂຫຍດຮ່ວມຂອງປະເທດອາຊີຕາເວັນອອກເພີ່ມຂຶ້ນ,ຄວາມຮັບຮູ້ຄືກັນແລະກຳລັງໜ່ຽງເຂົ້າເປັນອັນດຽວກັນກໍສູງຂຶ້ນ,ທັດສະນະຄະຕິແຫ່ງຄວາມສາມັກຄີ ການຊ່ອຍເຫຼືອກັນແລະໄດ້ຮັບຜົນນຳກັນໄດ້ລົງເລິກໃນໃຈຄົນ.ການຮັກສາທ່ວງທ່າຮ່ວມມື 10 ບວກ 3 ສອດຄ່ອງກັບຜົນປະໂຫຍດຂອງທຸກຝ່າຍ,ຝ່າຍຈີນຍິນດີພ້ອມກັບບັນດາຝ່າຍ ສືບຕໍ່ຊຸກຍູ້ການຮ່ວມມືດັ່ງກ່າວໃຫ້ມີຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.
![]( /mmsource/images/2005/05/08/d3.jpg)
ກ່ຽວກັບກອງປະຊຸມສຸດຍອດອາຊີຕາເວັນອອກ,ທ່ານຫຼີຈ້າວຊິງເວົ້າວ່າ,ຝ່າຍຈີນສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດຕົ້ນຕໍ.ກອງປະຊຸມສຸດຍອດອາຊີຕາເວັນອອກຄວນມີຜົນດີຕໍ່ຄວາມສາມັກຄີຂອງປະເທດອາຊີຕາເວັນອອກ,ມີຜົນດີຕໍ່ການຊຸກຍູ້ຂະບວນວິວັດຮ່ວມມື 10 ບວກ 3,ແລະມີຜົນດີຕໍ່ການພັດທະນາພ້ອມກັນຂອງອາຊີຕາເວັນອອກກັບພາກພື້ນອື່ນໃນໂລກ.
|
|
|