ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-07 17:16:33    
ອີຣັກ​ເກີດ​ເຫດ​ການ​ລະ​ເບີດ​ເລື້ອຍໆ ​ມີ​80​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: q
ຕາມ​ຂ່າວCRI,ວັນ​ທີ6​ພຶດສະພາ,ຢູ່ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ​ຫຼາຍ​​ເທື່ອ,​ເຮັດ​ໃຫ້80​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ.

ຕອນ​ບ່າຍ​ວັນ​ທີ6​ພຶດສະພາ,ຢູ່​ຕະຫຼາດ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ນ້ອຍຊູ​ໄວ​ລາ​ທີ່​ຈາກ​ແບກ​ແດດ​ໄປ​ທິດ​ໃຕ້​ປະມານ50​ກິ​ໂລ​ແມັດ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດ​ແບບ​ສະຫຼະ​ຊີບ,ຢ່າງ​ໜ້ອຍ​ເຮັດ​ໃຫ້​22​ຄົນ​ຕາຍ,40ກວ່າ​ຄົນ​ບາດ​​ເຈັບ.

ນອກ​ນີ້,ຕອນ​ເຊົ້າ​ມື້​ດຽວ​ກັນ,ຢູ່ປົດ​ກວດກາ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຕີ​ຄຼິດ,ລົດ​ເມ​ຄັນ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຕຳ​ຫຼວດຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລົດຍົນ​ລະ​ເບີດ​ແບບ​ສະຫຼະ​ຊີບ,​ຢ່າງ​ໜ້ອຍ​ເຮັດ​ໃຫ້​ຕຳ​ຫຼວດ​7​ຄົນ​ຕາຍ, ອີກ4​ຄົນ​ບາດ​​ເຈັບ.​ໃນ​ມື້​ດຽວ​ກັນ,ຢູ່​ໂມ​ຊຸນ​ເມືອງ​ສຳ​ຄັນ​ພາກ​ເໜືອ​ອີ​ຣັກ​ກໍ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດ​​ເທື່ອ​ໜຶ່ງ,​ເຮັດ​ໃຫ້​ຕຳຫຼວດ​ພິ​ເສດ​ຕາຍ​4​ຄົນ​,ບາດ​ເຈັບ5​ຄົນ.

ມື້​ດຽວ​ກັນ,​​ໂທລະພາບ​ອານ​ຈາ​ຊີ​ລາ​ໄດ້​ສາຍ​ວີ​ດີ​ໂອ​ມ້ວນໜຶ່ງ,​​ໃຫ້​ຮູ້​ວ່າ​ວ່າ,​ຢູ່​ອີ​ຣັກ​,ມີ​ຄົນ​ຊອກ​ດາ​ນີ6​ຄົນຖືກ​ອົງການ​ໜຶ່ງ​ທີ່​ຊື່ວ່າ​ກອງ​ພົນ​ອານ​ບາ​ລາ ບິນ ມາ​ລິກ ລັກ​ພາ​ຕົວ.