ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 13:34:24    
ນາງ​ຫວັງ​ມານ​ລີ ນັກ​ກິລາ​ໄຕ່​ສະ​ເກັດ​ຄວາມ​ໄວ​ຂອງ​ຈີນ​​ແນ​ໃສ່​ຫຼຽນ​ຄຳ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ(ສຽງ)

cri Author: lm

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເມື່ອ​ເວົ້າ​ເຖິງ​ກິລາ​ໄຕ່ສະ​ເກດ​ແລະ​ແລ່ນ​ສະ​ກີ​ຂອງ​ຈີນ​ແລ້ວ, ກ່ອນ​ອື່ນ​ໝົດ, ຄົນ​ທັງຫຼາຍມັກ​ຈະ​ຄິດ​ເຖິງ​ນາງ​ຢາງ​ຢາງ ນັກ​ກິລາຈີນຜູ່​ທຳ​ອິດ​ທີ່​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ແລະ​ນາງ​ເຊິ​ນ​ແຊກັບ​ທ້າວ​ຈາວ​ຫົງ​ປໍ ​ແຊມ​ປຽນ​ໂລກ​ຄູ່​ທຳ​ອິດຂອງ​ຈີນ​ໃນ​ການ​ແຂ່ງຂັນ​ໄຕ່ສະ​ເກັດ​ລວດລາຍ​ແບບ​ຍິງ​ຊາຍປະສົມ. ທີ່​ຈິງ​ແລ້ວ, ນອກ​ຈາກ​ນັກ​ກິລາ​ທີ່​ມີ​ຊື່ສ​ຽງດັ່ງກ່າວ​ແລ້ວ, ຍັງ​ມີ​ນັກ​ກິລາ​ຜູ່​ໜຶ່ງ​ຂອງ​ຈີນບໍ່​ມີ​ຊື່ສ​ຽງປານ​ໃດ ກໍ່​ແມ່ນ​ນາງ​ຫວັງ​ມານ​ລີ ​ລາວຈະ​ສູ້​ຊົນ​ຊິງ​ເອົາຫຼຽນຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງຕູ​ແຣງ​​ແຫ່ງ​ອີ​ຕາ​ລີໃນ​ປີ​ໜ້າ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສ​ຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ນາງ​ຫວັງ​ມານ​ລີ ນັກ​ກິລາ​ໄຕ່ສະ​ເກັດ​ຄວາມ​ໄວ​ຂອງ​ຈີນ​ແນໃສ່ຫຼຽນຄຳ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ.

​ເນື່ອງ​ຈາກ​ກິລາ​ໄຕ່ສະ​ເກັດ​ແລະ​ແລ່ນ​ສະ​ກີ​ຕ້ອງ​ລົງທຶນຫຼາຍ, ສະນັ້ນ ຢູ່​ຈີນ ກິລາ​ຊະນິດ​ນີ້​ຈຶ່ງ​ບໍ່​ໄດ້​​ເຜີຍ​ແຜ່​​ໂດຍທົ່ວ​ເຖິງ​ກັນ​ເໝືອນ​​ປິ່ງ​ປ່ອງ​ແລະ​ດອກ​ປີກ​ໄກ່. ​ແຕ່​ໃນຫຼາຍປີ​ມາ​ນີ້, ກິລາ​ໄຕ່ສະ​ເກັດ​ແລະ​ແລ່ນ​ສະ​ກີ​ຂອງ​ຈີນ​ກໍ່​ມີ​ຄວາມ​ກ້າວໜ້າຫຼາຍ. ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ລະດູ​ໜາວ​​ເມືອງ​ຊອນ​ທ໌​ເລັກອາ​ເມ​ລິ​ກາປີ 2002, ນັກ​ກິລາ​ໄຕ່ສະ​ເກັດຄວາມໄວ​ຈີນ​ເຊິ່ງ​ແມ່ນ​ນາງ​ຢາງ​ຢາງ​ເປັນ​ຕົວ​ແທນ​ຊິງ​ໄດ້ຫຼຽນຄຳ​ຊຶ່ງ​ເປັນຫຼຽນທຳ​ອິດ​ໃນ​ປະຫວັດສາດ​ທີ່​ຈີນ​ໄດ້​ຮັບໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​. ສ່ວນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງ​ທີ 20 ຈະ​ຈັດ​ຂຶ້ນຢູ່​ຕູ​ແຣງ​ແຫ່ງ​ອີ​ຕາ​ລີ​ໃນຕົ້ນປີ 2006, ນາງ​ຫວັງ​ມານ​ລີ​ ນັກ​ກິລາ​ໄຕ່ສະ​ເກັດ​ຄວາມໄວ​ທີ່​ອາຍຸ 31 ປີ​ຂອງ​ຈີນຖືກ​ຖື​ວ່າ​ມີ​ຫວັງ​ຊິງ​ໄດ້ຫຼຽນຄຳ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ອີກຫຼຽນໜຶ່ງ​ໃຫ້​ຈີນ.

​ໃນ​ງານ​ແຂ່ງຂັນ​ໄຕ່ສະ​ເກັດ​ຄວາມ​ໄວ​ຊິງ​ຂັນ​ໂລກ​ຕ່າງ​ໆໃນ​ລະດູ​ການ​ແຂ່ງຂັນ​ເທື່ອ​ນີ້, ນາງ​ຫວັງ​ມານ​ລີ​ຊິງ​ໄດ້​ແຊມ​ປຽນ​ 4 ນັດ, ​ທັງ​ຊິງ​ໄດ້​​ແຊມ​ປຽນ​ລວມ​ໃນບັ້ນ​ສຸດ​ທ້າຍ. ​ໃນ​ການ​ແຂ່ງຂັນ​ໄຕ່ສະ​ເກັດຄວາມໄວ​ໃນ​ງານ​ກິ​ລາ​​ແຫ່ງ​ຊາດ​ຈີນຄັ້ງ​ທີ 10 ທີ່​ສິ້ນ​ສຸດ​ລົງ​ຫວ່າງ​ມໍ່ໆ​ນີ້, ນາງ​ຫວັງ​ມານ​ລີ​ຊິງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ເກັ່ງຮອບດ້ານ​ເພດ​ຍິງ.

ຊີວິດການ​ກິລາ​ຂອງ​ນາງ​ຫວັງ​ມານ​ລີ​ບໍ່​​ສະດວກ​ປານ​ໃດ, ​ໃນ​ໄລຍະ​ຕົ້ນ ນາງ​ເສຍ​ໄຊ​ເລື້ອຍໆ ​ເລີຍ​ຢາກ​ເຊົາ. ພັນ​ລະ​ຍາ​ຂອງທ່ານ​ເຊ​ທຽນ​ເອິນ ຄູ​ຝຶກ​ຂອງ​ນາງ​ແມ່ນ​ຄູ​ຝຶກ​ໄຕ່ສະ​ເກັດ​ຄວາມໄວ​ຂອງ​ໂຮງຮຽນ​ສະໝັກຫຼິ້ນ, 20 ປີກ່ອນ, ນາງ​ໄດ້​ສະ​ເໜີ​ນາງ​ຫວັງ​ມານ​ລີ​​ໄປ​ຝຶກ​ຢູ່​ທີ​ມ ອາຊີບທີ່​ຜົວ​ເປັນ​ຄູ​ຝຶກ. ​ແຕ່​ທ່ານເຊ​ທຽນ​ເອີນ​ພັດ​ໄດ້​ເຫັນ​ວ່າ, ​ໃນ​ນັກ​ກິລາ 9 ຄົນ​ທີ່​ຢູ່​ທີ​ມດຽວ​ກັນ, ລະດັບ​ຂອງນາງ​ຫວັງ​ມານ​ລີຕ່ຳ​ກວ່າ​ໝູ່, ສະນັ້ນຈຶ່ງ​ໃຫ້​ນາງ​ກັບ​ຄືນ​ໂຮງຮຽນ​ສະໝັກຫຼີ້ນ. ​​ເວລາ​ນີ້ ນາງ​ຫວັງ​ມາ​ນລີ​​ເລີຍ​ມີ​ແນວ​ຄິດ​ຢາກ​ເຊົາ, ​ແຕ່​ໃນ​ທີ່​ສຸດ, ​ເມື່ອ​ໄດ້​ຝຶກ​ແອບ​ຢ່າງ​ລຳບາກ​ກາກ​ກຳ​ເປັນ​ເວລາ​ສອງ​ເດືອນ​ແລ້ວ, ນາງ​ຫວັງ​ມານ​ລີ​ໄດ້​ກັບ​ຄືນ​ທີ​ມອາຊີບອີກ. ​ເມື່ອ​ຫວນ​ຄືນ​ເຖິງ​ປະສົບ​ການ​ດັ່ງກ່າວ​ແລະ​ເປັນ​ຫຍັງ​ຈຶ່ງ​ຍຶດ​ໝັ້ນ​ຝຶກ​ແອບ​ການ​ໄຕ່ສະ​ເກັດ​ນັ້ນ, ນາງ​ຫວັງ​ມານ​ລີ​ເວົ້າວ່າ: ​ໃນ​ຄາວ​ນັ້ນ ຄູ​ຝຶກ​ໄປ​ຄັດ​ເລືອກ​ນັກ​ກິລາ, ​ໄດ້​ເຫັນຮ່າງກາຍ​ຂອງຂ້າ​ພະ​ເຈົ້າ​ເໝາະ​ສົມ ​ເລີຍ​ໄດ້​ເລືອກ​ເອົາ​ຂ້າ​ພະ​ເຈົ້າ. ​ເມື່ອ​ຝຶກ​​ແອບ​ຄັ້ງທຳ​ອິດ ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ບໍ່​ດີ​ປານ​ໃດ. ​ແຕ່​​ໃນ​ຍາມ​ຍັງ​ນ້ອຍ, ພໍ່ກໍ່​ບອກ​ຂ້າພະ​ເຈົ້າວ່າ ​ເຮັດ​ຫຍັງ​ກໍ່ຕ້ອງ​ຍຶດໝັ້ນພະຍາຍາມ​ຈົນ​​ເຖິງ​ທີ່​ສຸດ. ສະ​ນັ້ນ ຂ້າ​ພະ​ເຈົ້າຕ້ອງ​ຍຶດໝັ້ນພະຍາຍາມຈົນ​​ເຖິ​ງທີ່​ສຸດ​.

​ໃນ​ຊີວິດ​ປະຈຳ​ວັນ, ນາງ​ຫວັງ​ມານ​ລີ​ມີ​ນິດ​ໄສ​ອ່ອນ​ໂຍນ, ​ແຕ່​​ເມື່ອລົງ​ສະໜາມ​ໄຕ່ສະ​ເກັດ​ແລ້ວ, ນາງ​ຄື​ວ່າ​ເປັນ​ຄົນລະ​ຄົນ​ເລີ​ຍ, ມີ​ໃຈ​ບໍ່​ຍອມ​ເສຍ​ໂດຍ​ຕະຫຼອດ. ທ່ານ​ເຊ​ທຽນ​ເອິນ ຄູ​ຝຶກ​ຂອງ​ນາງ​ຫວັງ​ມານ​ລີ​ເຄີຍ​ເປັນ​ນັກ​ກິລາ​ໄຕ່ສະ​ເກັດ​ຄວາມ​ໄວ, ​ແຕ່​ໃນ​ໄລຍະ​ຕົ້ນທີ່​ສອນ​ນາງ​ຫວັງ​ມານ​ລີ​ນັ້ນ, ທ່ານ​ບໍ່​ໄດ້​ຊ່ອຍ​ນາງ​ຫວັງ​ມານ​ລີ​​ໃຫ້ໄດ້​ຮັບ​ຜົນ​ເກັ່ງ. ພາຍຫຼັງມາ, ທ່ານ​ໄດ້​ໃຊ້​ເວລາ​ສອງ​ເດືອນ​ເຕັມໆ, ພ້ອມ​ກັນ​ກັບ​ນາງ​ຫວັງ​ມານ​ລີ​ຄົ້ນຄວ້າ​ແຜນ​ຝຶກ​ແອບ ການບັນທຶກ​ສະພາບການ​ຝຶກ​ແອບຊູ່​ມື້​ ວີ​ດີ​ໂອ​ເຕັກນິກ​ແລະ​ອື່ນໆ, ​ແລະ​​ໄດ້​ວາງ​ແຜນຝຶກ​​ແອບ​ຄົບ​ຊຸດ​​ຕາມ​ນິດ​​ໄສ​ຂອງ​ນາງ​ຫວັງ​ມານ​ລີ. ​ພາຍຫຼັງປະຕິບັດ​ຕາມ​ແຜນ​ຝຶກ​​ແອບສະບັບ​ໃໝ່​ແລ້ວ, ຜົນງານຂອງນາງ​ຫວັງ​ມານ​ລີ​​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ໄວ​ພະລັນ​. ທ່ານ​ເຊ​ທຽນ​ເອິນ​ເຫັນ​ວ່າ, ການ​ທີ່​ນາງ​ໄດ້​ຮັບ​ຜົນ​ນັ້ນແມ່ນ​​ແຍກ​ອອກ​ຈາກ​ຄວາມ​ພະຍາຍາມ​ຂອງ​ທ່ານ​ເອງ​ບໍ່​ໄດ້​, ​ແຕ່​ນິ​ດ​ໄສ​ຂອງ​ນາງ​ຫວັງ​ມານ​ລີ​ແມ່ນ​ປັດ​ໄຈ​ສຳ​ຄັນ​ກວ່າ. ທ່ານ​ເວົ້າວ່າ: ນາງ​ຫວັງ​ມານ​ລີ​ມີ​ບຸກຄະ​ລິກໝັ້ນໜຽວ​ທົນ​ທານ. ຂ້າພະ​ເຈົ້າ​ໄດ້​ສອນ​ນັກ​ກິ​ລາ​ມາຫຼາຍຄົນ​ແລ້ວ, ນິດ​ໄສ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ອ່ອນ​ໂຍນເໝືອນ​ແບ້, ຄູ​ຝຶກ​ໃຫ້​ຝຶກ​ອັນ​ໃດ​ເຂົາ​ກໍ່​ຝຶກ​ອັນ​ນັ້ນ, ​​ແນ່ນອນ​ຈະ​ສ້າງ​ຜົນງານ​ນີ້​ບໍ່​ໄດ້. ສ່ວນນາງ​ຫວັງ​ມານ​ລີ​ມີ​ບຸກ​ຄະ​ລິກຕ່າງ​ກັບໝູ່, ທະ​ແນມ​ແຕ່​ນາງ​ມີ​ຄວາມ​ເຫັນ​ຕ່າງ​ກັນ​ໃນ​ດ້ານ​ການ​ຝຶກ​ແອບ​ແລະ​ເຕັກ​ນິກ, ນາງ​ກໍ່​ຍຶດໝັ້ນທັດສະນະ​ຂອງ​ຕົນ​, ນິດ​ໄສ​ແບບນີ້​ກໍ່​ຊ່ອຍ​ໃຫ້​ນາງ​ໄດ້​ຮັບ​ຜົນ​ງານ​ດີ. ​ໃນ​ການ​ແຂ່ງຂັນ​ລະດັບ​ໂລກ, ​ເຖິງ​ວ່າ​ເສຍ​ໄ​ຊນາງ​ກໍ່​ບໍ່​ຍອມທໍ້ຖອຍ, ທັງ​ນີ້​ລ້ວນ​ແຕ່​ໄດ້​ພົວ​ພັນ​ເຖິງນິດ​ໄສຂອງ​ນາງ​ໂດຍ​ກົງ. ​ໃນ​ງານ​ແຂ່ງຂັນ​ນຶກ​ສຶກສາຊິງ​ຊະ​ນະ​ເລີດ​ໂລກ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ບໍ່​ດົນ​ນີ້, ນາງ​ໄດ້​ເສຍ​ໄຊ​ໃນ​ການ​ແຂ່ງຂັນ​ປະ​ເພດທຳ​ອິດ, ຄົນ​ທີ່​ມີ​ນິດ​ໄສ​ທຳ​ມະ​ດານັ້ນ ອາດ​ຈະ​ຍອມ​ແລ້ວ, ​ແຕ່​ນາງ​ຫວັງ​ມານ​ລີ​ພັດ​ຍັງ​ພະຍາ​ຍາມ​ສູ້​ຊົນ​ຕໍ່​ໄປ, ​ໃນ​ທີ່​ສຸດ​ນາງ​ໄດ້​ຮັບ​ຜົນງານ​ລວມເປັນ​ທີ​ໜຶ່ງ.

ຢາກ​ຊິງ​ໄດ້​ແຊມ​ປຽນ​ໂລກ​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ, ​ໃນ​ໄລຍະ​​​ນີ້, ນາງ​ຫວັງ​ມານ​ລີ​ໄດ້​ຮັບ​ການຊ່ອຍ​ເຫຼືອຢ່າງຫຼວງຫຼາຍ. ຄອບຄົວ​​ແລະ​ພໍ່​ແມ່ຂອງ​ນາງ​ໄດ້​ສະໜັບສະໜູນ​​ນາງຢ່າງ​ບໍ່​ລັງ​ເລ​ໃຈ​ຈັກ​ເມັດ. ນາງ​ຫວັງ​ມານ​ລີ​ເວົ້າຢ່າງ​​ເປີດ​ອົກ​ເປີດ​ໃຈ​ວ່າ, ຄອບຄົວ​ແລະ​ຄູ​ຝຶກ​ໄດ້​ເອົາ​ໃຈ​ໃສ່​ແລະ​ຊ່ອຍ​ເຫຼືອນາງເຕີບ​ໂຕ​ເປັນ​ກ້າວໆ, ​ໃນ​ທີ່​ສຸດ​ຍັງ​ຊິງ​ໄດ້​ແຊມ​ປຽນ​ໂລກ. ນາງ​ຫວັງ​ຊິງ​ໄດ້ຫຼຽນຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໜາວ ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ຄອບຄົວ​ແລະ​ຄູ​ຝຶກ, ​ແລະ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ເອງ​ທີ່​ມີ​ມາ​ແຕ່​ດົນ​ນານ​ນັ້ນປະກົດ​ຜົນ​ເປັນ​ຈິງ. ນາງ​ເວົ້າວ່າ: ພໍ່​ແລະ​ແມ່​ລ້ວນ​ແຕ່​ສະໜັບສະໜູນ​ຂ້າພະ​ເຈົ້າ​ເປັນ​ພິເສດ, ​ເຫັນ​ວ່າ​ຂ້າພະ​ເຈົ້າ​ແມ່ນ​ລູກ​ຜູ່ໜຶ່ງທີ່​ໄດ້ຜົນ​ສຳ​ເລັດຫຼາຍທີ່​ສຸດ. ທະ​ແນມ​​ແຕ່ມີ​ການ​ແຂ່ງຂັນທີ່​ຂ້າພະ​ເຈົ້າ​ເຂົ້າຮ່ວມ, ພໍ່​ແລະ​ແມ່​ຂອງ​ຂ້າພະ​ເຈົ້າກໍ່​ຈະ​​ເບິ່ງ​ໂທລະພາບ​​ເປັນ​ປະຈຳ. ສະນັ້ນ, ຂ້າພະ​ເຈົ້າຄວນ​ມີ​ການສະ​ແດງ​ທີ່​ດີກ​ວ່າ​ເກົ່າ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່. ຂ້າພະ​ເຈົ້າ​ເຫັນ​ວ່າ​ຄູຝຶກ​ກໍ່​ໄດ້​ຊ່ອຍ​ເຫຼືອຂ້າພະ​ເຈົ້າ​ໃນ​ທຸກ​ດ້ານ, ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຈາກ​ເດັກ​ໄຮ້​ດຽງສາ​ເຕີບ​ໂຕ​ເປັນ​ແຊມ​ປຽນ​ໂລກ. ຂ້າພະ​ເຈົ້າຫວັງ​ຢ່າງ​ແຮງ​ກ້າ​ໂດຍ​ຕະ​ຫຼອດ​ໄປ​ຊິງ​ເອົາຫຼຽນ ​ໃນ​ງານ​ກິລາ​ໂອ ລິ​ມປິກ, ນີ້​ແມ່ນ​ຄວາມ​ຝັນ​ຂອງ​ຂ້າພະ​ເຈົ້າທີ່​ມີ​ມາ​​ແຕ່​ຍັງ​ນ້ອຍ.

ນາງ​ຫວັງ​ມານ​ລີ​​ອາຍຸ 31 ປີ​​ແລ້ວ ມໍ່​ຈະ​ໝົດ​ຊີວິດ​ກິລາ​, ນາງ​​ເປັນ​ຄົນມັກຮັກ​ກິລາ​ໄຕ່ສະ​ເກັດ​ທີ່​ສຸດ ຫວັງວ່າ​ຈະ​ເຮັດ​ວຽກ​ເປັນ​ຄູ​ຝຶກຫຼືມີ​ອາຊີບ​ທີ່​ກ່ຽວຂ້ອງ​ກັບ​ກິລາ​ໄຕ່ສະ​ເກັດ​ແລະ​ແລ່ນ​ສະ​ກີ​ພາຍຫຼັງອອກ​ການ​ແລ້ວ, ​ເພື່ອຖ່າຍ​ທອດ​ບົດຮຽນ​ຂອງ​ຕົນ​ໃຫ້​ນັກ​ກິລາ​ໜຸ່ມ, ຊ່ອຍ​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນສຳ​ເລັດຫຼາຍກວ່າຕົນ.