|
|
(GMT+08:00)
2005-05-09 14:26:56
|
|
ການປະດິດສ້າງດາວທຽມ
cri
Author: da
ແຕ່ບູຮານນະການມານີ້,ມວນມະນຸດໄດ້ຊອກຄົ້ນຄວາມເລິກລັບຂອງອະວະກາດຕະຫຼອດມາ,ໂດຍສະເພາະແມ່ນຢາກບິນຂຶ້ນໄປເຫາະເຫີນຢູ່ອະວະກາດຈັກບາດ,ຈາກລູກສອນໄຟໃນສະໄຫມບູຮານຮອດສາມກົດເກນໃຫຍ່ຂອງທ່ານນິວເຕີນ ຈາກທິດສະດີລູກສອນໄຟຍານສົ່ງຫຼາຍຖ້ານຂອງທ່ານໂອຄົຟສະກີ ຮອດທ່ານບຼອນຄົ້ນຄວ້າເຮັດລູກສອນໄຟຍານສົ່ງ V2,ເມື່ອໄດ້ບາກບັ່ນສູ້ຊົນຢ່າງບໍ່ລົດລະມາຫຼາຍເຊັ່ນຄົນແລ້ວ,ອະວະກາດທີ່ກວ້າງໃຫຍ່ໄພສານໄດ້ຕ້ອນຮັບສັງກາດໃຫມ່ທີ່ບໍ່ເຄີຍມີມາກ່ອນ.
ວັນທີ 4 ຕຸລາປີ 1957,ຢູ່ສູນການບິນອະວະກາດໄບໄຄນູນ ຂອງສະຫະພາບໂຊວຽດ,ທ້ອງຟ້າປອດໂປ່ງ,ຢູ່ຕາຂ່າຍຍິງສົ່ງດາວທຽມ,ໄດ້ມີລູກສອນໄຟຍານສົ່ງຂະຫນາດໃຫຍ່ລູກຫນຶ່ງ,ຕັ້ງຢູ່ຫົວລູກສອນໄຟຍານສົ່ງໄດ້ຕິດຕັ້ງດາວທຽມສະປຸດນິກ ເລກຫນຶ່ງທີ່ເປັນຮູບກົມມີອັງແຕນແບບພັບໄດ້ 4 ອັນ,ຄຽງຄູ່ກັບສຽງດັງສະຫນັ່ນຂອງເຄື່ອງໂມເຕີລູກສອນໄຟຍານສົ່ງ,ລູກສອນໄຟຍານສົ່ງໄດ້ພຸ່ງຂຶ້ນສູ່ທ້ອງຟ້າ,ແລະຫັບຫາຍໄປຈົນບໍ່ເຫັນສົ້ນພາຍໃນເວລາບໍ່ຮອດ 2 ນາທີ,ດາວທຽມຫນ່ວຍທຳອິດໃນໂລກໄດ້ຍິງສົ່ງຢ່າງສຳເລັດຜົນ.
ຂ່າວດັ່ງກ່າວໄດ້ຊ່າລືໄປທົ່ວໂລກຢ່າງວ່ອງໄວ,ບັນດາປະເທດພາກັນຕື່ນຕົກໃຈ,ດາວນ້ອຍໆຫນ່ວຍນີ້ຢູ່ເທິງອະວະກາດພຽງແຕ່ 92 ມື້ທໍ່ນັ້ນ,ແຕ່ມັນພັດໄດ້ຊຸກຍູ້ທົ່ວຫນ່ວຍໂລກ,ຊຸກຍູ້ບາດກ້າວເຕັກນິກອະວະກາດຂອງບັນດາປະເທດໃຫ້ພັດທະນາ.
ການຍິງສົ່ງດາວທຽມຫນ່ວຍທຳອິດໃນໂລກຢ່າງສະເລັດຜົນໄດ້ເກີດຜົນສະທ້ອນອັນມະຫາສານໃນໂລກ,ມັນໄດ້ເສີມຂະຫຍາຍບົດບາດອັນຕັ້ງຫນ້າທີ່ຊຸກຍູ້ວຽກງານຄົ້ນຄວ້າເຮັດລູກສອນໄຟຍານສົ່ງແລະເຮືອເຫາະຈັກກະວານຂອງຫຼາຍປະເທດ,ວັນທີ 31 ມັງກອນປີ 1958,ດາວທຽມEXPL0RER ເລກຫນຶ່ງ,ດາວທຽມຫນ່ວຍທຳອິດຂອງອາເມລິກາໄດ້ຖືກຍິງສົ່ງຂຶ້ນສູ່ທ້ອງຟ້າ.ຫລັງຈາກນັ້ນ,ຝຼັ່ງ ຍີ່ປຸ່ນ ຈີນແລະອັງກິດຕ່າງໄດ້ຍິງສົ່ງດາວທຽມຂອງຕົນ,ຕາມສະຖິຕິ,ປະຈຸບັນ,ມວນມະນຸດໄດ້ຄົ້ນຄວ້າແລະຍິງສົ່ງດາວທຽມຊະນິດຕ່າງໆ 4800 ກວ່າຫນ່ວຍ,ຈຸດປະສົງຕົ້ນຕໍຂອງຄົນທັງຫຼາຍແມ່ນນຳໃຊ້ດາວທຽມໄປບຸກເບີກຊັບພະຍາກອນຢູ່ບ່ອນສູງບ່ອນໄກເທິງອະວະກາດ.
ຈາກນີ້ກໍເຫັນໄດ້ງ່າຍໆວ່າ,ໃຊ້ດາວທຽມມາສັງເກດຢັ່ງແທກດາວບໍ່ຖືກຊັ້ນອາກາດຫນາກີດຂວາງຮັບເອົາການແຜ່ລັງສີຄື້ນແມ່ເຫຼັກໄຟຟ້າທັງຫມົດຂອງດາວດາລາ, ບັນລຸການສັງເກດດາລາສາດໃນຄື້ນທັງຫມົດ,ດາວທຽມບິນໄວຫຼາຍ,ມື້ຫນຶ່ງສາມາດບິນອ້ອມຫນ່ວຍໂລກຫຼາຍຮອບຫຼືສິບກວ່າຮອບ,ສາມາດຮັບເອົາຂໍ້ມູນຂ່າວສານຫຼວງຫຼາຍຂອງຫນ່ວຍໂລກຢ່າງວ່ອງໄວ,ນີ້ແມ່ນການສຳຫຼວດທາງຫນ້າດິນແລະການຖ່າຍຮູບໃນຍົນທຽບບໍ່ໄດ້.ດາວທຽມແມ່ນບິນຢູ່ເທິງອະວະກາດສູງຫຼາຍຮ້ອຍກິໂລແມັດຂຶ້ນໄປ,ບໍ່ຖືກຈຳກັດໃນດ້ານດິນແດນ,ນ່ານຟ້າ,ພູມີພາກແລະເງື່ອນໄຂດິນຟ້າອາກາດ,ມີສາຍຕາກວ້າງຂວາງ ດາວທຽມຮູ້ສຶກທາງໄກສາມາດຖ່າຍເອົາຮູບຂອງເນື້ອທີ່ທີ່ກວ້າງເຖິງຫຼາຍຫມື່ນກິໂລແມັດຕາໄດ້,ດາວທຽມທີ່ຢູ່ໂຄຈອນສະຖິດສາມາດເບິ່ງເຫັນຂອງ 40%ຂອງຫນ້າດິນ,ທັງນີ້ແມ່ນມີຜົນດີທີ່ສຸດຕໍ່ໂທລະຄົມ,ສາມາດສົ່ງແລະແລກປ່ຽນຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ,ດາວທຽມສາມາດບິນຜ່ານທຸກຂົງເຂດຂອງຫນ່ວຍໂລກ,ໂດຍສະເພາະແມ່ນປ່າໄມ້ດຶກດຳບັນ,ທະເລຊາຍ,ພູສູງ ທະເລແລະຂົ້ວໂລກເຫນືອໃຕ້ທີ່ຄົນໄປຫນ້ອຍ,ສຳຫຼວດວັດແທກບໍ່ແຮ່ໃຕ້ດິນ,ແລະຊັບພະຍາກອນທະເລ,ບໍ່ຫນຳ,ອະວະກາດກໍແມ່ນຈຸດສຳຄັນທີ່ບັນດາມະຫາປະເທດການທະຫານຍາດແຍ່ງກັນ,ໃນສົງຄາມອ່າວເປີເຊຍເມື່ອຕົ້ນຊຸມປີ 90 ສະຕະວັດທີ່ແລ້ວ,ອາເມລິກາໄດ້ໃຊ້ດາວທຽມການທະຫານເກືອບທຸກປະເພດຂອງເຂົາ,ເປັນການສ້າງປະຫວັດການບິນອະວະກາດທາງການທະຫານກ່ອນຫມູ່ໃນໂລກ,ເຊິ່ງເປັນຂີດຫມາຍສະແດງໃຫ້ເຫັນວ່າ,ຍຸກສະໄຫມສົມຄວນທີ່ລວມທັງສະຫນາມຫນ້າດິນ,ທະເລ ທ້ອງຟ້າແລະອະວະກາດໄດ້ມາຮອດແລ້ວ.
ຈີນແມ່ນປະເທດທີ່ 5 ໃນໂລກທີ່ສາມາດຄົ້ນຄວ້າຜະລິດແລະຍິງສົ່ງດາວທຽມເອົາເອງ,ວັນທີ 24 ເມສາ ປີ 1970 ຢູ່ສູນຍິງສົ່ງດາວທຽມຈີວຊວນ,ຈີນໄດ້ໃຊ້ລູກສອນໄຟຍານສົ່ງຊາງເຈີງ ເລກຫນຶ່ງທີ່ຈີນຄົ້ນຄວ້າຜະລິດເອງນັ້ນ,ຍິງສົ່ງດາວທຽມຕົງຟັງຮົງ ເລກຫນຶ່ງເຊິ່ງແມ່ນດາວທຽມຫນ່ວຍທຳອິດຂອງຈີນຢ່າງສຳເລັດຜົນ,ມັນເປັນຂີດຫມາຍສະແດງໃຫ້ເຫັນວ່າ,ປະເທດຈີນໄດ້ຢ່ວງບາດກ້າວກວ້າງກ້າວຫນຶ່ງບົນເສັ້ນທາງຊອກຮູ້ອະວະກາດ ແລະໄດ້ເຂົ້າສູ່ຖັນແຖວປະເທດທີ່ມີເຕັກນິກອະວະກາດກ້າວຫນ້າຂອງໂລກ.
ປະຈຸບັນນີ້,ປະເທດຈີນໄດ້ກຳເຕັກນິກເກັບເອົາດາວທຽມຄືນຢ່າງສຳເລັດຜົນ,ທັງສາມາດໃຫ້ລູກສອນໄຟຍານສົ່ງລູກຫນຶ່ງຍິງສົ່ງດາວທຽມ 3 ລູກເຂົ້າສູ່ໂຄຈອນຫນ່ວຍໂລກ,ແມ່ນປະເທດທີ 4 ໃນໂລກທີ່ກຳເຕັກນິກໃຊ້ລູກສອນໄຟລູກດຽວຍິງສົ່ງດາວທຽມຫຼາຍຫນ່ວຍ.
ຄຽງຄູ່ກັບເຕັກນິກດາວທຽມໄດ້ພັດທະນາຢ່າງວ່ອງໄວ,ປະເພດດາວທຽມກໍນັບມື້ນັບຫຼາຍຂຶ້ນ,ດາວທຽມເຫຼົ່ານີ້ບິນເວີ່ນຢູ່ເທິງອະວະກາດ,ນຳເອົາຊັບສິນອັນມະຫາສານມາໃຫ້ມວນມະນຸດ,ໃນຊີວິດຂອງພວກເຮົາຊູ່ມື້ນີ້,ຂາດເຂີນດາວທຽມແມ່ນບໍ່ໄດ້ແລ້ວ,ດາວທຽມທີ່ມວນມະນຸດປະດິດສ້າງໃນສະຕະວັດທີ 20 ໄດ້ປ່ຽນແປງຄວາມຄຶດແບບວິທີເຮັດວຽກແລະແບບແຜນດຳລົງຊີວິດຂອງສັງຄົມມະນຸດ, ກາຍເປັນກຳລັງຊຸກດັນອັນໃຫຍ່ຫຼວງຕໍ່ການພັດທະນາຂອງສັງຄົມປະຈຸບັນ.
|
|
|