ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 15:34:14    
ບັນດາ​ປະ​ເທດ​ເອີ​ລົບ​ຈັດ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ວັນ​ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ຄົບ​ຮອບ 60 ປີ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 8 ພຶດສະພາ​ເມື່ອ 60 ປີ​ກ່ອນ,​ເຢຍລະ​ມັນ​ນາ​ຊີ​ປະກາດ​ຍອມ​ຈຳນົນ​ຕໍ່​ທະຫານ​ພັນທະ​ມິດ. ນີ້​ໄດ້​ປະກາດ​ເປັນ​ທາງ​ການ​ວ່າ,ການ​ສູ້​ລົບ​ໃນ​ສະໜາມ​ລົບ​ເອີ​ລົບ​ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ​ໄດ້​ສິ້ນສຸດ​ລົງ. ຫຼັງຈາກ​ມື້​ນັ້ນ 60 ປີ,ບັນດາ​ປະ​ເທດ​ເອີ​ລົບ​ພາກັນ​ຈັດການ​ເຄື່ອນ​ໄຫວ​ສະຫຼອງ​ຢ່າງ​ຄຶກຄື້ນ,​ໄວ້ອາ​ໄລ​ແລະ​ລະ​ລຶກນາຍ​ແລະ​ພົນທະຫານ​ຂອງ​ທະຫານ​ພັນທະ​ມິດ​ແລະ​ສາມັນ​ຊົນ​ຜູ້​ບໍ່​ມີ​ໂທດ​ຫຍັງ​ທີ່​ເສຍ​ຊີວິດ​ໃນ​ສົງຄາມ​ບັ້ນນັ້ນ.

ວັນ​ທີ 8 ພຶດສະພາ ຢູ່​ສຸສານ​ທະຫານ​ອາ​ເມ​ລິ​ກາທີ່ມາ​ກຼາ​ເທັນ​ທີ່​ຕັ້ງຢູ່​ມັສທຼີ​ສ໌ ​ເມືອງ​ທີ່​ມີ​ຊື່​ສຽງ​ໄປ​ທາງ​ທິດຕາ​ເວັນ​ອອກ 10 ກິ​ໂລ​ແມັດ,​ໂຮນລັງ​ໄດ້​ຈັດ​ພິທີ​ລະ​ລຶກ,ບຸກຄົນ​ວົງ​ການ​ຕ່າງໆ​ເຊິ່ງ​ລວມທັງ​ທ່ານ​ບຸສ ປະທານາທິບໍດີ​ອາ​ເມ​ລິ​ກາ,ພະ​ລາ​ຊີ​ນີ​ໂຮນລັງ​ແລະ​ນັກ​ລົບ​​ເກົ່າ​ຂອງ​ອາ​ເມ​ລິ​ກາ​ແລະ​ໂຮ​ນລັງ​ທີ່​ເຄີຍ​ເຂົ້າຮ່ວມ​ສົງຄາມ​ໂລກ​ຄັ້ງທີ​ສອງ 100 ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ພິທີ​ລະ​ລຶກ. ຢູ່​ສຸສານ​ທະຫານ​ອາ​ເມ​ລິ​ກາທີ່ມາ​ກຼາ​ເທັນ​ໄດ້​ຝັງ​ສົບທະຫານ​ອາ​ເມ​ລິ​ກາ​ທີ່​ເສຍ​ສະຫຼະ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ​ປະມານ 8300 ຄົນ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ ທ່ານ​ບຸ​ສກ່າວ​ວ່າ,​ເສ​ຂຸມ​ຝັງ​ສົບ​ນັບ​ເປັນ​ພັນ​ໃນ​ສຸສານ​ສະ​ແດງ​ໃຫ້​ເຫັນ​ວ່າ,ອາ​ເມ​ລິ​ກາ​ໄດ້​ເສຍ​ຄ່າ​ຕອ​​ບ​ແທນ​ອັນ​ເຈັບ​ແສບ​ເພື່ອ​ເສລີພາບ​ຂອງ​ເອີ​ລົບ. ທ່ານ​ເວົ້າວ່າ,ມື້​ນີ້ ​ໃນ​ເວລາ​ຄົນ​ທັງຫຼາຍລະ​ລຶກ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ດັ່ງກ່າວ​ນັ້ນ ຄວນ​ຈື່​ຈຳ​ຄ່າ​ຕອບ​ແທນ​ຂອງ​ນັກ​ລົບ​ເຫຼົ່ານີ້. ອາ​ເມ​ລິ​ກາ​ຫວັງ​ໃຫ້​ພ້ອມ​ກັນ​ກັບປະ​ເທດ​ເອີ​ລົບ,ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ພາລະກິດ​ແຫ່ງ​ເສລີພາບ.

ມື້​ດຽວ​ກັນ,ຢູ່​ຕໍ່ໜ້າ​ປະຕູ​ໄຊ​ທີ່​ປາຣີ,ຝຣັ່ງ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກວັນ​ໄຊຊະນະ​ໃນ​ສະໜາມ​ລົບ​ເອີ​ລົບ​ຢ່າງ​ຄຶກຄື້ນ,ທ່ານ​ຊີ​ລັກ ປະທານາທິບໍດີ​ຝຣັ່ງ​ໄດ້​ເປັນ​ປະທານ​ຈັດ​ພິທີ​ລະ​ລຶກ​ແລະ​ໄດ້​ກວດ​ແຖວ​ກອງ​ກຽດຕິຍົດ​ທະຫານ​ສາມ​ເຫຼົ່າ​ທັບ​ຂອງຝຣັ່ງ. ທ່ານ​ຊີ​ລັກ​ໄດ້​ວາງ​ພວງມາລາ​ຢູ່​ສຸສານ​ນັກ​ລົບ​ນີລະນາມ​ຜູ້​ເສຍ​ສະຫຼະ​ຢູ່​ໃຕ້​ປະຕູ​ໄຊ,​ແລະ​ມອບຫຼຽນ​ກອງ​ພົນ​ກຽດຕິຍົດ​ໃຫ້​ສະມາຊິກ​ຂອງ​ຂະ​ບວນການ​ຕໍ່ຕ້ານ​ຂອງ​ຝຣັ່ງ​ໃນ​ຄາວ​ນັ້ນ​ແລະ​ບຸກຄົນ​ທີ່​ຖືກ​ພັດ​ຖິ່ນ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ 8 ຄົນ.

ວັນ​ທີ 8 ພຶດສະພາ ​ແຫ່ງ​ຕ່າງໆ​ຂອງ​ອັງກິດ​ກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກຫຼາຍ​ເທື່ອ. ສົມ​ເດັດ​ຊາຣສ໌ ອົງ​ມົງກຸດລາ​ຊະ​ກຸ​ມານ​ຂອງ​ອັງກິດ​ໄດ້​​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ນັກ​ລົບ​ຜູ້​ເສຍສະຫຼະ​ທີ່​ຕັ້ງຢູ່​ໃຈກາງ​ເມືອງ​ລອນ​ດອນ, ທະຫານ​​ປະຈຳການ​ແລະ​ອອກປະຈຳ​ການ​ພ້ອມ​ດ້ວຍ​ຄອບຄົວ​ປະມານ 4000 ຄົນ​ໄດ້​ເຂົ້າຮ່ວມ​ການ​ລະ​ລຶກດັ່ງກ່າວ. ຕອນ​ຄ່ຳ​ວັນ​ທີ 8 ພຶດສະພາ ຢູ່​ສະໜາມ​ຫຼວງ​ທຼາຟາ​ໃຈກາງ​ເມືອງ​ລອນ​ດອນ ​ໄດ້​ຈັດ​ງານ​ຄອນ​ເສີດ​ຂະໜາດ​ໃຫ່​ເພື່ອ​ລະ​ລຶກ"ວັນ​ໄຊຊະນະ​ຂອງ​ເອີ​ລົບ"ທີ່​ມີ​ໝື່ນ​ຄົນ​ເຂົ້າຮ່ວມ.

ວັນ​ທີ 8 ພຶດສະພາ ຢູ່​ແບກ​ແລງ ນະຄອນຫຼວງ​ຂອງ​ເຢຍລະ​ມັນ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກ. ຢູ່​ຫໍ​ລະ​ລຶກຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ສົງຄາມ​ທີ່​ຕັ້ງຢູ່​ໃຈກາງ​ເມືອງ​ແບກ​ແລງ,ທ່ານ​​​ໂຄ​ເລີ ປະທານາທິບໍດີ ທ່ານ​ສະ​ໂລ​ເດີ ນາຍົກ​ລັດຖະມົນຕີ​ແລະ​ທ່ານ​ເທຍ​ເຊີ ປະທານ​ສະພາ​ສະຫະພັນ​ຂອງ​ເຢຍລະ​ມັນ​ໄດ້​​ໄປ​ວາງ​ພວງມາລາ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ໂຄ​ເລີ​ກ່າວ​ວ່າ,ຊາວ​ເຢຍລະ​ມັນ​ມີໜ້າ​ທີ່​ຈື່​ຈຳ​ຄວາມ​ທໍລະມານ​ທັງ​ໝົດ​ແລະ​ມູນ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ທໍລະມານ​ເຫຼົ່ານີ້ດ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ທໍລະມານ​ເຫຼົ່ານີ້​​ເກີດ​ຂຶ້ນຄືນ​ໃໝ່.

ວັນ​ທີ 8 ພຶດສະພາ ​ໂປ​ໂລ​ຍ,​ເຊັກ​ແລະ​ແບນ​ຊິກ​ເປັນຕົ້ນກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກດ້ວຍ​ຮູບ​ການ​ຕ່າງໆ,ພ້ອມ​ກັນ​ຫວນ​ຄືນ​ບາດ​ແຜ​ຂອງ​ສົງຄາມ,​ເພື່ອ​​ເຕືອນ​ຄົນ​ທັງຫຼາຍ​ຖະໜອມ​ສັນຕິພາບ​ທີ່​ໄດ້​ມາ​ບໍ່​ງ່າຍ.

​ໃນ​ເວລາ​ບັນດາ​ປະ​ເທດ​ເອີ​ລົບ​ລະ​ລຶກສົງຄາມ​​ໄດ້​ຮັບ​ໄຊຊະນະຢ່າງ​ຄຶກຄື້ນ​ນັ້ນ ພວກ​ນາ​ຊີ​ໃໝ່​ສ່ວນ​ໜ້ອຍ​ຂອງ​​ເຢຍລະ​ມັນ​ພັດ​ອອກສຽງ​ບໍ່​ກົມກຽວ​ກັນ,​ໄດ້​ກາຍ​ເປັນ​ເງົາ​ມືດ​ປົກ​ຫຸ້ມການ​ເຄື່ອນ​ໄຫວ​ສະຫຼອງ. ຂ່າວ​ແຈ້ງວ່າ,ວັນ​ທີ 8 ພຶດສະພາ ພວກ​ປີກ​ຂວາ​ຈັດ​ຂອງ​ເຢຍລະ​ມັນ​ປະມານ 3300 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມຫຼວງອາ​ເລັກ​ຊັນ​ເດີ​ຂອງ​ແບກ​ແລງ​,ກຽມ​ແຫ່​ຂະ​ບວນ,ມີ​ປະຊາຊົນ​ປະມານ 6 ພັນ​ຄົນ​ທີ່​ຄັດຄ້ານ​ນາ​ຊີ​ໃໝ່​ໄປ​ສະກັດ​ກັ້ນ,ສອງ​ຝ່າຍ​ໄດ້​ເກີດ​ການ​ປະ​ທະ​ກັນ​ຂະ​ໜາດ​ນ້ອຍ. ​ເຖິງ​ວ່າ​ພວກ​ນາ​ຊີ​ໃໝ່​ມີ​ບໍ່ຫຼາຍ​ໃນ​ເອີ​ລົບ​ກໍ​ຕາມ,​ແຕ່​ເຫດການ​ດັ່ງກ່າວ​ໄດ້​ເຕືອນ​ຄົນ​ທັງຫຼາຍ​ອີກ​ເທື່ອ​ໜຶ່ງ​ວ່າ,ວິນ​ຍານ​ຂອງ​ລັດທິ​ນາ​ຊີ​ໃໝ່​ຍັງ​ບໍ່​ທັນ​ສູນ​ຫາຍ​​ໄປ​ໝົດ​ເທື່ອຢູ່​ເອີ​ລົບ,ຄົນ​ທັງຫຼາຍ​ຍັງ​ຕ້ອງ​ຮັກສາ​ສະຕິ​ລະວັງ​ຕົວ​ໃນ​ລະດັບ​ສູງ.

ວັນ​ທີ 8 ພຶດສະພາ​ປີ 1945 ​ເຢຍລະ​ມັນ​ນາ​ຊີ​ຍອມ​ຈຳນົນ​ຕໍ່​ທະຫານ​ພັນທະ​ມິດ. ​ໃນ​ປີ​ນັ້ນ ​ເມື່ອ​ທະຫານ​ພັນທະ​ມິດ​ປຶກສາ​ຫາລື​ກັນ​ແລ້ວ​ເຫັນ​ດີ​ກຳນົດ​​ເອົາ​ວັນ​ທີ 9 ພຶດສະພາ​ເປັນ​ວັນ​ສະຫຼອງ​ໄຊຊະນະ​ໃນ​ສະໜາມ​ລົບ​ເອີ​ລົບ.