ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 16:23:22    
ນັກ​ປະ​ຫວັດ​ສາດ​ຈີນ​ຊີ້​ອອກ​ວ່າ, ປະ​ຊາ​ຊົນ​ຈີນ​ໄດ້​ມີ​ການ​ເສຍ​ສະ​ຫລະ​ປະ​ຊາ​ຊາດ​ອັນ​ມະ​ຫາ​ສານ​ແລະ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ທາງ​ປະ​ຫວັດ ສາດ​ເຂົ້າ​ໃນ​ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ໂລກ

cri Author: sayvanny
ວັນ​ທີ 9 ພຶດ​ສະ​ພາ​ແມ່ນ​ວັນ​ລະ​ລຶກສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ເອີ​ລົບ​ໄດ້​ຮັບ​ໄຊ​ຊະ​ນະ​.​ໃນວັນ​ນີ້​​ເມື່ອ 60 ປີ​ກ່ອນ, ທົ່ວ​ເອີ​ລົບ​ໄດ້​ໄຊ​ໂຍ​ໂຮ​ຮ້ອງ​ເພື່ອ​ສະ​ຫລອງ​ໄຊ​ຊະ​ນະ, ສ່ວນ​ຢູ່​ອາຊີ, ສົງ​ຄາມ​ທີ່​ທະ​ຫານ​ແລະ​ປະ​ຊາ​ຊົນ​ຈີນຕໍ່​ສູ້​ຕ້ານ​ພວກ​ຟັດ​ຊິດ​ຍີ່​ປຸ່ນ​ນັ້ນ​ຍັງ​ພວມ​ດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ,​ໄຊ​ຊະ​ນະ​ສຸດ​ທ້າຍ​ຂອງ​ປະ​ຊາ​ຊາດ​ຈີນ​ຍັງ​ຕ້ອງ​ຖ້າ​ອີກ​ສາມ​ເດືອນ.ນັກ​ປະ​ຫັວດ​ສາດ​ຈີນ​ຊີ້​ອອກ​ວ່າ, ສົງ​ຄາ​ມຕໍ່​ຕ້ານ​ຍີ່​ປຸ່ນ​ຂອງ​ປະ​ຊາ​ຊົນ​ຈີນ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ, ປະ​ຊາ​ຊົນ​ຈີນ​ໄດ້​ມີ​ການ​ເສຍ​ສະ​ຫລະ​ປະ​ຊາ ຊາດ​ອັນ​ມະ​ຫາ​ສານ​ແລະ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ທາງ​ປະ​ຫວັດ​ສາດ​ເຂົ້າ​ໃນ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ.

ອີງ​ຕາມ​ທັດ​ສະ​ນະ​ຄະ​ຕິ​ຕົ້ນ​ຕໍ​ຂອງ​ວົງ​ການ​ປະ​ຫວັດ​ສາດ​ຈີນ, ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ຂອງ​ຈີນ​ເລີ່ມ​ແຕ່​ວັນ​ທີ 7 ກໍ​ລະ​ກົດ​ປີ 1937,​ໃນ​ຕອນ​ຄ່ຳ​ມື້​ນັ້ນ, ທະ​ຫານ​ຍີ່​ປຸ່ນ​ໄດ້​ບຸກ​ໂຈມ​ຕີ​ທະ​ຫານ​ຈີນ​ທີ່​ປະຈຳ​ຢູ່​ຂົວ​ລູ​ໂກວ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ນະຄອນ​ປັກ​ກິ່ງ.

ທ່ານ​ວາງ​ຮຸ້ຍ​ລິນ ສາ​ສະ​ດາ​ຈານຂະ​ແຫນງ​ວິ​ຊາ​ປະ​ຫວັດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ຄູ​ປັກ​ກິ່ງ​ເວົ້າ​ວ່າ:

ຕັ້ງ​ແຕ່​ການ​ປະຕິ​ຮູບ​ສະ​ໄຫມ​ເມ​ຈີ​ເປັນ​ຕົ້ນ​ມາ, ຍີ່​ປຸ່ນ​ກໍ່​ຢາກ​ເປັນ​ເຈົ້າອຳ ນາດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ, ​ແລ້ວ​ຖື​ຈີນ​ເປັນ​ປະ​ເທດ​ຕົ້ນ​ຕໍ​ທີ່​ເຂົາ​ຮຸກ​ຮານ,​ເພາະ ວ່າ​ຈີນ​ແມ່ນ​ປະ​ເທດ​ອ່ອນ​ແອ,ທັງ​ກວ້າງ​ທັງ​ມີ​ຊັບ​ພະ​ຍາ​ກອນ​ອຸ​ດົມ​ສົມ​ບູນ.

ທ່ານ​ວາງ​ຮຸ້ຍ​ລິນ​ເວົ້າ​ວ່າ, ບາດກ້າວ​​ແຜ່​ຂະ​ຫຍາຍ​ທີ່​ຍີ່​ປຸ່ນ​ວາງ​ອອກ​ນັ້ນ​ແມ່ນ​ຄວບ​ຄຸມ​ຈີນ,​ແລ້ວ​ລົງ​ພາກ​ໃຕ້​ເພື່ອ​ໂຈມ​ຕີ​ເຂດ​ເມືອງ​ຂຶ້ນ​ຂອງ​ອັງ​ກິດ​ແລະ​ອາ​ເມ​ລິ​ກາ​ທີ່​ຢູ່​ອາ​ຊີ​ອາ​ຄະ​ເນ​ແລະ​ເຂດ​ມະ​ຫາ​ສະ​ຫມຸດ​ປາ​ຊິກ​ຟິກ,ຫລື​ຂຶ້ນ​ເຫນືອ​ໂຈມ​ຕີ​ອະດີດ​ສະ​ຫະ​ພາບ​ໂຊ​ວຽດ.

1  2  3