![]( /mmsource/images/2004/04/21/laba.gif)
ຊົມເຊີຍທ່ານສືບຕໍ່ຮັບຟັງເພື່ອນມິດຜູ່ຟັງ.ຫວ່າງກ່ອນບໍ່ດົນ, ທ່ານວິຈິດ. ຊິນດາວົງ ເອກອັກຄະລັດຖະທູດສປປລາວປະຈຳຈີນພ້ອມພັນລະຍາໄດ້ທັດ ສະນະຈອນຢ້ຽມຢາມ CRI. ໃນລາຍການຕໍ່ໄປ,ສາຍວັນນີຈະແນະ ນຳສະພາບການທີ່ກ່ຽວຂ້ອງສູ່ທ່ານຟັງ.
ຢູ່ຫ້ອງຮັບແຂກ, ທ່ານເຊ້ຍຈີຊວນ ຮອງຜູ່ອຳນວຍການ CRI ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດພ້ອມພັນລະຍາຢ່າງອົບອຸ່ນ. ທ່ານເຊ້ຍຈີຊວນໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດທີ່ມາຢ້ຽມຢາມ,ແລະໄດ້ແນະນຳການປ່ຽນແປງແລະການພັດທະນາຂອງ CRI ໃນບໍ່ເທົ່າໃດປີມານີ້ສູ່ທ່ານທູດພ້ອມພັນລະຍາຟັງ.ທ່ານເວົ້າວ່າ, ປີ 1997, CRI ຍ້າຍມາຢູ່ຕຶກໃຫມ່ໃນປະຈຸບັນ, ການສຳພາດ ບັນາທິການແລະຜະລິດຈັດທຳລາຍການໄດ້ໃຊ້ໄດ້ດີຈີດອນຫມົດ, ໄດ້ມີການພັດທະນາຢ່າງໃຫຍ່ຫລວງ.ດຽວນີ້ ນອກຈາກຜະລິດລາຍການວິທະຍຸໃນແຕ່ລະມື້ແລ້ວ, CRI ຍັງໄດ້ເຊົາເວລາອອກອາກາດຂອງວິທະຍຸຕ່າງປະເທດທີ່ຕັ້ງຢູ່ນະຄອນຫລວງແລະຕົວເມືອງຂອງ 60 ກວ່າປະເທດ,ຜູ່ຟັງຂອງຕ່າງປະເທດໄດ້ຮັບຟັງລາຍການຂອງພວກຂ້າພະເຈົ້າຢ່າງຊັດແຈ້ງ. CRI ຍັງໄດ້ອອກແຮງພັດທະນາອິນເທີແນັດ, ພະຍາຍາມສ້າງລະບົບກະຈາຍສຽງສາກົນທັນສະໄຫມ.
ທ່ານເຊ້ຍຈີຊວນແນະນຳວ່າ:
ວັດຖຸປະສົງໂຄສະນາຂອງວິທະຍຸພວກຂ້າພະເຈົ້າກໍ່ມີການປັບປຸງຢ່າງໃຫຍ່ຫລວງ,ຄື ຫນຶ່ງ, ໂຄສະນາຈີນສູ່ໂລກ,ສອງ,ໂຄສະນາໂລກສູ່ຈີນ,ສາມ,ໂຄສະນາໂລກສູ່ໂລກ.
ທ່ານເຊ້ຍຈີຢວນເວົ້າວ່າ, ຫວັງໃຫ້ສະຖານທູດສປປລາວປະຈຳຈີນສະຫນັບສະຫນູນວຽກງານຂອງພວກຂ້າພະເຈົ້າເລື້ອຍໆ, ສະຫນອງຂ່າວຄາວດ້ານເສດຖະກິດ ວັດທະນະທຳແລະການທ່ອງທ່ຽວຂອງລາວ,ຜ່ານລາຍການຂອງພວກຂ້າພະເຈົ້າເຮັດໃຫ້ຄົນຈີນແລະຜູ່ຟັງປະເທດອື່ນໆຍິ່ງຫລາຍຮູ້ຈັກລາວຢ່າງຮອບດ້ານ.
ທ່ານວິຈິດ.ຊິນດາວົງໄດ້ສະແດງຄວາມຂອບອົກຂອບໃຈນຳທ່ານເຊ້ຍຈີຊວນ ຮອງຜູ່ອຳນວຍການ CRI.ທ່ານເວົ້າວ່າ, ທ່ານເຄີຍໄປຢ້ຽມຢາມຕຶກເກົ່າຂອງ CRI.ການມາຢ້ຽມຢາມຕຶກໃຫມ່ຍັງແມ່ນເທື່ອທຳອິດ.ເມື່ອເບິ່ງຈາກທາງໄກໆແລ້ວເຫັນວ່າຕຶກສວຍງາມແລະໃຫຍ່ສູງ,ກໍ່ຮູ້ສຶກວ່າມັນແມ່ນຕຶກທັນສະໄຫມຫລາຍ.ເມື່ອຢ່ວງເຂົ້າມາ, ກໍ່ໄດ້ຢັ້ງຢືນຄວາມຮູ້ສຶກດັ່ງກ່າວແລ້ວ.
ທ່ານວິຈິດເວົ້າວ່າ, ທ່ານສົນໃຈນຳການຂະຫຍາຍຕົວຂອງ CRI ຢູ່ສະເຫມີ.ຢູ່ລາວ, ທ່ານກໍ່ໄດ້ຮັບຟັງລາຍການຂອງ CRI ໂດຍຕະຫລອດ,ໄດ້ຮູ້ກັບໂຄສົກຈີນຫລາຍຄົນ, ຄືອາຈານສົມບູນແລະອາຈານສະຫມານເປັນຕົ້ນ ລ້ວນແຕ່ແມ່ນເພື່ອນເກົ່າຂອງທ່ານ.ການມາຢ້ຽມຢາມ CRI ເທື່ອນີ້,ເມື່ອໄດ້ພົບຫນ້າພົບຕາເພື່ອນເກົ່າແລ້ວ,ຮູ້ສຶກດີອົກດີໃຈທີ່ສຸດ.ພາຍຫລັງມາດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດລາວປະຈຳຈີນໃນປີກາຍມານີ້, ທ່ານກໍ່ໄດ້ໃສ່ໃຈວ່າ, CRI ກຳລັງພັດທະນາທາງດ້ານອິນເທີແນັດ,ພາສາທີ່ທ່ານເລີ້ງ ເຄີຍຫລືບໍ່ເລີ້ງເຄີຍນັ້ນລ້ວນແຕ່ມີແວບໄຊຂອງໃຜລາວແລ້ວ.
ທ່ານເວົ້າວ່າ, ທ່ານດີໃຈທີ່ສຸດທີ່ໄດ້ເຫັນ CRI ໄດ້ແນະນຳລາວໃຫ້ຈີນແລະປະເທດທີສາມ,ຕໍ່ເລື່ອງນີ້,ທ່ານໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ.ທ່ານທູດກ່າວວ່າ, ທ່ານໄດ້ຕັ້ງຫນ້າຊ່ອຍວຽກຂອງ CRI ໂດຍຕະ ຫລອດ,ໃນບໍ່ທໍ່ໃດເດືອນພາຍຫລັງມາເຮັດວຽກຢູ່ປັກກິ່ງ,ທ່ານກໍ່ໄດ້ຕ້ອນຮັບການເຂົ້າສຳພາດຂອງ CRI ບໍ່ຕ່ຳກວ່າສາມເທື່ອແລ້ວ.ເອີ,ແມ່ນແທ້ເນາະ,ທ່ານຜູ່ຟັງ,ສາຍວັນນີໄດ້ຄິດໄລ່ເບິ່ງວ່າ, ແມ່ນແທ້,ຫລາຍກວ່າສາມເທື່ອ, ເພາະວ່າທ່ານທູດຕ້ອນຮັບການສຳພາດຂອງສາຍວັນນີໂດຍສະເພາະນັ້ນກໍ່ມີສອງເທື່ອແລ້ວ.
ພາຍຫລັງພົບປະແລ້ວ, ໂດຍມີການເປັນເພື່ອນຂອງພະນັກງານພະ ແນກພາສາລາວ,ທ່ານທູດພ້ອມພັນລະຍາຍັງໄດ້ໄປຊົມເບີ່ງຕູ້ວາງສະແດງຈົດຫມາຍແລະຂອງຂວັນທີ່ຜູ່ຟັງໃນທົ່ວໂລກສົ່ງໃຫ້ CRI ,ໃນຫັ້ນມີຕູ້ຫນຶ່ງສະເພາະແມ່ນໄດ້ວາງສະແດງຈົດຫມາຍແລະຂອງຂວັນທີ່ຜູ່ຟັງລາວສົ່ງມາໃຫ້ພະແນກພາສາລາວ CRI, ແລະໄດ້ໄປຢາມຫ້ອງການຂອງພະແນກພາສາລາວ, ໄດ້ຖ່າຍຮູບນຳກັນກັບພະນັກ ງານເພື່ອໄວ້ເປັນທີ່ລະລຶກຢ່າງສະຫນິດສະຫນົມ.
ໃນຫ້ອງອັດສຽງ, ທ່ານທູດໄດ້ເຄື່ອງສຽງຕີຈີດອນທີ່ທັນສະໄຫມກັບຕາ, ທ່ານໄດ້ສະຫລຸບຄວາມຮູ້ສຶກໃນການຢ້ຽມຢາມເທື່ອນີ້ວ່າ:
ທ່ານຜູ່ຟັງທີ່ເຄົາລົບ, ຈີນມີຄຳສຸພາສິດຄຳຫນຶ່ງວ່າ:ມີເພື່ອນມາຢາມ ຈາກທາງໄກ, ເປັນເລື່ອງທີ່ຫນ້າດີອົກດີໃຈ.ທ່ານວິຈິດ.ຊິນດາວົງ ເອກອັກຄະລັດຖະທູດລາວປະຈຳຈີນພ້ອມພັນລະຍາມາຢ້ຽມຢາມເທື່ອນີ້, ທ່ານໄດ້ເຫັນການປ່ຽນແປງແລະການພັດທະນາຂອງ CRI ທີ່ນັບມື້ນັບທັນສະໄຫມຂຶ້ນ, ສ່ວນສິ່ງທີເຫລືອນັ້ນພັດແມ່ນຄວາມຮັກແພງມິດຕະພາບລະຫວ່າງເພື່ອນເກົ່າໄດ້ປ່ຽນແປງ.
|