|
|
(GMT+08:00)
2005-05-09 16:50:33
|
|
ກິນອາຫານແນວໃດຈຶ່ງມີສຸຂະພາບ
cri
Author: li
ໃນຊູ່ມື້ນີ້,ຄົນເຮົາມັກເວົ້າເຖິງທາດບຳລຸງເລື້ອຍໆ. ທາດບຳລຸງແມ່ນຫຍັງ? ບຳລຸງກໍແມ່ນຊອກຫາວິທີບຳລຸງຮ່າງກາຍທີ່ສອດຄ່ອງກັບສະພາບຮ່າງກາຍຂອງຕົນ.
ໃນເວລານັກສັດຕະວະສາດວິນິດໄສສະພາບການກິນຂອງຂອງສັດນັ້ນ ກ່ອນອື່ນຕ້ອງເບິ່ງສະພາບແຂ້ວຂອງມັນ. ມະນຸດແມ່ນສັດຊັ້ນສູງ,ຜູ້ເຕັມກະສຽນທຸກຄົນຕ້ອງມີແຂ້ວ 32 ເຫຼັ້ມ. ໃນນັ້ນ ແຂ້ວກົກ 20 ເຫຼັ້ມ,ແຂ້ວໜ້າແງ 8 ເຫຼັ້ມ,ແຂ້ວໝາ 4 ເຫຼັ້ມ. ນີ້ແມ່ນຄ່ອຍໆຈໍ່ຕົວຂຶ້ນໃນຂະບວນວິວັດທະນາການຂອງມະນຸດ. ອີງຕາມມາດຕາສ່ວນຂອງຈຳນວນແຂ້ວປະເພດຕ່າງໆຂອງມະນຸດ,ອົງປະກອບອາຫານການກິນຂອງຄົນຄວນແມ່ນ: ອາຫານປະເພດທັນຍາຫານ 5 ສ່ວນ,ອາຫານຜັກແລະໝາກໄມ້ 2 ສ່ວນແລະອາຫານຊີ້ນ 1 ສ່ວນ,ມາດຕາສ່ວນລະຫວ່າງອາຫານພືດທັງໝົດກັບອາຫານຊີ້ນຄວນແມ່ນ 7 ຕໍ່ 1.
ຕົວຢ່າງຄື,ໃນສະໄໝທີ່ບັນຫາກິນອິ່ມນຸ່ງອຸ່ນຂອງຈີນຍັງບໍ່ທັນແກ້ໄຂໃຫ້ຕົກໄປເທື່ອນັ້ນ,ອົງປະກອບອາຫານການກິນຂອງຊາວຈີນແມ່ນອາຫານຊີ້ນບໍ່ພຽງພໍ,ອາຫານພືດຫຼາຍເກີນໄປ,ສະນັ້ນ ຈຶ່ງເປັນພະຍາດຂາດທາດບຳລຸງຫຼາຍແດ່,ຕົວຢ່າງຄືພະຍາດດູກອ່ອນຂອງເດັກນ້ອຍ,ພະຍາດເລືອດຈາງ,ເດັກນ້ອຍຂາດທາດສັງກະສີ,ທາດເຫຼັກໂດຍທົ່ວໄປ. ແຕ່ໃນຫຼາຍປີມານີ້ ປະເທດຈີນໄດ້ເລີ່ມກ້າວເຂົ້າສູ່ສັງຄົມເຫຼືອຢູ່ເຫຼືອກິນ,ບັນຫາກິນອິ່ມນຸ່ງອຸ່ນໄດ້ແກ້ໄຂຕົກແລ້ວ,ແຕ່ວ່າບັນຫາກິນໃຫ້ເໝາະສົມພັດຍັງບໍ່ແກ້ບໍ່ຕົກເທື່ອ,ອົງປະກອບອາຫານການກິນຂາດທາດບຳລຸງຂອງມວນຊົນຊາວຈີນໄດ້ຫຼຸດໜ້ອຍລົງ,ແຕ່ພະຍາດສິວິໄລຈຳນວນໜຶ່ງ ໃນຍຸກປັດຈຸບັນພັດເພີ່ມຂຶ້ນນຳຄູ່ປີ,ຕົວຢ່າງຄືພະຍາດໄຂມັນເລືອດສູງ,ເລືອດດັນສູງ,ພະຍາດໂກເລັສເຕລອນສູງເປັນຕົ້ນ,ຫຼາຍຄົນເປັນພະຍາດເລືອດດັນສູງ,ບີເປັນໜີ້ວ,ພະຍາດປະດົງ,ພະຍາດເບົາຫວານແລະພະຍາດອ້ວນພີເປັນຕົ້ນ. ເຖິງວ່າມະນຸດປັດຈຸບັນຕ່າງກັນຫຼາຍກັບມະນຸດດຶກດຳບັນກໍຕາມ,ແມ່ນມາດຕາສ່ວນລະຫວ່າງອາຫານປະເພດພືດກັບອາຫານຊີ້ນຍັງຄວນແມ່ນ 7 ຕໍ່ 1. ຖ້າມາດຕາສ່ວນນີ້ສູງກວ່າຫຼືຕ່ຳກວ່າຍ້ອນຖືກຜົນສະທ້ອນຈາກລະດັບຊີວິດການເປັນຢູ່ແລ້ວ,ລ້ວນແຕ່ອາດຈະເປັນໂທດຕໍ່ສຸຂະພາບ,ພາໃຫ້ຂາດທາດບຳລຸງຫຼືທາດບຳລຸງຫຼາຍເຫຼືອເກີນ,ແລ້ວເກີດເປັນພະຍາດຕ່າງໆ.
ນີ້ກໍພົວພັນເຖິງການໃຫ້ອາຫານກ້ຳເກິ່ງກັນ,ໝາຍຄວາມວ່າການຮັບເຂົ້າກັບການລະບາຍອອກຕ້ອງກ້ຳເກິ່ງກັນ. ເພື່ອຮັກສານ້ຳໜັກໃຫ້ປົກກະຕິ,ບໍ່ຕຸ້ຍເກີນໄປ,ແຕ່ກໍບໍ່ຈ່ອຍເກີນໄປ,ທຸກຄົນຮຽນຮູ້ການເຮັດໃຫ້ກ້ຳເກິ່ງກັນ.
ພວກເຮົາກິນອາຫານສູ່ມື້ແມ່ນການຮັບເຂົ້າ,ສ່ວນການເຄື່ອນໄຫວຫຼືອອກກຳລັງກາຍຕ່າງໆໃນແຕ່ລະມື້ຂອງຄົນເຮົາແມ່ນລະບາຍອອກ. ຖ້າຢາກຮັກສາໃຫ້ການຮັບເຂົ້າກັບການລະບາຍອອກກ້ຳເກິ່ງກັນ,ກໍໝາຍຄວາມວ່າກິນອາຫານຢ່າງເໝາະສົມ,ຫັດກາຍຢ່າງເໝາະສົມ.
ຈະເຮັດແນວໃດການຮັບເຂົ້າກັບລະບາຍອອກຈຶ່ງກ້ຳເກິ່ງກັນ? ແຕ່ລະປະເທດແລະເຂດແຄວ້ນລ້ວນແຕ່ມີມາດຖານທາດບຳລຸງຂອງຕົນ,ສຳຄັນແມ່ນຕ້ອງໃຫ້ມັນສອດຄ່ອງກັບສະພາບຮ່າງກາຍຂອງຕົນ?
ໜຶ່ງແມ່ນຕ້ອງຮູ້ຕາມູນ້ຳໜັກຮ່າງກາຍມາດຖານຂອງຕົນຄວນແມ່ນຈັກກິໂລ,ຫຼັກການແມ່ນ: ຖ້າໜັກເກີນຄວນ ຕ້ອງຫັດກາຍບໍລິຫານໃຫ້ຫຼາຍແດ່,ອອກກຳລັງກາຍໃຫ້ຫຼາຍແດ່; ຖ້ານ້ຳໜັກຮ່າງກາຍຕ່ຳກວ່າມາດຖານ,ກໍຄວນກິນອາຫານໃຫ້ຫຼາຍຂຶ້ນ,ຄືຮັບເຂົ້າໃຫ້ຫຼາຍ.
ສອງແມ່ນຕ້ອງຮູ້ວ່ານ້ຳໜັກແຕ່ລະກິໂລຕ້ອງຮັບເອົາກາໂລລີເທົ່າໃດ. ການອອກກຳລັງກາຍແຕ່ລະມື້ຕ່າງກັນ ສິ້ນເປືອງກາໂລລີກໍຕ່າງກັນ,ໜ້ອຍຫຼາຍບໍ່ໃຫ້ເກີນ 10%. ນ້ຳໜັກແຕ່ລະກິໂລຂອງຄົນເຈັບທີ່ນອນຕຽງແລະຜູ້ເຖົ້າຕ້ອງການກາໂລລີປະມານ 25 ກິໂລກາໂລລີຕໍ່ມື້; ຜູ້ອອກແຮງງານເບົາຕ້ອງການປະມານ 30 ກິໂລກາໂລລີ; ຜູ້ອອກແຮງງານປານກາງຕ້ອງການປະມານ 35 ກິໂລກາໂລລີຕໍ່ມື້; ຜູ້ອອກແຮງງານໜັກຕ້ອງການປະມານ 50 ກິໂລກາໂລລີຕໍ່ມື້.
ຂໍຍົກເອົາຜູ້ອອກແຮງງານເບົາທີ່ມີນ້ຳໜັກ 50 ກິໂລເປັນຕົວຢ່າງ,ຄົນຜູ້ນີ້ຄວນຮັບເອົາກາໂລລີປະມານ 1500 ກິໂລກາໂກລີຕໍ່ມື້,ໝາຍຄວາມວ່າມື້ໜຶ່ງຕ້ອງກິນເຂົ້າ 200 ກຼາມ(ມີກາໂລລີປະມານ 660 ກິໂລກາໂລລີ),ກິນຜັກແລະໝາກໄມ້ 500 ກຼາມຂຶ້ນໄປ,ກິນຊີ້ນ 100 ກຼາມ, ໄຂມັນ 30 ກຼາມ,ໄຂ່ໄກ່ໜ່ວຍໜຶ່ງ,ນ້ຳນົມຫຼືນ້ຳເຕົ້າຮູ້ 500 ມີລິລິດ(ອາຫານຫຼາຍຢ່າງຂ້າງຫຼັງມີກາໂລລີປະມານ 770 ກິໂລກາໂລລີ).
|
|
|