ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 17:44:45    
ຈື່​ຈຳ​ປະ​ຫວັດ​ສາດ ບໍ່​ລືມ​ເລື່ອງ​ອະ​ດີດ ຖະ​ນຸ​ຖະ​ຫນອມ​ສັນ​ຕິ​ພາບ ບຸກ​ເບີກ​ອະ​ນາ​ຄົດ----ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ນັກ​ລົບ​ເກົ່າ​ຂອງ​ລັດ​ເຊຍ

cri Author: sayvanny
ວັນ​ທີ 8 ພຶດສະພາ ຢູ່​ສະຖານທູດ​ຈີນ​ປະຈຳ​ລັດ​ເຊຍ,ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ນັກ​ລົບ​ເກົ່າ​ແລະ​ຜູ່​ແທນ​ຄອບຄົວ​ຂອງ​ນັກ​ລົບ​​ເກົ່າທີ່​ເຄີຍ​ເຂົ້າຮ່ວມ​ສົງຄາມຕໍ່​ຕ້ານ​ຍີ່​ປຸ່ນຂອງ​ຈີນ​ແລະ​ສົງຄາມ​ປ້ອງ​ກັນຊາ​ດລັດ​ເຊຍ,​ແລະ​ໄດ້​ກ່າວ​ປາຖະກະຖາ​ສຳຄັນ.

ສົງ​ຄາມ​ໂລກ​ຄັ້ງທີ 2 ​ແມ່ນ​ສົງ​ຄາມ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​ແລະ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ​ຫມູ່​ໃນ​ປະ​ຫວັດ​ສາດ​ມວນ​ມະນຸດ,​ແມ່ນ​ມະ​ຫັນ​ຕະ​ໄພ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ. 60 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ,​ປະ​ຊາ​ຊົນ​ເກືອບ 2 ຕື້​ຄົນ​ເຊິ່ງ​ລວມ​ທັງ​ຈີນ​ກັບ​ອະດີດ​ສະ​ຫະ​ພາບ​ໂຊ​ວຽດຖືກ​ມ້ວນ​ເຂົ້າ​ສົງ​ຄາມ​ບັ້ນ​ນີ້.ຈີນ​ແມ່ນ​ສະ​ຫນາມ​ລົບ​ຕົ້ນຕໍ​ທີ່​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ຟັດ​ຊິດ​ຍີ່​ປຸ່ນ.​ໃນ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ທີ່​ລຳ​ບາກ​ກາກ​ກຳ​ແລະ​ຍືດ​ເຍືອ​ເປັນ​ເວລາ 8 ປີ,ປະ​ຊາ​ຊົນ​ຈີນ​ໄດ້​ມີ​ການ​​ເສຍ​ສະ​ຫລະ​ປະ​ຊາ ​ຊາດ​ອັນ​ມະ​ຫາ​ສານ​ແລະ​​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ທາງ​ປະ​ຫວັດ​ສາດ​​ເພື່ອ​ເຮັດ​ໃຫ້​ສົງ​ຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ.ອະ​ດີດ​ສະ​ຫະ​ພາບ​ໂຊ​ວຽດ​ແມ່ນ​ສະ​ຫນາມ​ລົບ​ຕົ້ນຕໍ​ທີ່​ຕໍ່​ຕ້ານ​ຟັດ​ຊິດ​ເຢຍ​ລະ​ມັນ.​ໃນ​ສົງ​ຄາມ​ໂສກ​ເສົ້າ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ມວນ​ມະ​ນຸດ​ນັ້ນ,ປະ​ຊາ​ຊົນ​ຈີນ​ແລະ​ສະ​ຫະ​ພາບ​ໂຊ​ວຽດ​ໄດ້​ຄ່ຽງບ່າ​ຄ່ຽງ​ໄຫລ່​ກັນສູ້​ລົບ,​ແລະ​ໄດ້​ສ້າງ​ມິດ​ຕະ ພາບ​ແບບ​ຮ່ວມ​ທຸກ​ຮ່ວມ​ສຸກ.​ໃນ​ກາລະ​​ເວລາ​​ເປັນ​ຂໍ​ກະ​ແຈ​ໃນ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ ຂອງ​ຈີນ, ກອງ​ທັບ​ແດງ​ສະ​ຫະ​ພາບ​ໂຊ​ວຽດ​ໄດ້​ເດີນ​ທັບ​ໄປ​ສະ​ຫນາມ​ລົບ​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຂອງ​ຈີນ, ພ້ອມ​ກັນ​ກັບ​ທະ​ຫານ​ແລະ​ປະ​ຊາຊົ​ນ​ຈີນ​ສູ້​ລົບ​ກັບ​ຍີ່​ປຸ່ນ,​ໄດ້​​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ອັນ​ສຳ​ຄັນ​ແຕ່​ປະ​ຊາ​ຊົນ​ຈີນ​ທີ່ຮັບ​ໄຊ​ຊະ​ນະ​ໃນ​ຂັ້ນ​ສຸດ​ທ້າຍ​ໃນ​ສົງຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ.

ໃນ​ຊູ່​ມື້​ນີ້​ທີ່​ຫລັງ​ຈາກ​ນັ້ນ 60 ປີ, ທ່ານຫູ​ຈີນ​ທາວ ປະ​ທານະ​ເທດ​ຈີນ​ໄດ້​ມາ​ຢາມ​ນັກ​ລົບ​ເກົ່າ​ລັດ​ເຊຍ​ 20 ກວ່າ​ຄົນ​ທີ່​ເຄີຍ​ສູ້​ລົບຢ່າງ​ນອງ​ເລືອດ​ຢູ່​​ສະ​ຫນາມ​ລົບ​ຕ້ານ​ຍີ່​ປຸ່ນ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຂອງ​ຈີນ​ແລະ​ສົງ ຄາມ​ປ້ອງ​ກັນ​ຊາດ,ພ້ອມ​ກັນກັບ​ພວກ​ທ່ານ​ຫວນ​ຄືນ​ປະ​ຫວັດ​ສາດ ມິດ​ຕະ ພາບ,​ແລະຈ້ອງ​ມອງ​ອະ​ນາ​ຄົດ. ກ່ອນ​ອື່ນ ທ່ານ​ຫູ​ຈີນ​ທາວ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ອັນ​ສູງ​ສົ່ງ​​ແລະ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​​ໂດຍ​ຜ່ານ​ປະ​ຊາ​ຊົນ​ລັດ​ເຊຍ​ຕໍ່​ນັກ​ລົບ​ເກົ່າ​ເຫລົ່າ​ນີ້.ທ່ານ​ເວົ້າ​ວ່າ:

1  2  3