ນິວຊີແລນຕົກລົງໃນດ້ານຫຼັກການເຂົ້າຮ່ວມສົນທິສັນຍາມິດຕະພາບຮ່ວມມືອາຊີອາຄະເນ
cri
ຕາມຂ່າວສານຊິນຮວາ, ວັນທີ9ພຶດສະພາ, ທ່ານນາງເຮເລິນ ຄຼາກ ນາຍົກລັດຖະມົນຕີນິວຊີແລນປະກາດວ່າ, ລັດຖະບານນິວຊີແລນຕົກລົງໃນດ້ານຫຼັກການເຂົ້າຮ່ວມສົນທິສັນຍາມິດຕະພາບຮ່ວມມືອາຊີອາຄະເນ.
ທ່ານນາງເຮເລິນ ຄຼາກ ເວົ້າວ່າ, ປີນີ້ແມ່ນນິວຊີແລນສ້າງສາຍສຳພັນກັບອາຊຽນຢ່າງເປັນທາງການຄົບຮອບ30ປີ. ນິວຊີແລນເຂົ້າຮ່ວມສົນທິສັນຍາມິດຕະພາບຮ່ວມມືອາຊີອາຄະເນໃນເວລານີ້ແມ່ນໂອກາດດີ. ທ່ານນາງກ່າວວ່າ, ການຕົກລົງເຂົ້າຮ່ວມສົນທິສັນຍາດັ່ງກ່າວໄດ້ສ່ອງແສງໃຫ້ເຫັນວ່ານິວຊີແລນເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນກັບອາຊຽນ.
|
|