ຕາມຂ່າວ CRI: ວັນທີ 25 ເມສາແມ່ນວັນປົດປ່ອຍຂອງອີຕາລີ. ມື້ນັ້ນໃນ 60 ປີກ່ອນ,ປະຊາຊົນພາກເໜືອອີຕາລີໄດ້ລຸກຮືຂຶ້ນສູ້,ໄດ້ປົດປ່ອຍຕົວເມືອງໃຫຍ່ຕ່າງໆເຊັ່ນມີລານ,ຕູຣິນ,ແລະເກໂນວາເປັນຕົ້ນ,ແລະໄດ້ຂັບໄລ່ທະຫານເຢຍລະມັນນາຊີຜູ້ຍຶດຄອງໃຫ້ອອກ. ເພື່ອລະລຶກໄຊຊະນະດັ່ງກ່າວ,ອີຕາລີໄດ້ກຳນົດເອົາວັນນັ້ນເປັນວັນປົດປ່ອຍ.
ວັນທີ 25 ເມສາ ພາຍໃຕ້ການນຳພາຂອງທ່ານຊຽມປີ ປະທານາທິບໍດີອີຕາລີ,ເຈົ້າໜ້າທີ່ລັດຖະບານແລະສະມາຊິກກອງຫຼອນໃນຄາວນັ້ນໄດ້ພ້ອມກັນເຂົ້າຮ່ວມພິທີລະລຶກທີ່ຈັດຂຶ້ນຢູ່ຕໍ່ໜ້າໂບດໃຫຍ່ທີ່ ມີລານ. ໃນຄຳປາໄສຂອງທ່ານຊຽມປີໄດ້ຮຽກຮ້ອງໃຫ້ຄົນທັງຫຼາຍຈື່ຈຳປະຫວັດສາດ,ຖະໜອມສັນຕິພາບ.
ເຮືອນເລກ 145 ຖະໜົນທາໂຊກຸງໂຣມເຄີຍແມ່ນສຳນັກງານໃຫຍ່ຂອງຕຳຫຼວດລັບເຢຍລະມັນປະຈຳອີຕາລີ,ຫຼັງຈາກສົງຄາມສິ້ນສຸດລົງໄດ້ຖືກດັດສ້າງເປັນ"ຫໍລະລຶກວັນປົດປ່ອຍກຸງໂຣມ". ຕອນເຊົ້າວັນທີ 25 ເມສາ,ກໍມີຫຼາຍຄົນລຽນ ແຖວຢູ່ໜ້າປະຕູເພື່ອເຂົ້າຊົມ. ໃນຫໍລະລຶກໄດ້ຮັກສາຄຸກຂອງແກສຕາໂປໃນຄາວນັ້ນຢ່າງຄົບຖ້ວນ.ໃນຫ້ອງຄຸກທີ່ດັດສ້າງຈາກຫ້ອງນ້ຳທີ່ກວ້າງບໍ່ຮອດ 2 ແມັດຕາ,ນັກຂ່າວໄດ້ເຫັນວ່າຢູ່ຕາມຝາເຕັມໄປແຕ່ຮອຍທີ່ໃຊ້ເລັບມືຄວັດອອກ.ທ່ານໂມກາເວໂຣ ຜູ້ຮັບຜິດຊອບຫໍພິພິທະພັນອະທິບາຍຕໍ່ນັກຂ່າວວ່າ:
"ຕົວໜັງສືເຫຼົ່ານີ້ມີຫຼາຍຢ່າງຫຼາຍແນວ,ຕົວຢ່າງຄືອີຕາລີໝັ້ນຍືນຫຼືວ່າເພື່ອປະເທດຊາດ,ຍັງສາມາດເຫັນແນວຄິດປັດຊະຍາຂອງເກຼັກຫຼືກາບກອນຂອງອີຕາລີເປັນຕົ້ນ."
ສິ່ງທີ່ເປັນຕາກ່າວເຖິງນັ້ນແມ່ນ,ເຖິງວ່າອີຕາລີໄດ້ປະສົບຄວາມທຸກທໍລະມານອັນມະຫາສານໃນໄລຍະສົງຄາມກໍຕາມ,ແຕ່ອີຕາລີເປັນຜູ້ຊ່ອຍຟັດຊິດນາຊີເຢຍລະມັນໃນໄລຍະສົງຄາມໂລກຄັ້ງທີສອງນັ້ນກໍແມ່ນເລື່ອງຈິງປະຫວັດສາດທີ່ດັດແກ້ບໍ່ໄດ້. ແຕ່ວ່າ,ມາຮອດຊູ່ມື້ນີ້,ຍັງມີນັກເລັງການເມືອງສ່ວນໜ້ອຍຂອງອີຕາລີປະຕິເສດບໍ່ຮັບຮູ້ປະຫວັດສາດ,ຈົນກະທັ້ງຍັງມີຄົນເຈຕະນາດັດແກ້ເລື່ອງອັບອາຍຂອງອີຕາລີໃນໄລຍະສົງຄາມໂລກຄັ້ງທີສອງ. ຕໍ່ເລື່ອງນີ້ ຊາວອີຕາລີທີ່ທ່ຽງທຳຫຼາຍຄົນໄດ້ສະແດງຄວາມຄຽດແຄ້ນຢ່າງຮຸນແຮງ. ໃນເວລາທ່ານລາມເພ ສາດສະດາຈານມະຫາວິທະຍາໄລໂຣມໃຫ້ສຳພາດຕໍ່ນັກຂ່າວນັ້ນ ທ່ານຊີ້ອອກວ່າ:
"ອີຕາລີແລະເຢຍລະມັນເຄີຍເປັນປະເທດອັກສະຟັດຊິດ,ແຕ່ວ່າ,ໃນດ້ານສຳຫຼວດຕົນເອງນັ້ນ ອີຕາລີຍັງເຮັດບໍ່ພໍເທື່ອ. ດັ່ງນັ້ນ ຊົນຊັ້ນປັນຍາຊົນຂອງອີຕາລີມີໜ້າທີ່ບອກເລື່ອງຈິງປະຫວັດສາດໃຫ້ຄົນຮຸ່ນຫຼັງຮູ້,ຊຸກຍູ້ໃຫ້ຊາວອີຕາລີສຳຫຼວດຕົນເອງຢ່າງເຖິງຖອງແລະເລິກເຊິ່ງ,ເພື່ອປ້ອງກັນບໍ່ໃຫ້ອິດທິກຳລັງຟັດຊິດເງິຍຫົວຂຶ້ນຄືນໃໝ່.
|