ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 21:46:13    
ບຸກຄົນ​ວົງ​ການ​ຕ່າງໆຂອງອີ​ຕາ​ລີສຳນຶກ​ຄື​ນສົງຄາມ​ຕ້ານ​ຟັດ​ຊິດ

cri

ຕາມ​ຂ່າວCRI  ຄຽງ​ຄູ່​ກັບຟ້າ​ຝົນ​ລົມ​ແດງ​ເຄິ່ງສະຕະວັດ​​ກວ່າຜ່ານ​ໄປ ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ທັງຫຼາຍ ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ບໍ່ພ​ຽງ​ແຕ່​ບໍ່​ໄດ້​ຈາ​ງຫາຍ​ໄປ ຜູ່​ທີ່ຮັກຫອມ​ຕິພາບ​ຍັງ​ໄດ້​ເພີ່ມຄວາມ​ຫມາຍ​ໃຫມ່​ໃຫ້​ອີກ​ຊ້ຳ  ​ແຕ່​ວ່າ​ຄົນ​ທັງຫຼາຍ​ກໍ​ຄວນ​ເອົາ​ໃຈ​ໃສ່ວ່າ  ນັບ​ມາ​ຮອດ​ປັດຈຸບັນ ລັດທິ​ຟັດ​ຊິດ​ຍັງ​ບໍ່​ສູນຫາຍ​ໄປ​​ເທື່ອ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ອີ​ຕາ​ລີ ​ແຫຼ່ງກຳ​ເນີ​ດຂອງ​ມັນ ນັກ​​ເລງການ​ເມືອງ​ສ່ວນ​ຫນ້ອຍ​ຍັງຫມາຍ​ຈະ​ບິດ​ເບືອນເລື່ອງ​ຈິງ  ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ລືມ​ປະຫວັດສາດ​ໃນ​ເມື່ອກ່ອນ


ຄົນ​ໃນ​ຍຸກ​ປັດຈຸບັນຄວນ​​ເບິ່ງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​​ແນວ​ໃດ  ກ່ຽວ​ກັບ​ບັນຫານ​ນີ້ ທ່ານ​ເຈ​ມສ໌ ຄຼີການ ອະທິການ​ບໍດີ​ມະຫາວິທະຍາ​ໄລຈອນ​ຄາ​ເບີດ​ແຫ່ງ​ກຸງ​ໂຣມ​ໄດ້​ປະກາດ​ຄວາມ​ເຫັນ​ທີ່ຕ່າງ​ຫມູ່  ທ່ານ​ກ່າວ​ວ່າ ຂ້າພະ​ເຈົ້າ​​ເອງເຫັນ​ວ່າ  ​ຄວາມຊົງ​ຈຳ​ກ່ຽວ​ກັບສົງຄາມ​ຕ້ານ​ຟັດ​ຊິດຂອງ​ໂລກ​ປະ​ໄວ້ໃຫ້ພວກ​ເຮົານັ້ນກໍ່​ແມ່ນ​ສົງຄາມ​ທີ່​ປະຊາຊົນຂອງຫຼາຍປະ​ເທດ​​ເຊິ່ງລວມທັງ​ຈີນ​ແລະ​ອີ​ຕາ​ລີດຳ​ເນີນ​ເພື່ອສະ​ແຫວ​ງຫາ​ເສລີ​ພາບ


ໃນ​ສົງຄາມ​ຕ້ານ​ຟັດ​ຊິດ​ບັ້ນ​ນີ້  ທະຫານຜູ່ຫນຸ່ມນ້ອຍ​ເປັນ​ຈຳນວນ​ຫຼວງຫຼາຍ​ໄດ້​ສະຫຼະຊີວິດ​ແລະ​ເລືອດ​ເນື້ອຢູ່​ປ່າຊ້າ​ທະຫານ​ອາ​ເມ​ລິ​ກາຊີ​ຊີ​ລີ ​ໂຣມຢູ່​ຊານ​ເມືອງ​ໂຣມ   ​ໄດ້ຝັງ​ສົບທະຫານ​ອາ​ເມ​ລິ​ກາ 1 ຫມື່ນ​ກວ່າ​ຄົນ​ທີ່​ເສຍ​ຊີວິດ​ຢູ່​ສະຫນາມ​ລົບອີ​ຕາ​ລີ​ໃນ​ສະ​ໄຫມ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ  ຢູ່​ແຫ່ງນັ້ນ ນັກ​ຂ່າວ​ໄດ້​​ພໍ້​ທ່ານ​ໂຢ​ເຊັ​ຟ ​ເບ​ວິນ​ອາ​ຄວາ ນັກ​ລົບ​ເກົ່າ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,​ເພິ່ນ​ໄດ້​ຕັ້ງ​ຈາກ​ອາ​ເມ​ລິະກາ​ຂ້ຽວ​ເດີນທາງ​ມາປັດກວາດ​​ຊຸມ​ສົບ​ໃຫ້ເພື່ອນຮ່ວມ​ລົບ​​ໃນ​ຄາວ​ນັ້ນ  ​ທ່ານ​ກ່າວ​ວ່າ  ນັກຣົບທີ່​ນອນ​ຢູ່​ແຫ່ງ​ນີ້​ລ້ວນ​ແຕ່​ແມ່ນ​ຊາວ​ຫນຸ່ມ​ແຕ່ອາຍຸ​​ແຕ່ 18 ປີ​ຮອດ 25 ປີ,​ໃນ​ຄາວ​ນັ້ນ ທົ່ວ​ໂລກ​ລ້ວນ​ແຕ່​ພວມດຳ​ເນີນ​ສົງຄາມ​ຕ້ານ​ຟັດ​ຊິດ  ວຽກ​ທີ່​ພວ​ກ​ເຂົາ​ເຈົ້າ​ເຮັດນັ້ນແມ່ນວຽກທີ່​ຍິ່ງ​ໃຫຍ່  ພວກ​ເຂົາ​ເຈົ້າ​ພັດ​ພາກຈາກ​ປະ​ເທດ​ຊາດທີ່ຢູ່​ກວງໄກ​ມາ​ແຫ່ງ​ນີ້  ​ໂດຍບໍ່​ຮູ້​ວ່າແຫ່ງ​ນີ້ມີຫຍັງ​ຄອງ​ຄອຍ​ພວກ​ເຂົາ​ເຈົ້າ  ພວກ​ເຂົາ​ເຈົ້າ​ໄດ້​ເສຍສະຫຼະ​ຢ່າງ​ໃຫຍ່​ຫຼວງ  ​ສະຫຼະ​ຊີ​ວີ​ດທີ່​ຫນຸ່ມ​ນ້ອຍ ບາງ​ຄົນ​ຍັງ​​ເຈັບ​ປວດທໍ​ລະມານ​ໃນ​ເວລາຈະ​ພີຊີບ​ໄປ


ໃນ​ເວລາ​ທ່ານ​ເຟ​ແວວນັກຣົບ​ເກົ່າ​ອັງກິດ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວນັ້ນ  ທ່ານ​ກໍໄດ້ກ່າວ​ທັດສະນະ​ເຊັ່ນ​ດຽວກັນ  ທ່ານ​ເຫັນ​ວ່າ ມີ​ແຕ່ຄົນ​ທີ່​​ເຄຣຍປະສົບ​ສົງຄາມ​ທໍ່​ນັ້ນຈຶ່ງ​ຮູ້​ ​ ​ຄວາ​ມລ້ຳ​ຄ່າ​ຂອງສັນຕິພາບ

ແຕ່​ວ່າ​  ສິ່ງ​ທີ່​ເຮັດ​ໃຫ້​ນັກຣົບ​ເກົ່າ​ເຫຼົ່າ​ນີ້​ຮູ້ສຶກ​ຄວາມ​ເສຍ​ໃຈນ​ນັ້ນແມ່ນ​ໃນ​ຫຼາຍ​ປີ​ມານີ້ ​ເຢຍລະ​ມັນ ຍີ່​ປຸ່ນ​ແລະອີ​ຕາ​ລີ​ເປັນຕົ້ນລ້ວນ​ແຕ່​ໄດ້​​ເກີດ​ມີ​ປະກົດ​ການ​ທີ່​ອິດ​ທິກຳລັງ​ຂວາຈັດ​ຂອງຟັດ​ຊິດ​ເງີຍຫົວ​ຂຶ້ນ  ນັກ​ເລງ​ການ​ເມືອງ​ສ່ວນ​ຫນ້ອຍ​ຈົນກະທັ້ງຫມາຍຈະ​ພິກ​ປີ້ນປະ​ຫວັດ​ສາດ  ປ່ຽນ​​ແປງ​ທາດ​ແທ້​ຂອງ​ຟັດ​ຊິດ  ບັນດາ​ນັກຣົບ​ເກົ່າ​ຊີ້​ອອກ​ວ່າ ນີ້​ແມ່ນ​ການ​ຢຽດ​ຫຍາມ​ອັນ​​ໃຫຍ່​ຫຼວງຕໍ່​ທະຫານ​ສາມັນ​ທີ່​​ເຄີຍເຂົ້າ​ຮ່ວມ​ສົງຄາມ​ຕ້ານ​ຟັດ​ຊິດ


ທ່ານ​ເດ​ວິດ ມິນ​ເລີ ສາດສະດາຈານປະຫວັດສາດ​ມະຫາວິທະຍາ​ໄລ_​ແຊງ​ຈອນ​ແຫ່ງໂຣມຊີ້​ອອກ​ວ່າ ຢູ່​ອີ​ຕາ​ລີ ​ແຫຼ່ງກຳ​ເນີ​ດຂອງ​ລັດທິ​ຟັດ​ຊິດ  ຫຼາຍ​ປີ​ມານ​ນີ້ ນັກ​​ເລງການ​ເມືອງຈຳນວນ​ຫນ້ອຍ​ໄດ້​ມີ​ທ່າ​ງ່ຽງ​ອັນ​ຊົ່ວ​ຮ້າຍຢ່າງ​ຫນຶ່ງ  ພວກ​ເຂົາໃຊ້​ວິທີ​ຕ່າງໆ ຫມາຍ​ຈະ​ເຮັດ​ໃຫ້​ຄົນ​ທັງຫຼາຍ​​ລືມ​​ໂທດ​ກຳ​ຂອງ​ພວກຟັດ​ຊິດ  ພວກ​​ເຣົາຕ້ອງບອກ​​ໃຫ້​ເຊັ່ນ​ລູກ​ຫຼາຍ​ຮູ້ເລື່ອງ​ຈິງ ​ແລະ​ໃຫ້​ພວກ​ເຂົາ​ເຈົ້າ​ປະ​ເຊີນ​ຫນ້າກັບ​ເລື່ອງ​ຈິງ


ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງຫຼາຍ​ປະ​ໂລມ​ໃຈ​ນັ້ນ​ແມ່ນ ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ ສາມັນຊົນ​ອີ​ຕາລີທີ່​​ເຄີຍ​ຕົກທຸກ​ໄດ້​ຍາກ​ຍ້ອນສົງຄາມນັ້ນ​ໄດ້​ຮັກສາ​ສະຕິ​ລັງ​ວັງ​ຕົວ​ໃນ​ລະດັບ​ສູງ​ຕໍ່​ລັດທິ​ຟັດ​ຊິດ​ຕະຫຼອດມາ  ​ໃນ​ເວລາ​​ທ່ານພາ​ໂວ​ເຊ​ໂລ  ນັກ​ວິຈານ​ການ​ເມືອງ​ທີ່​ມີ​ຊື່ສ​ຽງຂອງ​ອີ​ຕາ​ລີ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວນັ້ນ  ທ່ານ​ກ່າວ​ວ່າ ກໍ​ຍ້ອນ​ຄວາມທຸກ​ທໍລະ​ມາ​ມານອັນ​ມະຫາສານ​ເນື່ອງ​ຈາກ​ສົງ​ຄາມເຮັດ​ໃຫ້​ບຸກຄົນ​ທີ່​ຮັກຫອມ​ສັນຕິພາບ​ມີ​ຄວາມ​ຮັບຜິດຊອບຢ່າງ​ຫນຶ່ງ  ນັ້ນ​ກໍ່​ຄື​ບໍ່ໃຫ້​ຄົນຮຸ້ນ​ຫຼັງ​ລືມ​ໄພພິບັດ​ອັນ​ຫນັກ​ຫນາທີ່​ຟັດ​ຊິດ​ນຳ​​ມາ​ໃຫ້​ມວນ​ມະນຸດ  ທ່ານ​ກ່າວ​ວ່າ ມີ​ແຕ່ຫັນ​ຫນ້າ​ໃສ່ປະຫວັດ​ອັນ​ມືດມົນ​ໃນອະດີດ ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງທໍ່​ນັ້ນ ອີ​ຕາ​ລີ​ຈຶ່ງ​ຈະ​ບໍ່​ຕົກລົງ​ບວກ​ຕົມ​ແຫ່ງ​ຟັດ​ຊິດ​ອີກ