ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 11:18:00    
[ສິ​ລະ​ປະ​ໂລ​ຫະ]

cri Author: sayvanny

ການ​ຫລໍ່​ຫລອມ​ໂລ​ຫະ​ຂອງ​ຈີນ​ມີປະ​ຫລັດ​ສາດ​ຍາວ​ນານ​ທີ່​ສຸດ, ​ເມື່ອ 3000 ກວ່າ​ປີ​ກ່ອນ, ຊາວ​ຈີນ​ກໍ່​ນຳ​ໃຊ້​ໂລ​ຫະ​ສີ່​ຢ່າງ​ຄື ຄຳ ທອງ ຕະ​ກົ່ວ​ແລະ​ຊືນຢ່າງ​ເຫມາະ​ສົມ​ໄດ້, ​ເຕັກ​ນິກ​ຫລໍ່​ທອງ​ສຳ​ລິດ​ໄດ້​ກ້າວ​ເຖິງ ຂັ້ນ​ສຸກ​ງອມ.ຈາກ​ນັ້ນມາ, ສິ​ລະ​ປະ​ໂລຫະ​ຄ່ອຍໆ​ກາຍ​ເປັນ​ຂະ​ແຫນງ​ການ​ພິ​ເສດ​ແຫ່ງ​ສິ​ລະ​ປະ​ຫັດ​ຖະ​ກຳ​ຂອງ​ຈີນ.
     
(ເຄື່ອງຈິງທ້າຍລານ)

ຈິງ​ທ້າຍ​ລານ ຄື​ເຄື່ອງ​ລົງ​ຢາ​ແມ່ນ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ຊະ​ນິດ​ຫນຶ່ງ​ທີ່​​ມີ​ແຕ່​ປັກ​ກິ່ງ​ຈິ່ງ​ມີ, ມັນ​ໄດ້​​ເອົາ​ກຳ​ມະ​ວິທີ​ຫລໍ່​ທອງ​ສຳລິດ​ແລະ​​ເຮັດ​ເຄື່ອງ​ດິນ​ເຄືອບ​ປະ​ສານ​ກັບ​ເຕັກ​ນິກ​ແຕ້ມຮູບ​ແລະ​ວິທີ​ຄວັດ​ດັ້ງ​ເດີມ,ສົມ​ເປັນ​ເຄື່ອງ​ໂຮມ​ສູນ​ກຳ​ມະ​ວິ​ທີ​ດັ້ງ​ເດີມ​ຂອງ​ຈີນ. ຍ້ອນ​ມັນກຳ​ເນີ​ດຢູ່​ໃນ​ໄລຍະ​ຈິງ​ທ້າຍ​ລາດ​ຊະ​ວົງ​ມິ​ງ​ໃນ​ສະ​ຕະ​ວັດ​ທີ 15,​ແລະ​ໃນ​ເບື້ອງ​ຕົ້ນ​ມັນ​ມີ​ສີຟ້າ​ເປັນ​ຕົ້ນ​ຕໍ, ສະນັ້ນ ຈິ່ງ​ຖືກ​ເອີ້ນ​ເປັນ​ຈິງ​ທ້າຍ​ສີ​ຟ້າ​ຄື ຈິງ​ທ້າຍ​ລານ ​ເຊິ່ງກໍ່ຄື​ເຄື່ອງ​ລົງ​ຢາ.

ຜ່ານ​ການ​ຜົນ​ແປງ​ໃນ​ທຸກ​ສະ​ໄຫມ, ​ເຄື່ອງ​ລົງ​ຢາ​ໄດ້​ພັດ​ທະ​ນາ​ຈາກ​ສີ​ຟ້າ​ໃນ​ເບື້ອງ​ຕົ້ນ​ມາ​ເປັນ​ຫລາຍ​ສີ​ຫລາຍ​ສັນ, ຫລາຍ​ຮູບ​ຫລາຍ​ແບບ, ​ມີຈອກ ​ເປັນ​ຈານ ຖ້ວຍ ​ໂຖ​ດອກ​ໄມ້ ​ໂມງ ​ເຄື່ອງ​ເອ້​ຊະນິດ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ,​ໂດຍ​ສະ​ເພາະ​ໄດ້​ປະ​ສົມ​ປະ​ສານ​ກັບ​ສິ​ລະ​ປະ​ຄວັດ​ງ່າ​ຊ້າ ຄວັດ​ຍົກ ຄວັດ​ໄມ້​ແລະ​ສິ​ລະ​ປະ​ທານ້ຳ​ສີ,​ເຮັດ​ໃຫ້​ວັດຖຸ​ຕ່າງໆ​ປະ​ສານ​ສົມ​ທົບ​ກັນ, ທັງ​ປະດັບ​ດ້ວຍ​ເພັດ​ນິນ​ຈິນດາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ຍິ່ງ​ເຮັດ​ໃຫ້​ເຄື່ອງ​ລົງ​ຢາມີ​ສີສັນ​ພິ​ເສດ.

​ໃນ​ຊູ່​ມື້​ນີ້,​ເຄື່ອງ​ລົງ​ຢາ​ໄດ້​ກາຍ​ເປັນ​ສັນ​ຍະ​ລັກ​ຂອງ​ສິ​ລະ​ປະ​ດັ້ງ​ເດີມ ຂອງ​ປັກ​ກິ່ງ​ແລ້ວ, ​ແຂກ​ພາຍ​ໃນ​ປະ​ເທດ​​ແລະ​ຕ່າງ​ປະ​ເທດ​ມັກ​ຊື້​ເຄື່ອງ​ລົງ​ຢາຈັກ​ສອງ​ສາມ​ເຄື່ອງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນ​ໄດ້​ໄປ​ທ່ຽວ​ປັກ​ກິ່ງ​ແລ້ວ.


1  2  3  4  5