ວັນທີ 18 ເມສາແມ່ນວັນລະລຶກທ່ານໄອສະໄຕຣ໌ ຜູ້ທີ່ມີສະຕິປັນຍາຫົວຄິດປະດິດສ້າງຫຼາຍກວ່າໝູ່ໃນປະຫວັດມະນຸດເຖິງແກ່ກຳຄົບຮອບ 50 ປີ.
ເມື່ອສະຕະວັດທີ 19 ຄຽງຄູ່ກັບການຄົ້ນພົບທີ່ຍິ່ງໃຫຍ່ຕ່າງໆຂອງວົງການຟິຊິກສາດ,ນັກວິທະຍາສາດຫຼາຍທ່ານກ່າວວ່າ,ອາຄານແຫ່ງຟິຊິກສາດໄດ້ສ້າງສຳເລັດໃນຂັ້ນພື້ນຖານແລ້ວ,ວຽກທີ່ຈົ່ງໄວ້ໃຫ້ຄົນຮຸ້ນຫຼັງນັ້ນມີແຕ່ການເພີ່ມເຕີມແລະບູລະນະໃຫ້ສົມບູນທໍ່ນັ້ນ. ແຕ່ວ່າ,ໃນຕົ້ນສະຕະວັດທີ 20 ນັກຟິຊິກສາດໜຸ່ມນ້ອຍຜູ້ໜຶ່ງເກືອບວ່າແມ່ນອາໃສແຕ່ກຳລັງຂອງຕົນເອງກໍໄດ້ເຮັດໃຫ້ອາຄານແຫ່ງຟິຊິກສາດທີ່ຊົງອິດທິພົນຫຼັງນີ້ພັງທະລາຍລົງບາດດຽວ. ທ່ານກໍແມ່ນທ່ານໂຣເບີດ ໄອສະໄຕຣ໌ ນັກຟິຊິກສາດທິດສະດີຜູ້ຍິ່ງໃຫຍ່,ຜູ້ລິເລີ່ມສ້າງທິດສະດີທຽບຖານນິຍົມ.
ທ່ານໄອສະໄຕຣ໌ກຳເນີດໃນຄອບຄົວຊາວຢິວໃນເມືອງອຸມແຫ່ງເຢຍລະມັນໃນວັນທີ 14 ມີນາປີ 1879. ປີລຸນມາ,ໝົດຄອບຄົວຂອງທ່ານໄດ້ຍ້າຍໄປສູ່ເມືອງມູນິກ. ໃນຍາມຍັງນ້ອຍ,ທ່ານໄອສະໄຕຣ໌ບໍ່ໄດ້ສະແດງໃຫ້ເຫັນຄວາມສະຫຼາດລື່ນໝູ່ແນວໃດ. ທ່ານໄດ້ຮຽນຢູ່ໂຮງຮຽນມັດທະຍົມປາຍຢູ່ມູນິກ,ຮຽນບໍ່ທັນຈົບເທື່ອກໍອອກຈາກໂຮງຮຽນ,ແລ້ວຍ້າຍໄປຮຽນຢູ່ໂຮງຮຽນລັດຂອງສະວິສ. ປີ 1896 ທ່ານໄອສະໄຕຣ໌ໄດ້ໄປຮຽນຄະນິດສາດແລະຟິຊິກສາດຢູ່ສະຖາບັນອຸດສາຫະກຳສະຫະພັນຊູລິສແຫ່ງສະວິສ,ຫຼັງຈາກຮຽນຈົບແລ້ວ ທ່ານໄດ້ເປັນຄູສອນ. ທ່ານໄອສະໄຕຣ໌ມັກສອນໜັງສື,ແຕ່ການເປັນນັກຟິຊິກສາດພັດແມ່ນຄວາມໃຝ່ຝັນທີ່ທ່ານມານະພະຍາຍາມຢ່າງບໍ່ປະບໍ່ວາງຈັກເທື່ອ.
ປີ 1902 ຢູ່ແບກເນີນະຄອນຫຼວງຂອງສະວິສ ທ່ານໄອສະໄຕຣ໌ໄດ້ເປັນຜູ້ກວດກາຂອງກົມສິດທິບັດ. ວຽກງານເບົາໆໃນກົມສິດທິບັດເຮັດໃຫ້ທ່ານໄອສະໄຕຣ໌ມີເວລາສືບຕໍ່ຄົ້ນຄວ້າວິທະຍາສາດ. ປີ 1905 ທ່ານໄອສະໄຕຣ໌ອາຍຸພຽງແຕ່ 26 ປີ,ທ່ານໄດ້ປະກາດວິທະຍານິພົນສາມບົດ,ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດໃນສາມຂົງເຂດທີ່ຕ່າງກັນຂອງຟິຊິກສາດ,ໂດຍສະເພາະແມ່ນການສະເໜີທິດສະດີທຽບຖານນິຍົມໃນຄວາມໝາຍແຄບ,ເຮັດໃຫ້ຄວາມຮັບຮູ້ຂອງມະນຸດຕໍ່ຊ່ອງຫວ່າງ,ເວລາແລະການເຄື່ອນໄຫວຂອງວັດຖຸມີການປ່ຽນແປງລັກສະນະປະຕິວັດ,ເປັນຂີດໝາຍສະແດງໃຫ້ເຫັນວ່າສັງກາດໃໝ່ແຫ່ງຟິຊິກສາດໄດ້ມາຮອດແລ້ວ.
ປີ 1914 ທ່ານໄອສະໄຕຣ໌ໄດ້ກັບຄືນເຢຍລະມັນ,ດຳເນີນການຄົ້ນຄວ້າວິທະຍາສາດຢູ່ສະຖາບັນຄົ້ນຄວ້າວິທະຍາສາດພຼູສ,ທັງເປັນສາດສະດາຈານຂອງມະຫາວິທະຍາໄລແບກແລງ. ປີ 1915 ທ່ານໄອສະໄຕຣ໌ໄດ້ປະກາດທິດສະດີທຽບຖານຄວາມໝາຍກວ້າງ. ນີ້ແມ່ນຜົນສຳເລັດອັນໃຫຍ່ຫຼວງອີກອັນໜຶ່ງໃນດ້ານວິທະຍາສາດສະໄໝມໍ່ຫຼັງຈາກທິດສະດີທຽບຖານຄວາມໝາຍແຄບແລ້ວ. ປີ 1919 ຜົນການສັງເກດສຸລິຍະຄາດຂອງທ່ານເອັດດິງຕັນນັກດາລາສາດອັງກິດກໍໄດ້ຢັ້ງຢືນຄຳທຳນາຍຂອງທ່ານໄອສະໄຕຣ໌ທີ່ວ່າເມື່ອແສງຜ່ານສະໜາມກຳລັງດູດດຶງຂອງພະອາທິດຈະຄົດລ້ຽວໄດ້. ແຕ່ນັ້ນມາ ທ່ານໄອສະໄຕຣ໌ໄດ້ຂຶ້ນຊື່ລືນາມ,ທິດສະດີທຽບຖານນິຍົມໄດ້ກາຍເປັນສັບທີ່ໃຜໆກໍຮູ້.
ປີ 1921 ທ່ານໄອສະໄຕຣ໌ໄດ້ຮັບລາງວັນໂນແບນສາຂາຟິຊິກສາດຍ້ອນການຄົ້ນຄວ້າໃນດ້ານຜົນບັງເກີດເອເລັກຕົຼງແສງ. ປີ 1933 ຍ້ອນກະແສລັດທິຕ້ານຊາດຢິວຂອງເຢຍລະມັນນາຊີ,ທ່ານໄອສະໄຕຣ໌ຈຳເປັນຍ້າຍໄປຢູ່ອາເມລິກາ,ປີ 1940 ທ່ານໄດ້ຮັບສັນຊາດອາເມລິກາ. ວັນທີ 18 ເມສາປີ 1955 ທ່ານໄອສະໄຕຣ໌ໄດ້ເຖິງແກ່ກຳຢູ່ພຼິນສະຕັນຂອງອາເມລິກາ.
ນອກຈາກການປະກອບສ່ວນອັນດີເລີດທີ່ໃຜໆກໍຮູ້ໃນດ້ານຜົນບັງເກີດເອເລັກຕົຼງແສງແລະທິດສະດີທຽບຖານນິຍົມແລ້ວ,ໝາກຜົນຄົ້ນຄວ້າກ່ຽວກັບການເຄື່ອນໄຫວບຼາວຂອງທ່ານໄອສະໄຕຣ໌ໄດ້ກາຍເປັນພື້ນຖານຂອງຄະນິດສາດການເງິນທີ່ນິຍົມກັນທີ່ສຸດໃນປັດຈຸບັນຍ້ອນໄດ້ກຳກົດເກນຂອງສ່ວນຄູນທີ່ບໍ່ເປັນລະບຽບຢ່າງຫຼວງຫຼາຍ; ມະໂນພາບທີ່ວ່າແສງລາແຊຖືກກະຕຸກແລ້ວແຜ່ລັງສີທີ່ທ່ານສະເໜີອອກມານັ້ນ ໄດ້ຖືກນຳໃຊ້ໂດຍທົ່ວໄປໃນຊູ່ມື້ນີ້ຫຼັງຈາກນັ້ນຫຼາຍສິບປີແລ້ວ.
ທ່ານໄອສະໄຕຣ໌ບໍ່ພຽງແຕ່ແມ່ນນັກວິທະຍາສາດຜູ້ຍິ່ງໃຫຍ່ທໍ່ນັ້ນ,ຫາກຍັງເປັນຜູ້ຮັກຫອມສັນຕິພາບ. ທ່ານໄດ້ເຫັນສົງຄາມໂລກສອງຄັ້ງທີ່ທຳລາຍອາລະຍະທຳມະນຸດ,ເຫັນວ່າສັນຕິພາບແມ່ນບັນຫາສຳຄັນອັນດັບໜຶ່ງຂອງມະນຸດ. ເດືອນເມສາປີ 1955 ກ່ອນທ່ານໄອສະໄຕຣ໌ຈະເຖິງແກ່ກຳ,ທ່ານໄດ້ລົງນາມໃນ"ຄຳຖະແຫຼງການໂລຊູໄອສະໄຕຣ໌,ຮຽກຮ້ອງໃຫ້ຄົນທັງຫຼາຍຈົ່ງສາມັກຄີກັນເຂົ້າ,ປ້ອງກັນບໍ່ໃຫ້ເກີດສົງຄາມໂລກຄັ້ງໃໝ່.
|