ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 17:19:44    
ໃນ 60 ປີ​ຫລັງ​ສົງ​ຄາມ​ໂລກ, ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ

cri Author: mo
ປີ​ນີ້​ແມ່ນປີ​ທີ່ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ. ​ເຖິງ​ວ່າ​ສົງຄາມ​ຮຸກ​ຮານ​ທີ່​ລັດທິ​ລັດຖະທະຫານ​ຍີ່​ປຸ່ນກໍ່ຂຶ້ນ​ນັ້ນ​ໄດ້​ນຳ​​ເອົາ​ມະ​ຫັນ​ຕະ​ໄພ​ມາ​ໃຫ້​ປະຊາຊົນ​ຈີນ​ກໍ່ຕາມ, ​ແຕ່​ລັດຖະບານ​ຈີນ​ໄດ້​ເອົາ​ການ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍ​ການ​ພົວພັນ​ໄມ​ຕີ​ຈິດ​ຖານ​ບ້ານ​​ໃກ້​ເຮືອນຄຽງຈີນ​ຍີ່​ປຸ່ນ​ເປັນ​ນະ​ໂຍບາຍ​​ແຫ່ງ​ຊາດ​ທີ່​ຍາວ​ນານ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ​ໄດ້​ຈັດ​ຢູ່​ໃນຖານະ​ສຳຄັນ​ໃນ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ​ແລະ​​ໄດ້​ສ້າງ​ການ​ພົວພັນ​ຄູ່​ຂາຮ່ວມ​ມື​ດ້ວຍ​​ໄມຕີ​ຈິດ​ທີ່​ສຸມ​ກຳລັງ​ເຂົ້າ​ໃນ​ສັນຕິພາບ​ແລະ​ການ​ພັດທະນາ​ລະຫວ່າງ​ຈີນ​ຍີ່​ປຸ່ນ. ​ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ຈີນ​ຍີ່​ປຸ່ນຫລັງ​ສົງຄາມ, ​ເຈົ້າໜ້າ​ທີ່​ແລະ​ນັກປາດ​ຈີນ​ກ່າວ​ວ່າ, ​ໃນ 60 ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ​ແລະ​ມີ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງຍາວ​ໄກ.

ຈີນ​ຍີ່​ປຸ່ນ​ແມ່ນ​ປະ​ເທດ​​ໃກ້​ຄຽງ​, ມີ​ປະ​ຫວັດ​ສາດທີ່ໄປມາຫາ​ສູ່​ກັນດ້ວຍ​ໄມຕີ​ຈິດ​ເປັນ​ເວລາ 2 ພັນ​ກວ່າປີ, ​ໃນ​ໄລຍະ​ສ່ວນ​ຫລາຍ, ປະຊາຊົນ​ສອງ​ປະ​ເທດ​ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ​ກັນ. ທ່ານ​ໂຈ​ວ​ເອີນ​ລາຍ ນາຍົກລັດຖະມົນຕີຊຸດທຳອິດ​ຂອງ​ປະ​ເທດ​ຈີນ​ໃໝ່​​ເຄີຍ​ໃຊ້​ຄຳ​ເວົ້າທີ່​ວ່າ"ມີ​ມິດຕະພາບຕໍ່​ກັນ​ສອງ​ພັນ​ປີ, ​ເປັນ​ປໍ​ລະ​ປັກ​ກັນ 50 ປີ"ມາ​ວາດ​ພາບ​ການ​ພົວພັນ​ຈີນ​ຍີ​ປຸ່ນ. ການ​ຂະຫຍາຍ​ການ​ພົວພັນມິດຕະພາບແລະ​ຮ່ວມ​ມື​ກັນ​ຈີນ​ຍີ່​ປຸ່ນທີ່​ຍາວ​ນານ​ແລະ​ໝັ້ນທ່ຽງ​ແມ່ນທິດ​ທາງຕໍ່​ຍີ່​ປຸ່ນທີ່​ຜູ້ນຳ​ຫລາຍ​ຮຸ້ນ​ຂອງ​ຈີນ​ລິ​ເລີ່​ມ​ໂດຍ​ຕະຫລອດ, ​ແລະກໍ​ແມ່ນ​ນະ​ໂຍບາຍ​ພື້ນຖານ​ຕໍ່ຍີ່​ປຸ່ນທີ່​ລັດຖະບານ​ຈີນ​ປະຕິບັດ. ​ແຕ່​ສ້າງຕັ້ງປະ​ເທດ​ຈີນ​ໃໝ່​ຮອດ​ການ​ພົວພັນ​ຈີ​ນຍີ່​ປຸ່ນຟື້ນ​ຟູເປັນ​ປົກກະຕິ​ເມື່ອ​ປີ 1972, ການ​​ໄປມາຫາ​ສູ່​ກັນ​ທາງ​ພົນລະ​ເຮືອນ, ​ໃຊ້​ການ​ພົວພັນ​ດ້ານ​ພົນລະ​ເຮືອ​ນມາ​ຊຸກ​ຍູ້​ການ​ພົວພັນຝ່າຍ​ທາງ​ການ, ​ແລະຂະຫຍາຍ​ການ​ພົວພັນ​ຝ່າຍ​ທາງ​ການ​ກັບ​ຝ່າຍ​ພົນລະ​ເຮືອນ​ໄປ​ພ້ອມ​ກັນ​ທີ່​ລັດຖະບານ​ຈີນ​ລິ​ເລີ່​ມນັ້ນ​​ເຮັດ​ໃຫ້ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໄດ້​ຮັບ​ໝາກຜົນ​ອັນຕັ້ງໜ້າ. ບົນ​ພື້ນຖານ​ທີ່​ລັດຖະບານ​ຍີ່​ປຸ່ນສະ​ແດງ​ຄວາມ​ເຂົ້າ​ໃຈ​ແລະ​ເຄົາລົບ​ອາລົມ​ຈິດ​ຂອງ​ມວນ​ຊົນ​ຈີນ​ທີ່​ປະສົບ​ທຳ​ຮ້າຍດ້ວຍ​ທ່າ​ທີ​ສຳ​ຫລວດ​ຕົນ​ເອງ​ແລະ​ຂໍ​ຂະ​ມາ​ໂທດ​ນັ້ນ ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໄດ້​ຟື້ນ​ຟູ​​ເປັນ​ປົກກະຕິ​​ເມື່ອ​ປີ 1972. ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຈີນ​ຍີ່​ປຸ່ນຫລັງ​ການ​ສ້າງສາ​ຍສຳພັນ​ທາງການ​ທູດ. ທ່ານ​ເວົ້າວ່າ:
​​
ແຕ່​ສ້າງສາ​ຍສຳພັນ​ທາງການ​ທູດ​ 30 ກວ່າ​ປີ​ມານີ້, ​ໃນ​ດ້ານ​ການ​ເມືອງ ​ເສດຖະກິດ ວັດທະນະທຳ​ ການ​ສຶກສາ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ທາງ​ພົນລະ​ເຮືອນ, ສອງ​ປະ​ເທດ​ໄດ້​ຮັບ​ການ​ຂະຫຍາຍ​ຕົວ​ອັນ​ໃຫຍ່​ຫລວງ, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ, ​ແລະ​ກໍ​ໄດ້​ມີ​ບົດບາດ​ຊຸກ​ຍູ້​ຕໍ່​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກພື້ນ​ຕົນ​ກໍ​ຄື​ຂອງ​ໂລກ.
​​
ເອກະສາ​ນການ​ເມືອງ​ສາມ​ສະບັບ​ຄື"ຖະ​ແຫລ​ງການຮ່ວມ​ຈີນ​ຍີ່​ປຸ່ນ" "ສົນທິສັນຍາສັນ​ຕີ​ພາບ​ມິດຕະພາບ​ຈີນ​ຍີ່​ປຸ່ນ"​ແລະ"ຄຳ​ຖະ​ແຫລ​ງການ​ຮ່ວມຈີນ​ຍີ່​ປຸ່ນ"​ແມ່ນ​ພື້ນຖານ​ການ​ເມືອງ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່ປຸ່ນ. ​​ໃນ​ເວລາລັດຖະບານ​ຍີ່​ປຸ່ນຊຳລະ​ບັນຫາ​ປະຫວັດສາດ​ຢ່າງ​ຖືກຕ້ອງ, ປະຕິບັດ​ຕໍ່​ແລະ​ຮັບ​ຮູ້​ປະ​ຫວັດ​ສາດ​ລັດທິ​ລັດຖະທະຫານ​ຍີ່​ປຸ່ນຮຸກ​ຮານ​ຈີນ​ຢ່າງ​ຖືກຕ້ອງນັ້ນ, ການ​ພົວພັນ​ຈີນ​ຍີ່​ປຸ່ນກໍ​ຈະ​ຂະຫຍາຍ​ຕົວ​ອອກ​ແລະ​ກ້າວ​ໄປ​ໜ້າ. ທ່ານ​ຈາງ​ລີ້ລີ້ ຫົວໜ້າ​ຂະ​ແໜງ​ວິຊາການ​ທູດ​ຂອງ​ວິທະຍາຄານ​ການ​ຕ່າງປະ​ເທດ​ຈີນ ຜູ້​ຊ່ຽວຊານ​ກ່ຽວ​ກັບ​ບັນຫາ​ຈີນ​ຍີ່ປຸ່ນ​ໄດ້​​ໃຊ້ຈຸດ​ພິ​ເສດ 3 ຂໍ້​ຄື"ຄວາມ​ໂຕນ​ກັນ​ຫລາຍ, ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ​ແລະ​ມີ​ຜົນ​ສະທ້ອນ​ເລິກ​ເຊິ່ງຍາວ​​ໄກ" ມາ​ວາດ​ພາບ​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ຫລັງສົງຄາມ 60 ປີ​ມາ​ນີ້. ທ່ານ​ເວົ້າວ່າ:

ພາຍຫລັງ​ການ​ພົວພັນ​ຈີນ​ຍີ່​ປຸ່ນຟື້ນ​ຟູເປັນ​ປົກກະຕິ​ແລ້ວ, ​ການ​ພົວພັນ​ຈີນ​ຍີ່ປຸ່ນ​​ໄດ້ຂະຫຍາຍຕົວຢ່າງ​ວ່ອງ​ໄວ. ​​ການ​ພົວພັນ​ສອງ​ຝ່າຍ​​ໃນ​ຖານ​ເປັນ​ສອງມະຫາ​ປະ​ເທດ​ໃນ​ໂລກ, ການ​ພົວພັນ​ຈີນ​ຍີ່ປຸ່ນ​ມີ​ຜົນ​ສະທ້ອນ​ແລະບົດບາດອັນສຳຄັນ​ຕໍ່ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ກໍ​ຄືຕໍ່​ສັນຕິພາບ​ໂລກ. ນີ້​ໄດ້​ລື່ນ​ກາຍ​ຄວາມ​ໝາຍ​ສອງ​ຝ່າຍ​ຢ່າງ​ກວາງ​ໄກ​ແລ້ວ.

ຄວນ​ເຫັນ​ໄດ້​ວ່າ, ສົງຄາມ​ຮຸກ​ຮານ​ຈີນ​ທີ່​ລັດທິ​ລັດຖະທະຫານ​ຍີ່​ປຸ່ນກໍ່​ຂຶ້ນ​ໃນ​ສະຕະວັດ​ທີ່​ແລ້ວ​ໄດ້​​ເຮັດໃຫ້​ປະຊາຊົນ​ຈີນຈື່​ຈຳ​ຈົນ​ເທົ່າ​ໃດໆ.

ລັດຖະບານ​ຈີນ​ໄດ້​ຢືນ​ຢູ່ລະດັບ​ສູງ​ທາງ​ຍຸດ​ທະ​ສາດ, ປະຕິບັດ​ຕໍ່​ການ​ພົວພັນ​ຈີນ​ຍີ່​ປຸ່ນດ້ວຍ​ສາຍຕາ​ຍາວ​ໄກ, ​ເອົາການ"ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ, ອວ່າຍໜ້າ​ໄປ​ສູ່​ອະນາຄົດ"​ເປັນ​ຫລັກ​ມາດຖານ​ອັນ​ພື້ນຖານ​​ໃນ​ການ​ຊຳລະ​ການ​ພົວພັນ​ຈີນ​ຍີ່ປຸ່ນ. ​ແຕ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຍີ່​ປຸ່ນ​ໄດ້​ຍຶດໝັ້ນທ່າ​ທີ​ຜິດ​ພາດ​ໃນ​ບັນຫາ​ປະຫວັດສາດ, ຝ່າ​ຝືນຄຳ​ໝັ້ນສັນຍາ​ຂອງ​ຍີ່​ປຸ່ນ​ໃນ​ບັນຫາ​ປະຫວັດສາດ, ​ໃຊ້ການ​ກະທຳ​ອັນ​ຜິດພາດ​ທີ່​ບາດ​ໃຈ​ປະຊາຊົນ​ຈີນ​ແລະ​ປະຊາຊົນ​ອາຊີ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ພາ​ໃຫ້​ປະ​ເທດ​ອາຊີ​ເຊິ່ງລວມທັງ​ຈີນ​ຄຽດ​ແຄ້ນ​ຢ່າງ​ຮຸນ​ແຮງ.

ປີນີ້​ແມ່ນປີ​ທີ່ສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ, ​ແລະ​ກໍ​ແມ່ນ​ປີ​ສຳຄັນ​ກວ່າ​ໝູ່​ສຳລັບການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ. ທ່ານ​ຈາງ​ລີ້​ລີ້​ເຫັນ​ວ່າ, ການ​ປະຕິບັດ​ຕໍ່​ປະຫວັດສາດ​ຢ່າງ​ຖືກຕ້ອງ, ສະຫລຸບ​ບົດຮຽນ​ທາງ​ບວກ​ແລະ​ທາງ​ລົບ, ການ​ພົວພັນ​ຈີນ​ຍີ່​ປຸ່ນຈື່ງ​ຈະ​ຂະຫຍາຍຕົວ​ຢ່າງ​ປອດ​​ໃສ​ໄດ້, ນີ້​ກໍ​ແມ່ນ​ພື້ນຖານ​ທີ່​ຍີ່​ປຸ່ນ​ຈະ​ໄດ້​ຮັບ​ຄວາມ​​ໄວ້​ເນື້ອເຊື່ອ​ໃຈ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະຊາ​ຄົມ​ໂລກ.