ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 17:52:01    
ຕ້ອງ​ເຄາະ​ລະ​ຄັງ​ເຕືອນ​ໃຈ​ເລື້ອຍໆ

cri Author: sayvanny
ປີ​ນີ້​ແມ່ນ​ປີ​ລະ​ລຶກ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ ຮອບ 60 ປີ.​​ໃນ​ຂະ​ນະ​ທີ່​ຄົນ​ທັງ​ຫລາຍ​ຈັດ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ ຫລອງ​ຕ່າງໆ​ນາໆ​ນັ້ນ,ກໍ່​ຕ້ອງ​​ເບິ່ງ​ເຫັນ​ຢ່າງ​ມີ​ສະ​ຕິ​ປອດ​ໂປ່​ງວ່າ, ທ່າ​ງ່ຽງ ຂວາ​ຈັດ​ຢູ່​ພາຍ​ໃນ​ປະ​ເທດ​ເຢຍ​ລະ​ມັນ​​ໃນ​ສະ​ເພາະ​ຫນ້າ​ນີ້ມີ​ທ່ວງ​ທ່າ​ຟື້ນ​ຊີບຄືນ​ມາ.ຊາວ​ເຢຍ​ລະ​ມັນ​ທີ່​ບໍ່​ເຄີຍ​ຜ່ານ​ສົງ​ຄາມ​,​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຫນຸ່ມ​ຈະ​ຮູ້​ຈັກ​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ​ໄດ້​ຫລື​ບໍ່?ລັດ​ຖະ​ບານ​ເຢຍລະ​ມັນ​ຈະ​ຖອດ​ຖອນ​​ເອົາ​ບົດ​ຮຽນ​ຄຳ​ສອນ​ຈາກ​ປະ​ຫວັດ​ສາດ​ແນວ​ໃດ,ຕ່າວ​ໂຈມ​ຕີ​ອິດ​ທິກຳລັງ​ຂວາ​ຈັດ​ແລະ​ອິດ​ທິ​ກຳ​ລັງ​ຕ້ານ​ຢິວ​?​ ນັກ​ຂ່າວ​ວິ​ທະ​ຍຸ CRI ປະຈຳ​ເຢຍລະ​ມັນ​ໄດ້​​ນຳ​ບັນຫາ​ເຫລົ່າ​ນີ້​ໄປສຳ​ພາດ​ຊາວ​ເຢຍ​ລະ​ມັນ​ສ່ວນ​ຫນຶ່ງ.

ຊາວ​ຫນຸ່ມ​ແມ່ນ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຫນຶ່ງ​.​ມີ​ແຕ່​ໃຫ້​ຊາວ​ຫນຸ່ມ​ຮັບຮູ້​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ​ທໍ່​ນັ້ນ,ພວກ​ເຂົາ​ເຈົ້າຈິ່ງ​ສາ​ມາດ​ປະ​ເຊີນ​ຫນ້າ​ກັບ​ສະ​ພາບ​ຕົວ​ຈິງ​​ໄດ້, ​ແລະ​ໄດ້​ຮັບ​ຄວາມ​ເຄົາ​ລົບ.ຍ້ອນ​ມີ​ຄວາມ​ຮັບ​ຮູ້​ແນວ​ນີ້, ການ​ສຶກ​ສາ​ປະ​ຫວັດ​ສາດ​ກ່ຽວ​ກັບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຈິ່ງໄດ້​ມີ​ຖານະ​ສຳ​ຄັນ​ສົມ​ຄວນ​ໃນ​ການ​ສຶກ​ສາ​ພື້ນ​ຖານ​ຂອງ​ໂຮງ​ຮຽນ​ເຢຍ​ລະ​ມັນ,ກະ​ຊວງ​ສຶກ​ສາ​ທິ​ການ​ເຢຍ​ລະ​ມັນ​ແລະ​ພະ​ແນກ​ສຶກ​ສາ​ທິການ​ຂອງລັດ​ຕ່າງໆ​ຈິ່ງ​ໄດ້ມີ​ການ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ສິດ​ສອນ​ປະ​ຫວັດ​ສາດ​ສົງຄາມ​ໂລກ​ຄັ້ງທີ​ສອງ. ທ່ານ​​ໂຮ​ຟ​ມາຍ​ເອີ ຮອງ​ຜູ່​ອຳ​ນວຍ​ການ​ໂຮງ​ຮຽນ​ມັດ​ທະ​ຍົມ​ນອຍ​ກີ​ເຊັນ​ລັດ​ບາວາ​ເລຍຂອງ​ເຢຍລະ​ມັນ​ແນະນຳ​ວ່າ:

​ເວົ້າ​ໃຫ້​ລະ​ອຽດ​ແລ້ວກໍ່​ແມ່ນ, ກ່ອນ​ອື່ນ ຕ້ອງ​ໃຫ້​ນັກຮຽນ​ຮູ້​ວ່າ​ພວກ​ນາ​ຊີ​​ໄດ້​ຍາດ​ເອົາ​ອຳນາດ​ການ​ປົກ​ຄອງ​ດ້ວຍ​ກຳລັງ​ຮຸນ​ແຮງ​ແລະ​ວິທີ​ທີ່​ດູ​ຫມີ່​ນມະ ນຸດ​ສະ​ຍະ​ພາບ,​ ແລະ​ເຜີຍ​ແຜ່​​ທິດ​ສະ​ດີ​ແນວ​ຄິດ​ຂອງ​ເຂົາ. ຂໍ​ທີ​ສອງ​ຂອງ​ຄວາມ​ຮູ້​ພື້ນ​ຖານ​ແມ່ນ, ສົງ​ຄາມ​ໂລກ​ຄັ້ງທີ​ສອງ​ໄດ້​ນຳ​ເອົາ​ໄພ​ພິ​ບັດ​ອັນ​ບໍ່​ມີ​ບ່ອນ​ສຸດ​ສ້ຽງ​ມາ​​ໃຫ້ມວນ​ມະນຸ​ດ.ນອກ​ນີ້,​ໃນ​ລັດ​ຖະ​ທຳ​ມະນູນ​ຂອງ​ລັດ​ບາວາ​ເລຍຍັງ​ຊີ້​ອອກ​ຢ່າງ​ແຈ່ມ​ແຈ້ງ​ວ່າ​ຕ້ອງ​ເຄົາ​ລົບ​ກຽດ​ສັກ​ສີ​ຂອງ​ຄົນ, ຕ້ອງ​ສອນ​ນັກ​ຮຽນ​ໃຫ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​ຊາດ​ຕ່າງໆ.

ທ່ານ​​ໂຮ​ຟ​ມາຍ​ເອີ​ເຫັນ​ວ່າ, ບໍ່​ວ່າ​ແມ່ນ​ຝ່າຍ​ໂຮງຮຽນ​ຫລື​ແມ່ນ​ອາຈານ​ສອນ,ລ້ວ​ນ​ແຕ່​ຕ້ອງ​ຊຳລະ​ການ​ສຶກສາ​ປະຫວັດສາດ​ກ່ຽວ​ກັບ​ສົງຄາມ​ໂລກ​ຄັ້ງທີ​ສອງດ້ວຍທ່າ​ທີ​ຈິງ​ຈັງຮັບຜິດຊອບ​ແລະ​​ເຄົາລົບ​ສະພາບ​ເປັນ​ຈິງ.

ຄັນຊັ້ນ, ນັກ​ຮຽນທັງຫລາຍ​ຂອງ​ເຢຍລະ​ມັນ​ເບິ່ງ​ປະຫວັດສາດ​ສົງຄາມ​ໂລກ​ຄັ້ງທີ​ສອງ​ແນວ​ໃດ?ທ້າວ​ປີຕີ​ເລັດ​ ອາຍຸ 17 ປີ​ເວົ້າຕໍ່​ນັກ​ຂ່າວ​ວ່າ:

ສິ່ງ​ສຳຄັນ​ແມ່ນ,​ໃນ​ຊູ່​ມື້​ນີ້​ຫລັງ​ຈາກ​ນັ້ນ 60 ປີ​, ປະຫວັດສາດ​ບໍ່​ໄດ້​ຖືກ​ເວົ້າ​ເປັນ​ເລື່ອງງ່າຍ​ໆ, ບໍ່​ໄດ້​ຖືກ​ຫລົງ​ລຶມ, ບໍ່​ຖືກ​ອະທິບາຍ​ແລະບັນ​ລະ​ຍາຍ​ ​ຢ່າງ​ຜິດພາດ.​ເຖິງ​ຈະ​ເປັນ​ເລື່ອງ​ຈິ່ງ​ອັນ​ສະຫບົດ​ສະຫນອງ,ກໍ່​ຕ້ອງວາງ​ສະ​ແດງ​ໃຫ້​ຄົນ​ທັງຫລາຍ​ຮູ້​ສະພາບ​ຕົວ​ຈິງ.

ຢູ່​ໂນນ​ຊີ​ໂລ, ພໍ່​ເຖົ້າ​ຜູ່​ຫນຶ່ງ​ທີ່​ຜົມ​ຫງອກ​ຈູ່ນ​ພູ່ນ​ໄດ້​ເຮັດ​ໃຫ້​ນັກ​ຂ່າວ​ສົນ​ໃຈ​ນຳ.ພໍ່​ເຖົ້າຊື່​​ແຮນ​ເຄີ, ​ເຂົ້າ​ເປັນ​ທະ​ຫານ​ເຢຍ​ລະ​ມັນ​ໃນ​ໄລຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ຕໍ່​ມາ​ຍ້ອນ​ໄດ້​ຮູ້​​ທາດ​ແທ້​ທີ່​ໂຫດ​ຮ້າຍ​ທາ​ລຸນ​ຂອງ​ພວກ​ນາ​ຊີ​ຈິ່ງ​ໂຕນ​ໄປ​ເຂົ້າ​ຮ່ວມ​ກອງ​ທະ​ຫານ​ລຸກ​ຮື​ຂຶ້ນ​ຕ້ານ​ຟັດ​ຊິດ​ຂອງ​ຝຣັ່ງ.ປະ​ຈຸ​ບັນ, ພໍ່​​ເຖົ້າທີ່​ມີ​ອາຍຸ​ສູງ​​ແລ້ວ​ຍັງ​ດຳ​ລົງ​ຕຳ​ແຫນ່ງ​ຜູ່​ນຳ​ໃນ​ສະ​ມາ​ຄົມ​ຕ້ານ​ຟັດ​ຊິດ ຂອງ​ເຍຢລະ​ມັນ,​ແລະ​ໄປມາ​ຢູ່​ລະ​ຫວ່າງ​ໂຮງ​ຮຽນ​ຕ່າງໆ​ຢ່າງ​ບໍ​ຮູ້​ອິດ​ຮູ້​ເມື່ອຍ, ​ເລົ່າ​ສະ​ພາບ​​ສົງຄາມ​ຕ້ານ​ຟັດ​ຊິດ​​ໃຫ້​ຊາວ​ຫນຸ່ມ​ຮູ້, ສັ່ງ​ສອນ​ພວກ​ເຂົາ​ເຈົ້າ ຕ້ອງ​ຮັບ​ຮູ້​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ, ຢ່າ​ລືມ​ປະ​ຫວັດ​ສາດ.

​ເລື່ອງ​ທີ່​ຕ້ອງ​ກ່າວ​ເຖິງ​ນັ້ນ​ແມ່ນ, ລັດຖະບານ​ເຢຍລະ​ມັນ​ແລະ​ອົງ​ການ ປົກ​ຄອງ​ລັດ​ຕ່າງໆ​ກໍ່​ສຳ​ນຶກ​ຮູ້​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ສຳຄັນ​ແລະ​ຄວາມ​ຮີບ​ດ່ວນ​ທີ່​ຕ້ອງຕໍ່​ສູ້​ກັບ​ອິດ​ທິກຳລັງ​​ຂວາ​ຈັດ​ໃຕ້​ສະ​ຖາ​ນະ​ການ​ໃຫມ່​.​ໃນ​ງານ​ລະ​ລຶກ​ສົງ​ຄາມ​ຊີ​ໂລ​ຄົບຮອບ 60 ປີ,ທ່ານ​ປັຼດ​ແຊັກ ປະທານລັດ​ບຼານ​ເຕັນ​ບວກ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຈະ​ແຈ້ງວ່າ:

ອິດ​ທິ​ກຳ​ລັງ​​ຂວາຈັດ​ພວມ​ໂດດ​ອອກ​ມາ​ຢືນ​ຢູ່​ດ້ານ​ກົງກັນຂ້າມ​ກັບ​ພວກ​ເຮົາ.ພວກ​ມັນດູ​ຫມີ່​ນ​ເຊື້ອ​ຊາດ, ຕ້ານ​ຊາວ​ຢິວ,​ເວົ້າ​ຍ້ອມ​ພວກ​ນາ​ຊີ​ແລະ​ໂທດ​ກຳ​ສົງຄາມ​ຂອງ​ເຂົາ.ນະ​ທີ່​ນີ້, ຂ້າພະ​ເຈົ້າ​ຮັບ​ປະ​ກັນ​ຕໍ່​ທ່ານ​ທັງ​ຫລາຍ​ອີ​ກ​ເທື່ອ​ຫນຶ່ງ​ວ່າ, ລັດຖະບານ​ເດັດຂາດ​ບໍ່​ປະປ່ອຍ​ໃຫ້​ພວກມັນ​ເຮັດ​ຕາມ​ໃຈ.ພວກ​ຂ້າພະ​ເຈົ້າ​ຍ່ອມ​ຈະ​ຕໍ່​ສູ້​​ກັບ​ພວກ​ເຂົາ​ຢ່າງ​ເດັດຂາດ.

ຕ້ອງ​ເຄາະ​ລະຄັງ​ເຕືອນ​ໃຈ​ເລື້​ອຍໆ.ມີ​ແຕ່​ຖອດ​ຖອນ​ເອົາ​ບົດຮຽນ​ຄຳ​ສອນ​ໃນປະຫວັດສາດ​ຢ່າງຈິງ​ຈັງ​​ແລ້ວ, ​ແລະ​ໃຊ້​ມາດ​ຕະການ​ຍາວ​ນານ​ຄັດຄ້ານ​ອິດ​ທິກຳລັງຂວາງຈັດ ຕ້ານ​ຢິວ​ແລະ​ດູ​ຫມີ່​ນ​ເຊື້ອ​ຊາດທໍ່​ນັ້ນ,ຈິ່ງ​ບໍ່​ຊ້ຳຮອຍໂສກ​ນາດຕະກຳ​ປະຫວັດສາດ​ອີກ.