ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 17:52:50    
ສິ່ງທີ່​ໄດ້​ຮູ້​ໄດ້​ເຫັນ​ໃນ​ຫໍ​ລະ​ລຶກ​ສັນ​ຕິ​ພາບ​ສົງ​ຄາມ​ໂລກ​ຄັ້ງທີ​ສອງ​ເມືອງ​ກັງ​ຝຣັ່ງ

cri Author: mo

ການ​ຍົກ​ພົນ​ຂຶ້ນ​ບົກ​ຢູ່ນອກ​ມັງ​ດີທີ່​ມີ​ຊື່​ສຽງ​​ໃນ 60 ກວ່າ​ປີ​ກ່ອນ ​ໄດ້​ເຮັດ​ໃຫ້​​ເມືອງ​ນອກ​ມັງ​ດີ​ແຫ່ງ​ຝຣັ່ງກັບ​ສົງຄາມ​ໂລກ​ຄັ້ງທີ​ສອງ​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ. ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ຈື່​ຈຳ​ປະຫວັດສາດ​ຕອນ​ນີ້, ຝຣັ່ງ​ໄດ້ສະຫງວນ​ຮ່ອງ​ຮອຍ​ສົງຄາມ​ໂລກ​ຄັ້ງທີ​ສອງ​ຫລາຍ​ແຫ່ງ​ແລະ​​ສ້າງຫໍລະ​ລຶກສົງຄາມ​ຊະນິດ​ຕ່າງໆ​ຢູ່​ນອກ​ມັງ​ດີ. ​ເພື່ອ​ລະ​ລຶກສົງຄາມ​ຕໍ່ຕ້ານຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ​, ນັກ​ຂ່າວCRIປະຈຳ​ຝຣັ່ງ​ໄດ້​ຕັ້ງ​ເດີນທາງ​ໄປ​ນອກ​ມັງ​ດີ, ສຳ​ພາດກ່ຽວ​ກັບ​ຫໍ​ລະ​ລຶກສັນຕິພາບ​ສົງຄາມ​ໂລກ​ຄັ້ງທີ​ສອງ​ທີ່ເມືອງ​ກັງ----​ເຊິ່ງ​ເປັນ​ຫໍ​ລະ​ລຶກ​ໃຫຍ່​ກວ່າ​ໝູ່​ໃນ​ແຫ່ງ​ນັ້ນ. ​

ຫໍ​ລະ​ລຶກສັນຕິພາບ​ສົງ​ຄາມ​ໂລກ​ຄັ້ງທີ​ສອງ​ທີ່ເມືອງ​ກັງ​ສ້າງ​ຂຶ້ນ​​ເມື່ອ​ປີ 1988. ຫໍ​ລະ​ລຶກດັ່ງກ່າວ​ໄດ້​ໃຊ້​ຮູບ​ການວາງສະ​ແດງ​ທີ່​ທັນ​ສະ​ໄໝ, ​ໄດ້​ສະ​ແດງ​ໃຫ້​ເຫັນຮູບພາບ​ປະຫວັດສາດ​ອັນ​ຕື່ນ​ເຕັ້ນໃນ 60 ກວ່າ​ປີ​ກ່ອນ​ຢ່າງຮອບ​ດ້ານ. ​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ປາຖະໜາ​ອັນ​ດີງາມ​ທີ່​ຕ້ອງການ​ສັນຕິພາບ​ ບໍ່​ຕ້ອງການ​ສົງ​ຄາມ, ຜູ້​ອອກ​ແບບ​ຂອງ​ຫໍ​ລະ​ລຶກ​ໄດ້​ຕັ້ງຊື່​ໃຫ້​ວ່າ"ຫໍ​ລະ​ລຶກສັນຕິພາບ". ທ່ານ​ຄຼິສຕີນ ​ເດີ​ຊູ ຜູ້​ຮັບຜິດຊອບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງຫໍ​ລະ​ລຶກດັ່ງກ່າວ​ເວົ້າຕໍ່​ນັກ​ຂ່າວ​ວ່າ:

ຈຸດປະສົງ​ສ້າງ​ຫໍ​ລະ​ລຶກ​ຢູ່​​ເມືອງ​ກັງ​ກໍ​ແມ່ນ​ຢາກ​​ແນະນຳ​ສົງຄາມ​ຕໍ່​ສາທາລະນະ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ໄພພິບັດ​ແລະ​ຜົນ​ສະທ້ອນ​ທີ່​ສົງຄາມ​ໂລກ​ຄັ້ງທີ​ສອງ​ນຳ​ມາ​ໃຫ້​ມວນ​ມະນຸດ. ມັນ​ໄດ້​ລວມມີ​ເຫດການ​ສົງຄາມ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ໃນ​ແຫ່ງ​ຕ່າງໆ​ຂອງ​ໂລກ​ແຕ່​ສົງຄາມ​ໂລກ​ຄັ້ງທີ 1 ​ເມື່ອປີ 1918 ມາ​ຮອດ​ປັດຈຸບັນ, ວັດຖຸ​ປະສົງ​ກໍ​ແມ່ນ​ຢາກ​ໃຫ້​ສາທາລະນະ​ຊົນ​ຊອກ​ຮູ້​ສົງ​ຄາມ, ຮູ້ຈັກ​ສົງຄາມ, ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າສຳນຶກ​ກຶກກອງ​ຢ່າງ​ເລິກ​ເຊິ່ງຕໍ່​ສົງຄາມ​ແລະ​ຄວາມ​ອ່ອນ​ແອ​ຂອງ​ສັນຕິພາບ​​ໂລກ.

ແນ່ນ​ອນ​ແລ້ວ, ບໍ່​ວ່າ​ໃນ​ດ້ານ​ທັດສະນະ​ຄະຕິ​ການ​ອອກ​ແບບ, ຫລື​​ໃນ​ດ້ານ​ເນື້ອ​ໃນ​ທີ່​ວາງສະ​ແດງ, ຫໍ​ລະ​ລຶກສັນ​ຕີ​ພາບ​ສົງຄາມ​ໂລກ​ຄັ້ງທີ​ສອງ​ທີ່ເມືອງ​ກັງ​ໄດ້​ເນັ້ນໜັກ​ເຖິງຄຳ​ທີ່​ວ່າ"ສັນຕິພາບ". ຢູ່​ນອກ​ຫໍ​ລະ​ລຶກ, ມີ​ຝາ​ແກ້​ວໜ້າ​ໜຶ່ງ​ໄດ້​ສະ​ສົມ​ຫີນ​ຄວັດ​ຄຳ​ເຕືອນ​ທີ່​ປະຊາຊົນ​ 14 ປະ​ເທດມອບ​ໃຫ້; ຢູ່​ຝາ​ປະຕູ​ໜ້າ​ຂອງ​ຫໍ​ລະ​ລຶກ​ໄດ້​ຂຽນ​ວ່າ," ສົງຄາມ​ເຮັດ​ໃຫ້​ຂ້ອຍ​ມີ​ຮອຍ​ບາດ​ແຜ​ຫລວງຫລາຍ, ຄວາມ​ຮັກ​ແພງ​ກັນ​ພັດ​ເຮັດ​ໃຫ້​ຂ້ອຍ​ລຸກ​ຢືນ​ຂຶ້ນ​ຄືນ​ໃໝ່, ​ແມ່​ນ້ຳ​ແຫ່ງ​ເສລີ​ທີ່​ໄຫຼຜາດໆ​ແມ່ນ​ໄຫຼມາ​ຈາກ​ຮອຍ​ບາດ​​ແຜຂອງ​ຂ້ອຍ.

ເມື່ອ​ເຂົ້າ​ໄປ​ໃນ​ຫ້ອງ​ວາງສະ​ແດງ​​ແລ້ວ, ຮູບ​ພາບ​ປະ​ຫວັດ​ສາດ​ອັນ​ຕື່ນ​ເຕັ້ນ​ຍິ່ງ​ເຮັດ​ໃຫ້​ຄົນ​ສະ​ເທືອ​ນ​ໃຈ. ​ແຕ່​ປີ 1918 ຈົນ​ຮອດ​ປີ 1945, ຂະ​ບວນການ​ປະຫວັດສາດ​ຝຣັ່ງດັ່ງກ່າວ​ໄດ້​ວາງສະ​ແດງ​ຢູ່​ໜ້າ​ມວນ​ຊົນ​ດ້ວຍ​ຕົວ​ໜັງສື ຮູບ​ພາບ​ແລະ​ສຽງ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວລາ​​ກ່າວເຖິງ​ວັນ​​ເວລາ​ອັນ​ມືດ​ມົນ​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​ຝຣັ່ງຄື​ແຕ່​ປີ 1936 ຮອດ​ປີ 1938, ​ແສງ​ໄຟ​ໃນ​ຫ້ອງ​ວາງສະ​ແດງ​ກໍ​ໄດ້​ມອດ​ລົງ; ປີ 1940, ນາຍ​ພົນ​ຊາກ​ ເດີ​ ໂກນ​ໄດ້​ຈັດຕັ້ງກອງ​ປະກອບ​ອາວຸດ​ຕໍ່ຕ້ານ, ​ໄດ້​ເປີດ​ສາກ​ແຫ່ງ​ການ​ຕໍ່ຕ້ານ​ຟັດ​ຊິດ​ຂອງຝຣັ່ງ, ຫ້ອງ​ວາງສະ​ແດງ​ກໍ​ເລີ່ມມີແສງ​ໄຟ​ແຈ້ງ. ​ໃນ​ທົ່ວຫ້ອງ​ວາງສະ​ແດງ, ​ຜ່ານ​ການ​ໃຊ້​ສຽງ ​ແສງ​ແລະ​ໄຟຟ້າ​ຢ່າງ​ສົມ​ເຫດ​ສົມ​ຜົນ, ​ໄດ້​ເຮັດ​ໃຫ້​ຄົນ​ຮູ້ສຶກ​ວ່າຕົນ​ໄດ້​ຢູ່​ໃນ​ສະພາບ​ໃນ​ຄາວ​ນັ້ນ.

ໃນ​ຫ້ອງວາງສະ​ແດງ, ນັກ​ຂ່າວ​ໄດ້​ພົບ​ນັກຮຽນ​ປະຖົມ​ຫລາຍ​ງວດ​ທີ່​ມາ​ທ່ຽວຊົມ. ພວກ​ນັກຮຽນ​ໄດ້​ຖາມບັນຫາ​ຕ່າງໆ​ຕໍ່ຜູ້​ອະທິ​ບາຍຢ່າງ​ຫ້າວຫັນ. ມີ​ຜູ້ອະທິບາຍຜູ້​ໜຶ່ງ​ຊື່​ເອມີ​ລີ ຟູ​ເຊ​ໄດ້​ບອກ​ນັກ​ຂ່າວ​ວ່າ:

ພວກ​ເຮົາ​ຕົ້ນຕໍ​​ແມ່ນ​ຮັບ​ຕ້ອນ​ເດັກນ້ອຍ​ເຍົາວະ​ຊົນ​ທີ່​ອາຍຸ 8 ປີ​ຫາ 14 ປີ. ການທ່ຽວ​ຊົມ​ແບ່ງ​ອອກ​ເປັນ​ສອງ​ພາກສ່ວນ, ໜຶ່ງ​ແມ່ນ​ຫົວ​ຂໍ​ສົງຄາມ, ອີກ​ສ່ວນ​ໜຶ່ງ​ແມ່ນ​ຫົວ​ຂໍ້​ສັນຕິພາບ.

ຢູ່​ຝຣັ່ງ, ການ​ສຶກສາ​ປະ​ຫວັດ​ສາດ​ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ​ແມ່ນສອນ​ມາ​ແຕ່ນ້ອຍ. ວິຊາ​ປະຫວັດສາດ ພູມີສາດ ​ແລະ​ຄຸນ​ນະ​ທາດ​ສາທາລະນະ​ຊົນ​ຂອງ​ນັກຮຽນ​ປະຖົມ​ແລະ​ມັດທະ​ຍົມ​ຝຣັ່ງ​ໄດ້​ຮຽກຮ້ອງ​ໃຫ້​ນັກຮຽນ​ທັງຫລາຍຕ້ອງ​ໄປ​ທ່ຽວ​ຊົມ​ບ່ອນ​ລະ​ລຶກສົງຄາມ​ໂລກ​ຄັ້ງທີ​ສອງ. ຄົນ​ຝຣັ່ງຖ້າ​ພາ​ຄອບຄົວ​​ທ່ຽວ​ຮ່ອງ​ຮອຍ​ສົງຄາມ​ໂລກ​ຄັ້ງທີ​ສອງ, ກໍ​ຈະ​ພາ​ລູກ​ໄປ​ຊົມຫໍ​ລະ​ລຶກ​ແນ່ນອນ. ຢູ່​ຫໍ​ລະ​ລຶກສັນຕິພາບ​ສົງຄາມ​ໂລກ​ຄັ້ງທີ​ສອງ, ນັກ​ຂ່າວໄດ້​ພົບ​ຄອບຄົວ​ແນວ​ນີ້​ຫລາຍຄອບຄົວ. ຄົນ​ຝຣັ່ງຜູ້ເປັນ​ແມ່ທີ່ພວມ​ພາ​ລູກ​ທ່ຽວ​ຊົມ​ນັ້ນໄດ້​ບອກ​ນັກ​ຂ່າວ​ວ່າ:

ພວກ​ເຮົາ​ພາ​ລູກ​ມາ, ​ແມ່ນ​ຍ້ອນ​ວ່າ​ພວກ​ເຮົາ​ຢາກ​ໃຫ້​ລູກ​ເຂົ້າ​ໃຈ​ອະ​ດິດຕະການ, ພວກລູກ​ຕ້ອງການ​ຄວາມ​ຮູ້​ໃນ​ດ້ານ​ນີ້, ພວກ​ເຮົາ​ບໍ່​ຢາກ​ໃຫ້​ພວກ​ເຂົາ​ເຈົ້າສ້າງ​ຄວາມ​ຜິດພາດຄື​ໃນ​ອະ​ດີດ, ນີ້ກໍ​ແມ່ນ​ຄວາມ​ຊີ້​ແນະ​ແລະ​ຂໍ້​ມູນ​ຂ່າວສານ​ທີ່ຫໍ​ລະ​ລຶກຈົ່ງ​ໄວ້​​ໃຫ້​ພວກ​ເຮົາ.