ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 15:13:20    
ພາກ​ສ່ວນ​ຕ່າງໆ​ຂອງ​ລັດ​ຖະ​ບານ​ຟີ​ລິບ​ປີນ​ປະຕິ​ບັດ​ລະ​ບອບ​ເຮັດ​ວຽກ​ອາ​ທິດ​ລະ 4 ມື້

cri Author: da




ຫວ່າງ​ມໍ່ໆ​ນີ້,ນ້ຳມັ​ນ​ຢູ່ຕະ​ຫຼາດ​ສາກົນ​ໄດ້​ຂຶ້ນ​ລາຄາ​ຢ່າງ​ບໍ່​ຢຸດ​ຢັ້ງ,ນີ້​ເປັນ​ກຳລັງ​ໜີບ​ໃນ​ລະດັບ​ອັນ​ແນ່​ນອນ​ຕໍ່​ການ​ສະ​ໜອງພະ​ລັງ​ງານ​ຂອງ​ບັນດາ​ປະ​ເທດ,​ການ​ໃຊ້​ມາດ​ຕະ​ການ​ປະຢັດ​ພະລັງ​ງານ​​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ສະ​ເພາະ​ໜ້າ​ນີ້.​ໃນ​ລາຍ​ການ​ເຂົ້າສູ່​ອາ​ຊຽນມື້​ນີ້,ດາ​ລາ​ວັນ​ຂໍ​​ແນະ​ນຳ​ໃຫ້​ທ່ານ​ຮູ້​ວ່າ ລັດ​ຖະ​ບານ​ຟີ​ລິບ​ປີນ​​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ​​ແດ່?

ຫວ່າງ​ມໍ່ໆ​ນີ້ ລັດຖະ​ບານ​ຟີ​ລິບ​ປິນປະ​ກາດ​ວ່າ,​ເພື່ອ​ປະຢັດ​ພະລັງ​ງານ,​ເລີ່ມ​ແຕ່​ວັນ​ທີ 1 ​ເມສາ​ຮອດ​ທ້າຍ​ເດືອນ​ພຶດ​ສະພາ,​ພາກ​ສ່ວນ​ຕ່າງໆ​ຂອງ​ລັດຖະ​ບານ​ຈະປະ​ຕິບັດ​ລະບອບ​ເຮັດ​ວຽກ​ອາທິດ​ລະ 4 ມື້​.ນີ້​ແມ່ນ​ມາດ​ຕະການ​ໃໝ່​ອີກ​ລາຍ​ໜຶ່ງ​ຫຼັງ​ຈາກ​ທ່ານ​ນາງອາ​ໂລ​ໂຢ ​ປະທາ​ນາທິ​ບໍດີຟີ​ລິບ​ປີນ​ປະກາດ​ມາດຕະ​ການ​ປະ​ຢັດ​ພະລັງ​ງານ​ຄືໃຫ້​ພາກ​ສ່ວນ​ຕ່າງໆ​ຂອງ​ລັດຖະ​ບານ​ຫຼຸດ​ອັດຕາ​​ໃຊ້​ລົດຍົນ​ແລະ​ແອ​ເຢັນໃນ​ເດືອນ​ສິງ​ຫາ​ປີ​ກາຍ​ນີ້.ພາຍ​ຫຼັງປະ​ກາດ​ການ​ຕົກ​ລົງ​ດັ່ງ​ກ່າວ​ແລ້ວ,ກໍ​ກາຍ​ເປັນ​ຂ່າວ​ສຳຄັນ​ທີ່​ສຸດ​ຂອງ​ໜັງສື​ພິມສະ​ບັບ​ຕ່າງໆ.ຈຸດ​​ເດືອດ​ທີ່​ຄົນ​ທັງ​ຫຼາຍ​ສົນ​ໃຈ​ນັ້ນ​ແມ່ນ:​ມາດ​ຕະ​ການ​ນີ້​ຈະ​ນຳ​ເອົາ​ຜົນ​ດີ​ຫຼາຍ​ເທົ່າ​ໃດ​ໃຫ້​ລັດ?​ການ​ບໍລິ​ການ​ຂອງ​ພາກ​ສ່ວນ​ຕ່າງໆ​ລັດ​ຖະ​ບານ​ທີ່ສະ​ໜອງ​ໃຫ້​ປວງ​ຊົນ​ນັ້ນຈະ​ຖືກ​ກະ​ທົບກະ​ເທືອ​ນຫຼື​ບໍ່?

ກ່ຽວ​ກັບ​ບັນຫາ​ນີ້,ທ່ານ​ລາ​ເວີ ​ໂລ​ຕີ​ລາ ລັດຖະ​ມົນຕີ​ກະຊວງ​ພະລັງ​ງານ​ຟີ​ລິບ​ປີນ​ໄດ້​ສຳ​ພາດຕໍ່​ສື່​ມວນ​ຊົນ​ວ່າ,​ການປະ​ຕິບັດ​ລະບອບ​ເຮັດ​ວຽກ​ອາທິດ​ລະ 4 ມື້​ຢູ່​ພາກ​ສ່ວນ​ຕ່າງໆ​​ຂອງ​ລັດຖະ​ບານ​ໃນ​ສະ​ເພາະ​ໜ້າ​ນີ້,​ແມ່ນ​ເພື່ອ​ປະຢັດ​ພະລັງ​ງານ​ທີ່​ມີ​ປະລິ​ມານຈຳ​ກັດ​ແລະ​ລ້ຳ​ຄ່າ,ຮັບ​ມື​ກັບ​ລະດູ​ຮ້ອນ​ທີ່​ໃຊ້​ໄຟ​ຟ້າ​ຫຼາຍ​ໃກ້​ຈະ​ວຽນມາ​ເຖິງ​,​ແຕ່​ກົມ​ຕຳ​ຫຼວດ ດ່ານ​ພາສີ ​ໂຮງໝໍ​ແລະ​ທະນາ​ຄານ​ແຫ່ງ​ລັດ​ເປັນ​ຕົ້ນ ​ເຊິ່ງ​ເປັນ​ພາກ​ສ່ວນ​ຕ່າງໆ​ສຳຄັນ​ຈະ​ບໍ່​ປະຕິ​ບັດ​ລະບອບ​ດັ່ງ​ກ່າວ.

ຕາມ​ແນະ​ນຳ​ວ່າ,​ພາຍ​ຫຼັງ​ປະຕິ​ບັດ​ລະບອບ​ເຮັດ​ວຽກ​ອາ​ທິດ​ລະ 4 ມື້​ແລ້ວ,​ໂມງ​ລັດຖະ​ການ​ຂອງ​ພາກ​ສ່ວນ​ລັດຖະ​ບານ​ຈະ​​ຈາກ 8 ຊົ່ວ​ໂມງ​ເພີ່ມ​ຂຶ້ນ​ເຖິງ 10 ​ຊົ່ວ​ໂມງ​ຕໍ່​ມື້,​​​ເມື່ອ​ເປັນ​ແນວ​ນີ້ ລັດຖະ​ກອນ​ຂັບ​ລົດ​ເຂົ້າ​ການ​ເລີກ​ການ​ກໍ​ຈະ​ໜ້ອຍ​ລົງ,​ແລ້ວ​ບັນລຸ​ຈຸດ​ປະສົງ​ປະ​ຢັດ​ນ້ຳມັນ.​ໃນ​ຂະນະ​ດຽວ​ກັນນີ້ ຍັງ​ຕົກ​ລົງ​ວ່າ,ໃນ​ໄລຍະ​ພັກ​ຕອນ​ທ່ຽງ​ແລະ​ກ່າຍ​ຕອນ​ບ່າຍ 4 ​ໂມງ​,​ຕ້ອງ​ຢຸດ​ໃຊ້​ແອ​ເຢັນ​ແລະ​ພັດ​ລົມ​​ໃນ​ຫ້ອງ​ການ.

​ໃນ​ເວລາ​ດົນ​ນານ​ມາ​ນີ້,ຟີ​ລິບ​ປິນ​ເປັນ​ປະ​ເທດ​ທີ່​ຂາດ​ພະລັງ​ງານ​,​ໂດຍ​ສະ​ເພາະ​ແມ່ນ​ໃນ​ບໍ່​ເທົ່າ​ໃດປີ​ມາ​ນີ້,ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຟື້ນ​ຟູ​ເປັນ​ກ້າວໆ​ແລະ​ປະຊາ​ກອນ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ,​ການ​ສິ້ນ​ເປືອງ​ພະລັງ​ງານ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ພະລັງ​ງານ​ຟີ​ລິບ​ປິນ,​​ແຕ່​ລະ​ມື້ ຟີ​ລິບ​ປີນສິ້ນ​ເປືອງ​ນ້ຳມັນ​ດິບ 3 ​ແສນ 6 ໝື່ນ 7 ພັນ​ເບ​​ເລນ,​ສ່ວນ​ປະລິ​ມານ​ຜະລິດ​ຂອງ​ຟີ​ລິບ​ປີນ​ພັດ​ມີ​ແຕ່ 2 ​ແສນ 3 ໝື່ນ 5 ພັນ​ເບ​​ເລນຕໍ່​ມື້,​ພາກ​ສ່ວນ​ອື່ນໆ​ຕ້ອງ​ນຳ​ເຂົ້າ​ໝົດ.​ໃນ​ດ້ານ​ການ​ສະ​ໜອງ​ໄຟ​ຟ້າ,​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ການ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພົ້ນ​ເດັ່ນ​ອອກ,​ຕາມ​ຄາດ​ຄະ​ເນ​ຂອງ​ກະຊວງ​ພະລັງ​ງານ,​ເມື່ອ​ຮອດ​ປີ 2009, ຟີ​ລິບ​ປີນ​​ຂາດ​ໄຟຟ້າ 5 ລ້ານ​ກິ​ໂລ​ວັດ​ໂມງ.

ການ​ຂາດ​ໄຟ​ຟ້າ,​ຈຶ່ງ​ເຮັດ​ໃຫ້​ລາຄາ​ໄຟຟ້າ​ແພງ​ຂຶ້ນ,​ເວົ້າ​ສຳລັບ​ຄອບ​ຄົວ​ທຸກ​ຍາກ 20%-30% ​ໃນ​ທົ່ວ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຍັງ​ບໍ່​​ເຖິງ 2500 ​ເປ​ໂຊ​ນັ້ນ,ບໍ່​ຕ້ອງ​ສົງ​ໄສວ່າ ​ມັນ​ແມ່ນ​ພາ​ລະທີ່​ໜັກ​ໜ່ວງ,​ຈົນວ່າ​ຫຼາ​ຍໆ​ຄົນ​ບໍ່​ກ້າ​ໃຊ້​ໄຟຟ້າ.​ເມື່ອ​ເປັນ​ແນວ​ນີ້​ແລ້ວ,​ບໍລິສັດ​ໄຟ​ຟ້າ​ກໍ​ກູ້​ເອົາ​ຕົ້ນ​ທຶນ​ຄືນ​ຢ່າງ​ບັງ​ເກີດ​ຜົນ​ບໍ່​ໄດ້,ຍິ່ງ​ບໍ່​ມີ​ວິທີ​ເພີ່ມ​ຕື່ມ​ອຸປະ​ກອນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາ​ມາດ​ຜະລິດ​ໄຟ​ຟ້າ,​ເຮັດ​ໃຫ້​ລາຄາ​ໄຟ​ຟ້າ​ຕ່ຳ​ລົງ.ປີ 2004,ບໍລິ​ສັດ​​ໄຟຟ້າ​ແຫ່ງ​ລັດ​ຟີ​ລິບ​ປິນ​ໄດ້​ຕິດ​ໜີ້​ສິນ 7 ຕື້​ໂດ​ລາ​ສະຫະ​ລັດ,​ກວມ​ຍອດ​ຈຳ​ນວນ​ໜີ້​ສິນ​ແຫ່ງ​ລັດ 13%.

ສະນັ້ນ,​ເວົ້າ​ສຳ​ລັບ​ລັດຖະ​ບານ​ຟີ​ລິບ​ປີນ​ແລ້ວ,​ການ​ປະຕິ​ບັດ​ລະບອບ​​​ເຮັດ​ວຽກ​ອາ​ທິດ​ລະ 4 ມື້​ ແມ່ນ​ການ​ຕົກ​ລົງ​ທີ່​ຈຳ​ເປັນ​​ແຕ່​ສະ​ຫຼາດ​ສະ​ຫຼຽວ.

ທ່ານ​ລາ​ເວີ ​ໂລ​ຕີ​ລາ ລັດຖະ​ມົນຕີ​ກະຊວງ​ພະລັງ​ງານ​ຟີ​ລິບ​ປີນ​ກ່າວ​ວ່າ,ຕາມ​ການ​ຄິດ​ໄລ່ແລະ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​​ເຫັນ​ວ່າ,ມາດ​ຕະການ​ດັ່ງ​ກ່າວ​ຈະ​ປະຢັດ​ລາຍ​ຈ່າຍ​ທາງ​ພະລັງ​ງານ​ຢ່າງ​ບັງ​ເກີດ​ຜົນ.ຖື​ກະຊວງ​ພະລັງ​ງານທີ່​ມີ​ພະນັກ​ງານ 600 ຄົນ​ມາ​ເປັນ​ຕົວ​ຢ່າງ,ລະ​ບອບ​ເຮັດ​ວຽກ​ອາທິດ​ລະ 4 ມື້​ຈະ​ປະ​ຢັດ​​ລາຍ​ຈ່າຍ​ທາງ​ໄຟ​ຟ້າ 1 ​ແສນ 6 ໝື່ນ 6 ພັນ 4 ຮ້ອຍ​ເປ​ໂຊ​ແລະ​ນ້ຳ​ມັນ​ເອັດ​ຊັງ 8 ໝື່ນ 1 ພັນ 8 ຮ້ອຍ​ເປ​ໂຊ.ທ່ານ​ຮຽກ​ຮ້ອງ​ຂະ​ແໜງ​ການ​ເອກະ​ຊົນ​ແລະ​ປະຊາ​ຊົນ​ຈົ່ງ​ຕອບ​ສະໜອງ​ການ​ຕົກ​ລົງ​ຂອງ​ລັດຖະ​ບານ​ຢ່າງ​ຕັ້ງ​ໜ້າ,​ພ້ອມ​ກັນ​ພະຍາ​ຍາມ​ປະຢັດ​ພະລັງ​ງານ.

ພາຍ​ຫຼັງ​ປະກາດ​ມາດ​ຕະການ​ດັ່ງ​ກ່າວ​ແລ້ວ,​ປະຊາ​ຊົນ​ຟີ​ລິບ​ປີນ​ສ່ວນ​ຫຼາຍ​ໄດ້​ສະ​ແດງ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ສະ​ໜັບສະ​ໜູນ.​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ,ທະ​ແນມ​ແຕ່​ລັດຖະ​ບານ​ຈັດ​ວາງ​ຢ່າງ​ສົມ​ເຫດ​ສົມ​ຜົນ,ບໍ່​ກະທົບ​ເຖິງ​ການ​ບໍລິ​ການ​ອັນ​ປົກ​ກະຕິ,​ພວກ​ເຂົາ​ເຈົ້າຈະ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ.