ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 16:49:43    
ປະຊາຊົນ​ຈີນ​ກັບ​ປະຊາຊົນ​ໂລກ​ຄຽງ​ບ່າ​ຄຽງ​ໄຫຼ່ກັນສູ້​ລົບ​ໃຕ້​ຄັນທຸງ​ຕໍ່ຕ້ານ​ຟັດ​ຊິດ(ສຽງ)

cri Author: mo


ປີ​ນີ້​ແມ່ນ​ປີ​ທີ່​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ 60 ປີ. ​ເມື່ອ​ຫວນ​ຄືນ​ປະຫວັດສາດ​ຕອນ​ນັ້ນ, ທ່ານ​ຢົງ​ເວີຍ​ມູ້ ຜູ້​ຊ່ຽວຊານ​ຄົ້ນຄວ້າ​ປະຫວັດສາດ​ສົງຄາມ​ຕໍ່ຕ້ານ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ​​ສະ​ໄໝມໍ່​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ, ​ໃນ​ຖານ​ເປັນສະມາຊິກຜູ້ໜຶ່ງ​ໃນ​ແນວ​ໂຮມ​ເອກະ​ພາບ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ, ປະຊາຊົນ​ຈີນ​ກັບ​ປະຊາຊົນ​ຫລາຍໆ​ປະ​ເທດ​ໃນ​ໂລກ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່ກັນສູ້​ລົບ​​, ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຍາດ​ແຍ່ງ​​ເຮັດ​ໃຫ້ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ. ສ່ວນ​ສົງຄາມ​ຕໍ່ຕ້ານ​ຂອງ​ປະຊາຊົນ​ຈີນ​ກໍ​ໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ ການສະໜັບສະໜູນ​ແລະ​ການ​ຊ່ອຍ​ເຫຼືອຈາກ​ມວນ​ຊົນບັນດາ​ປະ​ເທດ​​ໃນ​ໂລກ​ທີ່​ຮັກຫອມ​ສັນຕິພາບ​ແລະ​ເສລີພາບ​, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ພັນທະ​ມິດ.

ພາຍຫລັງເຫດການ​ວັນ​ທີ 7 ກໍລະ​ກິດ​ປີ 1937​​, ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ໄດ້​ດຳ​ເນີນ​ຢ່າງຮອບດ້ານ,  ຈົນ​ຮອດ​ສົງຄາມ​ຕໍ່ຕ້ານ​ໄດ້​ຮັບ​ໄຊຊະນະ​​ເມື່ອ​ປີ 1945, ປະຊາຊົນ​ຈີນ​ໄດ້​ຍຶດໝັ້ນຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນຢ່າງ​ໝັ້ນໜຽວ​ທົນ​ທານ, ​ໄດ້​​ເສຍສະຫຼະຢ່າງ​ໃຫຍ່​ຫລວງ, ​ໄດ້​ທັບມ້າງກົນອຸບາຍຂອງ​ຍີ່​ປຸ່ນທີ່​ຢາກ​ເອົາ​ຈີນ​ເປັນ​ທີ່​ໝັ້ນ, ​ແລ້ວຍົນ​ພົນ​ຂຶ້ນ​ເໜືອ​ຮຸ​ກຮານ​​ໂຊ​ວຽດ, ລົງ​ໃຕ້​ຍຶດ​ເອົາ​ໝູ່​ເກາະ​ມະຫາ​ສະໝຸດ​ປາຊີ​ຟິກ​ໃຕ້, ​ໃນທີ່ສຸດ​, ​ເປັນ​ເຈົ້າອຳນາດ​ທົ່ວ​ອາຊີ, ​ແລະ​ເປັນ​ເຈົ້າອຳນາດ​ທົ່ວໂລກ. ຕໍ່​ເລື່ອງ​ນີ້, ທ່ານ​ຢົງ​ເວີຍ​ມູ້​​ເຫັນ​ວ່າ,

ເມື່ອພວກ​ເຮົາ​ຕີ​ລາຄາ​ຖານະ​ຂອງ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ໃນ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ, ຄວນ​ເວົ້າວ່າ, ຖ້າບໍ່​ມີຈີນ​ເສຍສະຫຼະຢ່າງໃຫຍ່​ຫລວງ​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ເປັນ​ເວລາ​ 8 ປີ​, ​ຖ້າ​ບໍ່​ມີ​ຈີນໄດ້​ຍຶດໝັ້ນການ​ຕໍ່ຕ້ານ​ເປັນ​ເວລາ 8 ປີ​ຢ່າງ​ທໍລະ​ຫົດ​ອົດທົນ, ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກຢາກ​ໄດ້​ຮັບ​ໄຊຊະນະ​ຢ່າງ​ວ່ອງໄວ​ນັ້ນ​ແມ່ນ​ຂ້ອນ​ຂ້າງຫຍຸ້ງ​ຍາກ. ຍ້ອນ​ການ​ຕໍ່ຕ້ານ​ຂອງ​ຈີນ​ໄດ້ຈ່ອງ​​ດຶງ​​ເອົາກຳລັງ​ທະຫານ​ບົກ​ສ່ວນ​ຫລາຍ​ທີ່​ສຸດ​ຂອງ​ຍີ່​ປຸ່ນ, ຍັງ​ໄດ້​ຈ່ອງດຶງ​​ກຳລັງ​ທະຫານ​ອາກາດ​ແລະ​ທະຫານ​ເຮືອ​ຂອງ​ຍີ່​ປຸນ​ສ່ວນ​ໜຶ່ງ, ນີ້​​ເປັນ​ການ​ສະໜັບສະໜູນ​ຕໍ່​ສະໜາມ​ລົບ​​ເອີ​ລົບ​ແລະ​ສະໜາມ​ລົບ​ອື່ນໆ.

ໃນ​ຖານ​ເປັນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ, ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ໄດ້​ຮັບ​ການສະ​ໜັບສະ​ໜູນຈາກ​ປະ​ເທດ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ. ​ໃນ​ໄລຍະ​ຕົ້ນ​ແລະ​ໄລຍະ​ກາງຂອງ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ, ​ໂຊ​ວຽດບໍ່​ພຽງ​ແຕ່​ໄດ້​ສະໜັບສະໜູນ​ສົງ​ຄາມ​ຕໍ່ຕ້ານ​ຂອງ​ຈີນ​​ໃນ​ດ້ານ​ການ​ເມືອງ ສິນທຳ ຈິດ​ໃຈ​ແລະ​ການທູດທໍ່​ນັ້ນ, ທັງ​ແມ່ນ​ປະ​ເທດ​ຕົ້ນຕໍ​ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ຈີນ. ຕາມ​ສະຖິຕິ, ​ແຕ່​ປີ 1937 ຮອດ​ປີ 1941, ທະຫານ​ອາສາ​ສະໝັກ​ເກືອບ 4 ພັນ​ຄົນ​ຂອງສະຫະພາບ​ໂຊ​ວຽດ​ໄດ້​ເຂົ້າຮ່ວມ​ການ​ສູ້​ລົບ​ໃນ​ແດນ​ຈີນ.

ພາຍຫລັງ​ເກີດ​ສົງຄາມ​ມະຫາ​ສະໝຸດ​ປາຊີ​ຟິກ​ແລ້ວ, ​ໃນ​ເວລາ​ອາ​ເມ​ລິ​ກາ​ໃຫ້ການ​ຊ່ອຍ​ເຫຼືອຕໍ່​ປະ​ເທດ​ອື່ນດຳ​ເນີນ​ສົງຄາມຕ້ານ​ຟັດ​ຊິດ​ນັ້ນ, ຈີນ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອດ້ານ​ພັດສະດຸ 600 ລ້ານ​ກວ່າ​ໂດ​ລາ​ສະຫະລັດ. ນອກ​ນັ້ນ, ອາ​ເມ​ລິ​ກາ​ຍັງ​ໄດ້​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ທະຫານ​ແກ່​ຈີນ. ທ່ານ​ຢົງ​ເວີຍ​ມູ້​ກ່າວ​ວ່າ,

ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນມີ​ຈຸດ​ພິ​ເສດ​ໜຶ່ງ​ກໍ​ແມ່ນ​ກຳລັງ​ທະຫານ​ອາກາດ​ຂອງ​ຈີນ​ມີ​ໜ້ອຍ, ​ເມື່ອ​ຮອດ​ໄລຍະ​ສຸດ​ທ້າຍ​ຂອງ​ສົງຄາມ, ສະພາບ​ການ​ແນວ​ນີ້​​ໄດ້​ມີ​ການ​ປ່ຽນ​ແປງ​ແລ້ວ. ປັດ​ໃຈ​ປ່ຽນ​ແປງ​ອັນ​ໜຶ່ງ​​ແມ່ນ​ທະຫານ​ອາກາດ​ອາ​ເມ​ລິ​ກາ​ໄດ້​ເຂົ້າຮ່ວມ​ການ​ສູ້​ລົບ​ຢູ່​ຈີນ, ​ເຮັດ​ໃຫ້​ທະຫານ​ອາກາດ​ຂອງ​ຍີ່​ປຸ່ນ​ເສຍທ່າ​​ແຮງທາງ​ອາກາດ​ຢູ່​ສະໜາມ​ລົບ​ຈີນ.

ພາຍຫລັງ​ສ້າງຕັ້ງ​ເຂດ​ສູ້​ລົບຈີນ​ແລ້ວ, ກອງທະຫານ​ຈີນ​ໄດ້​ປະສານ​ສົມ​ທົບ​ກັບ​ທະຫານ​ພັນທະ​ມິດ​ໂດຍ​ກົງດຳ​ເນີນ​ການ​ສູ້​ລົບ, ​ໄດ້​ປະກອບສ່ວນ​ອັນ​ໃຫຍ່ຫລວງ​ເຂົ້າ​ໃນ​ການ​ເຮັດ​ໃຫ້ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະນະ. ທ່ານ​ຢົງ​ເວີຍ​ມູ້​ກ່າວ​ວ່າ:

ກອງທະຫານ​ຈີນ​​ທີ່​ເດີນ​ທັບ​ທາງ​ໄກໄປ​ສູ້​ລົບ​ຢູ່​ມຽນມາ, ​ໄດ້ຮ່ວມ​ມື​ກັນ​ກັບ​ທະຫານ​ອາ​ເມ​ລິ​ກາ​ແລະ​ທະຫານ​ອັງກິດດຳ​ເນີນ​ການ​ສູ້​ລົບ, ກອງ​ທະຫານ​ຈີນ​​ເຂົ້າມຽນມາໄດ້​ເສີມ​ຂະ​ຫຍາບ​ບົດບາດ​ອັນ​ໃຫຍ່​ຫລວງ.

ບັ້ນລົບຢູ່​ພາກ​ຕາ​ເວັນ​ຕົກ​ແຂວງ​ຢຸນນານ​ແລະ​ຢູ່ພາກ​ເໜືອ​ມຽນມາ​ຖືກ​​ເອີ້ນ​ເປັນ​ບັ້ນລົບ​ຍົກ​ພົນ​ຂຶ້ນ​ບົກ​ນອກ​ມັງ​ດີ​ຕາ​ເວັນ​ອອກ, ​ໄຊຊະນະ​ຂອງ​ມັນ ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ທະຫານ​ພັນທະ​ມິດ​ກອບ​ກູ້​ເອົາ​ດິນ​ແດນ​ຜືນ​ກວ້າງ​ໃຫຍ່​ຢູ່ພາກ​ຕາ​ເວັນ​ຕົກ​ແຂວງ​ຢຸນນານ​ແລະ​ພາກ​ເໜືອ​ມຽນມາທໍ່​ນັ້ນ, ຫາກ​ຍັງ​ໄດ້​​ເຮັດ​ໃຫ້​ສາມ​ປະ​ເທດ​ພັນທະ​ມິດ​ຄື​ຈີນ ອາ​ເມ​ລິ​ກາ ​ແລະ​ອັງກິດ​ຫລຸດ​ພົ້ນອອກ​ຈາກ​ສະພາບ​ອັດຕະຄັດ​ທາງ​ຍຸດ​ທະ​ສາດຢູ່​ແຜ່ນດິນ​ໃຫຍ່​ທະວີບອາຊີ. ​ເຮັດ​ໃຫ້​ສະໜາມ​ລົບ​ອາຊີ​ອາຄະ​ເນ, ສະໜາມ​ລົບ​ແຜ່ນດິນ​ໃຫຍ່​ຈີນ​​ຍ້າຍຈາກ​ການ​ປ້ອງ​ກັນ​ທາງ​ຍຸດ​ທະ​ສາດ​ມາເປັນການຕ່າວ​ຕີ​ຄືນ​ທາງ​ຍຸດ​ທະ​ສາດ; ​ເຮັດ​ໃຫ້​ໄຊ​ຊະນະ​ຂອງ​ສະໜາມ​ລົບ​ມະຫາ​ສະໝຸດ​ປາຊີ​ຟິກ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ໝັ້ນຄົງ. ​ເຮັດ​ໃຫ້​ຍີ່​ປຸ່ນ​ປະລາ​ໄຊ​ເລື້ອຍໆແລະ​ພັງ​ທະລາ​ຍຢ່າງຮອບດ້ານ​ຢູ່​ສະໜາມ​ລົບ​ແຜ່ນດິນ​ໃຫຍ່​ຈີນ​ແລະ​ສະໜາມ​ລົບ​ອາຊີ​ອາຄະ​ເນ​ພາຍ​ໃນ​ເວລາ​ບໍ່​ຮອດ​ໜຶ່ງ​ປີ, ​ໃນ​ທີ່​ສຸດ, ​ໄດ້ປະກາດວ່າພວກ​ຟັດ​ຊິດ​ຍີ່​ປຸ່ນຖືກ​ດັບ​ສູນ​ຢ່າງ​ເຖິງ​ຖອງ​.