ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 18:24:53    
ສົງ​ຄາມ​​ໂລ​ກຄັ້ງທີສອງ​​​ແມ່ນ​ມະ​ຫັນ​ຕະ​ໄພ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ມະນຸດ

cri Author: mo
ສົງ​ຄາມ​ໂລກ​ຄັ້ງທີ​ສອງ​ແມ່ນ​ສົງ​ຄາ​ມ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ແລະ​ມີ​ຄວາມ​ເສຍ​ຫາຍ​ໜັກໜ່ວງ​ກວ່າ​ໝູ່​ໃນ​ປະຫວັດສາດ​ມະນຸດ.

ສົງຄາມ​ໂລກທີ່​ຍືດ​ເຍືອ​ມາ​ເປັນ​ເວ​ລາ 6 ປີ​ຄັ້ງນີ້​ໄດ້​ມີ 60 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​​ເຂົ້າຮ່ວມເປັນ​ລຳດັບ, ​ໄດ້​ກະທົບ​ເຖິງ​ປະຊາກອນ 2 ຕື້​ຄົນ, ​ເຊິ່ງກວມ​ 80% ຂອງປະຊາກອນ​ໂລກ​ໃນ​ຄາວ​ນັ້ນ, ​​ແປວ​ໄຟສົງຄາມ​ໄດ້​​​ໃໝ້ລາມ​​ໄປ​ຮອດທະວີ​ບ​ເອີ​ລົບ ອາຊີ ອາ​ຟຼີກາ​ ທະວີບໂອ​ຊຽນນີ​ແລະ​ມະຫາ​ສະໜຸດປາຊີ​ຟິກ ມະຫາ​ສະ​ໜຸດອິນ​ເດຍ ມະຫາ​ສະໜຸດອັດ​ລັງ​ຕິກ ມະຫາ​ສະໝຸດ​ຂົ້ວ​ໂລກ​ເໜືອ(ຫລື​ອາກຕິກ). ​ເນື້ອ​ທີ່​ເກີດຂຶ້ນ​ສົງຄາມ​ມີ 22​ ລ້ານກິ​ໂລ​ແມັດຕາ, ກຳລັງ​ທະຫານ​ຂອງ​ສອງ​ຝ່າຍ​​ທີ່​ລົບ​ເລວ​ກັນບັນລຸ 110 ລ້ານ​ຄົນ, ທະຫານ​ແລະສາມັນຊົນທີ່​ຕາຍ​ຍ້ອນ​ສົງຄາມ​​ໄດ້ລື່ນກາຍ 55 ລ້ານ​ຄົນ, ຄ່າ​ໃຊ້​ຈ່າຍທາງ​ທະຫານ​ໂດຍ​ກົງ​ລວມ​ແລ້ວ​​ມີປະມານ 1300 ຕື້​ໂດ​ລາ​ສະຫະລັດ, ກວມ 60% ຮອດ 70% ​ຂອງຍອດຈຳນວນ​ລາຍ​ຮັບ​ແຫ່ງ​ຊາດຂອງ​ປະ​ເທດ​ທີ່​ລົບ​ເລວກັນ, ຄວາມ​ເສຍ​ຫາຍ​ດ້ານວັດ​ຖຸຂອງປະ​ເທດ​ເຂົ້າຮ່ວມສົງ​ຄາມ​ໄດ້​ຄິດ​ເປັນ​ມູນ​ຄ່າ 4000 ຕື້​ໂດ​ລາ​ສະຫະລັດ.

ຈີນ​ແມ່ນ​ສະໜາມ​ລົບ​ຕົ້ນຕໍ​ທີ່​ຕໍ່ຕ້ານ​ການຮຸກ​ຮານ​ຂອງຍີ່​ປຸ່ນ. ຕາມ​ສະຖິຕິ​ບໍ່​ຄົບ​ຖ້ວນ, ​ໃຕ້​ດາບ​ຂອງ​ທະຫານ​ຍີ່​ປຸ່ນຜູ້ຮຸກ​ຮານ​, ຄົນ​ຈີນ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ມີ 35 ລ້ານ​ຄົນ. ​ໃນ​ນັ້ນ, ມີ​ 21 ລ້ານ​ຄົນ​ເສຍ​ຊີວິດ, ພຽງ​ແຕ່​ໃນ​ການສັງຫານ​ໂຫດທີ່ນານ​ກິ່ງ​ກໍ​ມີ 3 ​ແສນ​ຄົນ​ຂຶ້ນ​ໄປ​ເສຍ​ຊີວິດ. ​ເມື່ອຄິດ​​​ໄລ່​ຕາມ​ລາຄາ​ສິນຄ້າ​ປີ 1937, ຄວາມ​ເສຍ​ຫາຍທາງ​ເສ​ດຖະກິດ​ໂດຍ​ກົງ​ທີ່ທະຫານຍີ່​ປຸ່ນຜູ້​​ຮຸກ​ຮານສ້າງ​ໃຫ້​ຈີນ​ນັ້ນບັນລຸ 100 ຕື້​ໂດ​ລາ​ສະຫະລັດ, ຄວາມ​ເສຍຫາຍ​ທາງ​ເສດຖະກິດ​​ໂດຍທາງ​ອ້ອມ​ບັນລຸ 500 ຕື້​ໂດ​ລາ​ສະຫະລັດ. ປະຊາຊົນ​ຈີນ​ໄດ້​​ເສຍສະຫຼະປະຊາ​ຊາດ​ຢ່າງ​ມະຫາສານ​ແລະ​​ໄດ້ປະກອບສ່ວນ​ສຳຄັນທາງ​ປະຫວັດສາດ​​​ເພື່ອ​​​ເຮັດໃຫ້​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​​ໄດ້ຮັບ​ໄຊ​ຊະນະ.

ໂຊ​ວຽດ​ແມ່ນ​ສະໜາມ​ລົບ​ຕົ້ນຕໍ​ທີ່​ຕໍ່ຕ້ານ​ຟັດ​ຊິດ​ເຢຍລະ​ມັນ. ​ໃນຄວາມ​ເສຍຫາຍ​ທັງໝົດຂອງປະ​ເທດ​ເຂົ້າຮ່ວມ​ສົງຄາມ​ໂລກ​ຄັ້ງທີ​ສອງມີ 41% ​ແມ່ນ​ຂອງ​ໂຊ​ວຽດ. ຕາມ​​ເອກະສານ​ທີ່ຣັດ​ເຊຍ​ປະກາດ​​ນັ້ນ, ​​ໃນ​ໄລຍະ​ສົງຄາມ​ປ້ອງ​ກັນ​ຊາດ​ແຕ່ປີ 1941 ຮອດ​ປີ 1945, ຢູ່ໂຊວຽດມີ 27 ລ້ານ​ຄົນ​​​ເສຍ​ຊີວິດ​ຍ້ອນ​ສົງ​ຄາມ, ​ໃນ​ນັ້ນ, ກອງທັບແດງ​ໂຊ​ວຽດ​ໄດ້​ເສຍສະຫຼ 8 ລ້ານ 6 ​ແສນ 6 ໝື່ນ 8 ພັນ 4 ຮ້ອຍ​ຄົນ​; ຄວາມ​ເສຍ​ຫາຍ​ດ້ານວັດຖຸ​ທີ່ຄິດ​​ໄລ່ຕາມ​ລາຄາ​ໃນ​ປີ 1941 ​​ບັນລຸ 679 ຕື້ຣຸບ.

ອາ​ເມ​ລິ​ກາ​ແລະ​ອັງກິດ​ແມ່ນ​ສະມາຊິກ​ແກນ​ກາງຂອງ​ສະຫະພັນ​ຕ້ານ​ຟັດ​ຊິດ​​ໂລກ, ພວກ​ເຂົາ​ເຈົາກໍ່​ໄດ້​​ເສຍຄ່າ​ຕອບ​ແທນ​ຢ່າງ​ຫລວງຫລາຍ​ເພື່ອ​​​ເຮັດໃຫ້​ສົງຄາມ​ຕ້ານ​ຟັດ​ຊິດ​​ໄດ້ຮັບ​​ໄຊ​ຊະນະ. ຕາ​ມ​ເອກ​ກະສາ​ນປະຫວັດ​ສົງ​ຄາມ, ໃນ​ສົງຄາມ​ໂລກ​ຄັ້ງທີສອງ, ຢູ່ອາ​ເມ​ລິ​ກາ​ລວມມີ 4 ​ແສນ​ກວ່າ​ຄົນ​ເສຍ​ຊີວິດ​, ຢູ່​ອັງ​ກິດ​ມີ​ທະຫານ 2 ​ແສນ 7 ໝື່ນ​ຄົນ​ເສຍ​ຊີວິດ.

ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີ​ຕາ​ລີ​ແມ່ນ​ຫົວ​​​ໂປ່​​ເຈົ້າ​ໂທດ​ທີ່​ກໍ່​ສົງຄາມ​ໂລກ​ຄັ້ງທີ​ສອງ, ​ໄດ້​ຖືກປະ​ເທດ​ແລະ​ປະຊາຊົນ​ຕ້ານ​ຟັດ​ຊິດລົງ​ໂທດ​ຢ່າງ​​ເຂັ້ມງວດ. ຕາມ​ສະຖິຕິ, ຄົນ​ຂອງ​ເຢຍລະ​ມັນ​ທີ່​ເສຍ​ຊີວິດ​ແລະ​ຖືກ​ຈັບ​ເປັນ​ຊະ​ເລີຍ​ໃນ​ສົງຄາມ​ນັ້ນມີ 13 ລ້ານ 6 ​ແສນ​ຄົນ. ພຽງ​ແຕ່​ຢູ່​ສະໜາມ​ລົບ​ທີ່​ໂຊ​ວຽດ​ແລະ​ເຢຍລະ​ມັນ, ທະຫານ​ເຢຍລະ​ມັນ​ແລະ​ທະຫານ​ພັນທະ​ມິດ​ຂອງ​​ເຂົາ​ໄດ້​ມີ 6 ລ້ານ​ກວ່າ​ຄົນ​ເສຍ​ຊິວິດ. ຢູ່​ສະໜາມ​ລົບ​ທີ່​ຈີນ, ຍີ່​ປຸ່ນ​ໄດ້​ມີ 1 ລ້ານ 5 ​ແສນ​ຄົນ​ຕາຍ  ​ບາດ​ເຈັບແລະຖືກ​ຈັບ, ມີ 1 ລ້ານ 2 ​ແສນ 8 ​ໝື່ນ​ຄົນຍອມ​ຈຳນົນ​ຕໍ່​ຈີນ, ຢູ່​ສະໜາມ​ລົບ​ທີ່​ມະຫາ​ສະໜຸດປາຊີ​ຟິກ, ຍີ່​ປຸ່ນ​ໄດ້​ມີ 1 ລ້ານ 2 ​ແສນ 4 ​ໝື່ນ 7 ພັນ​ຄົນ​ຕາຍ ບາດ​ເຈັບ​ແລ​ະຖືກ​ຈັບ. ອີ​ຕາ​ລີ​ໄດ້​ມີ 1 ​ແສນ 6 ໝື່ນ​ຄົນ​ຕາຍ ບາດ​ເຈັບ​ແລະ​ຖືກ​ຈັບ.

ສົງຄາມ​ຮຸກ​ຮານ​ທີ່​ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີ​ຕາ​ລີ​ກໍ່​ຂຶ້ນນັ້ນ​ກໍ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ​ປະ​ເທດ​ເຫຼົ່ານີ້​ຖືກ​ທຳຮ້າຍ​ຢ່າງ​ໜັກ. ຢູ່​ດິນ​ແດນ​ຂອງ​ເຢຍລະ​ມັນ, ມີ​ສາມັນ​ຊົນ 4 ລ້ານ​ຄົນ​ເສຍ​ຊີວິດ​​ໃນ​ສົງຄາມ, ມີ 14 ລ້ານ​ຄົນບໍ່​ມີ​ບ່ອນ​ເພີ່ງ​ພາ​ອາ​​ໃສ. ​​ໃນເດຶອ​ນສິງຫາ ປີ 1945, ​ເມືອງຮີ​ໂລ​ຊີ​ມາ​ແລະນາ​ກາ​ສະ​ກີ​ຂອງ​ຍີ່​ປຸ່ນ​ຕ່າງ​ໄດ້ຖືກ​ອາ​ເມລິ​ກາ​ຖີ້ມ​ລູກ​ລະ​ເບີດ​ປະລະມານູ​ໃສ່. ​ໃນ​ຄາວ​ນັ້ນ, ​ໄດ້​ມີ 2 ​ແສນ​ກວ່າ​ຄົນ​ຕາຍ​​ແລະ​ບາດ​ເຈັບ, ​ແລະ​ເປັນ​ການບາດ​ໃຈຕໍ່ໄທ​ເມືອງ​ທ້ອງ​ຖິ່ນ​ດັ່ງກ່າວ.