ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 21:28:40    
ມວນ​ມະນຸດ​ທີ່​ກ້າ​ພະ​ຈົນ​ໄພ​ໄດ້​ສຳ​ເລັດ​ການບິນ​ອ້ອມ​ໂລກ​ຄັ້ງທຳ​ອິດ​ໃນປະ ຫວັດສາດ

cri

ແຕ່​ວັນ​ທີ 6 ​ເມສາ​ຮອດ​ວັນ​ທີ 28 ກັນຍາ​ປີ 1924 ມວນ​ມະນຸດ​ທີ່​ກ້າ​ພະ​ຈົນ​ໄພ​ໄດ້​ສຳ​ເລັດ​ການບິນ​ອ້ອມ​ໂລກ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ

ເຮືອບິນ 4 ລຳ​ໄດ້​ອອກ​ເດີນທາງ​ຈາ​ກຊີ​ແອັດ​ໂທ​ວ ບິນ​ຂ້າມ​ມະຫາ​ສະຫມຸດ​ປາຊີ​ຟິກ ມະຫາ​ສະຫມຸດ​ອັນ​ລັງ​ຕິກ ​ແວ່​ພັກ​ຢູ່ຍີ່​ປຸ່ນ ຈີນ ຕາ​ເວັນ​ອອກ​ກາງ​ແລະ​ຝຼັ່ງ​ເປັນຕົ້ນ ​ໃນ​ທີ່​ສຸດ​ໄດ້​ບິນ​ກັບຄືນ​ບ່ອນ​ອອກ​ເດີນທາງ,ຜົນສຳ​ເລັດ​ຂອງ​ການບິນ​ເທື່ອ​ນັ້ນ​ໄດ້​ຊັກ​ນຳ​ຂະ​ບວນການ​ຫັນ​ເຕັກນິກ​ການບິນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​ຂອງ​ໂລກ​ເປັນ​ຕະຫຼາດ,ຕໍ່​ໄປ​ເຮົາ​ຈະ​ແນະນຳ​ການບິນ​ອ້ອມ​ໂລກ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ


ການບິນ​ອ້ອມ​ໂລກ​ແມ່ນຄວາມ​ໃຝ່ຝັນ​ມາ​ແຕ່​ດົນ​ນານ​ຂອງ​ມວນ​ມະນຸດ ປີ 1924 ຄວາມ​ໃຝ່ຝັນ​ດັ່ງກ່າວ​ໄດ້​ກາຍ​ເປັນຄວາມ​ຈິງ​ໃຈ​ທີ່​ສຸດ


ວັນ​ທີ 6 ​ເສາ​ປີ 1924 ,ການບິນ​ອ້ອມ​ໂລກ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ​ກໍ​ໄດ້​ເລີ່​ມດຳ​ເນີນ,ມື້ນັ້ນ,ຢູ່​ເດີ່ນຍົນ​ຊີ​ແອັດ​ໂທ​ວ​ແຫ່ງ​ອາ​ເມ​ລິ​ກາ​ມີ​ຄົນ​ມາ​ສົ່ງ​ຢ່າງ​ຫຼວງຫຼາຍ,​ເຮືອບິນ​ສີ​ເງິນ 4 ລຳ​ໄດ້​ຈອດ​ຮຽງ​ກັນ​ຊ້າຍລ້າ​ຍຢູ່​ລານ​ແລ່ນ​ຂອງ​ຍົນ​ເຫມືອນ​ດັ່ງ​ນົກ​ໃຫຍ່​ຝູງ​ຫນຶ່ງ​ທີ່​ຈະ​ພືປີກ​ບິນ.
​ເຮືອບິນ​ທີ່​ຮັບ​ຫນ້າ​ທີ່​ການບິນ​ອ້ອມ​ໂລກ​ເທື່ອ​ນີ້​ແມ່ນ​ຄັດ​ເລືອກ​ຢ່າງ​ພຽນ​ໃຈ​ຈາກ​ບໍລິສັດ​ດາວ​ກຼາສ ບໍລິສັດ​ຜະລິດ​ຍົນ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມລິ​ກາ​ໃນ​ຄາວ​ນັ້ນ,​ເຮືອບິນ​ແຕ່​ລະ​ລຳ​ຫນັກ 3,7 ​ໂຕນ,ມີ​ສອງ​ປີກ​ສອງ​ບ່ອນ​ນັ່ງ,ຄວາມ​ແຮງ​ຂອງ​ເຄື່ອງ​ໂມ​ເຕີ 2 ຫມື່ນ 9 ພັນ 400 ວັດ ພາຍ​ໃຕ້​ສາຍຕາ​ຂອງ​ຄົນ​ທັງຫຼາຍທີ່​ສຸມ​ໃສ່,ຫນ່ວຍ​ຍົນ​ໄດ້​ຈັດ​ແຖວ​ແລ້ວ​ອອກ​ເດີນທາງ,ຍົນ​ທີ່​ນຳ​ທາງ​ຕັ້ງຂື່​ໃຫ້​ວ່າ​ຊີ​ແອັດ​ໂທດ ອີກ​ສາມ​ລຳ​ກໍຕ່າງ​ໄດ້​ໃສ່​ຊື່​ຕົວ​ເມືອງ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ຄື:ຊີຄາ​ໂກ ​ໂບສຕັນ​ແລະ​ນິວອໍ​ລຽນ


ຕັ້ງ​ແຕ່​ຄົນ​ທັງຫຼາຍຮັບຮູ້ກັນ​ວ່າ,ຫນ່ວຍ​ໂລກ​ແມ່ນ​ຮູບ​ກົມ​ແລ້ວ,ນັກ​ພະ​ຈົນ​ໄພ​ຂອງ​ປະ​ເທດ​ຕ່າງໆກໍ​ໄດ້​ທົດ​ລອງ​ໄປ​ອ້ອມ​ໂລກ​ດ້ວຍ​ເຮືອດ້ວຍ​ຫມາກ​ໂປ່​ງຮ້ອນ​ແລະ​ພາຫະນະ​ອື່ນໆ​ເພື່ອ​ຊອກ​ຄົ້ນ​ຄວາມ​ເລິກ​ລັບ​ຂອງ​ຫນ່ວຍ​ໂລກ,ສ່ວນ​ເຮືອບິນ​ແມ່ນ​ພາຫະນະ​ທີ່​ເຫມາະສົມ​ແລະ​ສະດວກ​ສົມຄວນ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ,​ເສັ້ນທາງ​ບິນ​ອ້ອມ​ໂລກ​ເທື່ອນີ້​ແມ່ນ​ໄດ້ຈັດ​ວາງ​ຢ່າງ​ພາກ​ພຽນ,ຫນ່ວຍ​ການບິນ​​ໄດ້​ອອກ​ເດີນ


ທາງ​ຈາກ​ຊີ​ແອັດ​ໂທ​ວ ຕ້ອງບິນ​ຜ່ານ​ມະຫາ​ສະ​ຫມຸດປາຊີ​ຟິກ,ມະຫາ​ສະຫມຸດ​ອັດ​ລັງ​ຕິກ​ແລະ​ຮ່ອມ​ທະ​ເລ​ອັງກິດ​ເປັນຕົ້ນ,​ໃນ​ທີ່​ສຸດ ​ໄດ້​ກັບ​ຄືນ​ຊີ​ແອັດ​ໂທ​ວບ່ອນ​ອອກ​ເດີນທາງກຳ​ຄື​ກັນ​ການ​ເຄື່ອນ​ໄຫວ​ພະ​ຈົນ​ໄພ​ທີ່​ສຳຄັນ​ຫຼາຍ​​ເທື່ອ​ຂອງ​ມວນ​ມະນຸດ ການບິນ​ອ້ອມ​ໂລກ​ເທື່ອ​ນີ້​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ອັນຕະລາຍ​ແລະ​ຄວາ​ມ​ເລິກ​ລັບ ​ເຖິງ​ວ່າ​ຄົນ​ທັງຫຼາຍ​ໄດ້​ທຳ​ການ​ກະກຽມຢ່າງ​ຫຼວງຫຼາຍ​ແລ້ວກໍ​ຕາມ,​ແຕ່​ໃນ​ເວລາ​ບິນ​ກໍ​ຍັງ​ມີ​ຄວາມ​ອັນຕະລາຍ​ເກີດ​ຂຶ້ນ​ເລື້ອຍໆ​ເປັນ​ຫນ້າ​ສະທ້ານ​ຢ້ານ​ກົວ,​ໃນ​ເວລາ​ຫນ່ວຍ​ຍົນ​ບິນຮອດ​ເອາ​ລາສການັ້ນ,ຍົນ​ຊີ​ແອັດ​ໂທ​ວທີ່​ນຳ​ທາງ​ເກີດ​ຕິດ​ຂັດ,​ເມື່ອ​ໄດ້​ສ້ອມ​ແປງ​ໂດຍ​ດ່ວນ​ກໍ​ບໍ່​ໄດ້ຜົນ,ຈຶ່ງ​ຈຳ​ເປັນຕ້ອງ​ເຊົາບິນ,​ເມື່ອ​ເ​ປັນ​ແນວ​ນັ້ນ,ຍົນ​ຊີ​ຄາ​ໂກ ຈຶ່ງ​ໄດ້​ຫາບ​ແບກ​ຫນ້າ​ທີ່​ນຳ​ທາງ.


​ເຮືອບິນສາມ​ລຳ​ໄດ້ບິນ​ຜ່ານ​ມະຫາ​ສະ​ຫມຸດປາຊີ​ຟິກບິນຜ່ານ​ທະວີບອາຊີ​ແລະ​ເອີ​ລົບ,​ແລ້ວ​ໄປ​ຮອດ​ປາລີ​ແຫ່ງ​ຝຼັ່ງ​ໂດຍ​ສະຫວັດດີ​ພາບ​ໃນ​ວັນ​ທີ 14 ກໍລະກົດ​ປີນັ້ນ,ຫນ່ວຍ​ຍົນ​ໄດ້​ພັກ​ເຊົາ​ເລັກ​ຫນ້ອຍ​ຢູ່​ປາລີ ມື້​ລຸນ​ມາ,ກໍ​ເລີ່​ມບິນ​ຜ່ານ​ຮ່ອມ​ທະ​ເລ​ອັງກິດ ​ເວລາ​ນີ້ດຍົນ​ໂບສຕັນຕິດ​ຂັດ,ຈຶ່ງ​ຖອນ​ອອກ​ຈາກ​ຖັນ​ແຖວິນ​ອ້ອມ​ໂລກ​ດ້ວຍ​ຄວາມ​ສຸດ​ວິ​ໄສ ການ​ສຳ​ເລັດ​ຫນ້າ​ທີ່​ການບິນ​ໃນ​ທີ່​ສຸດ​ກໍ​ໄດ້​ຕົກ​ໃສ່​ຍົນ​ຊີ​ຄາ​ໂລກ​ແລະ​ຍົນ​ນິວອໍ​ລຽນ

ເມື່ອ​ໄດ້ບິນ​ໄລຍະອັນ​ຍາວ​ໄກ​ແລ້ວ,ຍົນ​ກໍ​ຍັງ​ຢູ່​ໃນ​ສະພາບ​ທີ່​ດີ​ຢູ່,ຫລັງ​ຈາກ​ບິນ​ຂ້າມ​ມະຫາ​ສະຫມຸດອັດ​ລັງ​ຕິກ​ແລ້ວດຫນ່ວຍ​ຍົນ​ໄດ້​ດັບ​ຄືນ​ຮອດ​ຊີ​ແອັດ​ໂທ​ວບ່ອນ​ອອກ​ເດີນທາງ​ໃນ​ວັນ​ທີ 28 ກັນຍາ​ປີ 1924.


ການບິ​ນອ້ອມ​ໂລກ​ຢ່າງ​ສຳ​​ເລັດ​ຜົນ​ໄດ້​ບັນລື​ໂລກ​ໃນ​ຄາວ​ນັ້ນ,ວິລະຊົນ 4 ຄົນ​ທີ່​ຂັບ​ຍົນ​ຄື​ທ່ານ​ສະ​ມິດ ທ່ານ​ອານົດ ທ່ານ​ນິນ​ເຊີນ ​ແລະ​ທ່ານ​ຮາ​ດິນ​ໄດ້​ຮັບການ​ຕ້ອນຮັບ​ຊົມ​ເຊີຍ​ຢ່າງ​ມະ​ໂຫລານ​ກວ່າ​ຍາມ​ໃດ​ຫມົດ​ຢູ່​ເດີ່ນຍົນ​ຊີ​ແອັດ​ໂທ​ວ,ຄົນ​ທັງຫຼາຍທີ່​ຕື່ນ​ເຕັ້ນດີ​ໃຈ​ໄດ້​ໂຍນ​ຮັບ​ພວກ​ເຂົາ​ເຈົ້າຫຼາຍ​ເທື່ອ.


ກາ​ນບິນ​ອ້ອມ​ໂລກ​ເທື່ອ​ນີ້​ໄດ້​ຖືກ​ບັນທຶກ​ເຂົາ​ໃນ​ປື້​ມປະຫວັດ​ວິທະຍາສາດອງ​ມວນ​ມະນຸດ​ຢ່າງ​ຄົບ​ຖ້ວນ​ຄື:ກິນ​ເວລາ 176 ມື້ ​ໃນ​ນັ້ນວລາ​ບິນ​ລວມ 371 ຊົ່ວ​ໂມງ​ກັບ 7 ນາທີ ລົງ​ຈອດ 57 ​ເທື່ອ,ຜ່ານ​ໄລຍະ​ທາງ 44312 ກິ​ໂລ​ແມັດ


ບັນດາ​ຜູ່​ຊ່ຽວຊານ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ການບິນ​ເທື່ອ​ນີ້​ແມ່ນ​ການ​ກະທຳ​ອັນ​ຍິ່ງ​ໃຫຍ່​ຄັ້ງຫນຶ່ງ​ໃນ​ປະກວັດານບິນ​ຂອງ​ມວນ​ມະນຸດ ຫລັງ​ຈາກ​ນັນດມວນ​ຊົນ​ອາ​ເມ​ລິ​ກາ​ໄດ້ມີ​ຄວາມ​ສົນ​ໃຈ​ຫຼາຍກວ່າ​ຍາມ​​ໃດ​ຫມົດ​ຕໍ່​ການບິນ ນັກທຸລະກິດ​ອຸດສາຫະກຳ​ຫຼວງຫຼາຍພາກັນ​ຫັນ​ໄປ​ລົງທຶນ​ບຸກ​ເບີກ​ຂະ​ແຫນງ​ການ​ການບິນ ຈາກ​ນັ້ນ ​ໄດ້​ຊັກ​ນຳ​ການ​ຫັນ​ເຕັກ​ນິກການບິນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​ໃຫ້​ເປັນ​ຕະຫຼາດ,ສະພາບ​ແວດ​ລ້ອມ​ສັງຄົມ​ຊະນິດ​ນີ້​ໄດ້​ຊຸກ​ຍູ້​ເຕັກນິກ​ການບິນ​ຂອ​ງອາ​ເມ​ລິ​ກາ​ພັດທະນາ​ດ້ວຍາ​ຄວາມ​ໄວ​ສູງ,​​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຍັງ​ຢູ່​ໃນ​ຖານະ​ນຳຫນ້າ​ໂລກ​ໃນ​ຂົງ​ເຂດນີ້​ຈົນ​ຮອດ​ດຽວ​ນີ້.