ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້, ຂ້າພະເຈົ້າອຸດົມຈະສະເໜີນິທານສຸພາສິດເລື່ອງ "ຫົງໂກ່ວເຫວິຍເຈ້ຍ" ໝາຍຄວາມວ່າ ຖືຄອງນ້ຳຫົງໂກ່ວເປັນເຂດ.
ຫົງໂກ່ວແມ່ນຊື່ຄອງນ້ຳບູຮານສາຍໜຶ່ງຂອງຈີນ, ຊຶ່ງກໍ່ຄືແມ່ນ້ຳເຈຍຫຼູຢູ່ເມືອງຈົ່ງໂໝວແຂວງເຫີໜານໃນສູ່ມື້ນີ້. "ຫົງໂກ່ວເຫວິຍເຈ້ຍ" ໝາຍເຖິງເມືອງສູກັບເມືອງຮັ້ນເອົາຄອງນ້ຳຫົງໂກ່ວເປັນຊາຍແດນ, ສູ່ມື້ນີ້ມັກໃຊ້ມາອຸປະມາການແບ່ງເຂດກັນຢ່າງແຈ່ມແຈ້ງລະຫວ່າງສອງຝ່າຍ, ແລະກໍເອີ້ນຄວາມບໍ່ສາມັກຄີກັນແລະມີຮອຍແຕກແຫງ ເປັນຄອງຫົງໂກ່ວ.
ກ່ອນຄິດຕະສັງກາດປີ 206, ພາຍຫຼັງລາຊະວົງສິນຖືກໂຄ່ນລົ້ມແລ້ວ, ຢູ່ອານາຈັກຈີນໄດ້ປະກົດມີສະຖານະພາບທີ່ເມືອງສູກັບເມືອງຮັ້ນຍາດຊິງກັນ.
ໃນຄາວນັ້ນ, ກຳລັງທະຫານຂອງເມືອງສູກັບເມືອງຮັ້ນໄລ່ເລ່ຍກັນ. ສອງຝ່າຍສູ້ກັນເປັນເວລາຍາວນານຢູ່ແຖບແຂວງເຫີໜານ ແຂວງອານຮຸຍແລະແຂວງຊານຕົ່ງ, ລົບເລວກັນຫຼາຍຫຼົບຫຼາຍຕ່າວ, ຕ່າງກໍ່ມີໄດ້ມີເສຍ. ພາຍຫຼັງມາ, ກອງທະຫານສອງຝ່າຍໄດ້ຄ້ຳຢັນກັນຢູ່ສອງຝັ່ງຄອງນ້ຳກວາງອູ (ຄືສິງຢາງແຂວງເຫີໜານປະຈຸບັນ), ແລະບໍ່ມີຄວາມຄືບໜ້າຈັກເມັດ. ຍ້ອນສອງຝ່າຍສູ້ກັນຫຼາຍປີ, ປະຊາຊົນຕົກທຸກໄດ້ຍາກ, ຊີວິດລຳບາກກາກກຳ, ການລຳລຽງກໍບໍ່ພຽງພໍ. ພົນທະຫານຂອງສອງຝ່າຍລ້ວນແຕ່ເບື່ອໜ່າຍສົງຄາມທີ່ສຸດ, ຈົນເກີດມີຈິດໃຈຕ້ານສົງຄາມ.
ໃນເວລານັ້ນ, ຊ້ຽງອີ ເຈົ້າຊີວິດເມືອງສູໄດ້ຈັບພໍ່ແມ່ແລະພັນລະຍາຂອງລິວປາງໄປເປັນຕົວປະກັນຢູ່ແນວໜ້າ, ໝາຍບີບບັງຄັບໃຫ້ລິວປາງຍອມຈຳນົນ ຊຶ່ງເປັນການຂົ່ມຂູ່ຕໍ່ລິວປາງບໍ່ແມ່ນຂອງຄ່ອຍ, ລິວປາງຮູ້ສຶກຖືກກົດໜີບແຮງຫຼາຍ, ເລີຍແຕ່ງລູ້ເຈຍ ນັກຫົວຄິດໄປຊັກຊວນຊ້ຽງອີໃນທັນທີ, ໃຫ້ຊ້ຽງອີປ່ອຍຕົວພໍ່ແມ່ແລະພັນລະຍາຂອງຕົນ, ແຕ່ຊ້ຽງອີບໍ່ຍອມເດັດຂາດ, ໃຫ້ລິວປາງປະນີປະນອມ. ລິວປາງຄຶດເຂົາຄຶດອອກ ບໍ່ຮູ້ແນວຊິເຮັດ, ເລີຍທັງຄິດຫາວິທີ ທັງແຕ່ງໂຫວກົ່ງໄປຊັກຊວນຊ້ຽງອີອີກ.
ຊ້ຽງອີກໍ່ຮູ້ດີວ່າກອງທະຫານຂອງຕົນກໍ່ໝົດເຫື່ອໝົດແຮງແລ້ວ, ຢາກລົບເອົາຊະນະແມ່ນຍາກທີ່ສຸດ, ເລີຍຕົກລົງແບ່ງປັນບ້ານເມືອງຢ່າງເທົ່າທຽມກັນ, ສິ້ນສຸດສົງຄາມບັ້ນນີ້, ແລະສັນຍາກັນວ່າສອງຝ່າຍຈະບໍ່ຮຸກຮານລົບກວນກັນອີກໃນພາຍໜ້າ.
ເມືອງສູກັບເມືອງຮັ້ນໄດ້ສັນຍາກັນຖືຄອງນ້ຳຫົງໂກ່ວເປັນຊາຍແດນ, ເບື້ອງຕາເວັນຕົກຂອງຄອງນ້ຳເປັນອານາເຂດຂອງເມືອງຮັ້ນ, ເບື້ອງຕາເວັນອອກເປັນອານາເຂດຂອງເມືອງສູ, ສອງຝ່າຍເລີຍຢູ່ຮ່ວມກັນຢ່າງສະຫງົບ. ຕໍ່ມາ ຊ້ຽງອີ ເຈົ້າຊີວິດເມືອງສູໄດ້ສົ່ງພໍ່ແມ່ແລະພັນລະຍາຂອງລິວປາງຄືນໃຫ້ຕາມສັນຍາ, ແລະປັບປຸງກອງທະຫານຖອນຄືນໄປທາງທິດຕາເວັນອອກ. ລິວປາງກໍ່ກຽມຈະຖອນທະຫານກັບຄືນເມືອກ່ວນຈົ່ງ, ແຕ່ຜູ່ອອກຫົວຄິດສອງຄົນຄື ຈ່າງຫຼຽງກັບເສິນຜິງພັດມີເຈດຈຳນົງໃຫ້ບຸກໂຈມຕີ, ສອງຄົນເວົ້າວ່າ: "ພວກເຮົາຊິງໄດ້ດິນແດນກວ່າເຄິ່ງແລ້ວ, ໄປຮອດບ່ອນໃດ, ພວກພະຍາເຈົ້າເມືອງກໍ່ຍອມຂຶ້ນນຳ, ສະຖານະການດີປານນີ້! ສ່ວນກອງທະຫານເມືອງສູພວມຂາດພົນທະຫານແລະຂາດອາຫານ, ເປັນໂອກາດດັບສູນເມືອງສູທີ່ເທບພະເຈົ້າຊົງໂປດ, ພວກເຮົາຄວນຖືໂອກາດດັບສູນເມືອງສູຢ່າງເຖິງຖອງ. ຖ້າບໍ່ດັ່ງນັ້ນ, ກໍ່ປານປ່ອຍເສືອເຂົ້າປ່າ, ຈະເປັນໄພຕໍ່ຕົນເອງໃນພາຍໜ້າ. ເວລາເສືອໂຕນີ້ແຜງລິດເດດຄືນໃໝ່, ຈະເປັນມະຫັນຕະໄພຕໍ່ພວກເຮົາ, ເວລານັ້ນຄ່ອຍມາກິນແໜງ ເຮັດຫຍັງກໍ່ບໍ່ທັນແລ້ວ".
ເມື່ອລິວປາງຟັງແລ້ວ, ກໍ່ຂ້ຽວລົງຄຳສັ່ງໃຫ້ກອງທະຫານໄລ່ປາບກອງທະຫານຊ້ຽງອີທັນທີ. ຕີຈົນຊ້ຽງອີປະລາໄຊຖອຍຈົນເກືອບບໍ່ທັນ. ໃນທີ່ສຸດ ລິວປາງໄດ້ໂຮມບ້ານເມືອງຈີນເຂົ້າເປັນເອກະພາບກັນ, ສ້າງຕັ້ງລາຊະວົງຮັ້ນຂຶ້ນ.
|