ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 23:11:49    
ສົງຄາມ​ໂລກ​ຄັ້ງ​ທີ​ສອງ​​ໄດ້​ເຮັດ​ໃຫ້ເສຍ​ຫາຍຫນັກ​ປານໃດ

cri

ໃນສົງຄາມ​ໂລກ​ຄັ້ງ​ທີ​ສອງ​ ​ໄດ້ມີ​ 60 ກວ່າ​ປະ​ເທດ​ແລະ​​ເຂດ​​ແຄວ້ນ​ເຂົ້າ​ຮ່ວມ​ສົງຄາມ​ຢ່າງ​ຕໍ່​ເນື່ອງ​ກັນ  ກ່ຽວ​ພັນ​ເຖິງ​ປະຊາກອນ 2 ຕື້​ຄົນ  ພາກ​ພື້ນ​ສູ້​ລົບກວມ​ 22 ລ້ານ​ກິ​ໂລ​ແມັດ​ຕາ    ສອງ​ຝ່າຍ​ທີ່​ລົບ​​ເລວກັນຕ່າງ​ໄດ້ລະດົມ​ກຳລັງທະຫານ​ເຖິງ 110 ລ້ານ​ຄົນ  ທະຫານ​ແລະ​ສາມັນ​ຊົນ​ທີ່​ເສຍ​ຊີ​ວິດ​​ໃນສົງຄາມ​ໄດ້​ລື່ນກາຍ 55 ລ້ານ​ຄົນ  ລາຍ​ຈ່າຍ​ການ​ທະຫານ​ໂດຍ​ກົງ​​ລວມປະມານ1300 ຕື້​ໂດ​ລາ​ສະຫະ ລັດ  ກວມ​ລາຍ​ຮັບ​ແຫ່ງ​ຊາດຂອງ​​ປະ​ເທດ​ຄູ່​ສົງຄາມ 60% ຮອດ 70%  ,ຍອດມູນ​ຄ່າ​​ເສຍ​ຫາຍ​ດ້ານວັດຖຸ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສົງຄາມ​ໄດ້ບັນລຸ​ເຖິງ 4 ພັນ​ຕື້​ໂດ​ລາ​ສະຫະລັດ  ຈີນ​ແມ່ນ​ສະຫນາມ​ລົບ​ຕົ້ນຕໍ​ທີ່​ຕໍ່ຕ້ານ​ຍີ່​ປຸ່ນຜູ່ຮຸກ​ຮານ   ສະຫະພາບ​ໂຊ​ຫວຽດ​ແມ່ນ​ສະຫນາມ​ລົບ​ຕົ້ນຕໍ​ທີ່​ຕໍ່ຕ້ານ​ຟັດ​ຊິດ​ເຢະລະ​ມັນ  ສອງ​ປະ​ເທດ​ດັ່ງກ່າວ​ໄດ້​ຖືກ​ເສຍ​ຫາຍ​ຫນັກ​ຫນ່ວງ​ກວ່າ​ຫມູ່  ​ໃນຄວາມ​ເສຍ​ຫາຍ​ທັງ​ຫມົດ​ຂອງປະ​ເທດ​ທີ່​ເຂົ້າຮ່ວມ​ສົງຄາມໂລກ​ຄັ້ງ​ທີ​ສອງ​ນັ້ນມີ 41%​ແມ່ນຄວາມ​ເສຍ​ຫາຍ​ຂອງ​ໂຊ​ຫວຽດ​  ​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ 8 ປີ  ຈີນ​ມີ​ພີ່ນ້ອງ​ຮ່ວມ​ຊາດລວມ 35 ລ້ານກວ່າ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​,ກວມ42%ຂອງ​ຍອດ​ຈຳນວນ​ຜູ່ເສຍ​ຊີ​ວີ​ດ​ໃນ​ປະ​ເທດ​ທີ່​​ເຂົ້າ​ຮ່ວມ​ສົງຄາມໂລກ​ຄັ້ງ​ທີ​ສອງ  ເສຍ​ຫາຍ​ຊັບ​ສິນ​ແລະສິ້ນ​ເປືອງ​ວັດຖຸ​ກວ່າ100 ຕື້​ໂດ​ລາ​ສະຫະລັດ​ ປະຊາຊົນ​ຈີນ​​ໄດ້ເສຍສະຫຼະທາງ​ປະຊາ​ຊາດ​ຢ່າງ​ມະຫາສານ​ແລະ​ປະກອບສ່ວນ​​ອັນ​ສຳຄັນ​ທາງປະຫວັດສາດ​ໃຫ້​ແກ່​ໄຊຊະນະ​ຂອງສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ  ​​ໃນ​ໄລຍະ​ສົງຄາມ​ປ້ອງ​ກັນຊາ​ດໂຊຫວຽດ​ແຕ່​ປີ 1941 ຮອດ​ປີ 1945  ,ຕາມ​ຊໍ້​ມູນເອກະສານ​​ໃຫມ່​ສຸດທີ່​ລັດ​ເຊຍ​ປະກາດ,​ໃນ 27 ລ້ານ​ຄົນທີ່​ເສຍ​ຊີວິດ​ໃນ​ສົງຄາມ  ​ ​ນັ້ນ ມີ​ນັກ​ລົບກອງທັບ​ແດງ​ໂຊ​ຫວຽດ​ 8 ລ້ານ 6 ​​ແສນ 6 ຫມື່ນ 8 ພັນ 4 ຮ້ອຍ​ຄົນ​  ຄວາມ​ເສຍ​ຫາຍ​ດ້ານ​ວັດຖຸ​ໄດ້​ມີ​ເຖິງ 679 ຕື້ ລຸບ ຕາມ​ລາຄາ​​ປີ 1941  ຕາມ​ເອກະສານ​​ປະຫວັດ​ສົງຄາມ  ອາ​ເມ​ລິ​ກາມີ 4 ​ແສນ​ກວ່າ​ຄົນ​ເສຍ​ຊີວິດ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ  ອັງກິດ​ກໍ​ມີ​ທະຫານ 2 ​ແສນ 7 ​ຫມື່ນ​ຄົນ​ເສຍ​ຊີວິດ​ໃນ​ສົງຄາມ​ເທື່ອ​ນີ້  

ເຢຍລະ​ມັນ ຍີ່​ປຸ່ນ​​ແລະ​ອີ​ຕາ​ລີ​ແມ່ນ​ຫົວ​ໂປ່​​ເຈົ້າ​ໂທດທີ່​ກໍ່​ສົງຄາມ​ໂລກ​ຄັ້ງທີ​ສອງ   ​ໄດ້​ຖືກປະ​ເທດ​ແລະ​ປະຊາຊົນ​ທີ່​ຕ້ານ​ຟັດ​ຊິດລົງ​ໂທດເທົ່າ​ທີ່​ຄວນ​  ຕາມ​ສະຖິຕິ ​ໃນ​ສົງຄາມ ຄົນ​ເຢຍລະ​ມັນ​ທີ່​ເສຍ​ຊີວິດ​ແລະ​ຖືກ​ເຈັບ​ເປັນຊະ​ເລີຍ​ເສິກ​ ​ມີ13 ລ້ານ 6 ​ແສນ​ຄົນ   ຢູ່​ສະຫນາມ​ລົບ​​ໂຊ​ວຽດ​ແລະ​ເຢຍລະ​ມັນ  ຈຳນວນ​ຜູ່​ເສຍ​ຊີວິດ​ຂອງ​ທະຫານ​ເຢຍລະ​ມັນ​ກັບ​ທະຫາ​ນພັນທະ​ມິດ​ຂອງ​ເຂົາ​ໄດ້​ມີຄົນ​ຕາຍ​ເຖິງ 6 ລ້ານ​ກວ່າ​ຄົນ  ຍີ່​ປຸ່ນ​ໄດ້​ມີ 1 ລ້ານ 5 ​ແສນ​ຄົນ​ຕາຍ​ຢູ່​ສະຫນາມ​ລົບ​ຈີນ  ​ມີ 1 ລ້ານ 2 ​ແສນ 4 ຫມື່ນ 7 ພັນ​ຄົນ​ຕາຍ​ຢູ່ສະຫນາມ​ລົບປາຊີ​ຟິກ  ອີ​ຕາ​ລີ​​ເສຍ​ຫາຍ1 ​ແສນ 6 ຫມື່ນ​ກວ່າ​ຄົນ​ 

  ສົງຄາມ​ຮຸກ​ຮານທີ່ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີຕາ​ລີ​ກໍ່​ຂຶ້ນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ປະ​ເທ​ດ​ເຫຼົ່າ​ນີ້​ຖືກ​ທຳຮ້າຍ​ຢ່າງ​ຫນັກຫນ່ວງ  ຢູ່​ໃນ​ດິນ​ແດນ​ເຢຍລະ​ມັນ​ເອງ ມີ​ສາມັນ​ຊົນ 4 ລ້ານ​ຄົນ​ເສຍ​ຊີວິດ​ຍ້ອນ​ໄຟ​ສົງຄາມ  ມີ14 ລ້ານ​ຄົນ​ບໍ່​ມີ​ບ່ອນເພິ່ງ​ພາ​ອາ​ໄສ  ​  ​​ເດືອນ​ສິງຫາ​ປີ 1945   ​ເມື​ອງຮີ​ໂລ​ຊີ​ມາ​ແລະນາ​ກາ​ຊາ​ຄີ​ຂອງ​ຍີ່​ປຸ່ນ​ໄດ້​ຖືກອາ​ເມ​ລິ​ກາ​ຖິ້ມ​ລູກ​ລະ​ເບີດ​ປະລະມານູ​​ໃສ່  ​​​​ໃນ​ຄາວ​ນັ້ນ​ມີ 2​ແສນ​ກວ່າຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ