ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 23:36:46    
ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ບົດບາດ​ແລະ​ປະລິມານ​ຂອງ​ວິຕາມິນ​ເຊ

cri

ຢູ່​ອາ​ເມ​ລິ​ກາ,​ເຄີຍ​ມີ​ການ​ໂຕ້ຖຽງ​ກັນ​ກ່ຽວ​ກັບ​ບົດບາດ​ແລະ​ປະລິມານ​ຂອງ​ວິຕາມິນ​ເຊ​ເຊິ່ງຍືດ​ເຍືອ​ມາ​ເປັນ​ເວລາ 20 ກວ່າ​ປີ,ມາ​ຮອດ​ຊູ່​ມື້​ນີ້,ເຖິງ​ວ່າການ​ໂຕ້​ຖຽງ​ກັນ​ໄດ້​ມິດ​ໄປ​ແລ້ວ​ກໍ​ຕາມ,​ແຕ່​ກໍ​ຍັງ​ມີ​ທັດສະນະ​ຕ່າງ​ກັນ​ແນວ​ນັ້ນ​ແນວ​ນີ້​ຢູ່,​ເວລາ​ໄດ້​ຍືດ​ເຍືອ​ມາ,ຍາວ​ນານ​ແລະ​ພົວພັນ​ກັບ​ຫຼາຍດ້ານ​ດັ່ງກ່າວ​ແມ່ນ​ບໍ່​ຄ່ອຍ​ເຫັນ​ໃນ​ປະຫວັດສາດ.


ຜູ່​ທີ່​ພາ​ໃຫ້​ເກີດ​ມີ​ການ​ໂຕ້​ຖຽງ​ກັນ​ບັ້ນນີ້​ແມ່ນ​ທ່ານ​ແລນາ​ຍສ໌ ​ໂບລິນ​ນັກວິທະຍາ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ.


ທ່ານ​ແລນາ​ຍສ໌ ​ໂບລິນ ​ແມ່ນ​ນັກປາດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ,​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບນ​ພຽງ​ຜູ່​ດຽວ​ເຖິງ​ສອງ​ເທື່ອ,​ເພິ່ນ​ໄດ້​ເຖິງ​ແກ່​ກຳ​ເມື່ອ​ວັນ​ທີ 19 ສິງຫາ​ປີ 1994 ລວມມີ​ອາຍຸ 93 ປີ.​ໃນ​ຕະຫຼາດຊີວິດ​ຂອງ​ທ່ານ​ໂບລິນ​ເຄີຍ​ໄດ້​ຮັບ​ກຽດ​ກິ​ຕິ​ມະ​ສັກ​ຢ່າງ​ຫຼວງຫຼາຍ​ເຊັ່ນ:​ເພິ່ນ​ໄດ້​ຮັບ​ລາງວັນ​ຂອງຫຼາຍປະ​ເທດ​ແລະ​ຫຼາຍອົງ


ການຈັດຕັ້ງ,ຫຼາຍມະຫາວິທະຍາ​ໄລ​ໃນ​ໂລກ​ເຄີຍ​ມອບ​ປະລິນຍາ​ເອກ​ກິ​ຕິ​ມະ​ສັກ​ໃຫ້​ເພິ່ນ,ທ່ານ​ເອອິນ​ສະ​ຕານ ຕີ​ລາຄາ​ທ່ານ​ໂບລິນ​ເປັນ​ຜູ່​ມີ​ພອນ​ສະຫວັນ​ແທ້,​ແຕ່​ວ່າ,​ໃນ​ເວລາ​ຂ່າວສານ​ລອຍ​ເຕີ​ລາຍ​ງານ​ຂ່າວ​ທ່ານ​ໂບລິນ​ເຖິງ​ແກ່​ກຳນັ້ນພັດ​ເວົ້າວ່າ,ທ່ານ​ແມ່ນ​ນັກວິທະຍາສາດ​ຜູ່​ຫນຶ່ງ​ທີ່​ໄດ້​ຮັບ​ຄວາມ​ເຄົາລົບ​ຫຼາຍກວ່າ​ຫມູ່​ແລະ​ຖືກ​ຄົນ​ຫົວ​ເຍີ້​ຍຫຼາຍກວ່າ​ຫມູ່​ໃນ​ສັດຕະວັດ​ນີ້.ການ​ທີ່​ນັກວິທະຍາສາດ​ທີ່​ໄດ້​ຮັບ​ຄວາມ​ເຄົາລົບ​ຫຼາຍກວ່າ​ຫມູ່​ແຕ່​ພັດ​ຖືກ​ຄົນ​ຫົວ​ເຍີ້​ຍຫຼາຍກວ່າ​ຫມູ່​ນັ້ນ,​ແ​ມ່ນຍ້ອນ​ວ່າ​ເພິ່ນ​ໄດ້​ສະ​ເຫ​ນີທັດສະນະ​ໃຫມ່​ກ່ຽວ​ກັບ​ບົດ ບາດຂອງ​ວິຕາມິນ​ເຊ,​ໂດຍ​ສະ​ເພາະ​ແມ່ນ​ກິນ​ວິຕາມິນ​ເຊ​ຢ່າງ​ຫຼວງຫຼາຍ​ເກີນ​ຄວນ​ໂພດ.


ທ່ານ​ໂບລິນ ​ເອີ້ນ​ຕົນ​ເອງ​ເປັນ​ນັກ​ເຄມີ​ສາດ,ນັກ​ຟິຊິກ​ສາດ,ນັກ​ຊີວະ​ຊາດ​ໂມ​ເລ​ກຸນຜູ່​ຄົ້ນຄວ້າ​ແພດສາດ,​ເພິ່​ນບໍ່​ໄດ້​ຖື​ຕົນ​ເອງ​ເປັນນັກ​ແພດສາດ,​ແຕ່​ເພິ່ນ​ຊ້ຳພັດ​ພາ​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນ​ໃນ​ຂົງ​ເຂດ​ແພດສາດ​ຢ່າງ​ຍືດ​ເຍືອ​ຍາວ​ນານ.


ເພິ່ນໄດ້ອີງຕາມການຄົ້ນຄວ້າມາຫຼາຍປີຂອງເພິ່ນ,ແລ້ວພິມຈຳຫນ່າຍຫນັງສືເຫຼັ້ມຫນຶ່ງ
ເລື່ອງວິຕາ ມິນເຊກັບການເປັນຫວັດທຳມະດາ,ເມື່ອປີ 1970,ໃນຫນັງສືເຫຼັ້ມນີ້ມີທັດ
ສະນະວ່າ:ແຕ່ລະມື້ກິນວິຕາມິນເຊ 1 ພັນມີລິກຼາມຫຼືຫຼາຍກວ່ານັ້ນກໍສາມາດກັນບໍ່ເປັນ
ຫວັດໄດ້ຫນັງສືເຫຼັ້ມນີ້ໄດ້ຮັບຄວາມຍ້ອງຍໍຈາກຜູ່ອ່ານແລະຖືກປະກວດເປັນຫນັງສືເຜີຍ
ແຜ່ວິທະຍາສາດໃຫ້ທົ່ວເຖິງດີກວ່າຫມູ່ຂອງອາເມລິກາ,ແຕ່ບັນດາຜູ່ຊົງອິດທິພົນທາງ
ແພດສາດພັດຄັດຄ້ານແຮງຕໍ່ທັດສະນະຂອງທ່ານໂບລິນ.ກອງທຶນສາທາລະນະສຸກຂອງ
ອາເມລິກາກ່າວເຕືອນຜູ່ອ່ານວ່າ:ຄວາມເວົ້າທີ່ວ່າແຕ່ລະມື້ກິນວິຕາມິນເຊກວ່າ 1 ພັນມີ
ລີກຼາມຈະກັນບໍ່ເປັນຫວັດໄດ້ນັ້ນແມ່ນມີຫຼັກຖານບໍ່ພຽງພໍ.ມີແຕ່ນັກແພດສາດບາງຄົນແລະ
ສາມັນຊົນຈຳນວນຫນຶ່ງທໍ່ນັ້ນສະຫນັບສະຫນູນທ່ານໂບລິນ,ແຕ່ວ່າ,ທ່ານໂບລິນ ບໍ່ເອົາ
ຫົວຊານຳຄວາມເວົ້າເຫຼົ່ານີ້,ເພິ່ນຍັງຄົງດຳເນີນການຊອກຄົ້ນໃນຂົງເຂດແພດສາດທີ່ບໍ່ລື້ງ
ເຄີຍນັ້ນຢູ່ຄືເກົ່າ.ປີ 1979,ທ່ານກັບທ່ານດຣ.ຄາເມລູນ ໄດ້ຮ່ວມມືກັນພິມຈຳຫນ່າຍຫນັງ
ສືເຫຼັ້ມຫນຶ່ງເລື່ອງໂລກມະເຮັງກັບວິຕາມິນເຊ,ໂດຍໄດ້ສະເຫນີໃຫ້ຜູ່ເປັນໂລກມະເຮັງແຕ່
ລະຄົນ ກິນວິຕາມີນເຊ 10 ກຼາມຫຼືຫຼາຍກວ່ານັ້ນ,ເພື່ອເປັນການຊ່ອຍປິ່ນປົວຕາມແຜນ
ທຳມະດາພວກເພິ່ນເວົ້າວ່າ,ພວກຂ້າພະເຈົ້າເຊື່ອວ່າ,ວິທີງ່າຍດາຍແນວນີ້,ຈະປົວແປງ ຜົນການປິ່ນປົວໂລກມະເຮັງທັງຫມົດໃຫ້ພົ້ນເດັ່ນຂຶ້ນຫຼາຍທີ່ສຸດ.ແຕ່ວ່າ,ບັນດາຜູ່ຊົງອິດທິ
ພົນຍິ່ງບໍ່ເຊື່ອທັດສະນະແນວນີ້,ເຖິງວ່າມັນຈະເປັນວິທີຊ່ອຍເຫຼືອກໍຕາມ,ທ່ານໂບລິນ ເຄີຍ
ຮ້ອງຂໍການອຸດຫນູນຈາກສະຖາບັນຄົ້ນຄວ້າໂລກມະເຮັງແຫ່ງຊາດເຖິງ 8 ເທື່ອ,ເພື່ອເອົາ
ສັດມາທົດລອງຄົ້ນຄວ້າຕື່ມອີກກໍຕາມ ແຕ່ຄຳຮ້ອງຂໍຂອງເພິ່ນແຕ່ລະເທື່ອກໍລ້ວນແຕ່ຖືກປະ
ຕິເສດທັງນັ້ນ,ເພິ່ນຈິ່ງອາໄສແຕ່ການອຸດຫນູນຂອງຫຼາຍຄົນມາດຳເນີນງານ,ເວລານີ້ກໍຍັງມີ
ຄົນເຈັບຈຳນວນຫນຶ່ງສະຫນັບສະຫນູນທັດສະນະຂອງທ່ານໂບລິນດ້ວຍຕົວຢ່າງຂອງຕົນເອງ.


ປີ 1985,ທ່ານ​ໂບລິນ​ໄດ້​ຂຽນ​ຫນັງສື​ເຫັ້ຼມ​ໃຫມ່​ອີກ​ກ່ຽວ​ກັບ​ສຸກຂະພາບ​ເຂັ້ມ​ແຂງ​ແລະ​ມີ​ອາຍຸ​ຍືນ,​ໃນ​ຫນັງສື​ເຫຼັ້ມນີ້,​ເພິ່ນ​ຂຽນ​ວ່າ,​ເລີ່​ມ​ແຕ່​ໄວ​ຫນຸ່ມ​ຫຼື​ໄວ​ກາງຄົນ​ຖ້າ​ກິນ​ວິຕາມິນ​ແລະ​ທາດ​ບຳລຸງ​ອື່ນໆ​ຢ່າງ​ເຫມາະ​ສົມ,​ແລະ​ຫັດກາຍ​ແນວ​ໃດ​ແນວ​ຫນຶ່ງ​ແລ້ວ​ກໍ​ຈະ​ເຮັດ​ໃຫ້​ອາຍຸ​ຍືນ​ໄປ​ອີກ 25 ປີ​ຮອດ 35 ປີ,ຖ້າ​ທ່ານ​ກ້າວ​ເຂົ້າສູ່​ໄວ​ຊະລາ​ແລ້ວ,ຍັງ​ສາມາດ​ຫວັງ​ໃຫ້​ຂະ​ບວນວິວັດ​ແຫ່ງ​ຄວາມ​ເຖົ້າ​ແກ່ນັ້ນຄ່ອຍ​ລົງ,ຕໍ່​ອາຍຸ​ໄປ​ໄດ້​ອີກ 15 ປີຫຼື 20 ປີ,ດ້ວຍ​ເຫດ​ນີ້,ທ່ານ​ຈິ່ງ​ສະ​ເຫ​ນີວ່າ:​ແຕ່​ລະມື້​ໃຫ້​ກິນ​ວິຕາມິນ​ເຊ 6 ຫາ 18 ກຼາມຫຼືຫຼາຍກວ່າ​ນັ້ນຍິ່ງ​ດີ,ມື້​ໃດ​ກໍ​ບໍ່​ໃຫ້​ຂາດ,​ແຕ່​ວ່າ,ທັດສະນະ​ດັ່ງກ່າວ​ຂອງ​ເພິ່ນ​ພັດ​ຖືກວົງ​ການ​ແພດສາດ​ປະຕິ​ເສດ​ອີກ​ເທື່ອ​ຫນຶ່ງ.


ຈຸດ​ໂຕ້​ຖຽງ​ກັນຫຼາຍກວ່າ​ຫມູ່​ລະຫວ່າງ​ບັນດາ​ຜູ່​ຊົງ​ອິດ​ທິພົນ​ແພດສາດ ກັບ​ທ່ານ​ໂບລິນ​ທີ່​ຈິງ​ແລ້ວ​ແມ່ນ​ຢູ່​ໃນ​ປະລິມານ​ວີ​ຕາ​ມິນ​ເຊ​ແມ່ນ​ຢູ່​ໃນ​ປະລິມານ​ລະຫວ່າງ 2,3 ກຼາມຮອດ 10 ກຼາມ,ຖ້າ​ຫາກ​ຕ້ອງການ,ຍັງ​ຈະ​ເພີ່ມ​ຂຶ້ນຮອດ 20 ກຼາມ 30 ກຼາມຫຼືຫຼາຍກວ່າ​ນັ້ນຕໍ່​ມື້​ຍິ່ງ​ດີ,​ແຕ່​ປະລິມານ​ທີ່​ອົງການ​ຊົງ​ອິດ​ທິພົນ​ຂອງ​ອາ​ເມິ​ລກາ​ຄື​ຄະນະ​ກຳມະການ​ໂພຊະ​ນາ​ການສະ​ເຫ​ນີອອກ​ໃນ​ປີນັ້ນ​ແມ່ນ​ໃຫ້​ກິນ​ມື້​ລະ 60 ມີລິກຼາມ,ມີ​ນັກ​ໂພຊະ​ນາ​ການ​ວິທະຍາ​ບາງ​ທ່ານ​ເຫັນ​ວ່າ​ໃຫ້​ກິນ​ແຕ່ 30 ຮອດ 40 ມີ​ລິກຼາມກໍ​ພໍ​ແລ້ວ,ປະລິ​ມານ​ທີ່​ທ່ານ​ໂບລິນ ສະ​ເຫ​ນີ​ແລະ​ປະລິ​ມານ​ທີທ່ານ​ເອງ​ກິນ​ເພື່ອ​ຕ້ານ​ຄວາມ​ເຖົ້າແກ່​ໃນ​ແຕ່​ລະມື້ນັ້ນ​ແມ່ນ​ຫຼາຍກວ່າ​ປະລິມານ​ສະ​ເຫ​ນີຕັ້ງຫຼາຍສິບ​ເທົ່າ​ຮອດ​ຮ້ອຍ​ກວ່າ​ເທົ່າ.


ຫັຼກຖານ​ສຳຄັນ​ກວ່າ​ຫມູ່​ທີ່​ວົງ​ການ​ແພດສາດ​ຄັດຄ້ານ​ການ​ກິນ​ວິຕາມິນ​ເຊ​ຢ່າງ​ຫຼວງຫຼາຍນັ້ນ​ແມ່ນ​:ອາດຈະ​ພາ​ໃຫ້​ເປັນ​ຫນີ້ວ​ຫມາກ​ໄຂ່ຫລັງ​ແລະ​ມີ​ພິດ​ຮ້າຍ​ອື່ນໆ.

ແຕ່​ທ່ານ​ໂບລິນ ກ່າ​ວຕີໂຕ້​ວ່າ,​ເຖິງ​ວ່າ​ອາດ​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ດ້ານ​ທິດ​ສະ​ດີ​ກໍ​ຕາມ,​ແຕ່​ໃນ​ເອກະສານ​ແພດສາດ​ແມ່ນ​ບໍ່​ມີ​ຄົນ​ເຈັບ​ຈັກ​ຄົນ​ເປັນ​ຫນິ້ວຫມາກ​ໄຂ່ ຫລັງ​ຍ້ອນ​ກິນ​ວິຕາມິນ​ເຊ​ຢ່າງ​ຫຼວງຫຼາຍ.


ເນື່ອງ​ຈາກ​ອິດ​ທິພົນ​ຂອງ​ອາ​ເມ​ລິ​ກາ,ການ​ໂຕ້​ຖຽງ​ກັນ​ເມື່ອ 30 ປີ​ກ່ອນ​ນັ້ນກໍ​ໄດ້​ຂ້າມ​ຊາຍ​ແດນ​ປະ​ເທດ​ຕັ້ງ​ແຕ່​ຫົວທີພຸ້ນ​ແລ້ວ​,​ໃນ​ຄາວ​ນັ້ນ,ນັກ​ແພດສາດ​ບັນດາ​ປະ​ເທດ​ເກືອບ​ທຸກ​ຄົນ​ກໍ​ລ້ວນ​ແຕ່​ສະຫນັບສະຫນູນ​ຜູ່​ປະກອບ​ອາຊີບ​ດຽວ​ຢູ່​ອາ​ເມ​ລິ​ກາ.


ຈົນ​ຮອດ​ທ່ານ​ໂບລິນ ​ເຖິງ​ແກ່​ກຳ​ແ​ລ້ວ,ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຮັບ​ຮູ້​ໃຫມ່​ແນວ​ນັ້ນ​ແນວ​ນີ້​ກ່ຽວ​ກັບ​ປະລິມານ​ແລະ​ບົດບາດ​ຂອງ​ວິຕາມິນ​ເຊ​ດັ່ງ​ລຸ່ມ​ນີ້​ຄື​:ວັນ​ທີ 16 ​ເມສາ ປີ 1996,ຜູ່​ຄົ້ນຄວ້າ​ຂອງ​ສະຖາບັນ​ຄົ້ນຄວ້າສາທາລະນະ​ສຸກ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄ​ດ້ປະກາດ​ບົດ​ລາຍ​ງານ​ຄົ້ນຄວ້າ​ໃຫມ່​ຢ່າງ​ລະອຽດ​ໂດຍ​ຊີ້ອອກ​ວ່າ,ປະລິ​ມານ​ວີ​ຕາ​ມິນ​ເຊ​ທີ່​ເຫມາະ​ກິນ​ແຕ່​ລະມື້​ແມ່ນ 200 ມີ​ລິກຼາມ,ຖ້າ​ເກີນ 400 ມີ​ລິກຼາມ​ແລ້ວ​ກໍ່ຈະ​ບໍ່​ມີ​ຄຸນ​ຄ່າ​ຫຍັງ,ຖ້າ​ກິນ​ຫຼາຍກວ່າ​ນັ້ນກໍ​ຈະ​ຖືກ​ລະບາຍ​ອອກ,ສ່ວນ​ປະລິມານ​ທີ່​ອະນຸຍາດ​ໃນ​ເມື່ອ​ກ່ອນ​ນັ້ນ​ແມ່ນ​ມີ​ແຕ່ 60 ມີ​ລິກຼາມ.


ປີ 1996 ຫນັງສືພິມ​ນິວຢອກ​ແທມສ໌ລາຍ​ງານ​ວ່າ,ມີ​ຊາວ​ອາ​ເມ​ລິ​ກາ​ປະມານ 30% ຫາ 40% ພວມ​ກິນ​ວິຕາມິນ​ເຊ,​ໃນ​ນັ້ນປະລິມານ​ຂອງ​ຄົນ 1 ສ່ວນ 5 ​ໃນ​ແຕ່​ລະມື້​ແມ່ນ​ເກີນ 1 ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຊາວອາ​ເມ​ລິ​ກາ​ນັບ​ເປັນ​ພັນ​ເປັນ​ຫມື່ນ​ບໍ່​ເຊື່ອ​ປະລິມານ​ທີ່​ອົງການຊົງ​ອິດ​ທິພົນ​ສະ​ເຫ​ນີ.


ປີ 1997 ວາລະສານ​ສະບັບ​ຫນຶ່ງ​ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ,ຜູ່​ຄົ້ນຄວ້າ​ໄດ້​ສຳ​ຫຼວດ​ແມ່ຍິງ​ທີ່​ມີ​ອາຍຸ​ແຕ່ 56 ປີ​ຮອດ 71 ປີ 247 ຄົນ,​ໃນ​ນັ້ນ,ມີ 11%  ກິນ​ວິຕາ​ມີນ​ເຊ​ທຸກ​ມື້​ກາຍ 10 ປີ​ແລ້ວ,ພວກ​ເຂົາ​ເຈົ້າບໍ່​ມີ​ໃຜ​ຕິດພະຍາດ​ຕາ​ເຂົ້າ​ເຝື້ອ.ພ້ອມ​ກັນນັ້ນ,ບົດ​ລາຍ​ງານ​ສະ​ບັບດັ່ງກ່າວ​ເຫັນ​ວ່າ,ການ​ກິນ​ວິຕາ​ມີນ​​ເຊ​ເປັນ​ເວລາ​ຍາວ


ນານ​ສາມາດ​ເຮັດ​ໃຫ້​ໄພ​ອັນຕະລາຍ​ເປັນ​ພະຍາດ​ຕາ​ເຂົ້າ​ເຝື້ອ​ຫຼຸດລົງ​ກວ່າ 77%,​ແຕ່​ທ່ານ​ໂບລິນ​ໄດ້​ບັນ​ລະ​ຍາຍ​ແນວ​ນີ້​ຕັ້ງ​ແຕ່ 10 ກວ່າ​ປີ​ກ່ອນ​ພຸ້ນ​ແລ້ວ.


ພວກ​ເຮົາ​ຈະ​ບໍ່​ເວົ້າ​ເຖິງ​ທັດສະນະ​ຂອງ​ທ່ານ​ໂບລິນ​ມີ​ການ​ລຳອຽງ​ເກີນ​ໄປ​ຫຼືບໍ່,​ແຕ່​ກໍ​ມີ​ຂໍ້​ຫນຶ່ງ​ຢັ້ງຢືນ​ໄດ້​ວ່າ,ວິທະຍາສາດ​ຍັງ​ບໍ່​ທັນ​ຮອດ​ຈຸດຫມາຍ​ປາຍທາງ​ຂອງ​ມັນ​ເທື່ອ,​ເມື່ອ​ສັງ​ເກດ​ຈາກ​ແງ່​ດັ່ງກ່າວ​ນີ້​ແລ້ວ​ເຫັນ​ວ່າ,ທັດສະນະ​ດັ່ງ​ລຸ່ມ​ນີ້​ຂອງ​ທ່ານ​ຍິ່ງ​ມີ​ຄຸນຄ່າ​ໃຫ້​ຄົນ​ທັງຫຼາຍສຳນຶກ​ກຶກກອງວ່າ,ຖ້າ​ແພດສາດ​ຢາກກ້າວຫນ້າ,ຂະແຫນງການ​ຂອງ​ຜູ່​ເປັນ​ແພ​ດກໍ​ຕ້ອງການ​ຮັບ​ເອົາ​ແນວ​ຄຶດ​ໃຫມ່.