ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 16:31:40    
ຄວາມ​ເປັນ​ມາ​ຂອງ​ຟັດ​ຊິດ

cri Author: sayvanny
ພາຍ​ຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ຟັດ​ຊິດ​ໄດ້​ກາຍ​ເປັນ​ສັບ​ທີ່​ມີ​ຄວາມ​ຫມາຍ​ປ່າ​ເຖື່ອນ ​ໂຫດ​ຮ້າຍ​ແລະ​ຜະ​ເດັດ​ການ..ທີ່​ຈິງ​ແລ້ວ, ຄຳ​ວ່າ​ຟັດ​ຊິດ​ແມ່ນ​ມາ​ຈາກ​ການ​ສ້າງ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ຟັດ​ຊິດ​ອົງ​ການ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ມວນ​ມະ​ນຸດ,ຄວາ​ມຫມາຍ​ຂອງ​ມັນ​ມີ​ການ​ປ່ຽນ​ແປງ​ຫລາຍ​ເທື່ອ.

ສັບ​ວ່າ​ຟັດ​ຊິດ ​ເຊິ່ງ​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ອຳ​ນາດ​​ໃນ​ສະ​ໄຫມ​ໂຣມບູ ຮານ​ແມ່ນ​ແປ​ຈາກ​ສັບ​ລາ​ຕິນ Fasces ,ມັນ​ປະກົດ​ຕົວ​​ໃນ​ສະ​ໄຫມ​ໂຣມ​ບູ​ຮານ​ກ່ອນ​ຫມູ່.​ໃນ​ເວລາ​ນັ້ນ, ສິດ​ອຳ​ນາດ​ຂອງ​ລັດ​​ກຳ​ຢູ່​ໃນ​ມື​ຂອງ​ເຈົ້າຫນ້າ​ທີ່​ຜະ​ເດັດ​ການ,​ເຈົ້າ​ຫນ້າ​ທີ່​ບໍ​ລິ​ຫານ​ງານ​ແລະ​ຜູ່​ພິ​ພາກ​ສາ.​ໃນ​ເວລາ​ອອກ​​ໄປສຳ​ຫລວດ​ວຽກ​ງານ, ພວກ​ເຂົາ​ເຈົ້າ​ຕ່າງ​ມີ​ຜູ່​ຕິດຕາມ​ 24 ຄົນ 12 ຄົນ​ແລະ 6 ຄົນ, ​ແຕ່​ລະ​ຄົນ​ໄດ້​ຊູ​ກາ​ຫມາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ສິດ​ອຳນາດ​ແລະ​ຖາ​ນະ​ຂອງ​ສາມ​ຄົນ​ດັ່ງກ່າວ,​ມີ​ຊື່​ວ່າ:ຟັດ​ຊິດ.ກາ​ຫມາຍ​ພິ​ເສດ​ນີ້​ແມ່ນ​ຮູບ​ທີ່​ເອົາ​ໄມ້​ມັດ​ໃສ່​ກັນ​ແລ້ວ​ໃຫ້​ຂວານ​ພົ້ນ​ອອກ​ຈາກ​ບ່ອນ​ກາງ,​ເປັນ​ສັນ​ຍະ​ລັກ​ຂອງ​ສິດ​ອຳ​ນາດ​ສູງ​ສຸດ.ຕໍ່​ມາ ກາ​ຫມາຍ​ພິ​ເສດ​ອັນ​ນີ້​​ໄດ້​ສູນ​ຫາຍ​ໄປ​ນຳ​ການ​ພັງ​ນິ​ນາດ​ຂອງ​ລາດ​ຊະ​ອະນະ​ຈັກ​ໂຣມ​ບູ​ຮານ.

ທ້າຍ​ສະ​ຕະ​ວັດ​ທີ 19, ຊົນ​ຊັ້ນ​ກຳ​ມະ​ກອນ​ອີ​ຕາ​ລີ​ທີ່​ຈະ​ເລີ​ນ​ໃຫມ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ແນວ​ຄິດ​ໃຫມ່​ຂອງ​ສັງ​ຄົມ​ນິ​ຍົມ, ທະ​ຍອຍ​ກັນ​ສ້າງ​ຕັ້ງ​ອົງ​ການ​ຈັດ​ຕັ້ງ​ຂອງ​ຕົນ.ອົງການ​ຈັດ​ຕັ້ງ​ກຳ​ມະ​ກອນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ບາງ​ທ້ອງ​ຖິ່ນ​ໄດ້​ຕັ້ງ​ຊື່​ດ້ວຍ​ພາ​ສາ​ອີ​ຕາ​ລີ​ຟັດ​ຊິດ(Fascio)​.​ໃນ​ພາ​ສາ​ອີ​ຕາ​ລີ,ຄຳ​ວ່າ​ຟັດ​ຊິດ​ມີ​ຄວາມ​ຫມາຍ​ວ່າ:ສະ​ຫະ​ພັນ​ແລະ​ສະ​ມາ​ຄົມ​ເປັນ​ຕົ້ນ.​ໃນ​ເວລາ​ນັ້ນ, ຟັດ​ຊິດ​ກາຍ​ເປັນ​ສັບ​ພະ​ນາມ​ຂອງ​ການ​ປະ​ຕິ​ວັດ.

ຊຸມ​ປີ 20 ສະ​ຕະ​ວັດ​ທີ 20,ທ່ານ​ມູ​ໂຊ​ລີ​ນີ ຜູ່​ນຳ​ຟັດ​ຊິດ​ອີ​ຕາ​ລີ​ໄດ້​ມີ​ຄວາມ​ໄຝ່​ຝັນ​ທີ່​ຈະ​ຟື້ນ​ຟູ​​ເຈົ້າ​ອຳ​ນາດ​ຂອງ​ຈັກ​ກະ​ພັດ​ໂຣມ​ບູ​ຮານ​ຄືນ​ໃຫມ່. ສະ​ນັ້ນ, ທ່ານ​ໄດ້​ທວນ​ຄືນ​ຄວາມ​ເປັນ​ມາ​ຂອງ​ຄຳ​ວ່າ:ຟັດ​ຊິດ​ໄປ​ຮອດ​ສະ​ໄຫມ​ໂຣມ​ບູ​ຮານ.ທ່ານ​ມູ​ໂຊ​ລີ​ນີມີ​ຄວາມ​ໃຝ່ຝັນ​ແນວ​ນີ້,​ແມ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ກະ​​ແສ​ແນວ​ຄິດ​ລັດທິ​ຊາດ​ນິຍົມ​ທີ່​​ເພີ່ມ​ຂຶ້ນຫລັງ​ສົງຄາມ​ໂລກ​ຄັ້ງທີ​ຫນຶ່ງ​ແລະ​ແນວ​ຄິດ​ໂຣມ​ບູ​ຮານ.ທີ່​ຈິງ​ແລ້ວ,ຂະ​ບວນການ​ຟັດ​ຊິດ​ກໍ່​ແມ່ນ​ກຳ​ເນີ​ດ​ເກີດ​ຂຶ້ນ​ໃນ​ເບື້ອງ​ຫລັງ​ປະ​ຫວັດ​ສາດ​ດັ່ງ​ກ່າວ.ພາຍ​ຫລັງ​ຂະ​ບວນຟັດ​ຊິດ​ຈໍ່​ຕົວ​ຂຶ້ນ ແລ້ວ, ທ່ານ​ມູ​ໂຊ​ລີ​ນີ​ເຫັນ​ວ່າ,ກາ​ຫມາຍ​ເອົາ​ໄມ້​ມັດ​ໃສ່​ກັນ​ສາ​ມາດ​ໂຄສະນາ​ຈິດ​ໃຈ​ກາ​ຫາຍ​ສົງ​ຄາມ​ຂອງ​ຈັກ​ກະ​ພັດ​ໂຣມບູຮານ​ໃຫ້​ພວກ​ຟັດ​ຊິດ;ສາ​ມາດ​ເຮັດ​ໃຫ້​ພວກ​ຟັດ​ຊິດ​ແຕ່​ລະ​ຄົນ​ຮູ້​ສຶກ​ວ່າ​ຕົນ​​ແມ່ນ​ຂຶ້ນ​ກັບ​ອົງ​ການ​ທີ່​ຮ່ວມ​​ເປັນ​ຮ໋ວມຕາຍ,ຄວນ​ຟັງ​ຄຳ​ບັນຊາ​ຂອງ​ຜູ່​ຫນຶ່ງ​​ເຫມືອນ​ດັ່ງທ່ອນ​ໄມ້​ຕ່າງໆທີ່​ມັດ​​ໃສ່ອ້ອມ​ຂວານ,ຄົນ​ຜູ່​ນີ້​ຢູ່​ເຫນືອ​ຫມົດ​ທຸກ​ຄົນ, ມີ​ຈຸດ​ພິ​ເສດ​ຂອງ​ຜູ່​ເປັນ​ເຈົ້າ​ຊີວິດແລະ​ຜູ່​ຜະ​ເດັດ​ການ.

ຍ້ອນ​ຄວາມ​ຄິດ​ດັ່ງ​ກ່າວ, ວັນ​ທີ 7 ພະຈິກ​ປີ 1921 ທ່ານ​ມູ​ໂຊ​ລີ​ນີ​ໄດ້​ຈັດ​ກອງ​ປະຊຸ​ມຜູ່​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ​ສາມ​ຂອງ​ຟັດ​ຊິດ​ອີ​ຕາ​ລີ​ຜູ່​ສູ້​ລົບ​ຢູ່​ກຸງ​ໂຣມ,ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ​ປ່ຽນ​ຊື່​ເປັນ​ພັກ​ຟັດ​ຊິດ​ແຫ່ງ​ຊາດ, ​ໄມ້​ມັດ​​ໃສ່​ກັນໃນ​ສະ​ໄຫມ​ໂຣມ​ບູ​ຮານ​ຖືກ​ກຳນົດ​ເປັນ​ກາ​ຫມາຍ​ຂອງ​ພັກ​ນີ້,ທ່ານ​ມູ​ໂຊ​ລີ​ນີ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ່​ນຳ​,ຈາກ​ນັ້ນມາ, ​ພວກ​ຟັດ​ຊິດຈິ່ງ​ເອີ້ນ​ທ່ານ​ມູ​ໂຊ​ລີ​ນີ​ເປັນ​ຜູ່​ນຳ.

​ເດືອນ​ຕຸລາ​ປີ 1922, ພັກ​ຟັດ​ຊິດ​ແຫ່ງ​ຊາດ​ໄດ້​ກໍ່​ການ​ລັດ​ຖະ​ປະ​ຫານ​ປະ​ກອບ​ອາ​ວຸດ​ທີ່​​ເຄື່ອນ​ທັບ​ໄປ​ສູ່ກຸງ​ໂຣມ,​ໄດ້​ຍາດ​ເອົາ​ອຳນາດ​ການ​ປົກ​ຄອງ​ຂອງ​ລັດ.ອຳນາດ​ການ​ປົກ​ຄອງ​ຟັດ​ຊິດ​ອົງ​ການ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ມວນ​ມະນຸດ​ໄດ້​ປະ​ຕິ​ບັດ​ລະ​ບອບ​ຜະ​ເດັດ​ການ​ຕໍ່​ພາຍ​ໃນ​ເຂົ້າ​ແທນ​ລະ​ບອບ​ປະ​ຊາ ທິ​ປະ​ໄຕ, ດຳ​ເນີນ​ການ​ປົກ​ຄອງ​ຜະ​ລິດ​ການ​ແບບ​ກໍ່​ການ​ຮ້າຍ.ຕໍ່​ພາຍ​ນອກ, ​ເອົາ​ລັດ​ທິ​ຊາດ​ນິຍົມ​ຫົວ​ຈັດ​ເປັນ​ນະ​ໂຍ​ບາຍ​ແກນ​ກາງ​ຂອງ​ເຂົາ, ກໍ່​ສົງຄາມ​ຮຸກ​ຮານ​ຢ່າງ​ປ່ວງ​ບ້າ,​ໃນ​ທີ່​ສຸດ,​ໄດ້​ພ້ອມ​ກັນ​ກັບ​ຮິດ​ແລ​ກໍ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ​ເຮັດ​​ໃຫ້​ຊາວ​ໂລກ​ປະສົບ​ໄພ​ພິ​ບັດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.ຄຳ​ວ່າ​ຟັດ​ຊິດ​ກໍ່​ກາຍ​ເປັນ​ຄຳ​ສັບ​ທີ່​ເນົ່າ​ເຫມັນ​ຈົນ​ເທົ່າ​ໃດໆ.