ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 17:28:48    
ປະ​ເທດ​ອັກສະຟັດ​ຊິດ​​ແລະ​ສະຫະ​ພັນຕ້ານ​ຟັດ​ຊິດ​ຂອງ​ໂລກ

cri Author: mo
ສົງຄາມ​ໂລກ​ຄັ້ງທີ 2 ​ແມ່ນ​ສົງຄາມ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ຍາມ​ໃດ​ໝົດລະຫວ່າງ​ປະ​ເທດ​ອັກສະຟັດ​ຊິດຄື​ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີ​ຕາ​ລີ​ກັບປະ​ເທດ​ພັນທະ​ມິດ​ຄື​ຈີນ ສະຫະ​ພາບ​ໂຊ​ວຽດ ອາ​ເມ​ລິ​ກາ​​ແລະ​ອັງກິດ​​ເປັນຕົ້ນ​ແລະ​ກຳລັງ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ. ສົງຄາມ​ທີ່​ໄດ້​ນຳ​ເອົາ​ມະ​ຫັນ​ຕະ​ໄພ​ມາ​ໃຫ້​ມວນ​ມະນຸດບັ້ນນີ້​, ​ໃນ​ທີ່​ສຸດ​, ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ໄຊຊະນະ​ຂອງ​ກຳລັງ​ສັນຕິພາບ​ແລະ​ປະຊາທິປະ​ໄຕ​ຂອງ​ໂລກຕໍ່ກຳລັງ​ຮຸກ​ຮານຂອງ​ຟັດຊິດ.

ພາຍຫລັງ​ສົງຄາມ​ໂລກ​ຄັ້ງທີ 1 ສິ້ນ​ສຸດ​ລົງ​ແລ້ວ, ​ທົ່ວໂລກ​ໄດ້​​ເກີດ​ມີວິ​ກິດ​ການ​ເສດຖະກິດອັນ​ໜັກໜ່ວງ, ທຶນ​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ​ຖືກ​ໂຈມ​ຕີ​ຢ່າງ​ໜັກໜ່ວງ.  ລັດທິ​ຟັດ​ຊິດ​ທີ່​ມີ​ຈຸດ​ພິ​ເສດຂອງ​ລັດທິ​ອຳນາດ​ຫົວ​ຈັດ​ແລະ​ລັດທິ​ຊົນ​ຊາດ​ຫົວ​ຈັດ​ໄດ້​ສວຍ​ໂອກາດ​​​ເງີຍໜ້າ​ຂຶ້ນ​ຢູ່​ສາມ​ປະ​ເທດ​​ເຊັ່ນ​ເຢຍລະ​ມັນ ອີ​ຕາ​ລີ​ແລະ​ຍີ່ປຸ່ນ. ທ່ານ​ຮິດ​​ແລ ​ແລະ​ທ່ານ​ໂມ​ໂຊ​ລີ​ນີ ຫົວ​ໂປ່ຂອງ​ຟັດ​ຊິດຕ່າງ​ກຳ​ອຳນາດ​ຢູ່​ເຢຍລະ​ມັນ​ແລະ​ອີ​ຕາ​ລີ, ຍີ່​ປຸ່ນ​ໄດ້​ສ້າງການ​ປົກຄອງ​ຜະ​ເດັດ​ການ​ຟັດ​ຊິດ​ທາງ​ການ​ທະຫານ​ຂອງ​ລະບອບ​ເຈົ້າຈັກກະພັດ. ພວກ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ການ​ປົກຄອງ​ແບບຜະ​ເດັດ​ການຕໍ່ພາຍ​ໃນ​ປະ​ເທດ, ​​ເປີດ​ກວ້າງ​ການ​ຮຸກ​ຮານ​ຕໍ່ຕ່າງປະ​ເທດ, ​ເຈດ​ຕະນາ​ສະ​ແຫວ​ງຫາການ​ເປັນ​ເຈົ້າອຳນາດ​ຂອງ​ໂລກ. ​ເຢຍລະ​ມັນ​ບໍ່​ຍອມ​ຖືກ​ລົງ​ໂທດ​ແລະ​ຜູກ​ມັດ​ພາຍຫລັງ​​ໄດ້​ເສຍ​ໄຊ​ໃນ​ສົງຄາມ​ໂລກ​ຄັ້ງທີໜຶ່ງ, ​ໄດ້​ຟື້ນ​ຟູກຳລັງ​ແຫ່ງ​ຊາດ​ຢ່າງ​ວ່ອງ​ໄວ​ແບບ​ລັບໆ, ​ແລະ​ສ້າງ​ກຳລັງ​ລົບ​ຄືນ​ໃໝ່. ​ເຢຍລະ​ມັນ​ໄດ້​ຮ່ວມ​ມືກັບ​ອີ​ຕາ​ລີ​ແຕ່ງ​ທະຫານ​ໄປ​ແອັສປາຍ​​ເມື່ອ​ປີ 1936, ປີ 1938 ​ໄດ້ຍຶດ​ເອົາ​​ໂອ​ຕຼິສ​ແລະ​ເຮັດ​ໃຫ້​ເຊັກ​ໂກສະ​ໂລ​ວາ​ກີ​ຖືກແບ່ງ​ແຍກເປັນ​ລຳດັບ. ອີ​ຕາ​ລີບ​ບໍ່ພໍ​ໃຈ​ນຳ​ການ​ແບ່ງປັນ​ຫລັງ​ສົງຄາມ​ໂລກ​ຄັ້ງທີ 1, ​ເມື່ອ​ປີ 1935 ​​ໄດ້​ຍຶດ​ເອົາ​ເອຕີ​ໂອ​ປີ​ແລ້ວ​ ກໍ​ໄດ້​ໄປ​ຍຶດ​ເອົາ​ອານ​ບາ​ນີ​ໃນ​ປີ 1939. ​ໃນ​"ກອງ​ປະຊຸມ​ຝ່າຍ​ຕາ​ເວັນ​ອອກ"​ທີ່​ຈັດຂຶ້ນ​ເມື່ອ​ປີ 1927, ຍີ່​ປຸ່ນ​ໄດ້​ກຳນົດ​ໂຄງການ​ຮຸກ​ຮານ​ທີ່​ວ່າ: ​ ​​​ຍຶດ​ຄອງ​ປະ​ເທດ​ຈີນ ກຳລັງ​ອາວຸດ, ພິຊິດ​ອາຊີ​ແລະ​ຍາດ​ແຍ່ງ​ເປັນ​ເຈົ້າອຳນາດ​ທົ່ວ​ໂລກ. ​ຕໍ່​ມາ ​ໄດ້​ຍຶດ​ເອົາ​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ເມື່ອ​ປີ 1931, ​ແລ້ວ​ກໍ່​ສົງຄາມ​ຮຸກ​ຮານ​ຈີນ​ຢ່າງຮອບດ້ານ​ໃນ​​ເດືອນ​ກໍລະກົດ​ປີ 1937.

ເນື່ອງ​ຈາກ​ຈຸດປະສົງ​ແລະ​ຄວາມ​ຕ້ອງການ​ທີ່​ຄື​ກັນ, ​ໃນ​ການຮຸກ​ຮານ​ແລະ​ແຜ່ຂະຫຍາຍ, ​ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີ​ຕາ​ລີ​ຍັງ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັນ, ​ໄດ້​ສ້າງ​ສະຫະພັນ​ປະ​ເທດ​ອັກສະຟັດ​ຊິດ​ທີ່​ມີ​ຊື່​ສຽງ​ເໜົ່າ​ເໝັນ​. ປີ 1936, ເຢຍລະ​ມັນ​ແລະ​ອີ​ຕາ​ລີ​ໄດ້​ເຊັນ​ສັນຍາ​ແບກ​ແລງ, ສ້າງ​ເປັນ​ອັກສະ​ແບກ​ແລງ​-​ໂຣມ. ປີ​ດຽວ​ກັນ, ​ເຢຍລະ​ມັນ​ແລະ​ຍີ່​ປຸ່ນ​ໄດ້​ເຊັນ​ເອກະສານ​ສ້າງຕັ້ງ​"ສະຫະພັນສາ​ກົນ​ຕ້ານ​ກອມ​ມູນິດ", ປີ​ລຸນ​ມາ, ອີ​ຕາ​ລີ​ໄດ້​ເຂົ້າຮ່ວມ​ສັນຍາ​ດັ່ງກ່າວ. ມັນເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຸ່ມ​ຮຸກ​ຮານຂອງ​ສາມ​ປະ​ເທດ​ຟັດ​ຊິດ​​ໄດ້​ຈໍ່​ຕົວ​ຂຶ້ນ​ໃນ​ເບື້ອງ​ຕົ້ນ. ວັນ​ທີ 27 ກັນຍາ​ປີ 1940, ​ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີ​ຕາ​ລີ​ໄດ້​ເຊັນ​"ສົນທິສັນຍາ​ພັນ​ມະ​ມິດ​ການ​ທະຫານ"ຢູ່​ແບກ​ແລງ, ​ໄດ້​ສ້າງ​ເປັນ​ພັນທະ​ມິດ​​ການ​ທະຫານ​ຢ່າງ​ເປັນ​ທາງ​ການ. ສາມ​ປະ​ເທດ​ຍັງບັງຄັບ​ໃຫ້​ລູມາ​ນີ ຮົງ​ກາລີ​ແລະ​ບຸນ​ກາລີ​​ເຂົ້າຮ່ວມ​ພັນ​ທະ​ມິດ​ດັ່ງກ່າວ.

ການ​ຮຸກ​ຮານ​ຢ່າງ​ປ່ວງ​ບ້າ​ຂອງ​ເຢຍລະ​ມັນ ຍີ່ປຸ່ນ​ແລະ​ອີ​ຕາ​ລີ​ໄດ້​ບັງຄັບ​ໃຫ້​ກຳລັງ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ຮ່ວມ​ສຳພັນ​ກັນ​ເຂົ້າ​ເທື່ອ​ລະ​ກ້າວ. ກ່ອນ​ເກີດ​ສົງຄາມ​ໂລກ​ຄັ້ງທີ 2, ອັງກິດ ຝຣັ່ງ ​ແລະ​ອາ​ເມ​ລິ​ກາ​ໄດ້​ຍຸ​ຍົງ​ການ​ກະທຳ​ຮຸກ​ຮານ​ຂອງ​ເຢຍລະ​ມັນ ຍີ່​ປຸ່ນ​ແລະ​ອີ​ຕາ​ລີ, ປະຕິບັດ​ນະ​ໂຍບາຍົວະ​ເຍົ້າ​ໃຫ້​ສະຫງົບ. ກ່ອນ​ອື່ນ, ຍີ່​ປຸ່ນ​ໄດ້​ກໍ່​ສົງຄາມ​ຮຸກ​ຮານ​ຈີນ. ​ເດືອນກັນຍາ​ປີ 1939, ​ເຢຍລະ​ມັນ​ບຸກ​​ໂຈມ​ຕີ​ໂປ​​ໂລ​ຍ, ສົງຄາມ​ໂລກ​​ເກີດ​ຂຶ້ນ, ອັງກິດ​​ແລະ​ຝຣັ່ງ​ໄດ້​ປະກາດ​ສົງຄາມ​ຕໍ່​ເຢຍລະ​ມັນ​ຢ່າງ​ຟ້າວ​ຟັ່ງ. ​ເດືອນ​ມິ​ຖຸນາປີ 1941, ​ເຢຍລະ​ມັນ​ຈີກ"ສົນທິສັນຍາ​ຕ່າງ​ບໍ່​ລ່ວງ​ລ້ຳ​ກັນ​ລະຫວ່າງ​ເຢຍລະ​ມັນ​ກັບ​ສະຫະພາບ​​ໂຊ​ວຽດ", ​ແລ້ວ​ໄດ້​ຍົກ​ພົນ​ໄປ​ບຸກ​​ໂຈມ​ຕີ​​ໂຊ​ວຽດ.
ຄຽງ​ຄູ່​ກັບ​ເອີ​ລົບ​ເໜືອ​ຖືກ​ຍຶດຄອງ, ຝຣັ່ງ​ເສຍ​ໄຊ​ແລ້ວ​ຍອມ​ຈຳນົນ, ອັງກິດ​ຖອນ​ໄປ​ສາມ​ເກາະ​ອັງກິດ, ​ອາ​ເມ​ລິ​ກາ​ໄດ້​ປະສົບ​ການ​ນາບ​ຂູ່ຈາກ​ຟັດ​ຊິດ, ​​ແຕ່​​ເລີ່​ມ​ແຕ່ເດືອນ​ກັນຍາ​ປີ 1940 ​, ອາ​ເມ​ລິ​ກາ​ເຂົ້າຮ່ວມ​ສົງຄາມ​ເອີ​ລົບ​ດ້ວຍ​ຮູບ​ການ​ຊ່ອຍ​ເຫຼືອ, ປີ 1941, ​ເລີ່​ມ​ໃຫ້ການ​ຊ່ອຍ​ເຫຼືອທາງ​ການ​ທະຫານ​ແກ່​ສະຫະພາບ​ໂຊ​ວຽດ, ​ແລະ​ຮ່ວມກັນ​ກັບ​ອັງກິດສ້າງ​ກົດ​ບັດ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ທີ່​ສະ​ແດງ​ຫລັກ​ໝັ້ນຕ້ານ​ການ​ຮຸກ​ຮານ​. ​ເດືອນທັນວາ​ປີ 1941, ຍີ່​ປຸ່ນຫລອນ​ໂຈມ​ຕີ​ເມືອງ​​ເພີຣ໌ຮາ​ເບີ ຖານ​ທັບ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ແລະ​ອັງກິດ​ຈຳ​ເປັນ​ຕ້ອງ​ປະກາດ​ສົງຄາມ​ຕໍ່​ຍີ່​ປຸ່ນ, ​ເຢຍລະ​ມັນ​ກັບ​ອາ​ເມ​ລິ​ກາ, ​ ​ອີ​ຕາ​ລີ​ກັບ​ອາ​ເມ​ລິ​ກາ​ຕ່າງ​ປະກາດ​ສົງຄາມ​ຕໍ່​ກັນ. ຮອດ​ໄລຍະ​ນີ້, ປະ​ເທດ​ຕົ້ນຕໍ​​ໃນ​ໂລກ​ລ້ວນ​ແຕ່​ຖືກ​ມ້ວນ​ເຂົ້າ​ໃນ​ສົງຄາມ.

ເພື່ອ​ພ້ອມ​ກັນ​ໂຈມ​ຕີ​ການ​ກະທຳ​ຮຸກ​ຮານ​ຂອງ​ພວກຟັດ​ຊິດ, ວັນ​ທີ 1 ມັງ​ກອນ​ປີ 1942, 26 ປະ​ເທດ​ຄື​ຈີນ ​ສະຫະພາບ​​ໂຊ​ວຽດ ອາ​ເມ​ລິ​ກາ​ແລະ​ອັງກິດ​ເປັນຕົ້ນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ວໍ​ຊິງ​ຕັນ, ພ້ອມ​ກັນ​ເຊັນ"ຄຳ​ຖະ​ແຫລ​ງການປະ​ເທດຮ່ວມ​ສຳຄັນ​ກັນ", ພັນທະ​ມິດ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຈໍ່​ຕົວ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ພາຍຫລັງ​ມາ, ປະ​ເທດ​ພັນທະ​ມິດຕົ້ນຕໍ​ໄດ້​ຈັດ​ກອງ​ປະຊຸມ​ປະມຸກ​ລັດ​ຫລາຍ​ເທື່ອ, ຫາລື​ວິ​ທີ​ການ​ຕໍ່ຕ້ານ​ຟັດ​ຊິດ, ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ສົງຄາມຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ.