ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 18:43:09    
ພາກ​ສ່ວນ​ໂທລະ​ຄົມ​ຂອງ​ຈີນ​ແລະ​ອາ​ຊຽນ​ປະ​ກາດ"ຄຳ​ຖະ​ແຫຼງ​ການ​ປັກ​ກິ່ງ"

cri Author: li
ຕາມ​ຂ່າວ CRI: ວັນ​ທີ 12 ພຶດສະພາ ຢູ່​ທີ່​ປັກ​ກິ່ງ ພາກສ່ວນ​ໂທລະ​ຄົມ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ປະກາດ"ຄຳ​ຖະ​ແຫຼງການ​ປັກ​ກິ່ງ"ທີ່​ມີ​ຈຸດໝາຍ​​ສ້າງ​ການ​ພົວພັນ​ຄູ່​ຂາ​ຂົງ​ເຂດ​ໂທລະ​ຄົມ​ຂໍ້​ມູນ​ຂ່າວສານ.

"ຄຳ​ຖະ​ແຫຼງການ"ກ່າວ​ເນັ້ນວ່າ,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ໂທລະ​ຄົມ​ຂໍ້​ມູນ​ຂ່າວສານ​ມີ​ຄວາມ​ໝາຍ​ສຳຄັນ. "ຄຳ​ຖະ​ແຫຼງການ"ສະ​ເໜີ​ວ່າ,ຈີນ​ກັບ​ອາ​ຊຽນ​ຕ້ອງ​ລົງ​ເລິກ​ການ​ສົນທະນາ​ແລະ​ແລກປ່ຽນ​ກັນ​ລະຫວ່າງ​ລັດຖະບານ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ພື້ຖານ​ໂຄງ​ລ່າງ​ໂທລະ​ຄົມ​ຂໍ້​ມູນ​ຂ່າວສານ,ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​ແລະ​ຂໍ້​ມູນ​ຂ່າວສານ,​ເຮັດ​ໃຫ້ການ​ຄ້າ​ແລະ​ການ​ລົງທຶນ​ສະດວກ​ກວ່າ​ເກົ່າແລະ​ອື່ນໆ,ສ້າງ​ພື້ນຖານ​ໝັ້ນ​ແກ່ນ​ກວ່າ​ເກົ່າ​ເພື່ອ​ການ​ຮ່ວມ​ມື​ຕື່ມ​ອີກ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ດ້ານ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ.

ມື້​ດຽວ​ກັນ,ສອງ​ຝ່າຍ​ຍັງ​ໄດ້​ເປີດ​ເວ​ບ​ໄຊ​ຮ່ວມ​ມື​ດ້ານໂທລະ​ຄົມ​ຂໍ້​ມູນ​ຂ່າວສານ​ຈີນ​ອາ​ຊຽນ.