ວັນທີ16ເມສາປີ1945, ກອງທັບແດງສະຫະພາບໂຊວຽດໄດ້ເປີດບັ້ນລົບບຸກໂຈມຕີແບັກແລງຢູ່ຝັ່ງຕາເວັນຕົກແມ່ນ້ຳໂອເດີທີ່ຢູ່ເຂດຊາຍແດນໂປໂລຍເຢຍລະມັນ. ກອງທັບສະຫະພາບໂຊວຽດກັບກອງທັບເຢຍລະມັນໄດ້ລົບເລວກັນຢູ່ຈຸດສູງເຊໂລທີ່ທິດຕາເວັນຕົກແບັກແລງເປັນເວລາ4ມື້, ນີ້ແມ່ນບັ້ນລົບທີ່ດຸເດືອດກວ່າໝູ່ໃນສະໜາມລົບເອີລົບໃນໄລຍະທ້າຍສົງຄາມໂລກຄັ້ງທີສອງ. ໃນລາຍການໂລກາຮ້ອຍແປດຂອງພວກເຮົາພາກນີ້, ເຊີນທ່ານຟັງບົດແຈ້ງຂ່າວທີ່ພາດຫົວເລື່ອງວ່າ, ໄປທ່ຽວສະໜາມລົບຈຸດສູງເຊໂລ.
ຂັບລົດຈາກແບັກແລງໄປຈຸດສູງເຊໂລໃຊ້ເວລາປະມານສອງຊົ່ວໂມງ. ຢູ່ສະໜາມລົບອະດີດ, ດຽວນີ້ໄດ້ສ້າງຫໍລະລຶກຫຼັງໜຶ່ງ, ດ້ານໜ້າແມ່ນອະນຸສາວະລີນັກລົບສະຫະພາບໂຊວຽດທີ່ໃຫຍ່ໂຕ, ຢູ່ໜ້າອະນຸສາວະລີແມ່ນສຸສານນັກລົບກອງທັບແດງສະຫະພາບໂຊວຽດ. ຕາມທ່ານອຸນລີຊີ ເຮີນມານ ຫົວໜ້າຫໍລະລຶກສະເໜີວ່າ, ລັດຖະບານອະດີດເຢຍລະມັນປະຊາທິປະໄຕເປີດປະຕູເຂົ້າຊົມຫໍລະລຶກຈຸດສູງເຊໂລຢາງເປັນທາງການ. ປີ2002, ລັດຖະບານເຢຍລະມັນໄດ້ອອກທຶນ6ໝື່ນເອີໂລສ້ອມແປງອະນຸສາວະລີ.
ທ່ານເຮີນມານກ່າວວ່າ, ໃນເວລາເຢຍລະມັນໂຮມເຂົ້າເປັນເອກະພາບກັນ, ອີງຕາມສັນຍາທີ່6ປະເທດ(ສະຫະພາບໂຊວຽດ, ອາເມລິກາ, ອັງກິດ, ຝຣັ່ງ, ເຢຍລະມັນສະຫະພັນແລະເຢຍລະມັນປະຊາທິປະໄຕ)ເຊັນກັນ, ລັດຖະບານເຢຍລະມັນທີ່ພາຍຫຼັງໂຮມເຂົ້າເປັນເອກະພາບກັນແລ້ວຕ້ອງສະຫງວນສຸສານແລະອະນຸສາວະລີທຸກແຫ່ງກອງທັບສະຫະພາບໂຊວຽດ, ເພື່ອຈື່ຈຳໜ້າທີ່ສົງຄາມທີ່ເກີດຂຶ້ນໃນຫຼາຍສິບປີກ່ອນ.
ທ່ານເຮີນມານສະເໜີວ່າ, ອີງຕາມສັນຍາເຊີແນວສະບັບປີ1972, ນັກລົບຂອງທຸກໆປະເທດທີ່ເສຍສະຫຼະຢູ່ສະໜາມລົບ, ລ້ວນແຕ່ມີສິດຝັງຢູ່ບ່ອນເກົ່າຢ່າງຖາວອນ. ນອກນີ້, ສຸສານຂອງນັກລົບເຫຼົ່ານີ້ໄດ້ເຕືອນໃຫ້ຄົນທັງຫຼາຍຮູ້ຈັກຄຸນຄ່າຂອງສັນຕິພາບຢູ່ທຸກເວລາ, ດັ່ງນັ້ນແຫ່ງນີ້ໄດ້ກາຍເປັນບ່ອນທີ່ເຮັດໃຫ້ປະເທດຕ່າງໆຕ່າງເຂົ້າໃຈກັນແລະປອງດອງກັນ.
ເມື່ອຍ່າງລົງຈາກຈຸດສູງ, ຫົວໜ້າຫໍລະລຶກໄດ້ພານັກຂ່າວກ້າວເຂົ້າໄປໃນຫໍລະລຶກ, ໃນນັ້ນໄດ້ວາງສະແດງເຄື່ອງຂອງຜູ້ຕາຍເຊັ່ນ: ຊຸດທະຫານ, ໝວກເຫຼັກ, ອາວຸດແລະບັດຢັ້ງຢືນຕ່າງໆຂອງນັກລົບເຢຍລະມັນແລະສະຫະພາບໂຊວຽດ, ແລະຮູບພາບທີ່ບັນທຶກສົງຄາມໃນຄາວນັ້ນເປັນຈຳນວນຫຼວງຫຼາຍ. ສິ່ງທີ່ສ້າງພາບປະທັບໃຈຢ່າງເລິກເຊິ່ງນັ້ນກໍແມ່ນ, ໝວກເຫຼັກວາງສະແດງຢູ່ທີ່ນີ້ລ້ວນແຕ່ມີຮອຍລູກປືນຫຼວງຫຼາຍ, ບັນລະຍາຍເຖິງຄວາມດຸເດືອດຂອງສົງຄາມໃນຄາວກ່ອນ.
ແຕ່ນັ້ນມາຮອດປະຈຸບັນ, ປະຫວັດສາດໄດ້ກ້າວເດີນ60ປີແລ້ວ, ຜູ້ລອດຕາຍໃນຄາວນັ້ນດຽວນີ້ກໍໄດ້ກາຍເປັນຜູ້ເຖົ້າແລ້ວ, ສິ່ງທີ່ພວກເຂົາເຈົ້າຄິດຫຼາຍກວ່າໝູ່ນັ້ນແມ່ນຫຍັງ? ຕາມທ່ານເຮີນມານເວົ້າວ່າ, ພາຍຫຼັງເຢຍລະມັນໂຮມເຂົ້າເປັນເອກະພາບກັນແລ້ວ, ແຕ່ລະປີລ້ວນແຕ່ມີຜູ້ເຖົ້າເຢຍລະມັນທີ່ເຄີຍເຂົ້າຮ່ວມບັ້ນລົບເຊໂລໃນຄາວນັ້ນມາໄວ້ອາໄລຢູ່ທີ່ນີ້. ທ່ານເວົ້າວ່າ:
ຢູ່ເທິງພວງມາລາທີ່ຜູ້ເຖົ້າເຫຼົ່ານີ້ວາງໃສ່ນັ້ນ, ສາມາດເຫັນປະໂຫຍກດັ່ງນີ້: ລະລຶກຄູ່ສູ້ລົບທີ່ກ້າຫານຂອງພວກຂ້າພະເຈົ້າ. ພວກເຂົາເຈົ້າຫວັງວ່າ, ປີນີ້ມີໂອກາດພົບພໍ້ກັບຄູ່ສູ້ລົບຂອງສະຫະພາບໂຊວຽດໃນຄາວນັ້ນເປັນຄັ້ງທຳອິດ, ທັງເປັນການພົບພໍ້ກັນທີ່ມີຄວາມໝາຍທາງປະຫວັດສາດ, ຈະໂອ້ລົມກັນແລະປອງດອງກັນ.
ໃນປ່າກົກແປກທີ່ໄກຈາກຈຸດສູງເຊໂລ5ກິໂລແມັດ, ໄດ້ປົງສົບຂອງນັກລົບເຢຍລະມັນພັນກວ່າຄົນ. ຢູ່ທີ່ນີ້, ນັກຂ່າວໄດ້ພົບທ່ານໂຄວານເຄີທີ່ຜົມຫງອກ. ພໍ່ຂອງທ່ານໂຄວານເຄີໄດ້ຕາຍໃນສະໜາມລົບພາກຕາເວັນຕົກຂອງເອີລົບໃນປີ1944. ແຕ່ປີ1963ເປັນຕົ້ນມາ, ທ່ານໂຄວານເຄີໄດ້ເລີ່ມຊອກຫາແລະຈຳແນກຊາກສົບຂອງນັກລົບໃນສົງຄາມໂລກຄັ້ງທີສອງຢູ່ແຫ່ງຕ່າງໆຂອງເຢຍລະມັນ.
ຕາມທ່ານໂຄວານເຄີສະເໜີວ່າ, ພວກເຂົາເຈົ້າໄດ້ຊອກໄດ້ຊາກສົບຂອງນັກລົບກອງປ້ອງກັນຊາດເຢຍລະມັນນາຊີ1080ຂອນແລະຊາກສົບຂອງກອງທັບແດງສະຫະພາບໂຊວຽດ700ຂອນຢູ່ສະໜາມລົບຈຸດສູງເຊໂລ. ທ່ານເຫັນວ່າ, ເນື່ອງຈາກເງື່ອນໄຂປະຈຸບັນ, ໄວທີ່ສຸດຍັງຕ້ອງການໃຊ້ເວລາ15ຫາ20ປີຈິ່ງສາມາດຊຳລະຊາກສົບນັກລົບໃຫ້ໝົດໄດ້. ພໍ່ເຖົ້າຜູ້ນີ້ເວົ້າວ່າ:
ນາຍພົນລັດເຊຍໃນສະຕະວັດທີ18ຜູ້ໜຶ່ງເຄີຍເວົ້າວ່າ, ມີແຕ່ໄດ້ປົງສົບຂອງນັກລົບຜູ້ສຸດທ້າຍໃນສົງຄາມດ້ວຍຮູບການກຽດສັກສີແລ້ວ, ສົງຄາມຈິ່ງໄດ້ສິ້ນສຸດລົງໃນທີ່ສຸດ. ສະນັ້ນ, ເວົ້າສຳລັບຂ້າພະເຈົ້າແລ້ວ, ສົງຄາມໂລກຄັ້ງທີສອງຍັງບໍ່ໄດ້ສິ້ນສຸດລົງເທື່ອ.
ຈຸດສູງເຊໂລປະຈຸບັນແມ່ນທົ່ງນາທີ່ຮາບພຽງກວ້າງສຸດສາຍຕາ, ແຫ່ງນີ້ຄືວ່າໄດ້ອຳລາຈາກສົງຄາມໃນ60ປີກ່ອນແລ້ວ. ແຕ່ວ່າ, ມະນຸດພັດບໍ່ສາມາດລືມຄວາມທາລຸນຂອງສົງຄາມ. ພວກເຂົາເຈົ້າຮຽກຮ້ອງວ່າ: ໂລກຕ້ອງການສັນຕິພາບຖາວອນ.
|