ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 21:42:32    
ກ່ຳປັ່ນ​ໂດຍສານ​ທັນ​ສະ​ໄຫມ​ລຳ​ທຳ​ອິດ​ຂອງ​ໂລກ

cri Author: li
ວັນ​ທີ 22 ພະຈິກ​ ປີ 1907,​ໃນ​ເວລາ​ກ່ຳ​ປັ່ນ​ໂດຍສານ​ໂມລີ​ຕາ​ນີ​ເຊິ່ງ​ເປັນ​ກ່ຳ​ປັ່ນ​ທັນ​ສະ​ໄຫມ​ລຳ​ທຳ​ອິດ​ໃນ​ໂລກ​ເດີນ​ຜ່ານ​ມະຫາ​ສະຫມຸດ​ອັດ​ລັງ​ຕິກ​ໄປ​ຮອດ​ນິວຢອກ​ຢ່າງ​ສຳ​ເລັດ​ຜົນ​ເປັນຄັ້ງທຳ​ອິດ​ນັ້ນ,ຄົນ​ທັງຫຼາຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ກວຍ​ສຽງ​ຕົບມື​ຢ່າງ​ຟົດ​ສະຫນັ່ນ​​ແລະ​ສຽງ​ໄຊໂຍ​ໂຮ​ຮ້ອງ​ຫວັນ​ໄຫວ,ທີ່​ຈິງ​ແລ້ວ,ກ່ຳ​ປັ່ນ​ໂມລີ​ຕາ​ນີກາຍ​ເປັນ​ກ່ຳ​ປັ່ນ​ໂດຍສານ​ທັນ​ສະ​ໄຫມ​ລຳ​ທຳ​ອິດ​ໃນ​ໂລກ​ແມ່ນ​ເລື່ອງ​ບັງ​ເອີນ.​ໃນ​ຄາວ​ນັ້ນ,​ເຄື່ອງ​ຈັກຕວນບິນ​ແກັສ​ແບບ​ໃຫມ່​ໄດ້​ຄົ້ນຄວ້າ​ຜະລິດ​ອອກ​ມາ​ແລ້ວ,ຈະ​ຕິດຕັ້ງ​ເຄື່ອງ​ໂມ​ເຕີ​ແບບ​ນີ້​ໃສ່​ກ່ຳ​ປັ່ນ​ໂມລີ​ຕາ​ນີທີ່​ສ້າງ​ໃຫມ່​ຫຼືບໍ່?ພາຍ​ໃນ​ບໍລິສັດ​ກ່ຳ​ປັ່ນ​ໂກ​ນາດ,​ເຈົ້າຂອງ​ກ່ຳ​ປັ່ນ​ໂມລີ​ຕາ​ນີ​ໄດ້ມີ​ການ​ໂຕ້​ຖຽງ​ກັນ​ຢ່າງ​ດຸ​ເດືອດ,​ໃນ​ຂະນະ​ທີ່​ສອງ​ຝ່າຍ​ຕ່າງ​ບໍ່​ຜ່ອນ​ສັ້ນຜ່ອນ​ຍາວ​ໃຫ້​ແກ່​ກັນນັ້ນ,ມີ​ຄົນ​ສະ​ເຫນີອອກ​ມາ​ໃຫ້​ປ່ອນ​ບັດ​ຕົກ​ລົງ,​ໃນ​ທີ່​ສຸດ,ຝ່າຍ​ປະຕິ​ຮູບ​ໄດ້​ເອົາ​ຊະນະ

ກ່ຳ​ປັ່ນໂມລີ​ຕາ​ນີທີ່​ປະກົດ​ຕົວ​ຢູ່​ມະຫາ​ສະຫມຸດ​ອັດ​ລັງ​ຕິກ​ແມ່ນ​ປະຈັກ​ຕາ​ຊາວ​ໂລກ​ທີ່​ສຸດ,ກ່ຳ​ປັ່ນ​ໃຫຍ່​ໂຕ​ຫຼູຫຼາພິ​ເສດ​ລຳ​ນີ້,ກໍ​ເຫມືອນ​ດັ່ງ​ຕົວ​ເມືອງ​ທີ່​ເຄື່ອນ​ທີ່​ບົນ​ທະ​ເລ,​ໃນ​ກ່ຳ​ປັ່ນ​ໂດຍສານ​ລຳ​ນີ້​ມີ​ຫ້ອງ​ບຸດ​ຫຼູຫຼາຄື​ພະ​ລາຊະ​ວັງ,​ໃຫຍ່​ພໍ​ຈັດ​ງານ​ເຕັ້ນລຳອັນ​ໃຫຍ່​ໂຕ​ມະ​ໂຫລານ​ຫຼືງານ​ຊຸມນຸມ​ນັກ​ຂ່າວ​ໄດ້,​ແຕ່​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າ,ສິ່ງ​ທີ່​ເຈົ້າຂອງ​ກ່ຳ​ປັ່ນ​ຖື​ເປັນ​ເອກອ້າງ​ພູມ​ໃຈນັ້ນ​ແມ່ນ​ກ່ຳ​ປັ່ນ​ໂມລີ​ຕາ​ນີ​ໄດ້​ຕາງຫນ້າ​ໃຫ້​ແກ່ຜົນ​ສຳ​ເລັດ​ທັງຫມົດ​ຂອງ​ການ​ປະຕິວັດ​ອຸດສາຫະກຳ,ຕົວ​ກ່ຳ​ປັ່ນ​ແມ່ນ​ຕໍ່​ດ້ວຍ​ແປ້ນ​ເຫຼັກກ້າຫຼາຍພັນ​ແຜ່ນ,ຊານ​ແມ່ນ​ເຮັດດ້ວຍ​ແຜ່ນ​ເຫຼັກກ້າ​ທີ່​ທັງ​ເບົາ​ທັງ​ຫມັ້ນ,ກ່ຳ​ປັ່ນ​ນີ້​ຍາວ 240,7 ​ແມັດ,​ແມ່ນ​ກ່ຳ​ປັ່ນ​ທີ່​ຍາວ​ກວ່າ​ຫມູ່​ແລະ​ໄວ​ກວ່າ​ຫມູ່​ໃນ​ໂລກ​ຄາວ​ນັ້ນ,ບໍລິ​ມາດ​ບັນ​ຈຸ​ຂອງ​ມັນ​ກໍ​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ,ມັນ​ສາມາດ​ບັນທຸກ​ຜູ່​ໂດຍສານ​ໄດ້ 2335 ຄົນ,ມີ​ລູກ​ກ່ຳ​ປັ່ນ​ຊັ້ນຕ່າງໆ 812 ຄົນ,ຄວາມ​ໄວ​ຍິ່ງ​ບໍ່​ມີ​ໃຜ​ທຽບ​ເທົ່າ​ໃນ​ໂລກ​ຄາວ​ນັ້ນ,ຈາກ​ລີ​ເວີ​ພູນ ຮອດ​ນິວຢອກ​ພຽງ​ແຕ່​ກິນ​ເວລາ 4 ມື້​ກັບ 20 ຊົ່ວ​ໂມງ 15 ນາທີ​ທໍ່​ນັ້ນ,ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ,ມັນ​ສາມາດ​ເດີນ​ຢູ່​ເຂດ​ທະ​ເລ​ທັງ​ຫມົດ​ຕະຫຼອດ 24 ຊົ່ວ​ໂມງ​ໃນ​ທຸກ​ລະດູ​ການ.

ຄຽງ​ຄູ່​ກັບ​ກ່ຳ​ປັ່ນ​ໂມລີ​ຕາ​ນີ​ໄດ້​ເດີນ​ຢູ່​ມະຫາ​ສະຫມຸ​ດອັດ​ລັງ​ຕິກ​ເປັນ​ປະຈຳ,ຍຸກ​ສະ​ໄຫມ​ທີ່​ກ່ຳ​ປັ່ນ​ແລ່ນດ້ວຍ​ເຄື່ອງ​ຈັກ​ທັນ​ສະ​ໄຫມ​ເດີນ​ກ່ຳ​ປັ່ນ​ເປັນ​ປະຈຳ​ກໍ​ໄດ້​ເລີ່​ມຕົ້ນ​ແລ້ວ,​ແຕ່​ນັ້ນມາ,ການ​ເດີນທາງ​ຂີ່​ກ່ຳ​ປັ່ນ​ໄປ​ມາ​ຕາມ​ມະຫາ​ສະຫມຸດ​ອັດລັງ​ຕິກ​ລະຫວ່າງ​ທະວີບ​ເອີ​ລົບ​ກັບ​ທະວີ​ບອາ​ເມ​ລິ​ກາ​ເຫນືອ​ກໍ​ໄດ້​ກາຍ​​ເປັນ​ການ​ເດີນທາງ​ທີ່​ມີ​ສະ​ເຫ​ນ່ດູດ​ດຶງ​ຄົນ​ທັງຫຼາຍທີ່​ສຸດ,​ແຕ່ລະ​ປີ​ຜູ່​ທີ່​ຂີ່​ກ່ຳ​ປັ່ນ​ຂ້າມ​ມະຫາ​ສະຫມຸດ​ອັດລັດ​ຕິກ​ໄດ້ລື່ນ​ກາຍ 1 ລ້ານ 7 ​ແສນ 1 ຫມື່ນ​ເທື່ອ​ຄົນ,ຊຸມ​ປີ 20—30 ສະຕະວັດ​ທີ 20 ​ແມ່ນ​ໄລຍະ​ກະ​​ແສ​ສູງ​ທີ່​ຄົນ​ທັງຫຼາຍຂີ່​ກ່ຳ​ປັ່ນ​ຜ່ານ​ມະຫາ​ສະຫມຸດ​ອັດ​ລັງ​ຕິກ​ອອກ​ໄປ​ທ່ຽວ​ຕ່າງປະ​ເທດ,ມີ​ກ່ຳ​ປັ່ນ​ໂດຍສານ​ປະມານ 80 ລຳ​ໄດ້​ໄປ​ມາ​ລະຫວ່າງ​ເສັ້ນທາງ​ເດີນ​ກ່ຳ​ປັ່ນ​ເສັ້ນນີ້​ເລື້ອຍໆ,​ໃນ​ເວລາ​ກ່ຳ​ປັ່ນ​ເກືອບ​ທຸກ​ລຳ​ເຂົ້າ​ທຽບ​ທ່ານັ້ນ​ລ້ວນ​ແຕ່​ມີ​ນັກ​ຂ່າວ​ໄປ​ເອົາ​ຂ່າວ,ດາລາ​ຮູບ​ເງົາ,​ເຈົ້າຫນ້າ​ທີ່​ການ​ທູດ​ແລະ​ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ໄດ້​ຈັດ​ງານ​ໃຫ້​ສຳພາດ​ຂ່າວ​ຢູ່​ໃນ​ຫ້ອງ​ເປັນ​ຊຸດ​ເທິງ​ກ່ຳ​ປັ່ນ​ເລື້ອຍໆ.

​ເສັ້ນທາງ​ເດີນ​ກ່ຳ​ປັ່ນ​ມະຫາ​ສະຫມຸດ​ອັດລັງ​ຕິກ​ເປັນ​ປະຈຳ​ເສັ້ນນີ້​,​ເຮັດ​ໃຫ້ຫຼາຍຕົວ​ເມືອງ​ແລະ​ປະ​ເທດ​ຂອງ​ເອີ​ລົບ​ແລະ​ອາ​ເມລິ​ກາ​ຫັນ​​ເປັນ​ອຸດສາຫະກຳ,​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ອາ​​ໃສ​ເສດຖະກິດ​ຂາ​ເຂົ້າຂາ​ອອກ​ເປັນຫຼັກ​ແຫຼ່ງ,​ເກືອບ​ເວົ້າ​ໄດ້​ວ່າ,​ເສດຖະກິດ​ຂອງ​ປະ​ເທດ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ໄດ້​ພັດທະນາ​ຂຶ້ນຍ້ອນ​ຂີ່​ກ່ຳ​ປັ່ນ​ຂະຫນາດ​ໃຫຍ່,ກ່ຳ​ປັ່ນ​ກໍ​ໄດ້​ຊຸກຍູ້​ແບບ​ວິທີ​ດຳລົງ​ຊີວິດ​ຂອງ​ມວນ​ມະນຸດ​ມີ​ການ​ປ່ຽນ​ແປງ​,​ເຮັດ​ໃຫ້ການ​ພົວພົນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ໂລກ​ແຫນ້ນ​ແຟ້ນ​ເຂົ້າ,​ໃນ​ຊຸມ​ປີ 90 ສະຕະວັດ​ທີ 20 ,​ໃນ​ທົ່ວ​ໂລກ​ມີ​ກ່ຳ​ປັ່ນ​ທັນ​ສະ​ໄຫມ​ຂະຫນາດ​ໃຫຍ່​ປະມານ 2 ຫມື່ນ​ລຳ​ແລ່ນ​ໄປ​ມາ​ລະຫວ່າງ​ເຂດ​ທະ​ເລ​ຕ່າງໆ​ເພື່ອ​ເຮັດ​ການ​ຄ້າ​ລັກສະນະ​ທົ່ວ​ໂລກ,ສາມາດ​ເວົ້າ​ໄດ້​ວ່າ,​ແມ່ນ​ເສັ້ນທາງ​ເດີນ​ມະຫາ​ສະຫມຸດ​ອັດ​ລັງ​ຕິກ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຄ້າ​ສາກົນ​ໃນ​ຊູ່​ມື້​ນີ້,​ໄດ້​ບຸກ​ເບີກ​ສັງກາດ​ໃຫມ່​ຂອງ​ການ​ຄ້າ​ສາກົນ​ແລະ​ການ​ພົວພັນ​ລະຫວ່າງ​ຊາດ,​ເມື່ອ​ເວົ້າ​ໃນ​ຄວາມ​ຫມາຍ​ນີ້​ແລ້ວ​ເຫັນ​ວ່າ,ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ​ຂອງ​ການ​ເດີນະຫາ​ສະຫມຸດ​ຂອງ​ກ່ຳ​ປັ່ນ​ໂມລີຕາ​ນີ​ໃນ​ຄາວ​ນັ້ນ​ແມ່ນ​ໄດ້​ລື່ນ​ກາຍ​ຄວາມ​ຫມາຍ​ທີ່​ບັນທຸກ​ຜູ້​ໂດຍສານ​ຫຼາຍພັນ​ຄົນ​ນັ້ນຢ່າງ​ຫຼວງຫຼາຍ.