ເຜົ່າລາກູທີ່ດຳລົງຊີວິດຢູ່ແຂວງຢຸນນານເຂດຊາຍແດນພາກຫໍລະດີຂອງປະເທດຈີນ,ກ່ອນສ້າງຕັ້ງປະເທດຈີນໃຫມ່ໃນປີ 1949 ຍັງຢູ່ໃນໄລຍະດຶກດຳບັນທີ່ຂອດເຊືອກບັກໄມ້ຈົດຈຳເລື່ອງລາວ,ພາຍຫລັງສ້າງຕັ້ງປະເທດຈີນໃຫມ່ແລ້ວ,ເຂດເຜົ່າລາກູໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ,ໄດ້ເຜີຍແຜ່ການສຶກສາວັດທະນະທຳໃຫ້ທົ່ວເຖິງຢ່າງບໍ່ຢຸດຢັ້ງ
ເຜົ່າລາກູມີປະຊາກອນ 4 ແສນກວ່າຄົນ,ໃນປະຫວັດສາດ,ຊາວເຜົ່າລາກູແມ່ນມີຊື່ສຽງຍ້ອນຍິງເສືອເກັ່ງ,ສະນັ້ນ,ຈຶ່ງມີລົມຍານາມວ່າເຜົ່າຍິງເສືອ,ຕາມເລົ່າລື່ກັນວ່າບັນພະບຸລຸດເຜົ່າລາກູຍ້ອນໄລ່ຍິງກວາງໂຕຫນຶ່ງທີ່ເລັດລອດເຂົ້າປ່າດົງດິບ,ຈຶ່ງໄດ້ປາກົດເຫັນທົ່ງຫຍ້າຢູ່ພາກໃຕ້ມີນ້ຳແລະຫຍ້າອຸດົມສົມບູນ,ບັດນັ້ນຈຶ່ງເລີ່ມຍົກຍ້າຍຈາກພາກເຫນືອລົງໄປພາກໃຕ້,ຕາມຂໍ້ມູນເອກະສານໄດ້ສະແດງໃຫ້ເຫັນວ່າ,ເມື່ອສອງພັນປີກ່ອນພຸ້ນ,ບັນພະບຸລຸດຂອງເຜົ່າລາກູກໍທ່ຽວລ້ຽງສັດຢູ່ແຖບຄຸນມິງເມືອງເອກຂອງແຂວງຢຸນນານຂອງປະເທດຈີນ,ນັກຂ່າວໄດ້ເຫັນບັນດາໄທບ້ານພວມໄປເອົາບັດສຳມະໂນຄອບຄົວວັດທະນະທຳ,ສຳຫຼວດກວດກາສະພາບຮ່ຳຮຽນວັດທະນະທຳຂອງໄທບ້ານທຸກຄົນ,ຖ້າຫາກວ່າລະດັບວັດທະນະທຳບໍ່ສາມາດບັນລຸເຖິງມາດຕະຖານທີ່ຄະນະກຳມະການຄຸ້ມຄອງບ້ານກຳນົດໄວ້ນັ້ນ,ກໍຕ້ອງເຂົ້າຮ່ວມຊຸດຮ່ຳຮຽນທີ່ສົມຄູ່ກັບຂໍ້ກຳຫນົດ.
ເມື່ອ 10 ກວ່າປີກ່ອນພຸ້ນ,ບ້ານດັ່ງກ່າວກໍເລີ່ມລະດົມໃຫ້ໄທບ້ານຮ່ຳຮຽນຄວາມຮູ້ດ້ານວັດທະນະທຳ,ໃນກອງປະຊຸມວຽກງານບ້ານເທື່ອຫນຶ່ງເມື່ອປີ 1988 ,ພວກໄທບ້ານໄດ້ມີຄວາມຮັບຮູ້ຄືກັນ,ເປັນເອກະສັນກັນເຫັນດີເຫັນພ້ອມປະຕິບັດລະບອບການສຶກສາທີ່ມີລັກສະນະບັງຄັບຕໍ່ຜູ່ທີ່ບໍ່ເອົາໃຈໃສ່ນຳການສຶກສາເຫຼົ່ານັ້ນ,ພ້ອມທັງຂຽນໃສ່ກົດລະບຽບຊາວບ້ານ,ສົນທິສັນຍາຊາວບ້ານໄດ້ກຳຫນົດວ່າ,ຖ້າຫາກພໍ່ແມ່ບໍ່ສົ່ງລູກທີ່ເຖິງໄວຮຽນເຂົ້າໂຮງຮຽນ,ແລະຜູ້ໃຫຍ່ທີ່ມີອາຍຸ 45 ປີລົງມາບໍ່ເຂົ້າຮ່ວມການສຶກສາລົບລ້າງຄວາມບໍ່ຮູ້ຫນັງສືນັ້ນ,ແຕ່ລະປີທາງບ້ານຈະປັບໄຫມເງິນຈົນບັນລຸເຖິງຄຳຮຽກຮ້ອງຂອງຄະນະກຳມະການຄຸ້ມຄອງບ້ານ,ໃນຊູ່ມື້ນີ້,ໄທບ້ານເຊຍຊົງຊານລິນ ກໍລ້ວນແຕ່ຮັບຮູ້ຄວາມສຳຄັນຂອງການສຶກສາ,ເຖິງແມ່ນວ່າເງື່ອນໄຂມີຈຳກັດກໍຕາມ,ແຕ່ທາງບ້ານກໍຍັງຫາທຸກວິທີສ້າງເງື່ອນໄຂການສຶກສາ,ດຽວນີ້,ຢູ່ບ້ານເຊຍຊົງຊານລິນ ມີໂຮງຮຽນຫລັງຫນຶ່ງ,ມີຄູສອນ 6 ຄົນ,ທ່ານທິລີປາວ ນາຍບ້ານເວົ້າວ່າ:
ມາໃນສູ່ມື້ນີ້,ໃຜກໍຮູ້ດີແລ້ວວ່າ,ບໍ່ຮຽນຫນັງສື,ບໍ່ຮູ້ຫນັງສື,ຕໍ່ໄປພາຍຫນ້າ,ເຮັດຫຍັງກໍບໍ່ເປັນ,ຜ່ານມື້ຜ່ານເວັນກໍຍາກ,ເມື່ອຜ່ານການອົບຮົມການສຶກສາແລ້ວ,ຜູ່ຮູ້ຫນັງສືຢູ່ໃນບ້ານກໍມີຫຼາຍຂຶ້ນ,ທຸກໆຄອບຄົວລ້ວນແຕ່ຕ້ອງຮຽນຫນັງສື,ລະດັບຊີວິດການເປັນຢູ່ກໍດີກວ່າແຕ່ກ່ອນ.
ນາຍບ້ານທິລີປາວເວົ້າວ່າ,ດຽວນີ້,ຢູ່ໃນບ້ານຜູ່ທີ່ອາຍຸ 30 ຫາ 40 ປີທີ່ບໍ່ຮູ້ຫນັງສືນັ້ນແມ່ນບໍ່ມີແລ້ວ,ແຕ່ລະມື້,ນາຍຄູກາງເວັນສອນເດັກນ້ອຍ,ຕອນຄ່ຳສອນຜູ້ໃຫຍ່,ກາຍເປັນຄົນທີ່ໄດ້ຮັບຄວາມໂຄລົບທີ່ສຸດຈາກໄທບ້ານ
ທ່ານຫູໄຂກ້ວຍຄູສອນເຜົ່າລາກູທີ່ປີນີ້ອາຍຸ 68 ປີໄດ້ບອກນັກຂ່າວວ່າ,ໃນຄາວຍັງນ້ອຍ,ບ້ານເຜົ່າລາກູທີ່ຄອບຄົວເພິ່ນຢູ່ນັ້ນບໍ່ມີໂຮງຮຽນຈັກຫລັງ,ໃນຫມູ່ສາມັນຊົນເຜົ່າລາກູກໍບໍ່ມີຜູ້ຮູ້ຫນັງສືຈັກຄົນ,ເພາະວ່າພໍ່ຂອງທ່ານແມ່ນຜູ່ທີ່ມີຖານະໃນທ້ອງຖິ່ນນັ້ນ,ທ່ານຈຶ່ງມີໂອກາດໄປຮຽນຢູ່ໂຮງຮຽນຊັ້ນປະຖົມບໍ່ທໍ່ໃດປີຢູ່ໃນເມືອງກາຍເປັນຜູ່ຮູ້ຫນັງສືຜູ້ທຳອິດໃນທ້ອງຖິ່ນນັ້ນ,ຫລັງຈາກສ້າງຕັ້ງປະເທດຈີນໃຫມ່ເມື່ອປີ 1949 ແລ້ວ,ອົງການປົກຄອງທ້ອງຖິ່ນກໍສົ່ງທ່ານໄປຮຽນຕໍ່ຕື່ມອີກ.ຈຶ່ງເຮັດໃຫ້ທ່ານກາຍເປັນຄູສອນຜູ່ຫນຶ່ງ.
ດຽວນີ້,ເຖິງແມ່ນວ່າ,ທ່ານຟູໄຂກ້ວຍໄດ້ລາຈາກຫນ້າທີ່ວຽກງານສອນຫນັງສືແລ້ວກໍຕາມ,ແຕ່ທ່ານຍັງສົນໃຈນຳການສຶກສາຂອງເຜົ່າຕົນນັ້ນຢູ່,ທ່ານເວົ້າດ້ວຍຄວາມສະດຸດໃຈຢ່າງເລິກເຊິ່ງວ່າ,ດຽວນີ້,ເຜົ່າລາກູໄດ້ຈາກທີ່ບໍ່ມັກຮຽນຫນັງສືມາເປັນຜູ່ມັກຮຽນຫນັງສືໄປເທື່ອລະກ້າວ,ໄດ້ຮັບຮູ້ວ່າບໍ່ຮຽນຫນັງສືແມ່ນບໍ່ໄດ້,ບໍ່ຮຽນຫນັງສືຈະໄລ່ບໍ່ທັນເຜົ່າອື່ນໆ,ບໍ່ຮ່ຳຮຽນວັດທະນະທຳກໍຈະຫຼ້າຫຼັງ,ຖ້າຢາກເດີນໄປສູ່ເສັ້ນທາງຮັ່ງມີສີສຸກກໍຕ້ອງຮ່ຳຮຽນວັດທະນະທຳ,ຕ້ອງກຳວິທະຍາສາດເຕັກນິກ,ຈຶ່ງສາມາດມີຊີວິດອັນຜາສຸກ.
ເພື່ອບອກໃຫ້ປະຊາຊົນລາກູເອົາໃຈໃສ່ນຳການຮ່ຳຮຽນ,ທ່ານຟູໄຂກ້ວຍໄດ້ແຕ່ງເພງບົດຫນຶ່ງ,ນີ້ກໍແມ່ນສຽງແຄນຂອງເຜົ່າລາກູທີ່ໄດ້ຟັງມາແລ້ວ,ໃນເວລາເລີ່ມຕົ້ນຂອງລາຍການ.
ແຕ່ກ່ອນ,ປະຊາຊົນເຜົ່າລາກູຍ້ອນຊີວິດການເປັນຢູ່ທຸກຍາກລຳບາກ,ການໄປມາກໍຫຍຸ້ງຍາກ,ບໍ່ເອົາໃຈໃສ່ນຳການຮ່ຳຮຽນ,ສະນັ້ນ,ຄຸນນະທາດປະຊາກອນກໍອ່າວຕ່ຳ,ລະດັບການຜະລິດແລະຄຸນນະພາບການຄອງຊີບກໍຕ່ຳຫຼາຍ,ແຕ່ສ້າງຕັ້ງປະເທດຈີນໃຫມ່ມານີ້,ໂດຍມີອົງການປົກຄອງທຸກຂັ້ນສົນໃຈແລະເອົາໃຈໃສ່ນຳປະຊາຊົນເຜົ່າລາກູກໍເລີ່ມຮັບເອົາການສືກສາ,ເມື່ອໄດ້ຮ່ຳຮຽນແລ້ວ,ພວກເຂົາເຈົ້າກໍຮູ້ຈັກວິທີທີ່ກ້າວຫນ້າຈຳນວນຫນຶ່ງໃນການຜະລິດ,ພ້ອມທັງເອົາສິ່ງທີ່ຮຽນໄດ້ຈາກປື້ມຫນັງສືເຫຼົ່ານີ້ໃຊ້ເຂົ້າໃນການຜະລິດຕົວຈິງ,ເມື່ອເຫັນປະສຸສັດເຕີບໃຫຍ່ຂຶ້ນນຳຄູ່ມື້,ເກັບກ່ຽວເຂົ້າໄດ້ຫຼາຍຂຶ້ນ,ພວກເຂົາເຈົ້າໄດ້ສຳນຶກຮູ້ຄວາມສຳຄັນຂອງວິທະຍາສາດວັດທະນະທຳຢ່າງແທ້ຈິງ.
ປະຈຸບັນນີ້,ຫມູ່ບ້ານເຜົ່າລາກູປົກຄອງຕົນເອງໄດ້ພັດທະນາຢ່າງໄວວາ,ນັກຂ່າວບໍ່ວ່າໄປຮອດບ່ອນໃດ,ແຕ່ລະຕາແສງແລະບ້ານກໍລ້ວນແຕ່ມີໂຮງຮຽນປະຖົມຫມົດ, ຫມູ່ບ້ານທີ່ມີເງື່ອນໄຂອ່າວດີແດ່ຍັງໄດ້ຕັ້ງຫ້ອງຮຽນຊັ້ນມັດທະຍົມຕອນຕົ້ນ,ເຜົ່າລາກູຍັງມີນັກສຶກສາຮຽນຈົບມະຫາວິທະຍາໄລ,ວິຊາຊີບຊັ້ນກາງແລະພະນັກງານເຕັກນິກວິຊາສະເພາະທີ່ຫນຸ່ມນ້ອຍຈຳນວນຫນຶ່ງ.
|