ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 22:15:53    
ທ່ານ​ຊີ​ໂອຄອຟສ໌ກີ

cri Author: li
ຄຽງ​ຄູ່​ກັບ​ວິທະຍາສາດ​ເຕັກນິກ​ຂອງ​ມວນ​ມະນຸດ​ນັບ​ມື້​ນັບ​ຂະຫຍາຍຕົວ​ອອກ,ການ​ຊອກ​ຄົ້ນຂອງ​ມວນ​ມະນຸດ​ຕໍ່​ອາວະກາດ​ຊັ້ນນອກ​ກໍ​ພວມ​ຂະຫຍາຍ​ໄປຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,​​ເຮົາ​ເຄີຍ​ແນະນຳ​ຄວາມ​ຮູ້​ໃນ​ດ້ານ​ນີ້​ມາ​ຫຼາຍ​ແລ້ວ,​ເຊັ່ນ:ດາວ​ທຽມ,​ເຮືອ​ເຫາະ​ຈັກກະວານ​ເຊີນ​ໂຈວ ​ເລກ 4 ​ແລະ​ຍົນ​ອະວະກາດ​ຂອງ​ອາ​ເມ​ລິກາ​ເປັນຕົ້ນ,ການ​ຍິງ​ສົ່ງ​ພາຫະນະ​ເຫຼົ່ານີ້​ຂຶ້ນສູ່​ທ້ອງຟ້າ​ໄດ້​ຢ່າງ​ສຳ​ເລັດ​ຜົນ, ລ້ວນ​ແຕ່​ອາ​ໃສ​ການ​ປະດິດ​ສ້າງ​ລູກສອນ​ໄຟ​ຢ່າງ​ສຳ​ເລັດ​ຜົນ,ຄັນຊັ້ນ,​ແມ່ນ​ໃຜ​ເປັນ​ຜູ້​ປະດິດ​ສ້າງ​ລູກ​ສອນ​ໄຟ?

ລູກ​ສອນ​ໄຟ​ບິນ​ພຸ່ງ​ຂຶ້ນສູ່​ທ້ອງຟ້າ​ເຄີຍ​ແມ່ນ​ຄວາມ​ໃຝ່​ຝັນ​ຂອງ​ມວນ​ມະນຸດ,ປີ 1903,ທ່ານ​ຊີ​ໂອ​ຄອຟສ໌ກີ ນັກວິທະຍາສາດ​ລັດ​ເຊຍ​ໄດ້​ປະກາດ​ວິທະຍາ​ນິພົນ​ບົດ​ຫນຶ່ງ​ທີ່​ສະ​ເທືອນວົງ​ການ​ວິທະຍາສາດ​ຢ່າງ​ຮຸນ​ແຮງ,ວິທະຍາ​ນິພົນ​ດັ່ງກ່າວ​ໄດ້​ຊັນນະສູດ​ຄວາມ​ອາດ​ເປັນ​ໄປ​ໄດ້​ຂອງ​ການ​ໃຊ້​ພາຫະນະ​ອາຍ​ພົ່ນ​ບິນ​ຢູ່​ລະຫວ່າງ​ຫມູ່​ດາວ,​ແລ້ວ​ໄດ້​ສະຫຼຸບຫຼັກສູດ​ການ​ເຄື່ອນ​ໄຫວ​ຂອງ​ລູກ​ສອນ​ໄຟ​ຕ້ອງ​ປະຕິບັດ​ຄື​ຫຼັກສູດ​ຊີ​ໂອ​ຄອຟສ໌ກີ ຫລັງ​ຈາກ​ນັ້ນ,23 ປີ​ບົນ​ພື້ນຖານ​ຫຼັກສູດ​ດັ່ງກ່າວ,ທ່ານ​ໂກ​ດັດ​ນັກວິທະຍາສາດ​ອາ​ເມ​ລິ​ກາ​ໄດ້​ຍິງ​ສົ່ງ​ລູກ​ສອນ​ໄຟ​ທີ່​ໃຊ້​ວັດຖຸ​ເຊື້ອ​ໄຟ​ທາດ​ແຫຼວລູກ​ທຳ​ອິດ​ຂຶ້ນສູ່​ທ້ອງຟ້າ,​​ເຖິງ​ວ່າ​ລູກສອນ​ໄຟ​ດັ່ງກ່າວ​ບິນ​ຢູ່​ທ້ອງຟ້າ​ພຽງ​ແຕ່ 2,5 ວິນາທີ​ກໍ​ຕາມ,ພັດ​ໄດ້​ສ້າງ​ພາບ​ອັນ​ລະ​ຫງ່າ​ລາສີ​ໃນ​ປະຫວັດ​ການບິນ​ອະວະ​ກາດ​ຂອງ​ມວນ​ມະນຸດ.

ຕໍ່​ໄປ​ພວກ​ເຮົາ​ເຈາະ​ຈົງ​ແນະນຳ​ຊີ​ໂອ​ຄອຟສ໌ກີ ຜູ້​ທີ່​ໄດ້​ຮັບ​ນາມມະຍົດ​ເປັນ​ບິດາ​ຂອງລູກ​ສອນ​ໄຟ.
​ໄວ​ເຍົາ​ຂອງ​ທ່ານ​ຊີ​ໂອ​ຄອຟສ໌ກີ ​ແມ່ນ​ບໍ່​ເປັນ​ຈັ່ງ​ບຸນ,​ເມື່ອ​ທ່ານ​ອາຍຸ 9 ປີ​ຫູ​ຂອງ​ທ່ານຊີ​ໂອ​ຄອຟສ໌ກີ ​ເກືອບ​ຫນວກ​ຫມົດ​ທັງ​ສອງ​ເບື້ອງ​ຍ້ອນ​ເປັນ​ພະຍາດ​ໄຂ້​ຫມາກ​ແດງ,​ເມື່ອ​ອາຍຸ 12 ປີ,​ແມ່​ຂອງ​ທ່ານ​ໄດ້​ເຖິງ​ແກ່​ກຳ,ຫູຫນວກ​ແລະ​ຄວາມທຸກ​ຈົນ​ເຮັດ​ໃຫ້​ທ່ານ​ບໍ່​ມີ​ຄວາມ​ສາມາດ​ເຂົ້າ​ໂຮງຮຽນ,​ແຕ່​ວ່າທ່ານ​ໄດ້​ອ່ານ​ປື້​ມຄວາມ​ຮູ້​ທຳ​ມະ​ຊາດ​ແລະ​ຄະນິດສາດ​ຫຼາຍ​ເຫຼັ້ມຂອງ​ພໍ່ແລ້ວ,ຮຽນ​ຫລັກສູດ​ມັດທະຍົມ​ຈົນ​ຈົບ​ໂດຍ​ຕົນ​ເອງ,​ໃນ​ເວລາ​ທ່ານ​ໄດ້​ມີ​ຄວາມ​ສົນ​ໃຈ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ອາຍທ່ານ​ຕິດ​ອົກ​ຕິດ​ໃຈ​ປານ​ຖືກ​ສະ​ເຫ​ນ່ທຸ່ມ​ເທ​ຄວາມ​ຫ້າວຫັນ​ທັງ​ກາຍ​ແລະ​ໃຈ.

ປີ 1883 ,ທ່ານ​ຊີ​ໂອ​ຄອຟສ໌ກີ ​ໄດ້​ຂຽນ​ວິທະຍາ​ນິພົນ​ເລື່ອງ:ອະວະກາດ​ເສລີ​ບົດ​ຄວາມ​ບົດ​ນີ້,​ໄດ້​ຊັນນະ​ສູດຄວາມ​ຄາດ​ຄຶດ​ການບິນ​ຢູ່ອະວະກາດ​ທີ່​ມີ​ກຳລັງ​ດຶງ​ດູດ​ຄ່ອຍ​ແລະ​ບໍ່​ມີ​ແຮງ​ຕ້ານ​ຂອງ​ອາກາດ,ທ່ານ​ໄດ້​ສະ​ເຫ​ນີຫລັກ​ມູນ​ອອກ​ມາ​ວ່າ,ການ​ເຄື່ອນ​ໄຫວ​ຂອງ​ເຮືອ​ເຫາະ​ຈັກກະວານ​ຕ້ອງ​ນຳ​ໃຊ້​ຫລັກ​ມູນ​ແຮງດັນ​ຂອງ​ອາຍ​ພົ່ນ,​ແລະ​ໄດ້​ແຕ້ມ​ພາບ​ຫຍໍ້​ຂອງ​ເຮືອ​ເຫາະ,ທ່ານ​ຍັງ​ໄດ້ຄາດ​ຄຶດ​ເຮືອ​ເຫາະຈັກກະວານ​ເປັນ​ຄື​ກັບ​ຖັງ​ໃຫຍ່​ຫນ່ວຍ​ຫນຶ່ງ​ທີ່​ໃສ່​ອາຍອັດ,​ເມື່ອ​ເປີດ​ສົ້ນຫນຶ່ງ​ຂອງ​ຖັງ​ອອກ,ອາຍ​ອັດອັນ​ຮຸນ​ແຮງ​ກໍ​ພົ່ນ​ອອກ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລ້ວ​ເກີດ​ກຳລັງ​ດັນ​ອັນ​ມະຫາສານ​ຊຸກ​ດັນ​ໃຫ້​ເຮືອ​ເຫາະບິນຊັດ​ໄປ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ວິທະຍາ​ນິພົນ​ບົດ​ນີ້ເຮັດ​ໃຫ້​ທ່ານ​ຊີ​ໂອ​ຄອຟສ໌ກີ​ຂຶ້ນຊື່​ລື​ນາມ​ໃນ​ບາດ​ດຽວ​ແຕ່​ທ່ານ​ບໍ່​ໄດ້​ລົດລະກາ​ນຄົ້ນຄວ້າ​ດັ່ງກ່າວ,ປີ 1903,ທ່ານ​ຊີ​ໂອ​ຄອຟສ໌ກີ​ໄດ້​ສ​ະ​ເຫ​ນີຫລັກສູດ​ພື້ນຖານ​ກ່ຽວ​ກັບ​ຄວາມ​ໄວ​ຂອງ​ລູກ​ສອນ​ໄຟ​ຫລັງ​ຈາກ​ການ​ປະຕິບັດ​ເດືອນຕຸລາ,ທ່ານ​ສືບ​ຕໍ່​ຄົ້ນຄວ້າ​ຫລັກ​ມູນ​ການບິນ​ຂອງ​ເຮືອບິນ​ອາຍ​ພົ່ນ​ແລະ​ສະ​ເຫ​ນີທິດ​ສະ​ດີ​ກ່ຽກັບ​ເຮືອ​ເຫາະ​ລົງ​ຈອດ​ຢູ່​ເທິງ​ຜິວ​ໂລກ​ອື່ນ,​ໃນ​ໄລຍະ​ນີ້,ທ່ານ​ໄດ້​ປະກາດ​ວິທະຍາ​ນິພົນ 450 ບົດ,​ໂດຍ​ສະ​ເພາະ​ແ​ມ່ນປີ 1929 ,ທ່ານ​ໄດ້​ວາງ​ຄວາມ​ຄາດ​ຄຶດ​ກ່ຽວ​ກັບ​ອົງ​ປະກອບ​ຫຼາຍຖ້ານ​ຂອງ​ລູກ​ສອນ​ໄຟ,ຄວາ​ມາ​ຄາດ​ຄຶດ​ທີ່ມີ​ຫົວຄຶດ​ປະດິດສ້າງ​ດັ່ງກ່າວ​ໄດ້​ອຳນວຍ​ຫລັກ​ອ້າງ​ອີງ​ໃຫ້​ແກ່​ການຄົ້ນຄວ້າ​ຜະລິດ​ລູກ​ສອນ​ໄຟ​ຍານ​ສົ່ງ​ທີ່​ປັດ​ປ່າຍ​ກຳລັງ​ດຶງ​ດູດ​ຂອງ​ຫນ່ວຍ​ໂລກ.

ການຄົ້ນຄວ້າ​ຂອງ​ທ່ານ​ຊີ​ໂອ​ຄອຟສ໌ກີ ​ໄດ້​ໃຫ້​ຜົນ​ສະທ້ອນ​ຕໍ່​ການຄົ້ນຄວ້າ​ຂອງ​ຄົນຮຸ່ນ​ຫນຶ່ງ,ບົນ​ພື້ນຖານ​ຫຼັກສູດ​ຂອງ​ທ່ານ​ຊີ​ໂອ​ຄອຟສ໌ກີ​ໃນ​ຕອນ​ບ່າຍ​ວັນ​ທີ 16 ມີນາ​ປີ 1926 ,ທ່ານ​ໂກ​ດັດ ນັກ​ຟິຊິກ​ສາດ​ອາ​ເມ​ລິ​ກາ​ໄດ້​ຍິງ​ສົ່ງ​ລູກ​ສອນ​ໄຟ​ທີ່​ໃຊ້​ວັດຖຸ​ເຊື້ອ​ໄຟທາດ​ແຫຼວລູກທຳ​ອິດ​ໃນ​ໂລກ​ທີ່​ທ່ານ​ຄົ້ນຄວ້າ​ຜະລິດ​ເອງ​ຢ່າງ​ສຳ​ເລັດ​ຜົນ,​ໃນ​ຕະຫຼາດຊີວິດຂອງ​ທ່ານ​ໂກ​ດັດ ທ່ານ​ໄດ້​ສຸມ​ກຳລັງ​ຄົ້ນຄວ້າ​ລູກ​ສອນ​ໄຟ​ຍານ​ສົ່ງ​ແລະ​ໄດ້ຮັບ​ສິດທິ​ບັດ 200 ກວ່າ​ລາຍ​ໃນ​ດ້ານ​ເຕັກນິກ​ລູກ​ສອນ​ໄຟ​ຍານ​ສົ່ງ​ແລະ​ການບິນ​ອະະກາດ,ຈົນ​ໄດ້​ນາມະຍົດ​ເປັນ​ບິດາ​ຂອງ​ເຕັກນິກ​ລູກ​ສອນ​ໄຟ​ຍານ​ສົ່ງ​ຍຸກ​ປະຈຸ​ບັນ.

ລູກ​ສອນ​ໄຟ​ຍານ​ສົ່ງ​ຂອງ​ທ່ານ​ໂກ​ດັດ​ແມ່ນ​ໄດ້​ຍິງ​ສົ່ງ​ສຳ​ເລັດ​ຜົນ​ຢູ່​ນິຄົມ​ກະ​ເສດ​ຊານ​ເມືອງ​ລັດ​ແມັດ​ເຊັດ​ຊູ​ຊັດ​ແຫ່ງ​ອາ​ເມ​ລິ​ກາ,ລູກ​ສອນ​ໄຟ​ໄດ້​ບິນ 2,5 ວິນາທີ,ບິນ​ສູງ 12 ​ແມັດ,​ເວລາ​ມັນ​ຕົກລົງ​ມາ,ຫ່າງ​ຈາກ​ແທ່ນຍິງ​ສົ່ງ 56,12 ​ແມັດ.

​ເມື່ອ​ທ່ານ​ຊີ​ໂອ​ຄອຟສ໌ກີ​ທີ່​ຢູ່​ລັດ​ເຊຍ​ໄດ້​ຍິນ​ຂ່າວ​ນີ້​ແລ້ວ,ທ່ານ​ກໍ​ຮູ້ສຶກ​ຕື່ນ​ເຕັ້ນຢ່າງ​ຫາ​ອັນ​ປຽບ​ບໍ່​ໄດ້,​ເຊັ່ນ​ດຽວ​ກັນ,​ເຖິງ​ວ່າ​ທ່ານ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ໃຝຝັນ​ທີ່​ບິນ​ຂຶ້ນສູ່ອະວະກາດ​ຂອງ​ມວນ​ມະນຸດ​ໃຫ້​ປະກົດ​ເປັນ​ຈິງ​ໂດຍ​ຕົນ​ເອງ​ກໍ​ຕາມ,​ແຕ່​ວ່າ,​ໃນຂະ​ບວນການບັນລຸ​ຄວາມ​ໃຝ່ຝັນ​ດັ່ງກ່າວ,ກໍ​ມີ​ການ​ປະດິດ​ສ້າງ​ຂອງ​ທ່ານ,ທ່ານ​ຊີ​ໂອ​ຄອບ​ຟສ໌ກີ ສົມ​ໄດ້​ນາມະຍົດ​ອັນ​ມີ​ກຽດ​ເປັນ​ບິດາ​ແຫ່ງ​ລູກ​ສອນ​ໄຟ.