ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 22:53:11    
​ແບບຮຽນ​​ເຢຍລະ​ມັນ​ເບິ່ງ​ບັນຫາຫນ້າ​ທີ່​ຮັບຜິດຊອບຕໍ່​ສົງຄາມຢ່າງ​ຖືກຕ້ອງ ປ້ອງ​ກັນບໍ່​ໃຫ້​ຄວາມ​ໂສກ​ນາດຕະກຳ​ເກີດ​ຂຶ້ນ​ອີກ

cri

ປີນີ້​ແມ່ນ​ປີ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊຊນະ​ຄົບຮອບ 60 ປີ ​  ​ໃນ​ເວລາ​ທີ່ຄົນ​ທັງຫຼາຍຫວນ​ຄືນ​ແລະ​ກຶກກອງ​ປະຫວັດສາດນັ້ນ  ​ໄດ້​ມີບັນຫາຕົວ​ຈິ​ງ​ແລະ​ຮີບ​ດ່ວນ​ວາງ​​ໄວ້​ຕໍ່​ຫນ້າ​ຄົນ   ນັ້ນ​ກໍ່ຄື​ຄຽງ​ຄູ່​ກັບ​ສັກຂີ​ພິຍານ​ໃນ​ຄາວ​ນັ້ນ​ລາ​ໂລກ​ໄປ​ຕໍ່​ເນື່ອງ​ກັນ​ບໍ່​ກາຍ​​ເປັນ​ເລື່ອງ​ອະດີດ​ຢ່າງ​ແທ້​ຈິງ ​ແລ້ວຖືກ​ຄົນ​ທັງຫຼາຍ​ຫຼົງລື​ມ​ບໍ່  ​ເພື່ອ​ຈື່​ຈຳ​ປະຫວັດສາດ ​ແຕ່​ຕົ້ນປີ​ມາ​ນີ້  ​ເຢຍລະ​ມັນ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກຕ່າງໆ​  ​​​ໃຫ້​ຊາວ​ຫນູ່ມທົບ​ທວນ​ຄວາມ​ເຈັບ​ປວດ​ທໍລະມານ​ອັນ​ຮ້າຍ​ແຮງ​ທີ່​ເຢຍລະ​ມັນ​ນາ​ຊີ​ນຳ​ມາ​ໃຫ້​ມວນ​ມະນຸດນັ້ນອີກ​ເທື່ອ​ຫນຶ່ງ ລັດຖະບານ​ເຢຍລະ​ມັນ​ໄດ້​ໃຊ້​ທ່າ​ທີ​​ຮັບຜິດຊອບຕໍ່​ປະຫວັດສາດ​ຕະຫຼອດ​ມາ   ທ່າ​ທີ​ຂອງ​ເຢຍລະ​ມັນ​ທີ່​ສອນ​ໃຫ້​ຮຸ້ນຊາວ​ຫນຸ່ມຢ່າ​ລືມ​ປະຫວັດສາດ ຫັນ​ຫນ້າ​ໄປ​ສູ່​ອະນາຄົດ  ຍິ່ງ​ໄດ້​ຮັບ​ຄວາມ​​ໂຄລົບ​ຈາກ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ


  ຢູ່​ເຢຍລະ​ມັນ​ໃນ​ປັດຈຸບັນ  ການ​ຫວນ​ຄືນ​ມະ​ຫັນ​ຕະ​ໄພ​ທີ່​ຟັດ​ຊິດຮິດ​ແລ​ນຳ​ມາ​ໃຫ້ມວນ​ມະນຸດ​ນັ້ນ​ໄດ້​ກາຍ​ເປັນ​ພັນທະທາງ​ສິນ​ທຳຢ່າງ​ຫນຶ່ງ​ຂອງ​ຄົນ​ທັງຫຼາຍ  ຕໍ່ທ່າ​ທີ​ສາລະພາບຮັບ​ໂທດຂອງລັດຖະບານ​ເຢຍລະ​ມັນ​ກ່ຽວ​ກັບເຢຍລະ​ມັນ​ນາ​ຊີ​ກໍ່​ການ​ຮຸກ​ຮານ​ແລະສັງຫານ​​ໂຫດ​ນັ້ນ​ໄດ້​ປະ​ເທດທີ່​ປະສົບ​ເຄາະ​ຮ້າຍ​ໄດ້ຮັບ​ຮູ້​ໂດຍ​ທົ່ວ​ໄປ​​ແຕ່​ດົນ​ແລ້ວ   ນາຍົກລັດຖະມົນຕີ​ແລະ​ປະທານາທິບໍດີ​​ແຕ່​ລະ​ຊຸດ​ຂອງ​ເຢຍລະ​ມັນ​ລ້ວນ​ແຕ່​ສະ​ແດງ​ທ່າ​ທີ​ສຳ​ຫຼວດຕົນແລະ​ສຳນຶກ​ໂດດ​ຢ່າງ​ອັນ​ຈິງ​ໃຈກ່ຽວກັບສົງຄາມ​ໂລກ​ຄັ້ງ​ທີ​ສອງຢູ່​ປະ​ເທດ​ແລະ​ສະຖານ​ທີ່​ຕ່າງ​ກັນ.ບໍ່​ພຽງ​ແຕ່​ທໍ່​ນັ້ນ ລັດຖະບານ​ເຢຍລະ​ມັນ​ຍັງ​ກ່າວ​ຢ່າງ​ຈະ​ແຈ້ງວ່າ ​ເຢຍລະ​ມັນ​ມີຫນ້າ​ທີ່​ຮັບຜິດຊອບ​ທາງ​ສິນ​ທຳ​ແລະ​ການ​ເມືອງ ​ຈື່​ຈຳ​ປະຫວັດສາດ ຈື່​ຈຳ​ຫນ້າ​ທີ່​ຮັບ​ຜີ​ດຊອບ  ​ແລະ​ເດັດ​ດ່ຽວ​ຕໍ່ສູ້​ກັບ​ການ​ກະທຳ​ອັນ​ບໍ່​ຍຸດຕິ​ທຳ​ແລະ​ທາລຸນ​


ວັນ​ທີ 10 ພຶດສະພາ ​​ໃນ​ການ​ເຄື່ອນ​ໄຫວ​ລະ​ລຶກການປົດ​ປ່ອຍຄ້າຍ​ກັກ​ຂັງບູ​ເຮີ​ນ ວາ​ດຄົບຮອບ 60 ປີ, ​ທ່ານ​ສະ​ໂລ​ເຕີ ນາຍົກລັດຖະມົນຕີຊຸດ​ປັດຈຸບັນ​ໄດ້​ກ່າວ​ຄຳ​ປາ​ໄສວ່າ  ​ໃນ​ຂະນະ​ທີ່​ປະຊາຊົນ​ຮັບຮູ້​ປະຫວັດ ສາດ​ນັ້ນ ຍັງ​ໄດ້​ຫາບ​ແບກ​ພາລະກຳ​ສຳຄັນ ນັ້ນ​ກໍ່​ຄື​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ເສລີພາບ ສ້າງ​ອະນາຄົດ​ທີ່​ດີ​ງາມ​ກວ່າ​ເກົ່າ


ເພື່ອ​ຊັກນຳ​ແລະ​ສິດສອນ​​ໃຫ້ຄົນ​ຮຸ້ນ​ຫຼັງ​ຮູ້ຈັກ​ປະຫວັດສາດ​ຢ່າງ​ຖື​ກຕ້ອງ ​ແລະສຳ​ຫຼວດປະຫວັດສາດ ພະ​ແນ​ກ​ສຶກສາ​ທິການ​ຂອງ​ບັນດາລັດ​ສະຫະພັນ​ເຢຍລະ​ມັນ​ລ້ວນ​ແຕ່​ໄດ້​ວາງ​ແຜນການ​ສຶກສາ​ອັນ​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ການ​ສຶກສາ​ປະຫວັດ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໃນ​ຫຼັກສູດ​ພື້ນຖານ​ໂຮງຮຽນ​ມັດ​ທະຍົມ  ຮຽກຮ້ອງ​ໃຫ້​ໂຮງຮຽນ​ມັດ​ທະຍົມ​ຕ່າງໆ​ຊຳລະ​ແກ້​ໄຂ​ເນື້ອ​ໃນການສອນ​ກ່ຽວ​ກັບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງດ້ວຍ​ຄວາມ​ຮັບຜິດ​ຊອບ  ​ໂຮງຮຽນ​ມັດ​ທະຍົມ​ເຢຍລະ​ມັນ​ໄດ້​ສ້າງບັນຍາກາດການສຶກສາ​ທີ່ປອດ​​ໃສ​ແລະ​ດີ​ງາມກ່ຽວ​ກັບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​

 
ເພື່ອ​ໃຫ້​ນັກຮຽນ​ມັດ​ທະຍົມ​ທີ່​ໄດ້​ເລີ່​ມມີ​ຄວາມ​ສາ​ມາດ​ຈຳ​ແນ​ກ​ແລະ​ວິ​ເຄາະບັນຫາ​ເອົາ​ເອງນັ້ນ​ທີ່​ເປັນ​ເອກະລາດ​ຍິ່ງ​​ເຂົ້າ​ໃຈ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ກັບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຢ່າງ​ເລິກ​ເຊິ່ງ ​ຮູ້​ປະຫວັດສາດ  ​ເຂົ້າ​ໃຈ​ປະຫວັດສາດ ວິ​ເຄາະ​ປະຫວັດສາດ  ​ແລ້ວ​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ  ​ໂຮງຮຽນ​ມັດ​ທະຍົມ​ຕ່າງໆ​ຂອງ​ເຢຍລະ​ມັນ​ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສິດສອນຫຼາຍ​ຮູບຫຼາຍ​ແບບ ​ວິທີ​ທີ່​ເຜີຍ​ແຜ່​ກວ້າງຂວາງກວ່າ​ຫມູ່ກໍ່​ແມ່ນ​​ເຊີນໃຫ້ພິຍານ​ຂອງ​ເຫດການ​ປະຫວັດສາດ​​​ໄປລາຍ​ງານຢູ່​ໂຮງຮຽນ  ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ແລະ​ສົນທະນາ​ກັບ​ນັກຮຽນ   ທາງ​ໂຮງຮຽນ​ຍັງ​ຈັດ​ວາງ​​ໃຫ້ນັກຮຽນ​​ໄປ​ເບິ່ງ​ບ່ອນ​ເກົ່າ​ຄ້າຍ​ກັກ​ຂັງ​ທີ່​ຮັກສາ​ໄວ້​ແລະ ຫໍພິພິທະ​ພັນຮ່ອງຮອ​ຍສະຫນາມ​ລົບຂອງ​ເຢຍລະ​ມັນ
     ທ່ານຮົຟມາຍ ​ອະທິ​ບໍດີ​ໂຮງຮຽນ​ມັດ​ທະຍົມບາ​ຟາ​ເລຍ​ເຢຍລະ​ມັນ​ຊີ້​ອອກ​ວ່າ  ​ໃນ​ຖານ​ເປັນ​ຄູ​ ຫນ້າ​ທີ່​ຂອງຕົນ​ບໍ່​ພຽງ​ແຕ່​ຕ້ອງ​ໃຫ້​ນັກຮຽນ​ໄດ້​​ເຫັນ​ແລະ​ຮູ້​ເລື່ອງ​ທີ່​ເປັນຕາ​ຢ້ານທີ່​ເຄີຍ​ເກີດ​ຂຶ້ນ​​ທໍ່​ນັ້ນ ຫາກ​ຍັງ​ຍິ່ງ​ຕ້ອງການ​ໃຫ້​ພວກ​​ເ​ຂົາ​ເຈົ້າ​ຖອດ​ຖອນ​ເອົາ​ບົດຮຽນຄຳ​ສອນຈາກ​ເລື່ອງ​ເຫຼົ່າ​ນີ້  ມີ​ແຕ່​ໃຫ້​ຊາວ​ຫນຸ່ມຮັບ​ຮູ້​ປະຫວັດສາດຢ່າງ​ຖືກຕ້ອງ​​ສຳນຶກ​ຄືນປະຫວັດສາດ​ ​ແລະ​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງທໍ່​ນັ້ນ ​ໂສກ​ນາດຕະກຳ​​ໃນປະຫວັດສາດ​ຂຈຶ່ງ​ບໍ່​ເກີດ​ຂຶ້ນ​ອີກ​ຢ່າງ​ແທ້​ຈິງ