ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 23:29:04    
[ປະ​ເພນີ​ແຕ່ງດອງ​ຂອງ​ຊາວ​ຕິ​ເບດ]

cri

ຢູ່​ເຂດ​ຕິ​ເບ​ດ​ເກົ່າ  ​ຢູ່​ເມືອງ​ລາຊາ​ມີ​ຂຸນ​ນາງ​ເປັນ​ຈຳນວນ​ຫຼວງ​ຫຼາຍ  ການ​ແຕ່ງດອງ​ຂອງ​ພວກ​​ເຂົາ​ເຈົ້າ​ມີ​ທັດສະນະ​ຄະຕິ​​ອັນ​ເຂັ້ມ​ຂຸ້ນທີ່​ຕ້ອງ​ເບິ່ງ​ຖານະ  ສະ​ນັ້ນ ການ​ແຕ່ງດອງ​​ແມ່ນ​ສັບສົນ​ທີ່​ສຸດ  ຈາກການ​ເລືອກ​ເອົາ​ຄູ່​ຮັກ ຂໍ​ຫມັ້ນກັນຮອດການຈັດ​ພິທີ​ແຕ່ງດອງ​ພ້ອມ​ທັງ​ຮີດຄອງ​ຫຼັງການແຕ່ງດອງສັບສົນ​ຫຼາຍ ການ​ຄະລຳ​ຊະນິດ​ກໍ່ມີ​ຫຼາຍ​ຢ່າງ​ຫຼາຍ​​ແນວ,ທັງ​ນີ້​ໄດ້​ສ້າງແບບຢ່າງ​ໃຫ້​ແກ່​ປະ​ເພນີ​ແຕ່ງດອງ​ດັ້ງ​ເດີ​ມ  ຄຽງ​ຄູ່​ກັບ​ເສດຖະກິດ​ແລະ​ສັງຄົມມີ​ການພັດທະນາ  ປະ​ເພນີ​ແຕ່ງດອງ​ເດີມ​ໄດ້​ມີ​ການ​ປ່ຽນ​ແປງ​ທີ່​ສົມ​ຄູ່​ກັນ

ຊູ່​ມື້​ນີ້ ຢູ່​ເມືອງ​ລາຊາ  ຊາວ​ຫນຸ່ມ​ຍິງ​ຊາຍ​ໄດ້​ຮັກ​ກັນ​ຢ່າງ​ເສ​ລີ​ແລະ​ແຕ່ງ​ດອງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ຂັ້ນ​ພື້ນຖານ ​ ສະ​ນັ້ນ​ບໍ່​ຕ້ອງ​ຈັດ​ພິ​ທີ​ຕ່າງໆ​ຄື​ຂໍ​ຫມັ້ນ​ກັນ ເປັນ​ຕົ້ນ,​ທະ​ແນມ​ແຕ່​ຜູ່​ບ່າວ​ຜູ່​ສາວຮັກ​ກັນ​  ທຳ​ມະ​ດາ​ແລ້ວ ພໍ່​ແມ່​ຈະ​ບໍ່​ຕັ້ງ​ແກ້ງ​ເຮັດ​ຍາກ​ໃສ່​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ຕົນ  ​ໂດຍ​ທົ່ວ​ໄປ​ແລ້ວ ຄອບຄົວຊາວ​ເຜົ່າ​ຕິ​ເບ​ດ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ພິທີ​ແຕ່ງ​ດອງ  ກ່ອນ​ຈັດ​ພິທີ​ແຕ່ງ ດອງ  ​ຕ້ອງ​ກະກຽມ​​ເຄື່ອງ​ຂອງ​ຫຼາຍ​ຢ່າງ​ເຊັ່ນ ຕູບ​ຜ້າ​ເຕັນ​ເຜົ່າ​ຕິ​ເບ​ດທີ່​ຫ້ອຍ​ຜ້າ​ກັ້ງ​ແລະ​ຜ້າ​ມ່ານດ້ວຍ​ພາສາ​ຕິ​ເບ​ດ​ແລະ​ມີ​ຮູບ​ສິລິ​ມຸງຄຸນ​  ​ເຫຼົ້າ​ຊີງ​ໂກ  ຊາ​ເນີຍ​ແລະ​ຊີ້ນ​ງົວ​ແກະ  ​ເພະ​ວ່າ ​ທັງ​ຫມົດເຫຼົ່າ​ນີ້​ແມ່ນ​ສະຍະ​ລັກ​ທີ່​ເປັນ​ມູນ​ເຊື້ອ ກໍ່​ແມ່ນ​ສັນ​ຍະ​ລັກ​ພິ​ເສດ​ຂອງ​ພິ​ທີ​ແຕ່ງດອງ​ແບບ​ຕິ​ເບ​ດ  ​ໃນ​ມື້​​​ແຕ່ງດອງ  ບໍ່​ວ່າ​ເຈົ້າ​ບ່າວ​​ເຈົ້າ​ສາວ ຫຼື​ວ່າ​ແຂກທີ່​ມາ​ຮ່ວມ​ພິທີ​ແຕ່ງດອງ ທະ​ແນມແຕ່​ແມ່ນ​​ເຜົ່າ​ຕິ​ເບ​ດ ລ້ວນ​ແຕ່ຈະ​​ໃສ່​ຊຸດ​ຊົນ​ເຜົ່າ​ທີ່ສວຍ​ສົດ​ງົດງາມ ​ ໃນ​ເວລາ​ນັດຫມາຍ ພີ່ນ້ອງ​ເພື່ອນ​ມິດ​ຂອງ​ຄູ່​ໃຫມ່​​ຜົວ​ເມຍຈະລໍຖ້າ​ຢູ່​ຂ້າງ​ຕູບ​ຜ້າ​ແຕັນເພື່ອ​ຕ້ອນຮັບ​​ແຂກ.ຫຼັງ​ຈາກ​ແຂກ​ທັງ​ຫມົດ​ມາ​ຄົບ​​ແລ້ວ ​ເຈົ້າບ່າວ​​ເຈົ້າ​ສາວ​ແລະ​ພໍ່​ແມ່​ສອງ​ຝ່າຍຈຶ່ງ​ໄດ້​ນັ່ງລົງ.ພາຍຫຼັງ​ມາ  ​ໄດ້ຈັດ​ພິທີ​ແຕ່ງດອງຢ່າງ​ເປັນ​ທາງ​ການ,ຜູ່​ຈັດພິທີປະກາ​ດ ວ່າພິທີ​ເລີ່​ມຕົ້ນ ພະ​ສົງ​ສາມະ​ເນນ​ຫຼື​ຜູ້​ມີ​ອິດ​ທິພົນ ກໍ່​ສູດ​ມົນ​ອວຍ​ໄຊ​ໃຫ້​ພອນ ​ແຂກມອບຜ້າຮາ​ດາ​ໃຫ້​ແກ່​​ເຈົ້າ​ບ່າວ​ເຈົ້າ​ສາວແລ​ະພໍ່​ແມ່ ສອງ​ຝ່າຍ​ແລ້ວຟ້ອນ​ລຳທຳ​ເພງ ​ເຈົ້າ​ບ່າວ​ເຈົ້າ​ສາວຍົກ​ຈອກອວຍພອນ​ໃຫ້​ແຂກ   ​ແລະມອບຜ້າ​ຮາ​ດາ​ໃຫ້​ແຂກ   ພິທີ​ແຕ່ງດອງ​ຈັດ​ເປັນ​ເວລາ​ສັ້ນ​ຫຼ​ເວລາສັນຍາ​ກໍ່​ໄດ້ ​ເວລາ​ສັ້ນ​ແມ່ນ​ຈັດ​ເປັນມື້ຫນຶ່ງ ​ເວລາ​ຍາວ​ຈັດ​ເປັນເວລາ​ຫຼາຍ​ມື້  ຖ້າ​ຈັດ​ເປັນຫຼາຍ​ມື້  ​ໃນ​ມື້​ສຸດທ້າຍ ​ເຈົ້າ​ບ່າວ​ເຈົ້າສາວຍົກ​ຈອກ​ອວຍພອນໃຫ້ແຂກ​​ແລະ​ມອບ​ຜ້າ​ຮາ​ດາ​ໃຫ້ເປັນ​ຕົ້ນ


​ເວົ້າລວມ​ແລ້ວ  ປະ​ເພ​ນິ​ແຕ່ງດອງ​ຂອງ​ເຜົ່າ​ຕິ​ເບ​ດ​​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ   ຈາກ​ຜູ່​ບ່າວ​ຜູ່​ສາວຮັກ​ກັນ​​ຮອດ​ແຕ່ງດອງ​ເຖິງ​ວ່າ​ຂະ​ບວນການຄ້າຍຄື​ກັນກໍ​ຕາມ ​ ແຕ່​ຢູ່​ແຫ່ງ​ຕ່າງໆ​ມີ​ສີສັນ​ພິ​ເສດ​ຂອງ​ໃຜລາວ  ຕົວຢ່າງ​ຄື ຢູ່​ບ່ອນ​ຫນຶ່ງ​ທີ່​ຊື່ວ່າ​ບ້ານ​ມາວ​ກົງ  ​ເມື່ອ​ຮອດ​ລະດູ​ຫນາວ​ ຊາວ​ຫນຸ່ມ​ກໍ​ຈະ​ເຕົ້າ​ໂຮ​ມກັນຫຼິ້ນ​ຫມາກ​ເຕະນຳ​ກັນ  ​​ແຕ່ທີ່​ຈິງ​ແລ້ວ​ແມ່ນເລືອກ​ເອົາຄູ່​ຮັກ​ຂອງ​ຕົນ  ​ເມື່ອ​ໄດ້​ເລືອກ​ເອົາຄູ່​ຮັກ​ແລ້ວ ກໍ​ຈະ​ເຕະ​ຫມາກ​ເຕະ​ໃຫ້​ເພິ່ນ  ສະ​ນັ້ນ  ຫມາກ​ເຕະ​ນ້ອຍໆ​​ໄດ້​ເປັນ​ສາຍ​ພະ​ພານເປັນ​ຊື່ ​ ເຮັດ​ໃຫ້​ຄູ່​ຮັກ​ແຕ່ງດອງ​ໃນ​ທີ່​ສຸດ ຢູ່​​ເມືອງ​ຈາ​ນາງ  ​ເຈົ້າສາວຕ້ອງ​ຂີ່​ມ້າ​ແມ່​ທີ່​​ມີ​ທ້ອງ​​​ໄປ​ບ້ານ​​ເຈົ້າ​ບ່າວ ​ເມື່ອ​ເຈົ້າ​ສາວ​ໄປ​ຮອດ​ບ້ານ​ເຈົ້າ​ບ່າວ​ແລ້ວ​ແຕ່ງດອງ​ກັບ​ເຈົ້າ​ບ່າວ  ຫມົດ​ທຸກ​ຄົນ​ໃນ​ຄອບຄົວ​ບໍ່​ແມ່ນ​ຢືນ​ຂຶ້ນ​ໄປ​ຕ້ອນຮັບ​ເຈົ້າ​ສາວ ​ແຕ່​ຫາກແມ່ນ​ນັ່ງ​ຢູ່​ຫັ້ນ ຖ້າ​ບໍ່​ດັ່ງນັ້ນ ພວກ​ເຂົາ​ເຈົ້າເຫັນ​ວ່າ​ໂຊກ​ດີ​ຢູ່ບ່ອນນັ່ງ​ກໍ​ຈະ​​ຫາຍ​ໄປ


ໃນ​ຫຼາຍ​ສິບ​ປີ​ທີ່​ເຂດ​ຕິ​ເບ​ດ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ແບບ​ປະຊາທິປະ​ໄຕ  ພິທີ​ແຕ່ງດອງ​ກໍ​ຄ່ອຍໆ​ມີ​ການປ່ຽນ​ແປງຮີດ​  ໃນ​ພິທີ​ແຕ່ງດອງ​ ​ໃນ​ຂະນະ​ຮັກສາ​ມາລະຍາດ​ດັ້ງ​ເດີມ​ ຮີດ​ເກົ່າ​ຄອງ​ຫຼັງ​ແລະຮີດ​ຫມອງ​ຄອງ​ເສົ້າ​​​ໃນ​ພິທີ​ແຕ່ງດອງ​​ໃນ​ເມື່ອ​ກ່ອນກໍ​ນັບ​ມື້​ນັບ​ຫນ້ອຍ​ລົງ  ​ແລະ​ຄ່ອຍໆ​ປະສານ​ກັນ​ກັບ​ແບບ​ວິທີ​ທັນ​ສະ​ໄຫມ ຕົວຢ່າງ​ຄື​ຂີ່​ລົດຍົນ​ເຂົ້າ​ແທນ​ຂີ່​ມ້າ​ເປັນ​ຕົ້ນ  ​ເອົາການ​ຟ້ອນ​ລຳ​ທຳ​ເພງ​ສະ​ໄຫມ​ປັດຈຸບັນ​ເຂົ້າ​ແທນ​ການ​ຟ້ອນ​ລຳ​ທຳ​ເພງ​ດັ້ງ​ເດີມ​ເປັນ​ຕົ້ນ  ​ເຮັ​ດ​ໃຫ້​ພິທີ​ແຕ່ງດອງ​ຢູ່​ແຫ່ງ​ນີ້​ທັງ​ສະດວກ ທັງ​ຄຶກຄຶ້ນ  ພວກ​​ເຮົາຈົ່ງຜ່ານ​ຈາກສະພາບ​ດອງຮູ້​ສຶກການ​ປ່ຽນ​ແປ​ງ​ແລະ​ຄວາມ​ກ້າວຫນ້າ​ທາງ​ສັງຄົມ​ຂອງ​ບັນດາ​ຊົນ​ເຜົ່າ​
ຕິ​ເບ​ດ