ຕາມຂ່າວCRI: ໜັງສືພິມຮາອາເຣັສຂອງອິສຣາແອນສະບັບວັນທີ 13 ລາຍງານວ່າ, ອົງການອຳນາດແຫ່ງຊາດປາເລັສຕິນໄດ້ເລີ່ມປົດອາວຸດຂອງຜູ່ປະກອບອາວຸດປາເລັສຕິນທີ່ຖືກອິສຣາແອນສັ່ງຈັບຢູ່ເມືອງເຈຣີໂຄແລະເມືອງຕຸນຄາມ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ຕາມຂ່າວແຈ້ງວ່າ, ຢູ່ເມືອງເຈຣີໂຄ, ຜູ່ປະກອບອາວຸດຈຳນວນໜຶ່ງທີ່ຖືກຝ່າຍອິສຣາແອນສັ່ງຈັບໄດ້ມອບອາວຸດໃຫ້ອົງການອຳນາດແຫ່ງຊາດປາເລັສຕິນ, ແລະຮັບປາກວ່າຈະບໍ່ຫຼອນໂຈມຕີເປົ້າໝາຍຂອງອິສຣາແອນອີກ. ວຽກງານປົດອາວຸດຢູ່ເມືອງຕຸນຄາມກໍ່ໄດ້ດຳເນີນໄປໃນເບື້ອງຕົ້ນແລ້ວ.
|