ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-13 16:41:25    
ສື່​ມວນ​ຊົນ​ຕົ້ນ​ຕໍ​ຂອງ​ເຢຍ​ລະ​ມັນ​ຕິ​ຕຽນ​ຍີ່​ປຸ່ນ​ບໍ່​ສຳ​ຫລວດ​ຕົນ​ເອງ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ຫວັດ​ສາດ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ຫວ່າງ​ມໍ່ໆ​ນີ້, ສື່​ມວນ​ຊົນ​ເຢຍ​ລະ​ມັນ​​ໄດ້​ສົນ​ໃຈ​ຫລາຍ​ນຳ​ສະ​ພາ​ວະ​ການ​ກ່ຽວ​ກັບ​ລັດ​ຖະ​ບານ​ຍີ່​ປຸ່ນ​ອະ​ນຸ​ມັດ​ແບບຮຽນ​ປະ ຫວັດ​ສາດ​ທີ່​ໄດ້​ດັດ​ແກ້​ແລະ​ເຮັດ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ.​ໃນ​ຂະ​ນະ​ທີ່​ສື່​ມວນ​ຊົນ​ຕົ້ນ​ຕໍ​ຂອງ​ເຢຍ​ລະ​ມັນ​ໄດ້​ລາຍ​ງານ​ເລື່ອງ​ນີ້​ຢ່າງ​ເຕັມ​ສ່ວນ,ຍັງ​ທະ​ຍອຍ​ກັນ​ພິມ​ບົດ​ຄວາມ, ຕິ​ຕຽນ​ຢ່າງ​ເຂັ້ມ​ງວດ​ຕໍ່​ຍີ່​ປຸ່ນທີ່​ບໍ່​ຍອມ ສຳ​ຫລວດ​ຕົນ​ເອງ​ຢ່າງ​ຈິງ​ໃຈ​ຕໍ່​ໂທດ​ກຳ​ທີ່​​ເຫມັນ​ແຕ່​ຄາວ​ເລືອດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ໃນ​ໄລ​ຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.ສື່​ມວນ​ຊົນ​ເຫລົ່າ​ນີ້​ເຫັນ​ວ່າ, ຍີ່​ປຸ່ນ​ຄວນ​ຫາບ​ແບກ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນຕໍ​ຕໍ່​ການ​ພົວ​ພັນ​ກັບ​ປະ​ເທດ​ອ້ອມ​ຂ້າງ​ເຄັ່ງ​ຕຶງ​ໃນ​ສ​ະ​ເພາະ​ຫນ້າ​ນີ້. ພວກ​ເຂົາ​ເຈົ້າ​ຍັງ​ທວງ​ໃຫ້​ຍີ່​ປຸ່ນ​ກ້າ​ປະ​ເຊີນ ປະ​ຫວັດ​ສາດ​, ​ໃຫ້​ຄຳ​ຕອບ​ຢ່າງ​ເຄັ່ງ​ຂຶມ​ແລະ​ຕັ້ງ​ໃຈ​​ແກ່​ປະຊາ​ຄົມ​​ໂລກ.

ຫນັງ​ສື​ພິມ​ຟຼັງ​ຟອກ ຫນັງ​ສື​ພິມ​ຫລັກ​ແຫລ່ງ​ຂອງ​ເຢຍ​ລະ​ມັນ​ໄດ້​ພິມ​ບົດ​ວິ​ຈານ​ຍາວ​ລົງ​ບ່ອນ​ເດັ່ນ​ຫນ້າ​ທີ່​ຫນຶ່ງ​ໂດຍ​ຊີ້​ອອກ​ວ່າ, ຍີ່​ປຸ່ນບໍ່​ເຄົາລົບ​ປະ ຫວັດ​ສາດ​ນັ້ນ​ໄດ້​ເຮັດ​ໃຫ້​ມວນ​ຊົນປະ​ເທດ​ອ້ອມ​ຂ້າງ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​, ເຮັດ​ໃຫ້​ຈີນ​ແລະ​ສາ​ທາ​ລະນະ​ລັດ​ເກົາ​ຫລີ​ເກີດ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ.​ແຕ່​ລັດ​ຖະ​ບານ​ຍີ່​ປຸ່ນ​ພັດ​ທວງ​ໃຫ້​ສອງ​ປະ​ເທດ​ນີ້​ຂໍ​ຄະ​ມາ​ໂທດ​ແລະ​​ໃຊ້ຄ່າ​ທົດ​ແທນ,ບໍ່​ເອົາ​ຫົວ​ຊາ​ນຳ​ມູນ​ເຫດ​ທີ່​ເກີດ​ການ​ເຄື່ອນ​ໄຫວ​ປະ​ທ້ວງ.ທີ່​ຈິງ​ແລ້ວ, ຍີ່​ປຸ່ນບໍ່​ຢາກ​ຊອກ​ຮູ້​ວ່າ​ເປັນ​ຫຍັງ​ຈິ່ງ​ພາ​ໃຫ້​ເກີດ​ເຫດ​ການ​ເຫລົ່າ​ນີ້.ກໍ່​​ແມ່ນ​ຍ້ອນ​ວ່າ​ຍີ່​ປຸ່ນບໍ່​ມີ​ທ່າ​ທີ​ຮັບ​ຜິດ​ຊອບ​ຢ່າງ​ລະ​ມັດ​ລະ​ວັງ​ໃນ​ບັນຫາ​ປະ ຫວັດ​ສາດ, ສະ​ນັ້ນ ຈິ່ງ​ໄດ້​ບາດ​ໃຈ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ຢ່າງ​ຫນັກ ຫນ່ວງ.

ບົດ​ວິ​ຈານ​ຂຽນ​ວ່າ, ຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ,ອາ​ເມ​ລິ​ກາ​ໄດ້​ຮັກ​ສາ​ລະ​ບອບ​ເຈົ້າ​ຈັດ​ກະ​ພັດ​ແລະ​ຂຶນ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ຫນຶ່ງ​ຂຶ້ນ​ເຕັງ​ໃຫ້​ຍີ່​ປຸ່ນ.​ເວົ້າ​ສຳ​ລັບ​ຍີ່​ປຸ່ນ​ແລ້ວ, ກ່ອນ​ອື່ນບໍ່​ຕ້ອງ​ສຳ​ຫລວດ​ຕົນ​ເອງ​ຢ່າງ​ທໍ​ລະ ມານ​ໃຈ.ຍີ່​ປຸ່ນ​ເອງ​ບໍ່​ເຄີຍ​ສົ່ງ​ອາ​ຊະ​ຍາ​ກອນ​ສົງ​ຄາມ​ຜູ່​ໃດ​ເຂົ້າ​ສານ​ຈັກ​ເທື່ອ.

ປີ 1985, ​ໃນ​ເວລາ​ອາ​ຊະ​ຍາກ​ອນສົງຄາມ​ຂອງຍີ່​ປຸ່ນ​ຜູ່​ສຸດ​ທ້າຍ​ທີ່​ຖືກ​ຕັດ​ສິນ​ລົງ​ໂທດ​ຢູ່​ໂຕ​ກຽວ​ໄດ້​ຮັບ​ການ​ປ່ອຍ​ຕົວ​ນັ້ນ,​ເຢຍ​ລະ​ມັນ​ພັດ​ໄດ້ສ້າງ​ສູນ​ໄລ່​ຈັບ​ອາດ​ຊະ​ຍາ​ກອນ​ສົງ​ຄາມ​ນາ​ຊີ​ຢູ່​ລູ​ເດ​ເວ​ຊີບ​ວຽກ.ການ​ສຳ​ຫລວດ​ຕົນ​ເອງ​​ແລະ​ການ​ໂຖ່​ໂທດ​ຂອງ​ຍີ່​ປຸ່ນພຽງ​ແຕ່​ຈຳ​ກັດ​ຢູ່​ໃນ​ການ​ສະ​ແດງ​ທ່າ​ທີ​ທີ່​ເປັນ​ສັນຍະ​ລັກ​ແລະ​ໃຫ້ການ​ສະ​ຫນັບ​ສະ​ຫນູນ​ດ້ານ​ການ​ເງິນທໍ່​ນັ້ນ.ພາຍ​ຫລັງ​​ໄດ້​ຍອມ​ຈຳ​ນົນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ 60 ປີ​ແລ້ວ, ຈົນ​ຮອດ​ຊູ່​ມື້​ນີ້​ຍີ່​ປຸ່ນ​ພຽງ​ແຕ່ຖື​ຕົນ​​ເປັນ​ຜູ່​ເສຍ​ໄຊ​ໃນ​ສົງ​ຄາມ​ທໍ່​ນັ້ນ, ຫາກ​ບໍ່​ແມ່ນ​ຜູ່​ຮັບ​ຜິດ​ຊອບ​ທີ່​ທຳ​ຮ້າຍ​ຄົນ​ແລະ​ມີ​ໂທດ​ກຳ.

ບົດ​ວິຈານ​ຊີ້​ອອກ​ວ່າ, ​ໃນ​ເວລາ​ຊຳລະ​ການ​ພົວພັນ​ກັບປະ​ເທດ​ອ້ອມ​ຂ້າງ, ຍີ່​ປຸ່ນ​ຍັງ​ຄົງສະ​ແດງ​ໃຫ້​ເຫັນທ່າ​ທີ​ຂຶນ​ຂັງ​ມັງ​ມໍ​ຢ່າງ​ຮຸນ​ແຮງ.ຍີ່​ປຸ່ນບໍ່​ເອົາ​ຫົວຊາ​ນຳ​ຜົນ​ກະທົບຢ່າງ​ຮ້າຍ​ແຮງ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ຍ້ອນ​ບຸກ​ຄົນ​ວົງ​ການ​ການ​ເມືອງ​ຂອງ​ເຂົາ​ໄປ​ນະ​ມັດ​ສະ​ການ​ວັດ​ຢາ​ຊືຄູ​ນີ.​ເຂົາມີ​ທ່າ​ທີ​ຈືດໆ​ຈາງໆ​ຕໍ່​ເຫດ​ການ​ສັງ​ຫານ​ໂຫດ​ທີ່​ນະ​ຄອນ​ນານ​ກິ່ງ​ກໍ່​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ​ນຳ.

ຫນັງ​ສື​ພິມ​ເຢຍ​ລະ​ມັນ​ໃຕ້​ພິມ​ບົດ​ວິຈານ​​ໂດຍ​ຊີ້​ອອກ​ວ່າ, ທ່ານ​ໂຄ​ອີ​ຈູ​ມີ​ຈູ​ນີ​ຊີ​ໂລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່ປຸ່ນ​ໄປ​ນະ​ມັດ​ສະ​ການ​ວັດ​ຢາ​ຊືຄູ​ນີ​ເທື່ອ​ໃດ, ລັດ ຖະບານ​ຍີ່ປຸ່ນ​ເວົ້າ​ແກ້​ຕົວ​ຕາງ​ແບ​ບຮຽນ​ປະ​ຫວັດ​ສາດ​ທີ່​ຂີ້​ຮ້າຍ​ຂອງ​ເຂົາ​ເທື່ອ​​ໃດ,ນີ້​ເວົ້າ​ສຳ​ລັບ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ເຂົາ​ແລ້ວ​ມັນ​ບໍ່​ຕ່າງ​ຫຍັງ​ກັບ​ຖອກ ນ້ຳມັນ​ໃສ່​ກອງ​ໄຟ.​ແຕ່​ວ່າ, ສິ່ງ​ທີ່​ເຮັດ​ໃຫ້​ມວນ​ຊົນ​ປະ​ເທດ​ອ້ອມ​ຍິ່ງ​ຄຽດ​ແຄ້ນ​ນັ້ນ​ແມ່ນ​ທ່າ​ທີ​ຜິດ​ພາດ​ຂອງ​ຍີ່​ປຸ່ນທີ່​ມີ​ຕໍ່​ປະ​ຫວັດ​ສາດ​ໂທດ​ກຳ​ຂອງ​ເຂົາ​ໃນ​​ເມື່ອ​ກ່ອນ.​ເມື່ອ​ສັງ​​ເກດ​ຈາກ​ປະຈຸ​ບັນ​ເຫັນ​ວ່າ, ລັດ​ຖະ​ບານ​ຍີ່​ປຸ່ນ​ຍັງ​ບໍ່​ມີ​ຮ່ອງ ຮອຍ​ຈັກ​ເມັດ​ທີ່​ຈະ​ສຳ​ຫລວດ​ຕົນ​ເອງ.ລັດ​ຖະ​ບານ​ຍີ່ປຸ່ນ​ເຫັນ​ວ່າ​ຕົນ​ໄດ້​ເຮັດ​ຫລາຍ​ຢ່າງໃນ​ດ້ານ​ຊຳລະ​ແລະ​ຕີ​ລາຄາ​ປະ​ຫວັດ​ສາດ.

ຫນັງ​ສື​ພິມ​ການ​ເງິນ​ເຢຍ​ລະ​ມັນ​ພິມ​ບົດ​ວິ​ຈານ​ຂຽນ​ວ່າ: ​ເນື່ອງ​ໃນ​ໂອ ກາດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ສິ້ນ​ສຸດ​ລົງ​ຄົບ​ຮອບ 60 ປີ, ກົນ​ຈັກ​ລະ​ລຶກ​ຂອງ​ເຢຍ​ລະ​ມັນ​ກຳ​ລັງ​ຫມູນ​ເດີນ​ຢ່າງ​ວ່ອງ​ໄວ, ​ໃນ​ຮ້ານ​ຂາຍ​ຫນັງ​ສື​ຕ່າງໆ​ໄດ້​ມີ​ເຄື່ອງ​ພິມ​ຊະ​ນິດ​ຕ່າງໆ​ວາງ​ຂາຍ,ບັນ​ດາ​ນັກ​ຄົ້ນ​ຄວ້າ​ໄດ້​ສະ​ເຫນີ​ຫມາກ​ຜົນ​ຄົ້ນ​ຄວ້າ​ໃຫມ່​ສຸດ​ກ່ຽວ​ກັບ​ທາ​ລຸນ​ກຳ​ຂອງ​ເຢຍ​ລະ​ມັນ​ໃນ​ປາງນັ້ນ​​ໃຫ້​ສາ​ທາ ລະ​ນະ​ຊົນ​ຊາບ,​ແຕ່​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ເລື່ອງ​ນີ້​ແມ່ນ, ຍີ່​ປຸ່ນ​ພັດ​ຄິດ​ຢາກ​ປິດ​ບັງ​ປະ​ຫວັດ​ສາດ​ໃນ​ຄາວ​ນັ້ນ.

ບົດ​ວິ​ຈານ​ຊີ້​ອອກ​ວ່າ, ບໍ່​ວ່າ​ແນວ​ໃດ​, ​ເວົ້າ​ສຳ​ລັບ​ຜູ່​ຖືກ​ທຳ​ຮ້າຍ​​ແລ້ວ,​ເດັດ​ຂາດ​ບໍ່​ຄວນ​ໃຫ້​ຍີ່​ປຸ່ນ​ ​ເຊິ່ງ​ເປັນ​ຜູ່​ທຳ​ຮ້າຍ​ໃນ​ເມື່ອ​ກ່ອນ​ເປັນ​ຜູ່​ຕົກລົງ. ປະ​ຫວັດ​ທີ່​ຖືກ​ຍີ່​ປຸ່ນ​ທຳ​ຮ້າຍ​ນັ້ນ, ​ໄດ້​ຝັງ​ເລິກ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະຊາ​ຊົນປະ​ເທດ​ອ້ອມ​ຂ້າງ.ຍີ່​ປຸ່ນຄວນ​ມີ​ທ່າ​ທີ​ເຄັ່ງ​ຂຶມ​ຕໍ່​ປະ​ຫວັດ​ສາດ.