ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-13 17:35:17    
ຍີ່​ປຸ່ນ​ແລະ​ເຢຍລະ​ມັນ: ທ່າ​ທີ​ສອງ​ຢ່າງ​ຕໍ່ໜ້າ​ແວ່ນ​ແຍງ​ປະຫວັດສາດ

cri Author: mo
ຍີ່​ປຸ່ນ​ແລະ​ເຢຍລະ​ມັນ​ແລ້ວ​ແຕ່​ແມ່ນ​ຫົວ​​ໂປ່​ເຈົ້າ​ໂທດ​ກໍ່​ສົງຄາມ​ໂລກ​ຄັ້ງທີ 2 , ​ແລະ​ກໍ​ແມ່ນ​ປະ​ເທດ​ເສຍ​ໄຊ​ໃນ​ສົງຄາມ​ບັ້ນນີ້. ພາຍຫລັງ​ສົງຄາມ​ໂລກສິ້ນ​ສຸດລົງ​ແລ້ວ, ​ເຢຍລະ​ມັນ​ແລະ​ຍີ່​ປຸ່ນ​ໄດ້​ມີ​ທ່າ​ທີ​ຕ່າງ​ກັນ​ໃນ​ດ້ານ​ຮັບ​ຮູ້​ປະຫວັດ​ສາດ​ການ​ຮຸກ​ຮານ​ແລະ​ໂທດ​ກຳ​ສົງ​ຄາມ.

ລັດຖະບານ​ເຢຍລະ​ມັນກ້າ​ປະ​ເຊີນກັບ​ປະຫວັດສາດ, ກ້າ​ຮັບ​ສະລະ​ພາບ​ກັບ​ໂທດ​ກຳ​ສົງຄາມ​ການ​ຮຸກ​ຮານ. ​ໃນ​ເຄິ່ງສະຕະ​ວັດກວ່າຫລັງ​ສົງຄາມ​ມານີ້, ຜູ້ນຳ​ລັດຖະບານ​ທຸກ​ສະ​ໄໝ​ຂອງ​ເຢຍລະ​ມັນ, ຈາກ​ທ່ານ​ອາ​ເຕິ​ງນາ ນາຍົກລັດຖະມົນຕີຊຸດທຳອິດ​ຮອດ​ທ່ານ​ສະ​ໂລ​ເຕີ ນາຍົກລັດຖະມົນຕີຊຸດ​ປັດຈຸບັນ, ມີທ່າ​ທີ​​ແຈ່ມ​ແຈ້ງຕໍ່​ສົງຄາມ​, ​ໄດ້ສຳ​ຫລວດ​ໂທດ​ກຳ​ສົງຄາມ​ຢ່າງ​ເປີດ​ເຜີຍ, ​ແລະ​ຂໍ​ຂະ​ມາ​ໂທດ​ນຳ​ປະຊາຊົນ​ບັນດາ​ປະ​ເທດ​ທີ່​ເຄີຍຖືກ​ນາ​ຊີ​ຮຸກ​ຮານ​ແລະ​ທຳຮ້າຍ. ສິ່ງ​ທີ່​ເປັນ​ໜ້າ​ຍ້ອງຍໍ​ນັ້ນ​ແມ່ນ: ​ໃນ​ເວລາ​ທ່ານ​ໂປລານ ນາຍົກລັດຖະມົນຕີ​ໄປ​ຢ້ຽມຢາມ​ໂປ​ໂລ​ຍ​ເມື່ອ​ປີ 1970 ນັ້ນ, ທ່ານ​ໄດ້​ຄຸ​ເຂົ່າໄຫວ້​ຂໍ​ຂະ​ມາ​ໂທດ​ຢູ່ໜ້າ​ອະນຸສາວະລີ​ລະ​ລຶກຊາວ​ຢິວຜູ້ປະສົບ​ເຄາະ​ຮ້າຍ​ທີ່ວັກ​ໂຊ​ວີ.

ລັດຖະບານ​ຍີ່​ປຸ່ນພັດ​ບໍ່​ກ້າ​ປະ​ເຊີນ​ກັບ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ແລະ​ສົງຄາມ​ຮຸກ​ຮານ​ຢ່າງ​ທຸ່ນ​ທ່ຽງ. ລັດຖະບານ​ຍີ່​ປຸ່ນມັກຫຼົບຫຼີກສົງຄາມ​​ຮຸກ​ຮານ, ມັກປົກ​ປິດ​ໂທດ​ກຳ, ​ແລະ​ເອີ້ນສົງຄາມ​ຮຸກ​ຮານ​ເປັນ​ສົງຄາມຍີ່​ປຸ່ນຈີນ, ສົງຄາມ​ປາຊີ​ຟິກ. ຜູ້ນຳ​ການ​ເມືອງ​ສຳຄັນ​ຂອງຍີ່​ປຸ່ນບາງ​ຄົນຍັງ​ຍ້ອງ​ຍໍ​ສໍລະ​ເສີນ​ການ​ປົກຄອງ​ລ່າ​ເມືອງ​ຂຶ້ນ​ເລື້ອຍໆ, ​ເປີດ​ປ່າວ​ວ່າ"ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ມີ​ຄຸນງາມ", ​ແລະ​ເວົ້າຍ້ອມ​ສົງ​ຄາມ​​ຮຸກ​ຮານ. ຈົນກະທັ້ງມີນາ​ຍົກ​ລັດຖະມົນຕີ​ຍີ່​ປຸ່ນບາງ​ທ່ານ​ໄດ້​ເປີດ​ປ່າວ"ທັດສະນະ​ຄະຕິ​ປະຫວັດສາດ​ແຫ່ງ​ປະ​ເທດ​ຈັກ​ກະ​ພັດ", ​ໄປ​ນະມັດສະການ​ວັດ​ຢາ​ຊື​ຄູ​ນີທີ່​ເປັນ​ສັນຍະ​ລັກ​ໃຫ້​ແກ່​ລັດທິ​ລັດຖະທະຫານ.

ລັດຖະບານ​ເຢຍລະ​ມັນ​ໄດ້​ເອົາ​ປະຫວັດສາດ​ເປັນ​ແວ່ນ​ແຍງ, ​ເອົາ​ໃຈ​ໃສ່​ນຳການ​ສຶກສາ​ປະຫວັດສາດ​ສົງຄາມ​ໂລກ​ຄັ້ງທີ​ສອງ. ​ລັດຖະບານ​ເຢຍລະ​ມັນ​ໄດ້ຜ່ານ​ການ​ສຶກສາປະຫວັດສາດດ້ວຍ​ຫລາຍ​ຮູບ​ການ, ​ເຮັດ​ໃຫ້​ຊາວ​ເຢຍລະ​ມັນ​ທີ່​ເກີດ​ຂຶ້ນ​ຫລັງ​ສົງຄາມ​ເຂົ້າ​ໃຈ"​ຜົນ​ຮ້ານ​ຢ້ອນ​ຫລັງ​ຂອງ​ສົງຄາມຮິດ​ແລ​ບັ້ນນີ້​ແລະ​ການ​ປົກຄອງ​ດ້ວຍ​ກຳລັງ​ຮຸນ​ແຮງ​ຂອງ​ຟັດ​ຊິດ"; ​ເນັ້ນໜັກ​ໃຫ້​ສຶກສາ​ຄົນ​ຮຸ່ນ​ຫລັງ. ຂະ​ແຫນງ​ການ​ການ​ສຶກສາ​ໄດ້​ດັດ​ແກ້​​ແບບຮຽນ​ປະຫວັດສາດ​ຕັ້ງຫລາຍ​ເທື່ອ, ຈັດ​ເອົາ​ທາລຸນ​ກຳ​ຂອງ​ຟັດ​ຊິດ​ຮິດ​​ແລ​ເປັນ​ເນື້ອ​ໃນ​ໃຈກາງ​ຂອງ​​ແບບຮຽນ​ປະ​ຫວັດ​ສາດ​ຂອງ​ໂຮງຮຽນ. ບໍ່​ວ່າ​ປ​ະ​ເທດເຢຍລະ​ມັນ​ຕາ​ເວັນ​ຕົກ​ຫລື​ວ່າປະ​ເທດ​ເຢຍລະ​ມັນ​ຕາ​ເປັນ​ອອກ​ໃນ​ຄາວ​ນັ້ນ, ຫຼັງສົງ​ຄາມລ້ວນ​ແຕ່​ໄດ້​ຈັດ​​ເອົາຮ່ອງຮອຍໂທດ​ກຳນາ​ຊີ​ຫລາຍ​ແຫ່ງ​ເປັນ​ຫໍ​ລະ​ລຶກປະຫວັດສາດ, ​ເພື່ອ​ໃຫ້​ຊາວ​ໜຸ່ມ​ຊອກ​ຮູ້​ສະພາບ​ຕົວ​ຈິງ​ທາງ​ປະຫວັດສາດ.

ແຕ່​ວ່າ​ຢູ່​ຍີ່​ປຸ່ນ, ​ແບບຮຽນປະຫວັດສາດ​ທີ່​ກະຊວງ​ການ​ສຶກສາ​ຍີ່​ປຸ່ນພິຈາລະນາ​ອະນຸມັດ​ນັ້ນ​​ເຮັດ​ໃຫ້​ສະພາບ​ຕົວ​ຈິງ​ທາງ​ປະຫວັດ​ມົວ​ໄປ​ເລື້ອຍໆ, ບໍ່​ພຽງ​ແຕ່​ໄດ້​ຕັດ​ການ​ບັນລະ​ຍາຍ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ແລະ​ສົງຄາມ​ການ​ຮຸກ​ຮານ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫລວງຫລາຍ​ເປັນ​ເທື່ອ​ລະ​ກ້າວ, ​ເຮັດ​ໃຫ້​ໜ້າ​ທີ່​ຮັບຜິດຊອບຂອງ​ຍີ່​ປຸ່ນທີ່​ມີ​ຕໍ່​ການ​ປົກຄອງ​​ແບບລ່າ​ເມືອງ​ຂຶ້ນ​ແລະ​ສົງຄາມຮຸກ​ຮານ​ນັ້ນຈືດຈາງໄປທໍ່​ນັ້ນ, ກົງ​ກັນ​ຂ້າມ, ​​ຍັງ​ສວຍ​ໂອກາດ​ທີ່​ຍີ່​ປຸ່ນຖືກ​ຖິ້ມລູກ​ລະ​ເບີດ​ປະລາມາ​ນູມາ​ເພີ່ມ​ສະຕິ​ທີ່​ຍີ່​ປຸ່ນຖືກ​ທຳ​ຮ້າຍ​, ​ເຮັດ​ໃຫ້​ຄົນ​ຮຸ້ນ​ຫລັງ​ສົງຄາມ​ບໍ່​ມີ​ຄວາມ​ຮັບ​ຮູ້​ອັນ​ຖືກຕ້ອງ​ຕໍ່​ປະຫວັດ​​ຮຸກ​ຮານ​ຂອງ​ຍີ່ປຸ່ນ.

ລັດຖະບານ​ເຢຍລະ​ມັນ​ໄດ້​ຮັກສາ​ຄວາມ​ເຕືອນ​ໃຈ​ຕໍ່​ອິດ​ທິກຳລັງ​ນາ​ຊີ​ໃໝ່, ​ໃຊ້​ນະ​ໂຍບາຍ​ໂຈມ​ຕີ​ຢ່າງ​ເດັດ​ດ່ຽວ, ຍົກ​ເລີກ​ອົງການ​ນາ​ຊີ​ແລະ​ຈັບ​ຫົວ​ໂປ່​ຂອງ​ເຂົາ. ປີ 1994, ສະພາ​ສະຫະພັນ​ເຢຍລະ​ມັນ​ໄດ້​ຜ່ານ​ຍັດຕິ​ຕ້ານ​ນາ​ຊີ​​ໃໝ່ແລະ​ຕ້ານ​ການ​ຕ້ອງ​ໂທດ​ອາຍາ​, ກຳນົດ​ຢ່າງ​ແຈ່ມ​ແຈ້ງ​ວ່າ, ການ​ກະທຳ​ທີ່​ເຫັນ​ໃຈນາ​ຊີ, ປະຕິ​ເສດ​ໂທດ​ກຳ​ນາ​ຊີ, ​ແລະ​ເປີດ​ປ່າວ​ການ​ດູ​ໝິ່ນ​ເຊື້ອ​ຊາດ​ນັ້ນ​​ແມ່ນ​ການ​ກະທຳ​ຕ້ອງ​ໂທດ, ​ໄດ້​ເພີ່ມ​ທະວີ​ອາວຸດ​ກົດໝາຍ​​ໃນ​ການຕ້ານນາ​ຊີ.

ແຕ່​ຢູ່​ຍີ່​ປຸ່ນ, ກຸ່ມ​ປີກ​ຂວາຕ່າງໆ​ທີ່​ປະຕິ​ເສດບໍ່​ຮັບ​ຮູ້​ສົງ​ຄານ​ຮຸກ​ຮານນັ້ນ​ໄດ້​ຮັບ​ການຮັບຮອງ, ຜູ້​ທີ່​ກ້າ​ປະ​ເຊີນ​ກັບ​ປະຫວັດສາດ​ພັດ​ຖືກຕິຕຽນ​ວ່າ"ທໍລະມານ​ຊົນ​ຊາດ". ການ​ເຂົ້າຂ້າງ​ໄດ້​ເຂົ້າ​ແທນ​ຄວາມ​ທ່ຽງທຳ, ການ​ເຫັນ​ແກ່​​ຜົນ​ປະ​​ໂຫຍດສ່ວນ​ຕົວ​ໄດ້​ເຂົ້າ​ແທນ​ຄວາມ​ຍຸດຕິ​ທຳ. ຜູ້​ເຜີຍ​ແບ​ໂທດ​ກຳ​ຂອງ​ທະຫານ​ຍີ່​ປຸ່ນຄື​ທ່ານອາ​ຈູ​ມາ ຊີ​ໂລ ອະ​ດີດທະຫານ​ຍີ່​ປຸ່ນທີ່ຮຸກ​ຮານ​ຈີນໄດ້​ຖືກ​ນາບ​ຂູ່, ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ສົງຄາມ​ຄືແຮງ​ງານ​ຂອງ​ບັນດາ​ປະ​ເທດ​ອາຊີ​ທີ່​ຖືກບັງຄັບ​ເກນ​ໄປ​​ເປັນ​ກຸລີ​ຢູ່​ຍີ່ປຸ່ນ ແລະ​ໂສ​ເພນີ​ໃນ​ກອງ​ທະຫານ​ຍີ່​ປຸ່ນທີ່​ຖືກ​ຂົ່ມ​ເຫັງນັ້ນຍັງ​ບໍ່​ສາມາດ​ໄດ້​ຮັບການ​ປະຕິບັດ​ຕໍ່​ຢ່າງ​ທ່ຽງ​ທຳ.

ບໍ່​ລືມ​ເລື້ອງ​ເກົ່າ​ຄາວ​ຫລັງ, ​ເພື່ອ​ເປັນ​ແວ່ນ​ແຍງ​​ໃນພາຍ​ໜ້າ. ຕໍ່ໜ້າ​ແວ່ນ​ແຍງ​ປະຫວັດສາດ, ຍີ່​ປຸ່ນບໍ່​ມີ​ຄວາມ​ກ້າຫານຄື​ເຢຍລະ​ມັນທີ່​ກ້າ​ປະ​ເຊີນ​ກັບ​​ເລື່ອງອະດີດ, ​ແລະ​ຫາບ​ແບກ​ໜ້າ​ທີ່​ຮັບຜິດຊອບ. ຄັນບໍ່​ກ້າ​ປະ​ເຊີນ​ກັບ​ປະຫວັດສາດ, ຈະ​​​ເຮັດ​​ແນວ​ໃດ​ຊິ​ໄດ້​ຮັບ​ຄວາມໄວ້​ເນື້ອ​ເຊື່ອ​ໃຈຈາກປະ​ເທດ​​ໃກ້​ຄຽງ​ອາຊີ​ແລະ​ປະຊາ​ຄົມ​ໂລກ​​?