ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-13 21:44:41    
​ການກວດ​ຮ່າງກາຍ​ກ່ອນ​ແຕ່ງດອງຢູ່​ຈີນ

cri

ນາງ​ຈ່າງ​ເຮັດ​ວຽກ​ຢູ່​ບໍລິສັດ​ທຶນ​ຕ່າງປະ​ເທດ​​ໃນນະຄອນ​ປັກ​ກິ່ງ,ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ພົບ​ນາງ​ຢູ່​ບ່ອນໃຫ້​ຄຳ​ປຶກສາ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ທີ່​ໂຮງໝໍ​ຫຼາຍ​ຫຼັງ​ຂອງ​ປັກ​ກິ່ງ​ຮ່ວມ​ກັນ​ຈັດ​ຂຶ້ນ,ນາງ​ພວມ​ຖາມ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​​ເລື່ອງ​ກວດ​ສຸຂະພາບ​ກ່ອນ​ແຕ່ງງານ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ນັ້ນ ນາງ​ກ່າວ​ວ່າ​ກ່ອນ​ແຕ່ງງານ​ແນ່ນອນ​ຕ້ອງ​ໄປ​ກວດກາ​ສຸຂະພາບ.


"ແນ່ນອນ​ຂ້ອຍ​ຕ້ອງໄປ​ກວດຮ່າງກາຍ​ກ່ອນ​ແຕ່ງງານ,​ເພາະວ່າ​ນີ້​ແມ່ນ​ທ່າ​ທີ​ທີ່​ຮັບຜິດຊອບ​ຕໍ່​ສອງ​ຝ່າຍ​ຜົວ​ເມຍ,ຂ້ອຍ​ຮູ້ສຶກ​ວ່າ​ມີ​ພັນທະ​ເຮັດ​​ແບບ​ນີ້."


ຈີນ​​ໄດ້​ເລີ່​ມ​ປະຕິບັດ​ລະບອບ​ກວດຮ່າງກາຍ​ກ່ອນ​ແຕ່ງງານ​ມາ​ແຕ່​ຊຸມ​ປີ 80 ສະຕະວັດ​ທີ 20,​ແຫ່ງ​ຕ່າງໆ​ລ້ວນ​ແຕ່​ໄດ້​ຕັ້ງອົງການ​ປະ​ເພດ​ນີ້ໂດຍ​ຈຳ​ເພາະ. ກ່ຽວ​ກັບ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ກວດ​ຮ່າງກາຍ​ປະ​ເພດ​ນີ້,ນາງ​ຈ່າງ​ຈູ​ນ ນາຍ​ໝໍ​ພະ​ແນ​ກປະສູດ​ຂອງ​ໂຮງໝໍ​ອານ​ເຈີ​ນປັກ​ກິ່ງ​ແນະນຳ​ວ່າ:


"ການ​ກວດຮ່າງກາຍ​ກ່ອນ​ແຕ່ງງານ​ບໍ່​ສັບສົນ​ປານ​ໃດ,ສຳຄັນ​ແມ່ນ​ຊີ້​ນຳສິ່ງ​ຄວນ​ຮູ້​ໃນ​ຊີວິດ​ການ​ເປັນ​ຢູ່ຫຼັງ​ແຕ່ງງານ​ແລະຍັງ​ຕ້ອງ​ກວດ​ພະຍາດ​ຕິດ​ແປດ​ແລະ​ພະຍາດ​ກຳມະ​ພັນບາງ​ຢ່າງ."


ນາງ​ເວົ້າວ່າ,ການ​ກວດ​ຮ່າງກາຍ​ກ່ອນ​ແຕ່ງງານ​ສຳຄັນ​ແມ່ນ​ເພື່ອ​ກວດ​ເບິ່ງ​ວ່າ​ມີພະຍາດ​ທີ່​ອາດ​ຈະກະ ທົບກະ​ເທືອ​ນ​ເຖິງການ​ເກີດ​ລູກ​ຫຼືບໍ່,ປະ​ເພດ​ທີ​ໜຶ່ງ​ກໍ​ຄືພະຍາດ​ກຳມະ​ພັນ​ທີ່​ໜັກໜ່ວງ; ປະ​ເພດ​ທີ​ສອງ​ແມ່ນ​ພະຍາດ​ຕິດ​ແປດ​ເຊິ່ງ​ລວມ​ທັງ​​ໂຣກ​ເອດ​ສ໌​ແລະ​ກຳມະໂຣກ​ອື່ນໆ​ເປັນຕົ້ນ; ປະ​ເພດ​ທີ​ສາມ​ແມ່ນ​ພະຍາດ​ທາງ​ດ້ານ​ຈິດ​ໃຈ​ເຊັ່ນ​​ໂຣກຈິດ​ເປັນຕົ້ນ; ປະ​ເພດ​ທີ​ສີ່​ແມ່ນ​ພະຍາດ​ອະ​ໄວ​ຍະ​ວະ​ສຳຄັນ​ແລະ​ລະບົບ​ສືບ​ພັນ​ທີ່​ພົວພັນ​ເຖິງ​ການ​ແຕ່ງ​ດອງ​ຄອດ​ລູກ.


ຈາກ​ນີ້ກໍ​ເຫັນ​ໄດ້​ວ່າ,ການ​ກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ​ມີ​ຄວາມ​ໝາຍ​ສຳຄັນ,ບໍ່​ພຽງ​ແຕ່​ພົວພັນ​ເຖິງ​ສຸຂະພາບ​ຂອງ​ແມ່​ແລະ​ເດັກ​ແລະ​ຄວາມສຸກ​ຂອງ​ຄອບຄົວ​ທໍ່​ນັ້ນ ສຳຄັນ​ກວ່າ​ນັ້ນ​ແມ່ນ​ພົວພັນ​ເຖິງ​ຄຸນ​ທາດຂອງ​ພົນລະ​ເມືອງ​ໂດຍ​ກົງ.


ແຕ່​ສິ່ງ​ທີ່​​ເປັນ​ໜ້າເສຍດາຍ​ນັ້ນ​ແມ່ນ,​ແຕ່​ຈີນ​ປ່ຽນ​ລະບອບ​ກວດ​ຮ່າງກາຍ​ກ່ອນ​ແຕ່ງງານ​​ແບບ​ບັງຄັບ​ເປັນ​ແບບ​ສະໝັກ​ໃຈ​ເມື່ອ​ສອງ​ປີ​ກ່ອນ​ແລ້ວ,ອັດຕາ​ກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ​ໃນ​ແຫ່ງ​ຕ່າງໆ​ກໍ​ມີ​ທ່ວງທ່າ​ຫຼຸດລົງ​ໃນ​ລະດັບ​ຕ່າງ​ກັນ,​ໃນ​ນັ້ນ ​ປັກ​ກິ່ງ​ໄດ້ຫຼຸດ​ຈາກ 95% ລົງ​ຮອດ 5%. ນາງ​ຊູ​ສຸຍ​ຊິງ ຜູ້​ຊ່ຽວຊາ​ນຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ຂອງ​ສູນ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ຂອງຈີນ​ເວົ້າວ່າ:

"​ເມື່ອ​ການ​ກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ​ປ່ຽນ​ເປັນ​ແບບ​ຕາມ​ຄວາມ​ສະໝັກ​​ໃຈ​ຂອງ​ຜູ່​ກ່ຽວແລ້ວ,ອັດຕາ​ການກວດ​ກໍ​ໄດ້​ຫຼຸດຕ່ຳລົງ. ​ເວົ້າລວມ​ແລ້ວ,ອັດຕາ​ໃນ​ຕົວ​ເມືອງ​ຈະ​ສູງ​ກວ່າ​ໃນ​ຊົນນະບົດ. ຢູ່​ຊົນນະບົດ,​ໂດຍ​ສະ​​ເພາະ​ແມ່ນ​ຢູ່​ເຂດ​ທີ່​ສອກຫຼີກ​ແລະ​ທຸກ​ຍາກ​ບາງ​ຢ່າງ,ອັດຕາ​ການກວດ​ອາດ​ຈະ​ມີ​ແຕ່ 1% ທໍ່​ນັ້ນ."


ເປັນ​ຫຍັງ​ຄົນ​ດຽວ​ນີ້​ຈຶ່ງ​ບໍ່ຍິນ​ດີ​ໄປ​ກວດ​ຮ່າງກາຍ​ກ່ອນ​ແຕ່ງງານ? ທ່ານ​ນາງ​ສາ​ສະ​ດາ​ຈານ​ຊູ​ສຸວຊິງ​ວິ​ໄຈ​ເຫັນ​ວ່າ,ດ້ານ​ໜຶ່ງ​ແມ່ນ​ການ​ບໍລິການ​ຂອງ​ອົງການ​ກວດ​ຮ່າງກາຍ​ ​ບໍ່​ຖືກ​​ໃຈ​ຄົນ; ອີກ​ດ້ານ​ໜຶ່ງ​ແມ່ນ​ຍ້ອນ​ວ່າ​ຜູ້​​ໄປ​ກວດ​ຮ່າງກາຍ​ແຕ່ລະ​ຄົນ​ຕ້ອງ​ເສຍ​ຄ່າ​ກວດ​ໜຶ່ງ,​​ພົນລະ​ເມືອງຢູ່​ເຂດ​ສອກຫຼີກ​ແລະ​ຜູ່ທຸກ​ຍາກ​ຈຳນວນ​ໜຶ່ງ​ຫາບ​ແບກ​ຄ່າ​ໃຊ້​ຈ່າຍ​ລາຍ​ນີ້​ບໍ່​​ໄຫວ. ​ແຕ່​ມູນ​ເຫດ​ສຳຄັນ​ກວ່າ​ໝູ່​ແມ່ນ​ມວນ​ຊົນ​ມີ​ຄວາມ​ຮັບ​ຮູ້​ບໍ່​ພຽງພໍ​ຕໍ່​ຄວາມ​ສຳຄັນ​ຂອງ​ການ​ກວດກາ​ຮ່າງກາຍ​ກ່ອນ​ແຕ່ງດອງ.


ປັດຈຸບັນ,ບາງ​ເຂດ​ຂອງ​ຈີນ​ພວມ​ໃຊ້​ມາດ​ຕະການ​ຢ່າງ​ຕັ້ງໜ້າ​ເພື່ອ​ປ່ຽນ​ແປງ​ທ່ວງທ່າ​ທີ່​ອັດຕາ​ການ​ກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ​ຫຼຸດ​ຕ່ຳລົງ.​ ຕົວຢ່າງ​ຄື​ແຫ່ງ​ຕ່າງໆ​ລ້ວນ​ແຕ່​ພວມ​ດັດ​ແກ້​ໄຂ​ການ​ບໍລິການ​​ເພື່ອ​ໃຫ້ຖືກ​ໃຈ​ຄົນຜຸ່ມາ​ໃຊ້​ບໍລິການ ຮັບຜິດຊອບ​ປິດ​ລັບ​ສະພາບ​ສ່ວນຕົວ​ຂອງ​ຜູ້​ມາກວດ​ໃຫ້​ດີກ​ວ່າ​ເກົ່າ ພ້ອມ​ກັນນັ້ນ ​ໃນ​ຕົວ​ເມືອງ​ໃຫຍ່​ຈຳນວນ​ໜຶ່ງ​ເຊັ່ນ​ປັກ​ກິ່ງ​ແລະ​ຊຽງ​ໄຮ້​ເປັນຕົ້ນ​ໄດ້​ເລີ່​ມ​ໃຊ້​ວິທີ​ທີ່​ອົງການ​ປົກຄອງ​ຫາບ​ແບກ​ຄ່າ​ກວດ​ໃຫ້​ເພື່ອ​ຍົກ​ອັດຕາ​ການ​ກວດກາ​ໃຫ້​ສູງ​ຂຶ້ນ. ມາດ​ຕະການ​ເຫຼົ່ານີ້​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ມວນຊົນ,ພ້ອມ​ກັນນັ້ນ ກໍ​ໄດ້​ຮັບ​ຜົນ​ດີ​ສົມຄວນ.


ທ່ານ​ນາງ​ຊຸ້ຍ​ຊິງ ສາດສະດາຈານ ຜູ້​ຊ່ຽວຊານ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ຂອງ​ສູນ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ຂອງ​ຈີນ​ຊີ້​ອອກ​ວ່າ, ຈະປ່ຽນ​ແປງ​ສະພາບ​ແນວ​ນີ້ ມາດ​ຕະການ​ສຳຄັນ​ກວ່າ​ໝູ່​ໃນ​ການ​ປ່ຽນ​ແປງ​ສະພາບ​ແນວ​ນີ້​ແມ່ນ​ຕ້ອງເພີ່ມ​ທະວີ​ການ​ເຜີຍ​ແຜ່​ແລະ​ສຶກສາ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການກວດ ຮ່າງກາຍ​ກ່ອນ​ແຕ່ງດອງ. ນາງ​ເວົ້າວ່າ: "ທີ່ມ​ຈິງ​ແລ້ວ,ອາ​ໄສ​ແຕ່​ຄວາມ​ພະຍາຍາມ​ຂອງ​ຝ່າຍ​ອົງການ​ປົກຄອງ​ຝ່າຍ​ດຽວ​ແມ່ນ​ບໍ່ພໍ​ເທື່ອ. ຍັງ​ຕ້ອງ​ອອກ​ແຮງ​ໂຄສະນາ​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ການ​ກວດ​ຮ່າງກາຍ​ກ່ອນ​ແຕ່​ດອງ,ຍົກ​ສະຕິ​ຮັກສາ​ສຸຂະພາບ​ຂອງ​ຕົນ​ເອງ​​ໃຫ້​ສູງ​ຂຶ້ນຈາກ​ດ້ານ​ກົກ​ຮາກ,​ ໃຫ້ກາຍ​ເປັນ​ການ​ກະທຳ​ທີ່​ຕື່ນ​ຕົວຂອງ​ພວກ​ເຂົາ​ເຈົ້າ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ນີ້​ຈຶ່ງ​ແມ່ນ​ວິທີ​ທີ່​ໄດ້​ຜົນ​ຢ່າງ​ແທ້​ຈິງ


ປັດຈຸບັນ,​ເພື່ອ​ໂຄສະນາ​ຄວາມ​ຮູ້​ກ່ຽວ​ກັບ​ການກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ​ໃຫ້​ທົ່ວ​ເຖິງກັນ, ວຽກ​ງານ​ແມ່​ແລະ​ເດັກ​ຄະນະ​ລັດຖະບານ​ຈີນ,ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ພ້ອມ​ດ້ວຍ​ຫຼາຍ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຫຼາຍ​ໄດ້ພ້ອມ​ກັນ​​ເລີ່​ມຈັດ​ການ​ເຄື່ອນ​ໄຫວ​ໂຄສະນາ​ເປັນ​ເວລາ​ປີ​ໜຶ່ງ,​ເນື້ອ​ໃນ​ຕົ້ນຕໍ​ລວມທັງ​ເຊີນ​ຜູ້​ຊ່ຽວຊານ​ຮຽບຮຽງ​ປຶ້ມກ່ຽວ​ກັບຄວາມ​ຮູ້ການ​ກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ,ຈັດການ​​ເສັງ​ຄວາມ​ຮູ້ທາງ​ດ້ານ​ນີູ້,​ຈັດ​ຄໍ​ລຳ​ໂຄສະນາ​ຕາມ​ສື່​ມວນ​ຊົນ​ ​ເປັນຕົ້ນ,​ເພື່ອ​ຊ່ອຍ​ມວນຊົນ​​ຮູ້​​ໄດ້​ຄວາມ​ສຳຄັນ​ຂອງ​ການ​ກວດ​ຮ່າງກາຍ​ກ່ອນ​ແຕ່ງດອງ​,ຊັກ​ນຳ​ໃຫ້​ພວກ​ເຂົາ​ເຈົ້າ​ໄປ​ກວດ​ຮ່າງກາຍ​ກ່ອນ​ແຕ່ງ​ດອງດ້ວຍ​ຄວາມ​ຕື່ນ​ຕົວ​ສະຫມັກ​ໃຈ.