ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-13 22:02:43    
ຄົມມະນາຄົມ​ໃນ​ອະນາຄົດ​ຈະ​ເປັນ​ແນວ​ໃດ?

cri

ຫຼາຍຄົນພາຍຫຼັງຊົມ​ງານ​ເອກ​ສ໌​ໂປ​ໄອ​ຈີ​ຍີ່​ປຸ່ນປີ 2005 ​ແລ້ວ,ນອກຈາກ​ໄດ້​ມີ​ການ​ສຳຜັດ​ຕົວ​ຈິງແລ້ວ,ຍັງ​ມີ​ຄວາມ​ຄຶດ​ໄປ​ໄກ​ບໍ່ຢອກ.


ງານ​ເອກ​ສ໌​ໂປ​ໄອ​ຈີ​ຍີ່​ປຸ່ນປີ 2005 ມີ​ບ່ອນ​ວາງສ​ະ​ແດງ​ສອງ​ບ່ອນ,ບ່ອນ​ໜຶ່ງ​ຢູ່ນາ​ກາ​ຄູ​ເທ,ອີກ​ບ່ອນ​ໜຶ່ງຢູ່​ເຊ​ໂດ. ພາຫະ​ນະ​ຄົມມະນາຄົມ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ບ່ອນ​ວາງສະ​ແດງສອງ​ບ່ອນ​ນີ້,ນອກ​ຈາກ​ລົດ​ສາຍ​ກາບ"ພໍ່​ເຖົ້າ​ປ່າ​ໄມ້​ແລະຫຼານປ່າ​ໄມ້"​ແລ້ວ,ຍັງ​ມີລົດ​ທີ່​ໃຊ້​ແມ່​ແຮງວັດຖຸ​ເຊື້ອ​ໄຟ​ປະສົມ​​ປີນ,ຄື​ໃຊ້ປີນ​ວັດຖຸ​ເຊື້ອ​ໄຟ​ທີ່​ເອົາ​ອິ​ໂດຼ​ແຊ​ນຄວາມດັນ​ສູງ​ເປັນ​ວັດຖຸ​ເຊື້ອ​ໄຟ​ເປັນ​ກຳລັງ​ແມ່​ແຮງ​ຊຸກ​ກັຍ​ເຄື່ອງ​ໂມ​​ເຕີ. ລົດ​ປີນ​ວັດຖຸ​ເຊື້ອ​ໄຟ​ຊະນິດ​ນີ້​ແມ່ນ​ຕ່າງ​ກັບ​ລົດ​ທີ່​ໃຊ້​ນ້ຳມັນ​ແອັດ​ຊັງ​ແລະ​ລົດ​ທີ່​​ໃຊ້​ນ້ຳມັນ​ກາ​ຊວນ,ມັນບໍ່​ລະບາຍ​ວັດຖຸ​ທີ່​ມີ​ຜົນ​ຮ້າຍ​ເຊັ່ນກາກ​ບອນ​ດີ​ອອກ​ຊິດ​ແລະ​ໄຮ​ໂດຼຊິດເປັນຕົ້ນ,ສິ່ງ​ທີ່ລະບາຍ​ອອກນັ້ນ​ມີ​ແຕ່​ນ້ຳທໍ່​ນັ້ນ,ມັນ​ບໍ່​ພຽງ​ແຕ່​ອະນຸລັກ​ສິ່ງ​ແວດ​ລ້ອມ ​ອັດຕາ​ການນຳ​ໃຊ້​ພະລັງງານ​ກໍສູງ​,ຖືກ​ຖື​ເປັນ​ພາຫະນະ​ຄົມມະນາຄົມ​ທີ່​ສົມ​ຫວັງ​ໃນ​ສະຕະວັດ​ທີ 21.


ຜູ້​ທີ່​ເຄີຍ​ຂີ່​ລົດ​ປີນ​ວັດຖຸ​ເຊື້ອ​ໄຟ​ໃຜ​ກໍ​ຍ້ອງ​ສັບ​ພະ​ຄຸນ​ຂອງ​ມັນ​ຄື: ​ສຽງ​ ​ຄ່ອຍ​ທີ່​ສຸດ,ຈົນ​ລົດ​ແລ່ນ​ມາຮອດຕໍ່ຫນ້າ​ຈຶ່ງຄ່ອຍ​ໄດ້​ຍິນ​ສຽງ; ຄວາມ​ໄວ​ສູງ​ສຸດ​ຂອງ​ລົດ​ປີນ​ວັດຖຸ​ເຊື້ອ​ໄຟ​ສາມາດ​ບັນລຸ 145 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ທາງ​ດ່ວນ​ຈຳກັດ​ຄວາມ​ໄວ 100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ ທາງ​ທຳ​ມະ​ດາ​ຈຳກັດ​ຄວາມ​ໄວ 60 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ສະນັ້ນ ຄວາມ​ໄວ​ຂອງ​ລົດ​ປີນ​ວັດຖຸ​ເຊື້ອ​ໄຟ​ແມ່ນ​ບໍ່​ມີ​ບັນຫາ; ​ໃສ່ອິໂດຼ​ແຊນ​ເທື່ອ​ໜຶ່ງ​ສາມາດ​ແລ່ນ​ໄດ້ 350 ກິ​ໂລ​ແມັດ,ພໍ​ປານ​ກັບ​ໄລຍະ​ທາງ​ຂອງ​ລົດ​ທຳ​ມະ​ດາ​ຫຼັງ​ຈາກ​ຕື່ມນ້ຳມັນ​ເທື່ອ​ໜຶ່ງ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ,ລົດ​ປີນ​ວັດຖຸ​ເຊື້ອ​ໄຟ​​ເອົາ​ອິ​ໂດຼ​ແຊນ​ເປັນ​ພະລັງງານ,​ມັນ​ເຮັດ​ໃຫ້ສິ່ງ​ເຊື່ອມ​ພິດໜ້ອຍ​ລົງ​ ຍັງ​ສາ​ມາດ​ເຮັດ​ໃຫ້​ມະນຸດ​ອີງອາ​ໃສ​ຊັບພະ ຍາກອນ​ນ້ຳມັນ​ເຊື້ອ​ໄຟ​ໜ້ອຍລົງ​ຢ່າງຫຼວງຫຼາຍ. ບໍ່​ວ່າ​ເບິ່ງ​ຈາກ​ມຸມ​ໃດ​ກໍລ້ວນ​ແຕ່​ເຫັນ​ວ່າ,ລົດ​ປີນ​ວັດ​ຖຸ​ເຊື້ອ​ໄຟ​ກໍ​ເປັນ​ທິດ​ຂະຫຍາຍ​ຂອງ​ລົດຍົນ​ໃນ​ອະນາຄົດ.


ບໍລິສັດ​ໂຕ​ໂຢຕາ​ແມ່ນ​ບໍລິສັດ​ລົດຍົນ​ໃຫຍ່​ທີ​ສອງ​ໃນ​ໂລກ,ຈິນຕະນາການ​ທຸລະ​ກິດ​​ໜຶ່ງ​ຂອງ​ບໍລິສັດ​ນີ້​ກໍ​ແມ່ນ​ນຳ​ທາງກະ​ແສ​ຍຸກ​ສະ​ໄໝ​ໃນ​ດ້ານ​ພາຫະນະ​ຄົມມະນາຄົມ,ດັ່ງນັ້ນ ຜົນ​ປະ​ໂຫຍ​ດ​ທີ່​ໄດ້ຫຼາຍ ກວ່າ​ໝູ່​ພາຍຫຼັງຊົມ​ຫໍ​ວາງສະ​ແດງ​ໂຕ​ໂຢຕາ​ຂອງ​ງານ​ເອັກສ໌​ໂປ​ໄອ​ຈີ​ຍີ່​ປຸ່ນປີ 2005 ​ແລ້ວກໍ​ແມ່ນ​ສຳນຶກ​ຮູ້​ກ່ຽວ​ກັບຄົມມະນາຄົມ​ໃນ​ອະນາຄົດ.


ສິ່ງ​ທີ່​ປະ​ທັບ​ໃຈ​ຄົນ​ທີ່​ສຸດ​ກໍ​ແມ່ນ​ການ​ນັ່ງລົດ​ຕົວຢ່າງ​ໄອ​ຢູນິດ(i-unit)ທີ່​ເທິງ​ຕັ່ງ​ອີ້. ​ໃນ​ເວລາລົດ​ແລ່ນຊ້າ,ມັນ​​ຕັ້ງຂຶ້ນ​ແລ່ນ​ໄດ້,ກິນ​ບ່ອນ​ຫນ້ອຍ​ທີ່​ສຸດ ​​ໃນ​ເວລາ​ແລ່ນ​ໄວ,ມັນ​ສາມາດ​ປ່ຽນ​ແປງ​ເບົ້າ​ແບບ​ແລ່ນ,​ເຮັດ​ໃຫ້​ໃຈກາງ​ນ້ຳໜັກ​ຕ່ຳລົງ,ຮັກສາ​ຄວາມ​ໝັ້ນທ່ຽງ. ຍ້ອນ​ວ່າກິນ​ບ່ອນ​ຫນ້ອຍ,ມັນ​ບໍ່​ພຽງ​ແຕ່​ສາມາດ​ຜ່ອນຄາຍຄວາມ​ແອ​ອັດ​ຂອງ​ຫົນທາງ​ທໍ່​ນັ້ນ ຫາກ​ຍັງ​ເຄື່ອນ​ໄຫວ​​ໄດ້ຢ່າງ​ຄ່ອງ​ແຄ້ວ​ນຳ​ອີກ,​ຕາມທາງ​​ແຄບໆ​ກໍ​ແລ່ນ​ໄດ້,​ແລະຍັງ​ສາມາດ​ແລ່ນຢູ່​ໃນ​ຝູງ​ຄົນ.


​ໃນ​ການວາງສະ​ແດງ​ພາຫະນະ​ຄົມມະນາຄົມ​ໃນ​ອະນາຄົດ,ບໍລິສັດ​ໂຕ​ໂຢຕາ​ຍັງໄດ້​ວາງສະ​ແດງ​ມະນຸດ​ກົນ​ໄອ​ຟຸດ(i-foot)ທີ່​ປະດິດ​ໃໝ່. ມະນຸດ​ກົນ​ໄອ​ຟຸດສູງ 236 ​ຊັງ​ຕີ​ແມັດ,ໜັກ 200 ກິ​ໂລ,ສາມາດ​ບັນທຸກ​ນ້ຳໜັກ 60 ກິ​ໂລ,ຄວາມ​ໄວ​ໃນ​ການ​ຍ່າງ 1,35 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ຂາ​ຂອງ​ມັນ​ຄ້າຍຄື​ຂານົກ,ຮ່າງກາຍ​ຄ້າຍຄື​ກາບຫອຍ,​ໃນ​ເວລາ​ຄົນຂຶ້ນ​ຂີ່​, ຂາ​ຂອງມະນຸດ​ກົນ​ໄອ​ຟຸດຈະ​ນັ່ງ​ຢ່ອງ​ຢໍ້ລົງ,​ເມື່ອຄົນ​ຂຶ້ນ​ຂີ່​ແລ້ວ,ມັນ​ກໍ​ລຸກ​ຂຶ້ນ​ຢືນ​ຕ່າງ​ຄົນ​ຍ່າງ. ຜູ້​ຂີ່​ຈະຮູ້ສຶກ​ວ່າ​ຄືນັ່ງ​ຢູ່​ໃນ​ກາບ ຫອຍ,ປອດ​ໄພ​ແລະ​ໄວ້​ໃຈ​ໄດ້​ທີ່​ສຸດ,ຍັງ​ສາມາດ​ຄວບ​ໄວ​ດ້ວຍ​ໄມ້ບັນຊາ​ຢູ່​ຂ້າງ​ໃນ. ມະນຸດ​ກົນ​ໄອ​ຟຸດ​ແມ່ນ​ພາຫະນະ​ຄົມມະນາຄົມ​ສາມ​ມິ​ຕິ,ສາມາດ​ຂຶ້ນລົງ​ຂັ້ນ​​ໄດ,ສາມາດຕ່າງ​ຄົນ​ຍ່າງ​ຢູ່​ໃນ​ຝູງ​ຄົນ​ຢ່າງ​ສະບາຍ, ຢູ່​ບ່ອນ​ທີ່​ບໍ່​ມີ​ທາງ,ມັນ​ກໍ​ຢຽບ​ຫ​ໃຫ້​ມີ​ທາງໄດ້,ນີ້​ແມ່ນ​ພາຫະນະ​ພາ​ໄປ​ຢ່າງ​ແທ້​ຈິງ​ຊະນິດ​ໜຶ່ງ,ມັນ​ບໍ່​ພຽງ​ແຕ່​​ເຫມາະ​ສຳລັບ​ຄົນ​ປົກກະຕິ​ທໍ່​ນັ້ນ,ຕໍ່​ຄົນ​ພິການ​ກໍ​ຈະ​ຊ່ອຍ​ໄດ້ຫຼາຍ.


​ໃນ​ງານ​ເອກ​ສ໌​ໂປ,ຄົນ​ທັງຫຼາຍຍັງ​​ໄດ້​ສຳຜັດ​ລະບົບ​ຄົມມະນາຄົມ​ທີ່​ກ້າວໜ້າ​ຄື​ລະບົບສະຫມອງ​ກົນ ຫຼາຍ​ເບົ້າ​ແບບຄື(IMTS). ມັນ​ອາ​​ໄສ​ເຕັກນິກ IT ທີ່​ຍອດ​ຢ້ຽມ​ທີ່​ສຸດ,​ໃຊ້​ອາຍ​ແກັສທຳ​ມະ​ຊາດ​ທີ່​ອັດ​ແລ້ວ​ເປັນ​ວັດຖຸ​ເຊື້ອ​ໄຟ,ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ລະບົບ​ເອ​ເລັກ​ໂຕຼນິກ,ຈັດ​ໃຫ້​ລົດ​ສາມ​ຄັນ​ແລ່ນ​ພາກັນ​ໄປຢ່າງ​ອັດຕະ​ໂນ​ມັດ,​ແລ້ວ​ບັນລຸ​ເບົ້າ​ແບລົດ​ແລ່ນ​ຢ່າງ​ອັດຕະ​ໂນ​ມັດ. ຢູ່​ແຫ່ງ​ນີ້​ໄດ້​ສະ​ແດງ​ຮູບ​ຫຍໍ້​ຂອງ​ລະບົບ​ຄົມມະນາຄົມ​ໃນ​ອະນາຄົດ​ຄື: ​ຫົນທາງ​​ໃນອະນາຄົດ,ຈະທາງ​ແລ່ນ​ອັດຕະ​ໂນ​ມັດ​ທີ່​ຄວບ​ຄຸມ​ດ້ວຍ​ລະບົບ​ເອ​ເລັກ​ໂຕຼນິກ​ເສັ້ນໜຶ່ງ,​ເມື່ອ​ຄົນ​ເຮົາ​ຮູ້ສຶກ​ອິດ​ເມື່ອຍ​ແລ້ວ,ຫຼື​ເປັນ​ຮ່ວງ​ວ່າຕົນ​ມົວ​ແຕ່​ລົມ​ກັນຈະ​ເກີດ​ເຫດ​ກໍຂັບ​ລົດ​​ເສັ້ນທາງ​ອັດຕະ​ໂນ​ມັດທີ່ຢູ່ໃຕ້​ການ​ຄວບ​ຄຸມ​ຂອງ​ລະບົບ​ເອ​ເລັກ​ໂຕຼນິກ,ບໍ່​ຕ້ອງ​ຂັບ​ກໍ​ສາມາດ​ແລ່ນ​ຢ່າງ​ອັດຕະ​ໂນ​ມັດ,ທັງ​ຮັກສາ​​ໄລຍະ​ກັບ​​ລົດ​ຢູ່​ທາງໜ້າ,​ເຖິງ​ວ່າ​ຊ່າງ​ຂັບ​ລົດຈະ​ນອນຫຼັບ​ກໍ​ບໍ່ຫ່ອນ​ຈະ​ເກີດ​ອຸປັດ​ຕິ​ເຫດ.