ນາຍົກກຳປູເຈຍຢ້ຽມຢາມໄທ
cri
Author: q
ຕາມຂ່າວCRI,ວັນທີ13ພຶດສະພາ,ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ເດີນທາງໄປຮອດບາງກອກ ນະຄອນຫຼວງແຫ່ງປະເທດໄທ,ເລີ່ມຢ້ຽມຢາມສັນຖະວະໄມຕີຢູ່ໄທຢ່າງເປັນທາງການເປັນເວລາ2ມື້.
ຕາມໄດ້ຊາບ,ທ່ານຮຸນແຊນໄດ້ເຈລະຈາກັບທ່ານທັກສິນຊິນນະວັດ ນາຍົກລັດຖະມົນຕີໄທໃນວັນທີ14ພຶດສະພາ,ລົງເລິກຄົ້ນຄວ້າຫົວຂໍ້ຕ່າງໆເຊັ່ນເພີ່ມທະວີການພົວພັນລະຫວ່າງສອງປະເທດຕື່ມອີກ,ເພີ່ມທະວີການຮ່ວມມືດ້ານຄົມມະນາຄົມທາງບົກລະຫວ່າງສອງປະເທດ,ເຈາະຈົງເພີ່ມທະວີການຮ່ວມມືຢູ່ລ້ອງແມ່ນ້ຳອີໂລວາຕີແລະແມ່ນ້ຳຂອງ,ແລະເພີ່ມທະວີການປົກປ້ອງຄົນງານຂອງຝ່າຍກົງກັນຂ້າມ.
|
|