ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-14 20:36:58    
ການຄົ້ນຄວ້າວັກ​ແຊງ​ໂຣກ​ເອດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ປະ​ຍຸກ​ຄັ້ງ​ທຳ​ອິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ພຶດສະພາ, ຜູ່​ອາສາ​ສະໝັກ 6 ຄົນ​ໄດ້​ສັກ​ຢາວັກ​ແຊງ​ປະ​ສົມ​ປ້ອງ​ກັນ​ໂຣກ​ເອດ​ຢູ່​ເມືອງ​ໜານ​ໜິງ ​ເທດສະບານ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ ທາງ​ພາກ​ໃຕ້​ຂອງ​ຈີນ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການຄົ້ນ​ຄວ້າ​ວັກ​ແຊງ​ໂຣກ​ເອດ​ຂອງ​ຈີນ​ໄດ້​ເຂົ້າສູ່​ໄລຍະ​ປະຍຸກ​ເປັນຄັ້ງທຳ​ອິດ.

ຕາມ​ສະ​ເໜີ​ວ່າ, ຜູ່​ອາສາ​ສະໝັກ 6 ຄົນ​ນີ້​ໄດ້​​ສັກ​ຢາວັກ​ແຊງ​ສອງ​ຢ່າງ ກໍ່​ຄືວັກ​ແຊງ​ປະ​ສົມ, ພວກ​ເຂົາ​ເຈົ້າຈະ​ສັກຢາ 4 ​ເທື່ອພາຍ​ໃນ 3 ​ເດືອນ, ຄາດ​ວ່າ​ຮອດ​ທ້າຍ​ປີ​ນີ້​ຈຶ່ງ​ຈະລາ​ຍງານ​ຕົວ​ເລກ​ສະຖິຕິ​ທີ່​ຂ້ອນ​ຂ້າງ​ເປັນ​ລະບົບ​ແລະ​ວິທະຍາສາດ​ໄດ້.

ຕາມ​ໄດ້​ຊາບ, ນັບ​ມາ​ຮອດ​ປະຈຸ​ບັນ ​ມີ​ຜູ່​ອາສາ​ສະໝັກ 30 ກວ່າ​ຄົນ​​ໄດ້​ສັກ​ຢາວັກ​ແຊງ​ໂຣກ​ເອດ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ, ຜູ່​ອາສາ​ສະໝັກ​​ເຫຼົ່ານີ້​ລ້ວນ​ແຕ່​ບໍ່​​ໄດ້ປະ​ກົດ​ມີ​ຜົນ​ຂ້າງຄຽງ.