ຕາມຂ່າວສານຊິນຮວາ: ເນື່ອງໃນໂອກາດວັນຊ່ອຍເຫຼືອຄົນພິການທົ່ວປະເທດວຽນມາເຖິງ, ທ່ານຫຸຍລຽງອີ້ ຮອງນາຍົກລັດຖະມົນຕີຈີນໄດ້ລົງສຳຫຼວດວຽກງານປະກອບອາຊີບຂອງຄົນພິການຢູ່ທີ່ປັກກິ່ງ, ທ່ານກ່າວເນັ້ນວ່າ, ທ້ອງຖິ່ນຕ່າງໆແລະພາກສ່ວນທີ່ກ່ຽວຂ້ອງຕ້ອງຕັ້ງໜ້າເຮັດວຽກປະກອບອາຊີບຂອງຄົນພິການໃຫ້ດີ, ຮັບປະກັນສິດອອກແຮງງານຂອງຄົນພິການ.
ວັນທີ 15 ພຶດສະພາແມ່ນວັນຊ່ອຍເຫຼືອຍຄົນພິການທົ່ວປະເທດຈີນ, ຫົວຂໍ້ປີນີ້ແມ່ນ "ຊົມໃຊ້ຮ່ວມກັນຢ່າງສະເໝີພາບ ຊຸກຍູ້ການປະກອບອາຊີບຂອງຄົນພິການ"
ປະຈຸບັນ ຈີນມີຄົນພິການ 60 ລ້ານກວ່າຄົນ, ລັດຖະບານຈີນໄດ້ເພີ່ມທະວີການບໍລິການດ້ານການປະກອບອາຊີບແລະອົບຮົມວິຊາຊີບໃຫ້ຄົນພິການ, ຊ່ອຍຄົນພິການປະກອບອາຊີບ.
|