|
 |
(GMT+08:00)
2005-05-15 20:49:54
|
ອິສຣາແອນອະນຸຍາດໃຫ້ກອງຕຳຫຼວດປາເລັສຕິນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຖືປືນ
cri
Author: q
ຕາມຂ່າວCRI,ໜັງສືພິມຮາອາເລັດຈ໌ຂອງອິສຣາແອນສະບັບວັນທີ15ພຶດສະພາລາຍງານວ່າ,ອິສຣາແອນໄດ້ອະນຸຍາດໃຫ້ຕຳຫຼວດປາເລັສຕິນຢູ່ທຸກໆເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຖືປືນໄດ້,ເພື່ອປ້ອງກັນຄວາມສະຫງົບຂອງທ້ອງຖິ່ນດັ່ງກ່າວ.
ເຈົ້າໜ້າທີ່ຊັ້ນສູງຂອງກະຊວງປ້ອງກັນປະເທດອິສຣາແອນກ່າວວ່າ,ການກະທຳດັ່ງກ່າວຂອງອິສຣາແອນມີຈຸດປະສົງທີ່ຫວັງຢາກເພີ່ມທະວີອິດທິພົນຂອງອົງການອຳນາດແຫ່ງຊາດປາເລັສຕິນກ່ອນມອບສິດຄວບຄຸມຄວາມປອດໄພຂອງເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນຍິ່ງຫຼາຍໃຫ້ຝ່າຍປາເລັສຕິນ.
|
|
|