ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 08:46:53    
ອ່ານ​ຈົດ​ຫມາຍ​ຜູ່​ຟັງ(ສຽງ)

cri Author: sayvanny

ສະ​ບາຍ​ດີ​ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ, ຮອດ​ໂມງ​ອ່ານ​ຈົດ​ຫມາຍ​ອີກ​ແລ້ວ. ມື້​ນີ້,ສາຍ​ວັນນີ​ຈະ​ແນະນຳ​ຈົວ​ອຸດົມ.ຈິດ​ຕະ​ນະ​ວົງ​ທີ່​ວັດ​ຫາຍ​ໂສກ ບ້ານ​ຫາຍ​ໂສກ​ເມືອງ​ສີ​ສັດ​ຕະ​ນາກ​ແຂວງ​ນະ​ຄອນ​ຫລວງ​ວຽງ​ຈັນ​ໃຫ້​ທ່ານ​ຮູ້. ​ໃນ​ຈົດ ຫມາຍ​ຂອງ​ຈົວ​ອຸດົມ, ​ເພິ່ນ​ຂຽນ​ວ່າ:

​​ເຮົາ​ເປັນ​ຜູ່​ຫນຶ່ງ​ທີ່​ໄດ້​ຕິດ​ຕາມ​ຟັງ​ຂ່າວ,ສາ​ລະ​ຫນ້າ​ຮູ້​ຕ່າງໆ​ຈາກ​ວິ​ທະ​ຍຸ​ສາ​ກົນ​​ແຫ່ງ​ປະ​ເທດ​ຈີນ​ພະ​ແນກ​ພາ​ສາ​ລາວ​ເປັນ​ປະ​ຈຳ​ທຸກໆ​ວັນ,ຜ່ານ​ມາ,ນ້ອງ​ແມ່ນ​ບໍ່​ເຄີຍ​ໄດ້​ຂຽນ​ຈົດ​ຫມາຍ​ມາ​ທັກ​ທາຍ​ອ້າຍ​ເອື້ອຍ​ຈັກ​ເທື່ອ, ​ເທື່ອ​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຂຽນ​ມາ.​ເອື້ອຍ​ອ້າຍ​​ໂຄ​ສົກ​ຈັດ​ລາຍ​ການ​ໄດ້​ດີ​ຫລາຍ​ທັງ​ມີ​ສາລະ​ຫນ້າ​ຮູ້​ແລະ​ມີ​ຄຸນ​ປະ​ໂຫຍ​ດຫລາຍ​ທີ່​ນ້ອງ​ບໍ່​ເຄີຍ​ຮູ້​ມາ​ກ່ອນ.

​ໃນ​ຈົດ​ຫມາຍ​,ຈົວ​ອຸດົມ​ຍັງ​ຂໍ​ປື້​ມສອນ​ພາ​ສາ​ຈີນ​ນຳ​ພວກ​ເຮົາ, ນະ​ທີ່​ນີ້, ສາຍ​ວັນນີ​ຢາກ​ຂໍ​ອະ​ທິ​ບາຍ​ໃຫ້​ທ່ານ​ທັງ​ຫລາຍ​ວ່າ,​ໄດ້​ມີ​ຜູ່​ຟັງ​ຫລາຍໆ​ຄົນ​ໄດ້​ຂຽນ​ຈົດ​ຫມາຍ​ມາ​ຂໍ​ເອົາ​ປື້ມ​ສອນ​ພາ​ສາ​ຈີນ​ນຳ​ພວກ​ເຮົາ, ​ແຕ່​ພວກ​ເຮົາ​ຍັງ​ຝາກ​ປື້​ມນີ້​ໄປ​ໃຫ້​ທ່ານ​ທັງ​ຫລາຍ​ບໍ່​ໄດ້,​ເພາະ​ວ່າ​ປື້ມ​ສອນ​ພາ​ສາ​ຈີນ​ສະ​ບັບ​ນີ້​ຍັງ​ກຳ​ລັງ​ຮຽບ​ຮຽງ​ຢູ່,​ເມື່ອ​ຮຽບ​ຮຽງ​ແລ້ວໆ,ພວກ​ເຮົາ​ກໍ່​ຈະ​ຝາກ​ໄປ​ໃຫ້​ທ່ານ​ຜູ່​ຟັງ​ທີ່​ຕ້ອງ​ການ.​ໃຫ້​ທ່ານ​ຈົ່ງ​ຄອຍ​ຖ້າ​ແດ່.

ສຸດ​ທ້າຍ​ນີ້, ສາຍ​ວັນນີ​ຂໍ​ມອບ​ເພງ​ຕູ​ລີ້ ​ເຊິ່ງ​ແປ​ວ່າຄວາມ​ເປັນ​ເອ​ກະ​ລາດ​ສູ່​ຈົວ​ອຸດົມ​ຟັງ, ຫວັງ​ວ່າ​ທ່ານ​ຈະ​ສືບ​ຕໍ່​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ,​ແລະ​ຂຽນ​ຈົດ​ຫມາຍ​ມາ​ປະ​ກອບ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ໃຫ້​ຂໍ້​ສະ​ເຫ​ນີ​ແກ່​ພວກ​ເຮົາ​ເລື້​ອຍໆ.

ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ, ລາຍ​ການ​ມື້​ນີ້ ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ຕໍ່​ໄປ ​ເຊີນ​ຟັງ​ລາຍ​ການ​ສອນ​ພາ​ສາ​ຈີນ.