ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 14:49:21    
ເຈົ້າຍິງ​ສິຣິນທອນ​​ຢາມ​ສະຖານທູດ​ຈີນ​ປະຈຳ​ໄທ​ຕາມ​ຄຳ​ເຊີນ

cri Author: mo


ຕາມ​ຂ່າວCRI Online:ວັນ​ທີ 15 ພຶດສະພາ, ​ເຈົ້າຍິງ​ສິຣິນທອນ​ໄທ​ໄດ້ຢ້ຽມຢາມ​ສະຖານທູດ​ຈີນ​ປະຈຳ​ໄທ​ຕາມ​ຄຳ​ເຊີນ.

ໃນ​ເວລາຢ້ຽມ​ຢາມ, ​ເຈົ້າຍິງ​ສິຣິນທອນ​ໄດ້​ແນະ​ນຳ​ສະພາບ​ການ​ຢ້ຽມຢາມ​ຈີນ​ຂອງ​ເພີ່ນ​ໃນ​​ເດືອນ​ເມສາ​ປີ​ນີ້ຕໍ່​ທ່ານເອກ​ອັກ​ຄະ​ລັດຖະທູດ​ຈ່າງ​ຈິ​ວ​ເຫີ​ງ​ ​ ​, ພະ​ນັກ​ງານ​ໃນສະຖານທູດ​ຈີນແລະ​ສື່​ມວນ​ຊົນຈີນປະຈຳໄທ, ແລະໄດ້ສະ​ເໜີຄວາມຄືບໜ້າອັນ​ໃຫຍ່​ຫລວງຂອງ​ການ​ພົວພັນ​ສອງ​ປະ​ເທດ​ຈີນ​ໄທ​ພາຍຫລັງ​ສ້າງສາ​ຍສຳພັນ​ການ​ທູດ 30 ປີ​ມາ​ນີ້.


ເຈົ້າຍິງ​ສິຣິນທອນ​ເວົ້າວ່າ, ການ​ຢ້ຽມຢາມ​ຈີນ​ຂອງ​ເພີ່ນ​ເທື່ອ​ນີ້​ໄດ້​ໄປ​ຕາມ​ທາງ​ຜ້າ​ໄໝ​, ​ໄດ້​​ໄປ​ທັດສະນາຈອນຢ້ຽມຢາມບໍ່​ນ້ຳມັນ​​​ທາ​ລີ​ມູ້, ​ເມືອງ​ຕິ້ງ​ສີ​ແລະ​ຄູຫາ​ໂມ້​ກ່າວ​ແຂວງ​ການ​ຊູ້, ​ບູສະ​ນີຍະສະ​ຖານ​ຊານ​ຊິງຕຸ່ຍ​ແຂວງ​ເຊ​ສວນ​ແລະ​ອື່ນໆ, ​ໄດ້​ມີ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ແລະ​ມວນ​ຊຶ່ນ.

ເຈົ້າຍິງ​ຍ້ອງຍໍ​ແລະ​ຊົມ​ເຊີຍ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ຈີນ​ຍາດ​ມາໄດ້​​ໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​, ​ໂດຍ​ສະ​ເພາະ​ແມ່ນ​ຜົນສຳ​ເລັດ​ຂອງ​ຈີນໃນການສ້າງສາ​ເສດຖະກິດ ການ​ສຶກສາ​ວິທະຍາສາດ, ການ​ອະນຸລັກຊີວະ​ພາບ ​ແລະ​ວັດ​ທະນະ​ທຳ​ເປັນຕົ້ນ, ​ໄດ້​ມີ​ຄວາມ​ມຸ່ງມາດ​ປາຖະໜາ​ແລະ​ຄວາມ​ຫວັງ​ອັນ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ແຫ່ງ​ການ​ພົວພັນ​ໄມຕີ​ຈິດ​ຈີນ​ໄທ. ​ເພີ່ນ​ກ່າວ​ວ່າ, ​ເຊື່ອ​ວ່າການພົວພັນ​ໄມຕີ​ຈິດ​ຂອງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຫລາຍ​ກວ່າ​ເກົ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ສອງ​ຝ່າຍ.

ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຈ່າງ​ຈິ​ວ​ເຫີ​ງສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຢ້ຽມຢາມ​ຈີນ​ຂອງ​​ເຈົ້າຍິງ​ສິຣິນທອນ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ. ທ່ານ​ຈ່າງ​ຈິ​ວ​ເຫີ​ງກ່າວ​ວ່າ, ​ເຊື່ອ​ວ່າການ​ຢ້ຽມຢາມຂອງ​ເຈົ້າຍິງ​ເທື່ອ​ນີ້​ຍ່ອມ​ຈະ​ເຮັດ​ໃຫ້​ມິດ​ຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ໄທ​ແລະ​ການ​ຮ່ວມ​ມື​ໃນ​ທຸກຂົງ​ເຂດລະຫວ່າງ​ສອງ​ປະ​ເທດ​​ເພີ່ມ​ຂຶ້ນ​ຕື່ມ​ອີກ. ​ໃນ​ຖານ​ເປັນ​ພາກ​ປະກອບສ່ວນ​ອັນ​ສຳຄັນ​ແຫ່ງ​ການ​ສະຫລອງ​ຈີນ​ໄທ​ສ້າງສາ​ຍສຳພັນທາງ​ການ​ທູດ​ຄົບຮອບ 30 ປີ​ໃນ​ປີ​ນີ້, ການ​ຢ້ຽມຢາມ​ຈີນ​ຂອງ​ເຈົ້າຍິງ​ສິຣິນທອນຍ່ອມ​ຈະ​ຂຽນໜ້າ​ໃໝ່​ໃຫ້​ແກ່​ມິດຕະພາບ​ຈີນ​ໄທ.

ແຕ່​ວັນ​ທີ 3 ຮອດ​ວັນ​ທີ 13 ​ເມສາ​ປີນີ້, ເຈົ້າຍິງ​ສິຣິນທອນ​ມາ​ຢ້ຽມຢາມ​ຈີນ​ເປັນ​ເວລາ 10 ມື້​. ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ​ເທື່ອ​ທີ 20 ຂອງ​​ເຈົ້າຍິງ. ​ໃນ​ໄລຍະ​ຢ້ຽມຢາມ​ປັກ​ກິ່ງ, ທ່ານ​ເຈິ່ງ​ຊິ້ງຫົງ ຮອງ​ປະທານ​ປະ​ເທດ​ຈີນ, ທ່ານ​ເສີນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ, ​ແລະ​ທ່ານ​ນາງ​ກູ້​ຊິ້ວລຽນ​ ຮອງ​ປະທານ​ຄະນະ​ປະຈຳສະພາປະຊາຊົນ​ແຫ່ງ​ຊາດຈີນ​​ເປັນຕົ້ນ​ໄດ້​ພົບ​ປະ​ເຈົ້າຍິງ​ສິຣິນທອນ. ​ເຈົ້າຍິງ​ໄດ້​ເປີດ​ສາກ​​ໃຫ້​ແກ່​ສູນ​ແລກປ່ຽນວິທະຍາສາ​ດ​ເຕັກນິກ​ວັດ​ທະນະ​ທຳ​​ສິຣິນທອນ​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ, ​ແລະ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມສຳ​ມະ​ນາສະຫລອງ​ຈີນ​ໄທ​ສ້າງສາ​ຍສຳພັນ​ທາງ​ທູດ​ຄົບຮອບ 30 ປີ​​ເຊິ່ງຈັດ​ໂດຍມະຫາວິທະ​ໄລ​ປັກ​ກິ່ງ​. ຕໍ່​ຈາກ​ນັ້ນ, ​ເຈົ້າຍິງ​ໄດ້​ໄປ​ຢ້ຽມຢາມ​ເຂດ​ຊິນ​ຈຽງ ​ແຂວງ​ການ​ຊູ້​ແລະ​ແຂວງ​ເຊ​ສວນ.​

ແຕ່​ປີ 1981 ​ເປັນຕົ້ນມາ, ​ເຈົ້າຍິງ​ສິຣິນທອນ​ໄດ້​ມາ​ຢ້ຽມຢາມ​ຈີນ​ເລື່ອຍໆ. ​ເດືອນ​ກຸມພາ​ປີ 2004, ​ໃນ​ເວລາ​ຢ້ຽມຢາມ​ຈີນ​ເປັນ​ເທື່ອ​ທີ 18 ນັ້ນ, ​​ເພີ່ນ​ໄດ້​ບັນລຸ​ຄວາມ​ຫວັງ​ທີ່​ຢ້ຽມຢາມ​ທຸກ​ແຂວງ ກຳ​ແພງ​ນະ​ຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງຂອງ​ຈີນ.