ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 16:35:26    
ທ່ານ​ນາງ​​ໄລ​ສ໌​ຢ້ຽມ​ຢາມ​ອີຣັກ​ຢ່າງ​ກະ​ທັນ​ຫັນ​(ສຽງ)

cri Author: da


ຕາມ​ຂ່າວ​CRI: ວັນ​ທີ 15 ພຶດ​ສະພາ, ທ່ານ​ນາງ​​ໄລ​ສ໌ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເດີ​ນທາງ​ໄປ​ຮອດ​ອີຣັກ,​ຢ້ຽມ​ຢາມ​ອີຣັກ​ຢ່າງ​ກະທັນ​ຫັນ,​ທ່ານ​ແມ່ນ​ເຈົ້າ​ໜ້າທີ່​ຊັ້ນ​ສູງ​ຜູ້ທຳ​ອິດ​ຂອງ​ລັດ​ຖະບານ​ອາເມ​ລິກາ​ທີ່ຢ້ຽມ​ຢາມ​ອີຣັກ​ຫຼັງ​ລັດຖະ​ບານ​ຂ້າມ​ຜ່ານ​ອີຣັກ​ສ້າງ​ຕັ້ງ​ຂຶ້ນ​ມານີ້.

ທ່ານ​ນາງ​ໄລ​ສ໌​ແມ່ນ​ດຳ​ເນີນ​ການ​ຢ້ຽມ​ຢາມ​ເທື່ອ​ນີ້ຢູ່​ໃຕ້​ສະ​ຖານະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ອີຣັກ​​ໄດ້​ເລື່ອນ​ຂັ້ນ​ຢ່າງ​ບໍ່​ຢຸດຢັ້ງ.​ແຕ່​ລັດຖະ​ບານ​ຂ້າມ​ຜ່ານ​ອີຣັກ​ສ້າງ​ຕັ້ງຂຶ້ນ​​ໃນ​ທ້າຍ​ເດືອນ​ເມສາມາ​ນີ້,ຢູ່​ພາຍ​ໃນ​ອີຣັກ ​ອົງ​ການ​ປະກອບ​ອາວຸດ​ໄດ້​ກໍ່ເຫດ​ການ​ຫຼອນ​ໂຈມ​ຕີ​ຢ່າງ​ບໍ່​ຂາດ​ສາຍໂດຍ​ແນ​ໃສ່​ເຈົ້າ​ໜ້າ​ທີ່​ລັດຖະ​ບານ​ອີຣັກ ກອງ​ຕຳ​ຫຼວດ​ກອງທະ​ຫານ​ແລະ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ,​ເຮັດ​ໃຫ້ 450 ກວ່າ​ຄົນ​ຕາຍ.​ເຖິງ​ວ່າ​ລັດຖະ​ບານ​ຊຸດ​ໃໝ່​​ຂອງ​ອີຣັກ​ແລະ​ກອງທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​​​ກໍ​ຕາມ,​ແຕ່​ບໍ່​ໄດ້​​ເຮັດ​ໃຫ້​ສະ​ຖານະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ອີຣັກ​ຜ່ອນ​ຄາຍ​ລົງ.​ໃນ​ຫຼາຍ​ມື້ມາ​ນີ້,​ເຫດ​ການ​ລະ​ເບີດ​ແລະ​ຫຼອນ​ໂຈມຕີ​ພັດ​ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.​ໃນ​ວັນ​ທີ 15 ພຶດ​ສະພາທີ່​ທ່ານ​ນາງ​ໄລ​ສ໌​​ໄປ​ຮອດ​ອີຣັກ,​ແຫ່ງ​ຕ່າງໆ​ຂອງ​ອີຣັກ​ຍັງ​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ຫຼາຍ​​ເທື່ອ,​ເຮັດ​ໃຫ້ 8 ຄົນ​ຕາຍ​​ເປັນ​ຢ່າງ​ໜ້ອຍ,​ຫຼາຍ​ສິບ​ຄົນ​ບາດ​ເຈັບ.

ຕາມ​ໄດ້​ຊາບ,​ໃນ​ກາ​ລະ​ເວລາ​ອັນຄັບ​ຂັນ​ດັ່ງ​ກ່າວ​ນີ້,ທ່ານ​ນາງ​ໄລ​ສ໌ຢ້ຽມ​ຢາມ​ອີຣັກ​ຢ່າງ​ກະທັນ​ຫັນ​ນັ້ນ​ແມ່ນ​ເພື່ອ​ສະ​ແດງ​ວ່າ ອາ​ເມ​ລິ​ກາສະ​ໜັບ​ສະ​ໜູນ​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ອີຣັກ​,ທັງ​ເຈາະ​ຈົງ​ຫາ​ລືກັບ​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ອີຣັກ​ເພື່ອ​ຮັບ​ມື​ກັບ​ສະ​ຖານະ​ການ​ອັນ​ເຄັ່ງ​ຕຶງ​​ໃນ​ສ​ະ​ເພາະ​ໜ້າ​ນີ້,​ເພີ່ມ​ທະວີ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີຣັກ ​ແລະ​ສ້າງ​ລັດ​ຖະທຳ​ມະນູນ​ສະ​ບັບ​ໃໝ່​ຂອງ​ອີຣັກ​ເປັນ​ຕົ້ນ.

ມື້​ດຽວ​ກັນ,​ທ່ານ​ນາງ​ໄລ​ສ໌​ໄດ້​ຂີ່​ຍົນ​ເຮຣີ​ກົບ​ຈາກ​ກາກ​ຕາ​ບິນ​ໄປ​ຮອດ​ອາກ​ບິນ ເທດ​ສະ​ບານ​ເຂດ​​ເຄິດ​ປົກ​ຄອງ​ຕົນ​ເອງທີ່​ຢູ່​ພາກ​ເໜືອ​ອີຣັກ,​ແລ້ວ​ພົບ​ປະ​ກັບ​ທ່ານ​ບາ​ຈາ​ນີ ປະທານ​ພັກ​ປະຊາ​ທິປະ​ໄຕ​ເຄິດ.​ຫຼັງ​ການ​ພົບ​ປະ ທ່ານ​ນາງ​ໄລ​ສ໌ກ່າວ​ເນັ້ນ​ວ່າ​,ອາ​ເມ​ລິ​ກາ​ອອກ​ແຮງ​ຂະ​ຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ກັບ​ຊາວ​​ເຄິດ,​ເພື່ອ​ຊຸກຍູ້​ການ​ສ້າງ​ຕັ້ງອີ​ຣັກທີ່​ມີ​ລະບອບ​ສະຫະ​ພັນ​ປະຊາ​ທິປະ​ໄຕ.

ຖັດ​ມາ,​ທ່ານ​ນາງ​​ໄລ​ສ໌ຂິ່ຍົນ​ໄປ​ຮອດ​ແບກ​ແດດ,​ເຈລະ​ຈາ​ກັບ​ທ່ານ​ຈາ​ຟາ​ລີ ນາຍົກ​ລັດຖະ​ມົນຕີ​ຂ້າມ​ຜ່ານ​ອີຣັກ.​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈລະ​ຈາ,​ທ່ານ​ນາງ​​ໄລ​ສ໌​ເວົ້າ​ວ່າ,​ກອງ​ທະ​ຫານ​ນານາ​ຊາດຈະ​ສືບ​ຕໍ່​ປະຈຳ​ຢູ່​ອີຣັກ,​ຈົນ​ຮອດ​ອີຣັກມີ​ຄວາມ​ສາມາດ​ປ້ອງ​ກັນ​ຕົນ​ເອງ.​ໃນ​ໄລ​ຍະ​ນີ້,ທະ​ຫານ​ອາ​ເມ​ລິ​ກາຈະ​ສືບ​ຕໍ່​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ​ທີ່​ເຈດ​ຕະນາ​ສະກັດ​ກັ້ນ​ຂະ​ບວນ​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີຣັກ.​ແຕ່​ພ້ອມ​ກັນ​ນັ້ນ ທ່ານ​ນາງ​ໄລ​ສ໌ກ່າວ​ເນັ້ນ​ວ່າ,ລັດຖະ​ບານ​ຊຸດ​ໃໝ່​​ຂອງ​ອີຣັກ​ຄວນ​ພະຍາ​ຍາມ​ຕໍ່​ໄປ,​ເຮັດ​ໃຫ້​ຊາວ​ມຸສລິມ​ນິ​ກາຍ​ຊຸນ​ນິດ​ທີ່​ເປີດ​ການ​ເຄື່ອນ​ໄຫວ​ຄັດຄ້ານ​ອາ​ເມ​ລິ​ກາ​ດ້ວຍ​ກຳ​ລັງ​ອາວຸດ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສ້າງ​ລັດ​ຖະທຳ​ມະນູນ​ຖາ​ວອນ​ຂອງ​ອີຣັກ​ຕື່ມ​ອີກ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ຈາ​ຟາ​ລີ​ເວົ້າ​ວ່າ,​ລັດຖະ​ບານ​ຊຸດໃໝ່​ຈະ​ພະຍາ​ຍາມ​ຮັບປະ​ກັນ​ໃຫ້​ຊາວ​ມຸສລິມ​ນິກາຍ​ຊຸນ​ນິດ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສ້າງ​ລັດ​ຖະທຳ​ມະນູນ​​ອີຣັກ.​ພ້ອມ​ກັນ​ນັ້ນ,​ອີຣັກ​ຍັງ​ຈະ​ເລັ່ງ​ລັດ​ເຝິກ​ອົບ​ຮົມ​ກອງ​ຕຳ​ຫຼວດ​​ແລະ​ກອງ​ທະ​ຫານ,​ເຮັດ​ໃຫ້​ກອງ​ຕຳຫຼວດ​​ແລະ​ກອງ​ທະ​ຫານ​ມີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ແລະ​ສະຖຽນ​ລະ​ພາບ​ຂອງ​ຊາດ​ໂດຍ​ໄວ,​ເພື່ອ​​ເລັ່ງ​ລັດ​ຂະ​ບວນ​ການ​ທະ​ຫານ​ຕ່າງປະ​ເທດ​ຖອນ​ອອກ​ໄປ.

ບຸກ​ຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,​ໃນ​ການ​ເຈລະຈາ​ກັບ​ທ່ານ​ຈາ​ຟາ​ລີ,ທ່ານ​ນາງ​ໄລ​ສ໌ທວງ​ໃຫ້​ລັດຖະ​ບານ​ຂ້າມ​ຜ່ານ​ອີຣັກ​ຮັບ​ປະກັນ​ໃຫ້​ຊາວ​ມຸສລິ​ມນິກາຍ​ຊຸນ​ນິດ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສ້າງ​ລັດ​ຖະທຳ​ມະນູນ​ຕື່ມ​ອີກ,​ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ​ເລີ່​ມສວຍ​ໃຊ້​ພາ​ຫະນະ​ການ​ເມືອງ ອອຍ​ໃຈ​ກອງປະ​ກອບ​ອາວຸດ​ຊາວ​ມຸສລິ​ມນິກາຍ​ຊຸນ​ນິດ​ທີ່​ຕ້ານ​ອາ​ເມ​ລິ​ກາ,​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ​ສະ​ຫງົບ​ລົງ,​ແລະ​ເຮັດ​ໃຫ້ສະ​ຖານະ​ການມີ​ຄວາມ​ສະຖຽນ​ລະ​ພາບ,​ແລ້ວ​ເຮັດ​ໃຫ້​ຂະ​ບວນ​ວິວັດ​ການ​ເມືອງ​ຂອງ​ອີຣັກ​ປະຕິ​ບັດ​ຕາມ​ແຜນ​ການ​ໄດ້.

​ແຕ່​ພ້ອມ​ກັນ​ນັ້ນ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ໄລ​ສ໌​ເທື່ອ​ນີ້​ບໍ່​ມີ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ຈະ​ຖອນ​ທະ​ຫານ,ຈະ​ບໍ່​ສາມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ຍຶດ​ຄອງ​ອີຣັກ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ອົງ​ການ​ປະ​ກອບ​ອາວຸດ​ຢູ່​ອີ​ຣັກສະ​ເໜີ​ອອກ​ນັ້ນ,ສະ​ນັ້ນ ການ​ຢາກ​ປົວ​ແປງ​ສະ​ຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃຫ້​ດີ​ຂຶ້ນ​ນັ້ນ​ຍາກ​ຫຼາຍ​.ນອກ​ນີ້,​ໃນ​ໄລຍະ​ຢູ່​​​ອາກ​ບິນ ທ່ານ​ນາງ​ໄລ​ສ໌​ໄດ້ສະ​ແດງ​​​ເປັນພິ​ເສດ​ວ່າ ​ສະ​ໜັບສະ​ໜູນ​ຊາວ​ເຄິດ,ນີ້​ອາດ​ຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ແລະ​ການ​ປະ​ທະ​ກັນ​ລະຫວ່າງ​ຊາວ​ມຸສ​ລິມນິ​ກາຍ​ຊຸນ​ນິດ ຊາວ​ເຄິດ​ກັບ​ຊາວ​ມຸສ​ລິມນິ​ກາຍ​ຊີ​ອິດດຸ​ເດືອດ​ຂຶ້ນ​ຕື່ມ​ອີກ.ສະ​ຖານະ​ການ​ການ​ເມືອງ​ຂອງ​ອີຣັກ​ໃນ​ອະນາຄົດ​ຍັງ​ເຫັນ​ໄປ​ໃນ​ແງ່​ດີ​ບໍ່​ໄດ້.