ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 17:49:23    
[ສີ​ລະ​ປະ​ຄວັດ]

cri

ສີ​ລະ​ປະ​ຄວັດ​ຂອງ​ຈີນ​ມີ​ປະຫວັດສາດ​ດົນ​ນານ  ບັນດາ​ນັກສີ​ລະປີນ​ພື້ນ​ເມືອງ​​ໄດ້ໃຊ້​ວັດ​ຖຸດິບ​ຊະນິດ​ຕ່າງໆ ຄວັດ​​ເຄື່ອງ​ສີ​ລະ​ປະ​ຫັດຖະກຳ​ທີ່​ມີ​ວາດຊົງ​ສີ​ລະ​ປະ​ຫຼາຍ​ຢ່າງ​ຫຼາຍ​ແນວ   ​ແລ້​ວຈໍ່​ຕົວ​ເ​ປັນ​ເຕັກນິກຄວັດ​ສີ​ລະ​ປະຫັດຖະກຳ​ພື້ນ​ເມືອງ​ຊະນິດ​ຕ່າງໆ​ຂອງ​ຈີນ  ຕົວຢ່າງ​ຄື​ເຄື່ອງ​ຄວັດ​ດ້ວຍ​ຍົກ  ​ເຄື່ອງ​ຄວັດ​​ດ້ວຍ​ງາ  ​ເຄື່ອງ​ຄວັດດ້ວຍ​ໄມ້​​​ໄຜ່ແລະ​ເຄື່ອງຄວັດ​ດ້ວຍ​ຖ່ານ​ຫີນຍອດ​ຢ້ຽມ​ເປັນຕົ້ນ  ສີ​ລະ​ປະ​ຫັດຖະກຳອັນ​ງາມ​ປານີດ ເຫຼົ່າ​ນີ້​ລ້ວນ​ແຕ່​​ແມ່ນຂອງປະ​ເສີດ​ໃນ​ວັດທະນະທຳ​ຈີນ 


 ໃນ​ໄລຍະ​ຍຸກເຄື່ອງ​ມືຫີນ​ໃຫມ່​ຄື​ກ່ອນຄ.ສ 6000 ປີ​ຮອດ 2000ປີ     ຈີນ​ກໍ​ໄດ້​ມີ​ເຄື່ອງສຳລັບ​ເອ້​ຄວັດ​ແລ້ວ ​ເຄື່ອງ​ຄວັດສຳລັບ​​ເອ້​ທີ່ພັດທະນາ​ຈາກ​ເຄື່ອງ​ສີ​ລະ​ປະ​ຕ່າງໆ​ເຊັ່ນ ເຄື່ອງ​ປັ້ນດິນ​ເຜົາ ຍຸກ​ທອງ​ສຳລິດ  ​ເຄື່ອງ​ຍົກ​ແລະ​ເຄື່ອງ​ນ້ຳກ້ຽງ​ເປັນ​ຕົ້ນລ້ວນ​ແຕ່​ມີ​ຖານະ​ສຳຄັນ​ໃນ​ທຸກ​ສະ​ໄຫມຂອງ​ຈີນ  ​ ​ບໍ່​ວ່າ​ເຄື່ອງສີ​ລະ​ປະຄວັດ​ຢ່າງໃດກໍໄດ້ສ່ອງ​ແສງ​ໃຫ້​ເຫັນ​ໂດຍ​ທົ່ວ​ໄປກ່ຽວ​ກັບບົດບາດ​ປະດັບເອ້​ທີ່​ມີປະຫວັດ ສາດດົນ​ນານຂອງ​ປະຊາ​ຊາດ​ຈີນ


ຕົວຢ່າງ​ຄື​ເຄື່ອງຄວັດດ້ວຍ​ຍົກ  ມັນ​ແມ່ນເຄື່ອງ​ຄວັດ​ຊະນິດ​ຫນຶ່ງ​ທີ່​ມີ​ປະຫວັດ​ດົນ​ນານກວ່າ​ຫມູ່​ຂອງ​ຈີນ ຮອດ​ປັດຈຸບັນ​ໄດ້​ມີ​ປະຫວັດ 4 ພັນຮອດ 5 ພັນ​ປີ​ແລ້ວ  ວັດຖຸ​ດິບ​ຂອງ​ເຄື່ອງ​ຄວັດ​ດ້ວຍ​ຍົກ​ມີ​ຫຼວງຫຼາຍ​ ໃນ​ນັ້ນ​ມີແກ້ວ​ມໍ​ລະ​ກົດ​ ​ແກ້ວ​ຂຽວແລະ​ແກ້ວ​ໂມລາ​ເປັນ​ຕົ້ນ  ຊ່າງ​ຫັດຖະກຳອີງ​ຕາມ​ສີ​ທຳ​ມະ​ຊາດ​ແລະ​ຮູບ​ທຳ​ມະ​ຊາດ​ຕ່າງ​ກັນຂອງ​ຍົກ​  ​ແລ້ວອອກ​ແບບຢ່າງ​ພຽນ​ໃຈ​ທີ່​ສຸດ ​ຄວັດ​ຫີນຍົກ​ເປັນ​ເຄື່ອງ​ສີ​ລະ​ປະ​ທີ່​ງາ​ມປານີດ  ​ເຄື່ອງ​ຄວັດ​ດ້ວຍ​ຍົກ​ຂະຫນາດ​ໃຫຍ່​ທີ່​ຮັກສາ​ໄວ້​ໃນ​ຫໍພິພິທະ​ພັນ​ພະ​ລາຊະ​ວັງ​ກູ​ກົງ​ປັກ​ກິ່ງທີ່​ຊື່ວ່າ​ທ່ານ​ຕ້າ​ຢູປົວ​ແປງ​​ແມ່​ນ້ຳ  ​ແມ່ນ​ເຄື່ອງ​ຍົກ​ທີ່​ໃຫຍ່ກວ່າ​ຫມູ່​ໃນ​ໂລກ​ໃນ​ປັດຈຸບັນ   ​ເຄື່ອງ​ຄວັດ​ດ້ວຍ​ຍົກ​ດັ່ງກ່າວ​ຍາວ 2 ​ແມັດປາຍ  ມີ​ນ້ຳຫນັກ 5000 ກວ່າ​ກິ​ໂລ  ​ພວກຊ່າງ​ສີ​ລະ​ປະ​ຫັດຖະກຳ​ໃນສະ​ໄຫມລາຊະວົງ​ເຊັງໄດ້​​ໃຊ້​ເວລາ 6 ປີ​ຈຶ່ງຄວັດສຳ​ເລັດ​ໃນ​ຄ.ສ.ສະຕະວັດ​ທີ 18   ອັນ​​ໄດ້ສະ​ແດງ​ໃຫ້​ເຫັນ​ສີມື​ອັນ​ດີ​ເລີດ​ແຫ່ງ​ການຄວັດ​ດ້ວຍ​ຍົກ​ຂອງຈີນ


ເຄື່ອງ​ຄວັດ​ດ້ວຍ​ງາ​ແມ່ນ​ເຄື່ອງ​ສີ​ລະ​ປະ​ຫັດຖະກຳ​ທີ່​ຄວັດ​ດ້ວຍ​ງາ​ຊ້າງ​ແລະ​​ແຂ້ວ​ສັດ​ອື່ນໆ  ຮູບ​ການ​ຄວັດ​ມີຮູບຄວັດ​ຄື​ບານ ຮູບຄວັດ​ປະ​ເພດ​ມີ​ຮູບຊົ້ງ​ອອກ ຮູບ​​ແກຼະສະຫຼັກ​ໂຂ່​ງ​ໃນ​ເປັນ​ຕົ້ນ   ຢູ່​ຈີນ  ​ເຄື່ອງ​ຄວັດ​ດ້ວຍ​ງາ​ຊ້າງ​ຢູ່​ນະຄອນປັກ​ກິ່ງ ນະຄອນຊຽງ​ໄຮ້ ​ແຂວງກວາງຕຸ້ງ​ແລະ​​ນະຄອນນານ​ກິ່ງ​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ຊື່​ສຽງດົ່ງ​ດັງ   ​ເຄື່ອງ​ຄວັດ​ດ້ວຍ​ງາ​ຊ້າງ​ຂອງປັກ​ກິ່ງ​ມີຮູ​ບສາວ​ໃຊ້ທີ່​ນຸ່ງ​ຊຸດ​ບູຮານ ດອກ​ໄ​ໄມ້​ດອກ​ຕອກ  ນົກ​ຫນູ​ປີ​ປີກ ຕົ້ນຫຍ້າ​​ແລະ​ບົ້ງ​ແມງ​​ເປັນຕົ້ນ ມີ​ສີມືຄວັດ​ຢ່າງລະອຽດ​ປານີດ  ມີຮູບ​ຊົງ​ບໍລິສຸດ​ແລະງາມແບບ​ບູຮານ  ​ເຄື່ອງ​ຄວັດ​ດ້ວຍ​ງາ​ຊ້າງ​ຂອງ​ນະຄອນກວາງ​ໂ​ກວ​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ຄວັດ​ດອກ​ໄມ້​ທິດ​ທັດ​ເປັນ​ຕົ້ນ ​ແກຼະສະຫຼັກ​ເປັນ​ຮູບ​ໂຂ່ງ​ໃນ​ແລະ​ມີ​ສີ​ສັດ​ພິ​ເສດ ​ເຄື່ອງ​ຄວັດ​ດ້ວຍ​ງາ​ຊ້າງຂອງນະຄອນ​ຟູ​ໂຈ​ວ​ມັກຄວັດຮູບ​ຄົນ​ແລະ​ຮູບ​ສັດ​ເທິງ​ງາ​ຊ້າງ​ຮູບ​ບານ


ເຄື່ອງ​ຄວັດ​ດ້ວຍ​ໄມ້​​ໄດ້ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຈີນບູຮານ​ ຕົວຢ່າງ​ຄື ​ໃນ​ສິ່ງ​ກໍ່ສ້າງ  ຂື່​ເຮືອນ ບານ​ປະຕູ ຂອບປ່ອງ​ຢ້ຽມ​ແລະ​ເສົາ​​ເຮືອນ ຮາວ​ເປັນ​ຕົ້ນ ລ້ວນ​ແຕ່ກໍ່​ໄດ້ຄວັດ​ຢ່າງ​ລະອຽດປານີດ ​ເຮັ​ດ​ໃຫ້​ສິ່ງ​ກໍ່ສ້າງ​ທັງ​ຫມົດ​ມີ​ວາດຊົງງາມ​ລຽບ​ໆ​​ແບບບູຮາ​ນ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັ່ງມີ ​ເຟີ​ນິ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້​ໃນ​ເຮືອນ​ກໍ​ໄດ້​ຄວັດ​ງາມຫຼາຍ​  ນອກ​ນີ້ ​ໃນ​ຊີວິດ​ການ​ເປັນ​ຢູ່​ຍັງ​​​ໄດ້ໃຊ້​ເຄື່ອງ​ສີ​ລະ​ປະ​ຫັດຖະກຳ​ທີ່​ຄວັດ​ດ້ວຍ​ໄມ້   ປັດຈຸບັນ   ​ໃນ​ເຄື່ອງຄວັດ ດອກ​ໄມ້​ຊະນິດ​ຕ່າງໆ​ຂອງຈີນ   ​ເຄື່ອງ​ຄວັດ​ທີ່​ມີ​ຊື່​ສຽງກວ່າ​ຫມູ່​ແມ່ນ​ເຄຶ່ອງຄວັດ​ດ້ວຍ​ໄມ້​ຂອງ​​ເມືອງ​ຕົງ​ຢາງ​ແຂວງ​ເຈີ​ຈ່ຽງ ​ເຄື່ອງ​ຄວັດ​ໄມ້​ທານ້ຳ​ກ້ຽງສີ​ຄຳ​ຂອງ​ແຂວງ​ກວາງຕຸ້ງ ​ເຄື່ອງ​ຄວັດ​ໄມ້​ຮວງ​ຢ່າງຂອງ​ເມືອງ​​ເວີນນ​ໂຈ​ວ​ແລະ​ເຄື່ອງ​ຄວັດ​ໄມ້​ຂອງ​ແຂວງ​ຟູ​ຈ້ຽງ​  ​ຖືກ​ເອີ້ນ​​ເປັນ 4 ​ເຄື່ອງ​ຄວັດ​ທີ່​ມີ​ຊື່​ສຽງ​


ການ​ຄວັດ​ດ້ວຍ​ຖ່ານ​ຫີນຍອດ​ຢ້ຽມ​ແມ່ນ​ເຄື່ອງ​ສີ​ລະ​ປະ​ຫັດຖະກຳ​ທີ່​ມີ​ສີສັນພິ​ເສດ​ຂອງ​​ເມືອງ​ຟູ​ຊຸ້ນ ພາກ​ຕາ​ເວັນ​ອອກສຽງ​​ເຫນືອຂອງ​ຈີນ  ​ເຫມາະ​ສຳລັບ​ຄວັດ​ເຄື່ອງ​ສີ​ລະ​ປະ​ຫັດຖະກຳ​ຕ່າງໆ  ​ເຄື່ອງຄວັດ​ງາມລຽບໆ​ແບບ​ບູຮານ​ທຳ​ມະ​ຊາດ ນັກບູຮານ​ນະ​ຄະດີ​ໄດ້ຄົ້ນ​ພົບ​ວ່າ ຢູ່ຮ່ອງ​ຮອຍ​ບ່ອນຢູ່​ຂອງມະນຸດ​ບູຮານ​ທີ່​ຫ່າງ​ຈາກ​ປັດຈຸບັນ​ປະມານ 7000 ກວ່າ​ປີ​ກ່ອນ ​ໄດ້​ຄົ້ນ​ພົບ​ເຄື່ອງ​ສີ​ລະ​ປະ​ຫັດຖະກຳ​ຄວັດ​ດ້ວຍ​ຖ່ານ​ຫີນຍອດ​ຢ້ຽມ​ຫຼາຍຢ່າງ,ສ່ວນ ເຄື່ອງ​ຄວັດ​ດ້ວຍ​ຖ່ານ​ຫີນຍອດ​ຢ້ຽມ​ໃນ​ສະ​ໄຫມ​ປັດຈຸບັນ​ແມ່ນ​ເລີ່​ມ​ແຕ່ຕົ້ນ​ສະຕະວັດ 20  ທ່ານ​ຈ້າວ​ຄຸ່ນ​ເຊິ່ງ ນັກສີ​ລະ​ປີນຄວັດ​ໄມ້​ປັກ​ກິ່ງ​ໄດ້ຄວັດ​ຖ່ານ​ຫີນຍອດ​ຢ້ຽມ​ເປັນ​ເຄື່ອງ​ເອ້  ​ແລ້ວ​ຂາຍ​ຢູ່​ເມືອງ​ຟູ​ຊຸ້ນ  ​ແຕ່​ນັ້ນ​ເປັນ​ຕົ້ນ​ໄປ ​ເຄື່ອງ​ຄວັດ​​ຖ່ານ​ຫີນ​ຈຶ່ງ​ໄດ້​ເກີດ​ຂຶ້ນ​


ນັກສີ​ລະ​ປີນຫັດຖະກຳ​ຈີນ​ຍັງ​ໄດ້​ເສີມ​ຂະຫຍາຍ​ຄວາມ​ຄິດ​​ແປກ ປະຫຼາດ​ຢ່າງ​ເຕັມ​ສ່ວນ ຄວັດ​ຢູ່​ເທິງແກນຫມາກ​ໄມ້​ເຊັ່ນ ​ແກນ​ຫມາກຄາຍ ​ແກນ​ຫມາກ​ສົ້ມມໍ​ແລະ​ແກນ​ຫມາກມັນຫໍ​ເປັນ​ຕົ້ນ  ພວກ​​ເຂົາ​ເຈົ້າ​ໃຊ້​ຈຸດ​ພິ​ເສດ​ແລະ​ກາ​ນຂຶ້ນໆ​ລົງ​ລົງ​ຂອງຮູບ​ນອກ​ແກນ​ຫມາກ​ໄມ້  ຄວັດຮູບຄົນ ສັດ ສາຍພູ ສາລາ ​ຜາສາດ ຫໍ​ໂຮງ​ເປັນ​ຕົ້ນ​ເປັນ​ໂຕ​ຢົ້ງໆ​​ມີ​ສີສັນ​ພິ​ເສດທັງ​ງາມ​ປານີດ ນີ້​ກໍ່​ແມ່ນ​ເຄື່ອງ​ຄວັດ​ດ້ວຍ​ແກນ​ຫມາກ​ໄມ້


ນອກ​ນີ້  ​ເຄື່ອງສີ​ລະ​ປະ​ຫັດຖະກຳ​ຄວັດ​ຂອງ​ຈີນ​ຍັງ​ມີ​ເຄື່ອງ​ຄວັດ​ດ້ວຍ​ຫີນ ​ເຄື່ອງ​ຄວັດ​ດ້ວຍດິນ​ຈີ່  ​ເຄື່ອງ​ຄວັດ​ດ້ວຍ​​​ໄມ້  ​ເຄື່ອງ​ຄວັດ​ດ້ວຍຮາກ​ໄມ້ ​ເຄື່ອງ​ຄວັດ​ດ້ວຍ​ກາບ​ຫອຍ ​ເຄື່ອງ​ຄວັດ​ດ້ວຍ​ນ້ຳກ້ອນ​ແລະ​ເຄື່ອງ​ຄວັດ​ດ້ວຍ​ຫມາກພ້າວ​ເປັນ​ຕົ້ນ   ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຫຼວງ​ຫຼາຍ​ທີ່​ສຸດແລະ​ສີມື​ອັນ​ຍອດ​ຢ້ຽມ​ຂອງ​ຊາຍ​ຈີນ