ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 18:18:13    
ທ່ານ​ນາງ​ໄລ​ສ໌​ໄປ​ຢ້ຽມຢາມ​ອີຣັກຢ່າງ​ກະທັນ​ຫັນ ເຫດ​ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​​ເກີດ​ຂຶ້ນ​ຢູ່​ອີ​ຣັກ​ຢູ່​ບໍ່​ເຊົາ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 15 ພຶດສະພາ, ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໄປ​ຢ້ຽມຢາມ​ອີຣັກຢ່າງ​ກະທັນຫັນ, ​ເພື່ອ​​ເຊີດ​ຊູ​ກຳລັງ​ໃຈ​ໃຫ້ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ອີຣັກ. ​ແຕ່​​ໃນ​ໄລຍະທ່ານ​ນາງ​ໄລ​ສ໌​ຢ້ຽມຢາມ​, ຢູ່​ອີຣັກ​ໄດ້​ເກີດ​ເຫດການ​ດ້ວຍ​ກຳລັງ​ຮຸນ​ແຮງ​ເລື້ອຍໆ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວຮ່ວມ​ທີ່ຈັດ​ຂຶ້ນພາຍຫຼັງທ່ານ​ນາງ​ໄລ​ສ໌ພົບ​ປະ​ທ່ານ​ຈາ​ຟາ​ຣີ ນາ​ຍົກ​ລັດ​ຖະມົນຕີ​ລັດຖະບານຂ້າມຜ່ານ​ຂອງອີຣັກ, ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ, ກອງ​ທະຫານນາ​ນາ​ຊາດ​ຈະ​ສືບ​ຕໍ່​ປະຈຳ​ຢູ່​ອີຣັກ, ຈົນ​ກວ່າ​ອີຣັກມີ​ຄວາມ​ສາມາດ​ປ້ອງ​ກັນ​ຕົນ​ເອງ​ໄດ້.

ທ່ານ​ຈາ​ຟາຣີກ່າວ​ວ່າ, ລັດຖະບານ​ຊຸດ​ໃໝ່​ຈະ​ເລັ່ງ​ລັດໃຊ້ມາດ​ຕະການ, ​ເຮັດ​ໃຫ້​ກອງ​ທະ​ຫານ​ແລະ​ກອງຕຳຫຼວດອີຣັກມີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ໄດ້​ໂດຍ​ໄວ, ​ເພື່ອ​ເລັ່ງລັດ​ຂະ​ບວນວິວັດ​ຖອນ​ກອງ​ທະຫານ​ຕ່າງປະ​ເທດ​ອອກ​ຈາກ​ອີ​ຣັກ.

ກໍ່​ແມ່ນ​ໃນ​ມື້​ທ່ານ​ນາງ​ໄລ​ສ໌​ໄປ​ຢ້ຽມຢາມ​ອີຣັກ, ຢູ່​ເມືອງ​ບາ​ກູບາທີ່​ຫ່າງ​ຈາກ​ແບກ​ແດດ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ​ປະມານ 60 ກິ​ໂລ​ແມັດ ​ໄດ້​ເກີດ​ເຫດການ​ລະ​ເບີດ​ແລະ​ເຫດການ​ຍິງປືນ​ຄົກຫຼອນ​ໂຈມ​ຕີສອງ​ລາຍ, ​ເຮັດ​ໃຫ້ 4 ຄົນ​ຕາຍ 37 ຄົນ​ບາດ​ເຈັບ.