ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 20:47:58    
ງານ​ເອັກສ​ໂປ​ຈີນ​-ອາ​ຊຽນ​ຄັ້ງ​ທີ​ສອງ​ຈະ​ມີ​ການ​ດັດ​ແປງ​ຫຼາຍ​ກວ່າ​ຄັ້ງ​ປະ​ຖົມ​ມະ​ເລີກ

cri Author: q

ຕາມ​ຂ່າວ​ວິທະຍຸ​ກະ​ຈາ​ຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ເຂດ​ກວາງຊີຈີນ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະ​ຊຸມ​ເທື່ອ​ທີ​ສອງ​ປີ​ນີ້​ຂອງ​ໜ່ວຍ​ນຳ​ພາ​ງານ​ເອັສ​ໂປ​ຈີນ-ອາຊ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່​ໆ​ນີ້​ວ່າ,ການ​ຊັກ​ຊວນ​ເອົາ​ນັກ​ທຸລະກິດ​ມາ​​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ​ປີ​ນີ້​ໄດ້​ມີ​ການ​ຄືບ​ໜ້າ​ໄວ​ກວ່າ​ປີ​ກາຍ.ນັບ​ມາ​ຮອດ​ວັນ​ທີ12​ພຶດສະພາ,ກອງ​ເລຂາ​ງານ​ເອັກສ​ໂປ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ທີ່​ມີບ່ອນ​ວາງ​ສະ​ແດງ​1333​ບ່ອນ.ປັດຈຸບັນ,ບ່ອນ​ວາງສະ​ແດງ​ທີ່​ນັກທຸລະກິດ​ພາຍ​ໃນ​ປະ​ເທດ​ຈີນ​ຈອງ​ໄວ້​ລ່ວງ​ໜ້າ​ນັ້ນ​ມີ1905​ບ່ອນ.​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ງານ​ເອັກສ​ໂປ​ຈີນ-ອາຊຽນທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມສາ,​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ10​ປະ​ເທດ​ອາ​ຊຽນ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ,ຈະ​ຈັດ​ບ່ອນ​ວາງສະ​ແດງ​ທີ່​ບໍ່​ໜ້ອຍ​ກວ່າ​ປີ​ກາຍ​ນີ້.

ຕາມ​ໄດ້​ຊາບ,ງານ​ເອັກສ​ໂປ​ຈີນ-ອາຊຽນຄັ້ງ​ທີ​ສອງ​ໄດ້​ໃຊ້​ມາດ​ຕະການ​ດັດ​ແປງຫຼາຍ​ຢ່າງ.​ໃນ​ດ້ານ​​ຫັນ​ເປັນ​ວິຊາ​ສະ​ເພາະ,ນອກຈາກ​ເຮັດ​ໃຫ້ການ​ຈັດ​ວາງ​ຫົວ​ຂໍ້ສ​ະ​ເພາະ​ໃຫ້​​ເນັ້ນ​ໜັກ​ຄວາມ​ຕາບ​ຈູ​ນກັນ​ແລ້ວ,ຍັງ​ໄດ້​ເຊີນ​ຜູ້​ຊົມ​​ໃນ​ຂະ​ແໜງ​ການ​ຫຼາຍ​ຂຶ້ນ,​ໃຫ້​ກະຊວງ​ການ​ຄ້າ​ຈີນ​ແລະ​ພະ​ແນ​ກພັດທະນາ​ການ​ຄ້າ​ຮົງ​ກົງ​ຄັດ​ເລືອກ​​ເອົານັກທຸລະກິດ.​